ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-22 16:59:24    
ບຸກຄົນ​ໃນ​ວົງ​ການສະ​ເໜີ​ໃຫ້​ຕັ້ງ"ສະຫະພັນລິຂະ​ສິດ​​ວິ​ສາ​ຫະກິດ​ຈີນ"

cri

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຫວ່າງ​ມໍ່ໆ​ນີ້,ກອງ​ປະຊຸມ​ເວທີ​ປາ​ໄສ​ລິຂະ​ສິດ​ສາກົນ​ປີ2006ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ຜູ້​ແທນ200ກວ່າ​ຄົນ​ຂອງອົງການ​ລິກຂະ​ສິດ​ຈີນ,ອົງການປົກ​ປ້ອງ​ລິຂະ​ສິດ​ທີ່​ມີ​ຊື່ສ​ຽງອິດ​ທິພົນ​ໃນ​ໂລກ​ແລະ​ຜູ້​ຕາງໜ້າ​ຂອງ​ວິ​ສາ​ຫະກິດ​ທີ່​ມີ​ຊື່ສ​ຽງຮ້ອຍ​ແຫ່ງ​ໄດ້​ເຂົ້າຮ໋ວມ​ເພື່ອພ້ອມ​ກັນ​ຫາລື​ແຜນການ​ຍາວ​ນານ​ທີ່​ພັດທະນາ​ຜະລິດຕະກທີ່ກ່ຽວຂ້ອງ​ກັບລິຂະ​ສິດ​ຈີນ.ວິ​ສາ​ຫະກິດ​ທີ່​ມີ​ຊື່ສ​ຽງຂອງ​ຈີນສະ​ເໜີ​ໃຫ້​ຕັ້ງ"ສະຫະພັນ​ລິຂະ​ສິດ​ວິ​ສາ​ຫະກິດ​ຈີນ",ອາ​ໃສ​ກຳລັງ​ຂອງ​ຄົນ​ທັງຫຼາຍ​ປົກປ້ອງ​ລິຂະ​ສິດ.​ໃນ​ລາຍການ​ຈີນ​ປັດຈຸບັນ​ພາກ​ນີ້,​ເຊີນທ່ານ​ຟັງ​ບົດ​ແຈ້ງ​ຂ່າວອັນ​ລະອຽດ.

  ເວທີ​ປາ​ໄສ​ລິກຂະ​ສິດ​ສາກົນ​ຄັ້ງ​ນີ້​ແມ່ນ​ຈັດ​ໂດຍອົງການ​ຈັດ​ຕັ້ງ​ສິດຊັບ​ສິນ​ທາງ​ປັນຍາ​ໂລກ​ແລະ​ກົມ​ລິຂະ​ສິດ​ແຫ່ງ​ຊາດ​ຈີນ​​,​ເປັນ​ເວທີ​ປາ​ໄສ​ສາກົນ​ຂົງ​ເຂດລິ​ຂະ​ສິດ​ຈີນ​ມີ​ລະດັບ​ສູງ​ກວ່າ​ໝູ່,ຂະໜາດ​ໃຫຍ່​ກວ່າ​ໝູ່.ປົກ​ປ້ອງ​ລິ​ກຂະ​ສິດ,ສົ່ງ​ເສີມ​ການປະດິດ​ສ້າງ​ໃໝ່,ສ້າງ​ຕັ້ງ​ກົນ​ໄກ​ປົກປ້ອງ​ລິ​ຂະ​ສິດ​ທີ່​ມີ​ປະສິດທິ​ພາບ,ສ້າງ​ສະພາບ​ແວດ​ລ້ອມ​ທີ່​ປົກ​ປ້ອງ​ລິກຂະ​ສິດ​ອັນ​ດີງາມ​ເປັນ​ຕົ້ນ.

  ທ່ານ​ເຈ​​​ເຟ ​ຮາ​ດີ ຮອງປະທານ​ສະຫະພັນ​ຊອບ​ແວ​ການ​ຄ້າ(ຫຼືBSA)​ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ຂອງBSAປ​ະຈຳ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ເວົ້າ​ວ່າ,ອີງ​ຕາມ​ບົດ​ ​ຄົ້ນຄວ້າ​ກ່ຽວຂ້ອງ,ຖ້າ​ອັດຕາລອກ​ແບບຊອຟ​ແວຂອງຈີນ​ຫຼຸດ​ລົງ10%,ລາຍ​ໄດ້​ຂອງ​ຂະ​ແໜງ​ການ​ໄອ​ທີ(IT)ຈີນ​ໃນ​ປີ2009ຈະ​ເພີ່ມ​ຂຶ້ນ3​ເທົ່າ​ຂອງ​ປະຈຸ​ບັນ​,​ມູນ​ຄ່າ​ຜະລິດຕະພັນ​ຈີນ​ຈະ​ເພີ່ມ87ຕື້​ໂດ​ລາ.ທ່ານ​ເຮີ​ດີ​ກ່າວ​ວ່າ,ຖ້າ​ລັດຖະບານ,ສະມາຄົມ​ຂ​ະ​ແໜງ​ການ​ແລະ​ສ່ວນ​ບຸກຄົນ​ລ້ວນ​ແຕ່​ພະຍາຍາມມຸ່ງ​ໜ້າ​ໄປ​ສູ່​ເປົ້າ​ໝາຍ​ທີ່​ສ້າງ​ຕັ້ງ​ສະພາບ​​ແວດ​ລ້ອມ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​ອັນ​ປອດ​ໃສ​ແລ້ວ,ລະບົບ​ອຸດສາຫະກຳ​ຊອຟ​ແວ​ທີ່​ບັງ​ເກີດ​ຜົນ​ກໍ່​ຈະກຳເນີດຂຶ້ນພາຍໃຕ້ກົນ​ໄກ​ປົກ​ປ້ອງ​ລິກຂະ​ສິດ​ອັນ​ເໝາະ​ສົມ​ກັບ​ເວລາ.

 ​ໂດຍ​ຕອບ​ສະ​ໜອງກັບ​ຂໍ້​ສະ​ເໜີ​ຂອງ​ທ່ານ​ຮາ​ດີ,ວິ​ສາ​ຫະກິດທີ່​ມີ​ຊື່ສ​ຽງ6​ແຫ່ງ​​ໃນ​ຂົງ​ເຂດລິຂະ​ສິດ​ຈີນ​ຄື​ກຸ່ມ​​ເຊີ້ງ​ຕ້າ,ບໍ​ລິ​ສັດ​ຊອຟ​ແວ​ຈີ່ນຊ່ານ​ປັກ​ກິ່ງ,ກຸ່ມ​ກາ​ຕຸ​ນຊ່ານ​ເຊັນ​ເປັນ​ຕົ້ນ​,​ໄດ້ພ້ອມ​ກັນ​ລິ​ເລີ່​ມສົ່ງ​ເສີມ​ໃນ​ກອງ​ປະຊຸມ,ສະ​ເໜີວ່າ​ບົນ​ພື້ນຖານ​ທີ່​ພ້ອມ​ກັນ​​ເຄົາລົບກົດໝາຍ​ກົດລິຂະ​ສິດ​ພາຍ​ໃນ​ປະ​ເທດ​ແລະ​ສາກົນ​ແລະ​ອີງ​ຕາມ​ຫຼັກການ,ສະໝັກ​ໃຈ​ແລະ​ສະ​ເໝີ​ພາບ​,ຕັ້ງ"ສະຫະພັນ​ລິຂະ​ສິດ​ວິ​ສາ​ຫະກິດ​ຈີນ".ລະຄອນ​ໂທລະພາບກາ​ຕຸ​ນທີ່​ມີ​ຊື່ສ​ຽງຂອງ​ກຸ່ມ​ກາ​ຕຸນຊ່ານ​ເຊັນທີ່​ມີ​ຊື່ວ່າ"ຄຳ​ຖາມ​ແມວ​ສີຟ້າ3000ຂໍ້"ໄດ້ຜະລິດ2100ຕອນ​ແລະອອກ​ອາກາດຢູ່​ສະຖານີ​ໂທລະ​ພາບ700ກວ່າ​ແຫ່ງ,ມີ​ຜະລິດ​ຕະພັນອື່ນໆ​ເກີດ​ຕາມ7000ກວ່າ​ຊະນິດ,​ແຕ່​ປະສົບ​ບັນຫາ​ຫຼາຍ​ຍ້ອນ​ລິ​ຂະ​ສິດ​ຖືກ​ລ່ວງ​ລ້ຳ.ທ່ານ​ຊຸ່ນ​ເວິນ​ຮວາ ປະທານ​ກຸ່ມ​ນີ້​ຮຽກຮ້ອງ​ວິ​ສາ​ຫະກິດ​ກັບ​ລັດຖະບານຈົ່ງ​ທຳ​ຄວາມ​ພະຍາຍາມ​ເພື່ອປົກ​ປ້ອງ​ລິກຂະ​ສິດ.​ໃນ​ເວລາ​ໃຫ້​ສຳພາດ,ທ່ານ​ເວົ້າ​ວ່າ:

    "ຕ້ອງ​ບູລະນະລະບົບ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​​ໃຫ້​ສົມບູນ​ເທື່ອ​ລະ​ກ້າວ,​ໃນ​ຂະ​ບວນການ​ນີ້,ວິ​ສາ​ຫະກິດ​ກັບ​ລັດຖະບານຕ້ອງ​ປະສານ​ສົມທົບ​ກັນ,​ວິ​ສາ​ຫະກິດ​ພວກ​ເຮົາ​ຕ້ອງ​ມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ນີ້​ກໍ​ແມ່ນໜຶ່ງຕໍ່ການ​ແກ່ງ​ແຍ່ງ​ສາກົນ,ອີກອັນ​ໜຶ່ງ​ຕໍ່​ການໂຈມ​ຕີກາ​ນລັກລ​ອກ​ແບບ​ຢູ່ພາຍ​ໃນ​ປ​ະ​ເທດ.ຝ່າຍ​ຕ່າງໆ​ຕ້ອງ​ມີ​ຊ່ອງ​ທາງລຸ​ລົ່ງກັນ​,​ເມື່ອ​ເປັນ​ແນວ​ນີ້,ລະຫວ່າງລັດຖະບານ,ວິ​ສາ​ຫະກິດ,ສະ​ຖາ​ບັນ​ວິຊາ​ການ​ແລະອົງການ​ສື່ກາງ​ກໍ​ສາມາດ​ປະສານ​ສົມ​ທັບ​ກັນ."

  ​ເດືອນ​ກໍລະກົດ​ປີ2005,​​ເວ​ບ​ໄຊ້ພາສາ​ຈີນ​ຂອງ​ມະຫາ​ວິທະຍາ​ໄລ​ປັກ​ກິ່ງ​​ໄດ້​ຮ່ວມ​ສຳພັນກັບບໍລິສັດ​ພິມ​ຈຳ​ໜ່າຍ​ຫຼາຍສິບ​ແຫ່ງ,ນັກຂຽນ​ຮ້ອຍ​ກວ່າ​ຄົນ​ສ້າ​ງຕັ້ງ​ອົງການ​ຕ້ານ​ການລັກ​ລອກ​ແບບ​ທາງ​ອິນ​ເຕີ​ເນັດ​ທີ່​ມີ​ຊື່ວ່າ"ສະຫະພັນ​ຕ້ານ​ການ​ລັກລອກ​ແບບ​ທາງ​​​ເວ​ບ​ໄຊ້ພາສາ​ຈີນ",1ປີຜ່ານ​​ໄປ​ແລ້ວ,​ໄດ້ມີນັກຂຽນໜຶ່ງ​ພັນກວ່າ​ຄົນ,ບໍລິສັດ​ພິມ​ຈຳໜ່າຍ​ຮ້ອຍ​ກວ່າ​ແຫ່ງ,ສຳນັກທະນາຍຄວາມ​ຫຼາຍ​ສິບ​​ແຫ່ງ​ໄດ້​ເຂົ້າ​ຮ່ວມ​ສະຫະພັນ​ດັ່ງກ່າວ.ຫວ່າງ​ມໍ່ໆ​ນີ້,​ເວ​ບ​ໄຊ້ພາສາ​ຈີນ​ຂອງ​ມະຫາວິທະຍາ​ໄລ​ປັກ​ກິ່ງ​ຍັງ​ພ້ອມ​ກັບ​ບໍລິສັດພິມ​ຈຳໜ່າຍ​ຫຼາຍ​ຮ້ອຍ​ແຫ່ງ​ຍັງ​ໄດ້​ອອກ​ຖະ​ແຫຼງການເຮັດ​ໃຫ້​ສະພາບ​​ແວດ​ລ້ອມ​ລິກຂະ​ສິດຂ່າວ​ບໍລິ​ສຸດ.​ໃນ​ເວລາ​ແນະນຳບົດບາດ​ອັນ​ສຳຄັນ​ຂອງ​ສະຫະພັນ​ຂະ​ແໜງ​ການໃນ​ການ​ປົກ​ປ້ອງ​ລິຂະ​ສິດ​ໃນ​ເວທີ​ປາ​ໄສ,ທ່ານ​ທົງ​ຈື່​​ໄລ ຮອງ​ຜູ້ອຳ​ນວຍ​ການ​ໃຫຍ່​ເວ​ບ​ໄຊ້ພາສາ​ຈີນຂອງ​ມະຫາວິທະຍາ​ໄລ​ປັກ​ກິ່ງ​ເວົ້າ​ວ່າ:

   "ຫຼາຍ​ຄົນ​ໄດ້​ເວົ້າ​ເຖິງ​ການ​ອະນຸລັກສະພາບ​ແວດ​ລ້ອມ​ສິດ​ຊັບ​ສິນ​ທາງ​ປັນຍາ​ພາຍ​ໃນ​ປະ​ເທດ,ຕ້ອກ່າວ​ເນັ້ນ​ເປັນໂດຍ​ພິ​ເສດ,​ວ່າ​ລັດຖະບານ​​ໄດ້ເພີ່ມຄວາມ​ແຮງ​ໃນ​ດ້ານ​ນີ້​ຢ່າງ​ບໍ່​ຢຸດ​ຢັ້ງ.​ພວກ​ຂ້າພະ​ເຈົ້າໃນ​ຖານ​ນະ​ທີ່ເປັນ​ສະມະ​ຊິກ​ໜຶ່ງ​ໃນ​ຂະ​ແໜງ​ກາ​ນີ້,ກໍ​ມີ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ.ປົກ​ປ້ອງ​ສິດ​ຂອງ​ຜູ້​ມີ​ສິດ​ຂອງ​ນັກຂ​ຂຽນ,ຄັດຄ້ານ​ການລັກ​ລອ​ກ​ແບບ,ຍຶດໝັ້ນຕົ້ນ​ສະບັບ,ບໍ່ພ​ຽງ​ແຕ່​ແມ່ນ​ລັດ​ຖະບານພວກ​​ເຮົາ​ເປັນ​ຜູ້ຮຽກຮ້ອງ​​ເທົ່າ​ນັ້ນ,​ຍິ່ງສຳຄັນກວ່າ​ນັ້ນ​​ແມ່ນບັນດາ​ຜູ້​ມີສິດ​ໃຊ້​ກົດ​ໝາຍ​ເປັນ​ພາຫະນະ.ຖ້າ​ບັນດາ​ຜູ້ມີ​ສິດ​ມີ​ສະຕິ​ຕໍ່​ການ​ປົກ​ປັກ​ຮັກສາ​ສິດທິ​ຂອງ​ຕົນ​ເອງ​ແລ້ວ,ສະພາບ​ແວດ​ລ້ອມ​ສິດ​ຊັບ​ສິນ​ທາງ​ປັນຍາ​ກໍ່​ຈະ​ນັບ​ມື​ນັບ​ດີ​ຂຶ້ນ,ອຸດສາ​ຫະກຳ​ລິ​ຂະ​ສິດ​ຂອງ​ພວກ​ເຮົາ​ກໍ່​ຈະ​ນັບ​ມື້​ນັບ​ພັດທະນາ."

  ບໍລິສັດ​ພັດທະນາ​ອິນ​ເຕີ​ເນັດ​​ເຊີ້ງ​ຕ້າ​ແມ່ນ​ຕົວ​ແທນ​ຂອງ​ວິ​ສາ​ຫະກິດ​ອິນ​ເຕີ​ເນັດ,ທ່ານ​ຊີ​ໄຮ​ບິນ ຜູ້ອຳນວຍການບໍລິສັດ​ນີ້​​ເວົ້າ​ວ່າ,​ໃນ​ເວລາປະດິດ​ສ້າງ​ໃໝ່​ຢ່າງ​ບໍ່​ຂາດສາຍ​ນັ້ນ​ວິ​ສາ​ຫະກິດ,ຍັງ​ຕ້ອງ​ເພີ່ມ​ທະວີ​ຄວາມ​ແຮງ​​ໃນ​ການ​ປົກ​ປ້ອງ​ຕົນ​ເອງ,ບໍ່ພຽງ​ແຕ່​​ເນັ້ນ​ໜັກ​ການ​ປົກ​ປ້ອງ​ລິ​ຂະ​ສິດ​ໃນ​ຂະ​ບວນການ​ຄົ້ນຄວ້າ​ພັດທະນາ,ຍັງ​ພະຍາຍ​າມ​ເຮັດ​ທົ່ວ​ຂະ​ແໜງ​ການ​ໃຫ້​ມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ,ຈໍ່​ຕົວ​ຂຶ້ນ​ນ​ະ​ໂຍບາຍ​ຂອງຂະ​ແໜງ​ກນ,​ເພື່ອ​ຮັບ​ມື​ການ​ທຳລາຍ​ຜົນ​ປະ​ໂຫຍດຂອງທົ່ວຂະ​ແໜງ​ການຍ້ອນ​ການ​ກະທຳ​ລ່ວງ​ລ້ຳ​ລິ​ຂະ​ສິດ​ລັກ​ລອກ​ແບບ.

  ທ່ານ​ຢູຊີ້​ວກູ ຮອງຜູ້ອຳນວຍການ​ໃຫຍ່​ອົງການ​ສິດ​ຊັບ​ສິນ​ທາງ​ປັນຍາ​ໂລກ​ກ່າວ​ວ່າ,​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ຈີນ​ໄດ້​ເຮັດ​ວຽກ​ຫຼວງຫຼາຍ​ໃນ​ຂົງ​ເຂດ​ປົກ​ປ້ອງ​ລິ​ຂະ​ສິດ​ແລະ​ມີ​ປະສິດທິ​ຜົນ​ຫຼາຍ.​ໃນ​ເວລາ​ກ່າວ​ປາ​ໄສ​ໃນ​ເວທີ​ປາ​ໄສ,ທ່ານ​ກ່າວ​ວ່າ:

  "ການຈັດ​ເວທີ​ປາ​ໄສ​ລະດັບ​ສູງ​ຄັ້ງ​ນີ້,​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ແລະ​ສະໜັບສະໜູນ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ,ນີ້​ມີ​ຄວາມ​ໝາຍ​ອັນ​ສຳຄັນ​ຕໍ່​ການ​ພັດທະນາ​ລະບົບ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຈີນ​ໃນ​ໄລຍະ​ຍາວ​ນານ,ມັນ​ຈະ​ຊຸກຍູ້​ເສດຖະກິດ,ວັດທະນະທຳ​ແລະ​ສັງຄົມ​ຈຂອງ​ຈີນ​ກ້າວ​ເດີນ​ໄປ​ໜ້າ,ຍັງ​ຈະ​ຊຸກຍູ້​ຈີນ​ແລະ​ຄູ່​ການ​ຄ້າ​ອື່ນ​ສ້າງ​ການ​ພົວພັນ​ທີ່​ກົມ​ກຽວ​ກັນ."

  ​ໃນ​ເວລາ​ໃຫ້​ສຳພາດ,ທ່ານ​ວາງ​ຈີ້​ຊຽງ ຫົວໜ້າ​ກົມ​ລິ​ຂະ​ສິດ​ທະບວງ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ,ການ​ສ້າງ​ຕັ້ງ​ສະຫະພັນ​ລິ​ຂະ​ສິດ​ວິ​ສາ​ຫະກິດ​ຈີນ,​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ກ້າວໜ້າ​ຂອງ​ສັງຄົມ.ຄຽງ​ຄູ່​ກັບ​ສະຕິ​ຕໍ່​ການ​ປົກ​ປ້ອງ​ລິ​ຂະ​ສິດ​ຫຼາຍ​ຂຶ້ນ,ສະຫະພັນ​ລິດ​ຂະ​ສິດ​ຈະ​ຊຸກຍູ້​ໃນ​ທົ່ວ​ວົງ​ການ​ວິ​ສາ​ຫະກິດ,ການ​ປົກ​ປ້ອງ​ລິ​ຂະ​ສິດ​ຈີນ​ຈະ​ເຂົ້າ​ສູ່​ໄລຍະ​ໃໝ່.