ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-22 11:40:46    
ປະ​ທານ​ສະ​ພາ​ເອີ​ລົບ​ເຫັນ​ວ່າ,​ການ​ພັດ​ທະ​ນາ​ຂອງ​ຈີນ​ມີ​ຜົນ​ດີ​ຕໍ່​ທົ່ວ​ໂລກ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ​21​ກັນ​ຍາ,​ທ່ານ​ໂຈ​ເຊັບ ​ໂບ​ເຣນ​ລີ ປະ​ທານ​ສະ​ພາ​ເອີ​ລົບ​ເວົ້າ​ວ່າ,​ການ​ພັດ​ທະ​ນາ​​ໄວ​ຂອງ​ຈີນ​ບໍ່​ພຽງ​ແຕ່​ແມ່ນ​ຂ່າວ​ດີ​ສຳ​ລັບ​ປະ​ຊາ​ຊົນ​ຈີນ​ທໍ່​ນັ້ນ,​ຫາກ​ຍັງ​ແມ່ນ​ຂ່າວ​ດີ​ຕໍ່​ພາກ​ພື້ນ​ອື່ນໆ​ໃນ​ໂລກ​ອີກ​ດ້ວຍ.

ທ່ານ​ໂບ​ເຣນ​ລີ​ແມ່ນ​ກ່າວຄຳ​ເວົ້າດັ່ງກ່າວ​ຕໍ່ນັກ​ຂ່າວຈີນ​ພາຍ​ຫຼັງ​ຮັບ​ປະ​ທານ​ອາ​ຫານ​ທ່ຽງ​ກັບ​ທ່ານ​ກວ່ານ​ເຊິງ​ຢວນ ຫົວ​ໜ້າ​ຄະ​ນະ​ທູດ​ຈີນ​ປະ​ຈຳ​ສະ​ຫະ​ພາບ​ເອີ​ລົບ​ຫຼື​EU.​ທ່ານ​ໂບ​ເຣນ​ລີ​ເວົ້າ​ວ່າ,​ຈີນ​ພວມ​ຕື່ນ​ຕົວ,​ວົງ​ການ​ພາຍ​ນອກ​ບໍ່​ຄວນ​ຮູ້​ສຶກ​ຢ້ານ​ກົວ​ຕໍ່​ເລື່ອງ​ນີ້.​ທ່ານ​ຫວັງ​ໃຫ້​ການ​ພັດ​ທະ​ນາ​ຂອງ​ຈີນ​ຈະ​ສືບ​ຕໍ່​ໄປ,​ແລະ​ຫວັງ​ໃຫ້​ຈີນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ກວ່າ​ເກົ່າ​ໃນ​ວຽກ​ງານ​ສາ​ກົນ.

ທ່ານ​ໂບ​ເຣນ​ລີ​ຍັງ​ເວົ້າວ່າ,​ໃນນາມ​ເປັນ​ປະ​ທານ​ຂອງ​ສະ​ພາ​ເອີ​ລົບ,ທ່ານ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສະ​ພາ​ເອີ​ລົບ​ກັບ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ,​ຫວັງ​ໃຫ້​ສອງ​ຝ່າຍ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ.​ທ່ານ​ເວົ້າ​ວ່າ,​ສະ​ຫະ​ພາບ​ເອີ​ລົບ​ກັບ​ຈີນ​ຕ້ອງ​ເກາະ​ແຂນ​ກັນ​ແລະ​ຕ່າງ​ໂຄ​ລົບ​ເຊິ່ງ​ກັນ​ແລະ​ກັນ,​ຜູ້​ຕາງ​ໜ້າ​ປະຊາ​ມະຕິ​ຂອງ​ສອງ​ຝ່າຍ​ກໍ​ຄວນ​ປະ​ກອບ​ສ່ວນ​ຂອງ​ຕົນ.