ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-22 16:55:36    
ຂົວ​ທາງ​ອາກາດ060921

cri

ທີ່​ນີ້,ວິທະຍຸ​ສາກົນ​​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ,ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ,ລາຍ​ການ"ຂົວ​ທາງ​ອາກາດ"​ໄດ້​ວຽນມາ​ພົບ​ກັບ​ທ່ານ​ອີກ​ຕາມ​ເຄີຍ.ຫວ່າງ​ມໍ່​ໆນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ນ້ອງ​ຊືວື່ ບ້ານ​ຄອນ​ວັດ ​ເມືອງ​ຮົ່ມ ​ແຂວງວຽງ​ຈັນ,​ໃນ​ຈົດໝາຍນ້ອງ​ຊືວື່​ໄດ້​ບອກ​ສະພາບ​ທີ່​ນ້ອງ​​ຟັງ​ວິທະຍຸCRI​ໃຫ້​ພວກ​ເຮົາ​ຮູ້​ໂດຍ​ຂຽນ​ວ່າ,​ເທື່ອ​ນີ້​ແມ່ນ​ເທື່ອທຳ​ອິດ​ທີ່​ໄດ້​ຂຽນ​ຈົດ​ໝາຍ​ເຂົ້າ​ມາ​ຫາ​CRIພາກ​ພາສາ​ລາວ.ນ້ອງ​ໃນ​ນຳ​ຄອບຄົວ​ທຸກ​ຍາກ​ເຜົ່າ​ມົ້ງດຳລົງ​ຊີວິດ​ປະຖົມ​ປະ​ຖານ​ພື້ນບ້ານ.ທີ່​ຜ່ານ​ມາ​ຄອບຄົວ​ກະທົບກະ​ເທືອ​ນຫຼາຍ,ຍ້ອນ​ເສດຖະກິດ​ຄອບຄົວຍັງ​ບໍ່​ທຽບ​ທັນ​ກັບ​ຄອບຄົວ​ອື່ນໆ.​ແຕ່​ເມື່ອ​ນ້ອງຫາ​ກໍ່​ເລິ່ມຟັງ​ວິທະຍຸ​ກະຈາຍສຽງ​ແຫ່ງ​ປະ​ເທດ​ຈີນ​ພາກ​ພາສາ​ລາວ​ຕັ້ງ​​ແຕ່​ມື້​ສະ​ເຫຼີ​ມສະຫຼອງການ​ພົວພັນ​ລາວ​ຈີນ​ຄົບຮອບ45​ປີ​ມາ​ເຖິງ​ປະຈຸ​ບັນ,​​ເວລາ​ຄ່ຳ19ໂມງ30ນາທີ​ຫາ20ໂມງ30​ນາທີ​ເໝືອນ​ກັບ​ຄົນຮັກ​ທີ່ນັດກັນ​ໄວ້​ທີ່​ບໍ່​ມີ​ຫຍັງ​ຈະ​ມາ​ທຳ​ລາຍການ​ນັດ​ໝາຍ​ຂອງ​ພວ​ກ​ເຮົາໄດ້.ວິທະຍຸCRI​ໄດ້​ກະຈາຍ​ຂ່າວ​ຫຼາຍຢ່າງ​ອອກ​ອາກາດ,ນ້ອງ​ຟັງ​ແລ້ວຈັບ​ໃຈ​ຫຼາຍ,​ເຮັດ​​ໃຫ້​ນ້ອງ​ພ້ອມ​ຄອບຄົວປະ​ທັບໃຈ​ຕໍ່​ວິທະຍຸCRIທີ່​​ເປັນ​ກະ​ແຈ​ເປີດ​ປ່ອງຢ້ຽມປະຕູ​ໃຫ້​ຄອບຄົວ​ນ້ອງ,ຊາບ​ຊືມຮຽນ​ຮູ້​ໄດ້​ຫຼາຍຢ່າງ,​ໄດ້​ເຮັດ​ໃຫ້​ຄອບຄົວ​ມີ​ຈິດ​ໃຈໝັ້ນ​ທ່ຽງ​ເຊື່ອ​ໝັ້ນ​ຕົວ​ເອງ​​ແລະ​ມີ​ໃບ​ໜ້າ​ເບິ່ງ​ກວ້າງ​ມອງ​ໄກອອກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ພວກ​ເຮົາ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ນ້ອງ​ຊືວື່​ຕີ​ລາຄາ​ສູງ​ປານ​ນີ້​ຕໍ່​ລາຍການ​ຂອງ​ພວກ​ເຮົາ,ນີ້​ຈະ​ໃຫ້​ກຳລັງ​​ໃຈ​ຕໍ່​ພວກ​ເຮົາ​​ໃຫ້ເຮັດ​ລາຍການ​ຍິ່ງ​ດີກ​ວ່າ​ເກົ່າ,ພ້ອມ​ກັນ​ນັ້ນ,​ກໍ່​ເປັນ​ການ​ບອກ​ພວກ​ເຮົາ​ວ່າ​ຈະ​ຕ້ອງ​ເຮັດ​ວຽກ​ໃຫ້​ ​ດີກ​ວ່າ​ເກົ່າ​ເພື່ອ​ຮັບ​ໃຊ້​ທ່ານ​ຜູ້​ຟັງ​ທັງຫຼາຍ,ພວກ​ເຮົາ​ຕ້ອງ​​ເຮັດ​ລາຍການ​ທີ່​ກວ່າ​ເກົ່າ​ແລະ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຜູ້​ຟັງ​ກວ່າ​ເກົ່າ,ຈະ​ບໍ່​ເຮັດ​​ໃຫ້​ຜູ້​ຟັງ​ຜິດ​ຫວັງ,​ແລະ​ຈະ​ຊ່ອຍຜູ້ຟັງ​ຊອກ​ຮູ້​ໂລກ​​ແລະ​ສາລະ​ໜ້າ​ຮູ້ໄດ້​ຫຼາຍກວ່າ​ເກົ່າ.

 ຄຳ​ຊົມ​ເຊີນ​ແມ່ນ​ເປັນ​ສິ່ງ​ທີ່​ທຸກ​ຄົນ​ປາດ​ຖະໜາ,​ແຕ່​ຖ້າ​ທ່ານ​ຜູ້​ຟັງ​ທັງຫຼາຍ​ສົ່ງ​ຄຳ​ຕຳ​ນິສົ່ງ​ຂ່າວ​ໃນ​ສິ່ງ​ທີ່​ເຫັນ​ວ່າ​ພວກ​ເຮົາ​ຍັງ​ຂາດ​ຕົກ​ບົກ​ຜ່ອງ​ໃນ​ດ້ານ​ໃດ​ກໍ່​ຍິ່ງ​ຈະ​ເປັນ​ການ​ດີ​ຕໍ່​ທິມງາມ​​CRIທີ່​ຈະ​ປັບປຸງ​ແກ້​ໄຂ​ໃຫ້​ດີ​ຂຶ້ນ​ເລື້ອຍໆ.

 ​ໃນ​ຕອນ​ທ້າຍ​ຂອງ​ລາຍານ​ມື້​ນີ້,ພວກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ມອບ​ໃຫ້​ນ້ອງ​ຊືວື່,ອວຍພອນ​​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ນ້ອງ​ຈົ່ງ​ນັບ​ມື້​ນັບ​ດີ​ຂຶ້ນ,ພ້ອມ​ນີ້​ກໍ່​ຂໍ​ໃຫ້​ຜູ້​ຟັງ​ທຸກ​ທ່ານ​ທີ່​ພວມ​ຟັງ​ລາ​ຍການ​ຢູ່​ໃນ​ຂະນະ​ນີ້ຈົ່ງ​ເບີກບານ​ມ່ວນ​ຊື່ນ​ທຸກ​ໆມື້,​ເພງ​ທີ່​ທ່ານ​ຈະ​ໄດ້​ຟັງນີ້​ຊື່ວ່າ"​ທ້າຍ​ເໝີຍ​ລີ້",​ແປ​ວ່າ"ງາມແທ້ໆ",ຫວັງ​ວ່າ​ຄົງ​ຈະ​ຖືກ​ໃຈ​ທຸກທ່ານ.