ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-22 10:32:41    
ເວ​ທີ​ປາ​ໃສ​ລະ​ດັບ​ສູງ​ຂອງ​ສື່​ມວນ​ຊົນ​ແລະ​ເສດ​ຖະ​ກິດ​ການ​ຄ້າ​ຈີນສ.​ເກົາ​ຫລີ​ຈັດ​ຂຶ້ນ​ຢູ່​ສ.ເກົາ​ຫລີ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 22 ກັນ​ຍາ,ເວ​ທີ​ປາ​ໃສ​ລະ​ດັບ​ສູງ​ຂອງ​ສື່​ມວນ​ຊົນ​ຈີນ​ສ.​ເກົາ​ຫລີ​ແລະ​ເວທີ​ປາ​ໃສ​ລະ​ດັບ​ສູງ​ຂອງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ສ.​ເກົາ​ຫລີ ​ເຊິ່ງ​ເປັນ​ເນື້ອ​ໃນ​ສຳ​ຄັນ​ອັນ​ຫນຶ່ງ​ຂອງ​ກິດ​ຈະ​ກຳ​ປະ​ສົບ​ການ​ຂອງ​ຈີນ​ໃນສ.​ເກົາ​ຫລີ​ປີ 2006 ໄດ້​ຈັດ​ຂຶ້ນ​ຢູ່​​ເຊ​ອຸ່ນ ນະ​ຄອນ​ຫລວງ​ສ.​ເກົາ​ຫລີ.

ຫົວ​ຂໍ້​ຂອງ​ເວ​ທີ​ປາ​ລະ​ດັບ​ສູງ​ຂອງ​ສື່​ມວນ​ຊົນ​ຈີນ​ສ.​ເກົາ​ຫລີ​ແມ່ນ​ແບ່ງ​ປັນ​ບົດ​ຮຽນ​ໃນ​ການຈັດ​ງານ​ກິ​ລາ​ໂອ​ລິ​ມປິກ​, ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສື່​ມວນ​ຊົນ​​ຈີນ​ສ.​ເກົາ​ຫລີ.ຜູ່​ຮ່ວມ​ປະ​ຊຸມ​ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງ​ໆ​ຄື ບົດ​ບາດ​ຂອງ​ສື່​ມວນ​ຊົນ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ສ.​ເກົາ​ຫລີ​​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ກົມ​ກຽວ​ກັນ.ທ່ານ​ກິມ​ຊັງ​ໂຮ ຫົວ​ຫນ້າ​ສຳ​ນັກ​ຂ່າວ​ທາງ​ການ​ຂອງ​ສ.​ເກົາ​ຫລີ​ແລະ​ທ່ານ​ຈ້າຍ​ອູ ຫົວ​ຫນ້າ​ຫ້ອງ​ການ​ຖະ​ແຫລ​ງຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ກ່າວ​ປາ​ຖະ​ກະ​ຖາ​ໃນ​ເວທີ​ປາ​ໃສ​ດັ່ງ​ກາວ. ທ່ານ​ມາ​ເວີຍ​ກົງ ຮອງ​ບັນ​ນາ​ທິ​ການ​​ໃຫຍ່​ຂອງ​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫລື CRI ໄດ້​ກ່າວ​ປາ​ຖະ​ກະ​ຖາ​ທີ່ມີ​ຫົວ​ຂໍ້​ວ່າ​ການ​ຮ່ວມ​ມື​ລະ​ຫວ່າງ​ສື່​ມວນ​ຊົນ​ຈີນ​ກັບ​ສ.​ເກົາ​ຫລີ​ແລະ​ການ​ແຈ້ງ​ຂ່າວ​ງານ​ກິ​ລາ​ໂອ​ລິ​ມ ປິກ​ປັກ​ກິ່ງ​ປີ 2008.

​ຫົວ​ຂໍ້​​ຂອງ​ເວ​ທີ​ປາ​ໃສ​ລະ​ດັບ​ສູງ​ຂອງ​ເສດ​ຖະ​ກິດ​ການ​ຄ້າ​ຈີນສ.​ເກົາ​ຫລີ​ເທື່ອ​ນີ້​ແມ່ນ:​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ຊຸກ​ຍູ້​ການ ພັດ​ທະ​ນາ​ພ້ອມ​ກັນ​,ຜູ່​ຮ່ວມ​ປະ​ຊຸມ​ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ຄື ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ​ກັບ​ຄວາມ​ຫມັ້ນ​ຄົງ​ດ້ານ​ການ​ເງິນ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊິກ​ຟິກ,ທ່າ​ແຮງ​ດ້ານພູມ​ສາດ​ແລະ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ແບບ​ຄ້ຳ​ຊູ​ກັນ​ຂອງ​ເສດ​ຖະ​ກິດ​ການ​ຄ້າ​​ຈີນ​ສ.​ເກົາ​ຫລີ.