|
|
(GMT+08:00)
2006-09-22 17:04:19
|
|
ທ່ານເຈຍຈ່າງເຄີກັບຮູບເງົາຂອງທ່ານ
cri
Author: mo
ໃນງານມະໂຫລານຮູບເງົາເວນີສຄັ້ງທີ 63 ທີ່ຫາກໍອັດລົງ, ທ່ານເຈຍຈ່າງເຄີ ຊາວໜຸ່ມຜູ້ກຳກັບການສະແດງຂອງຈີນໄດ້ຮັບລາງວັນຂັນສິງຄຳຮູບເງົາດີເດັ່ນດ້ວຍຟີມ"ຄົນດີໃນເຂື່ອນຊ່ານເຊຍ", ອັນໄດ້ເຮັດໃຫ້ທ່ານກາຍເປັນຜູ້ກຳກັບການສະແດງຈີນຜູ້ທີ 5 ທີ່ໄດ້ຮັບລາງວັນສິງຄຳ, ນີ້ກໍແມ່ນນັກກຳກັບການສະແດງຮູບເງົາຈາກແຜ່ນດິນໃຫຍ່ຈີນອີກຜູ້ໜຶ່ງທີ່ໄດ້ຮັບກຽດດັ່ງກ່າວຫຼັງຈາກຮູບເງົາຂອງທ່ານຈ່າງອີ້ເໝົາທີ່ໃຫ້ຊື່ວ່າ"ຜູ້ໜຶ່ງກໍບໍ່ໃຫ້ຂາດ"ເມື່ອປີ 1999.
ຮູບເງົາ"ຄົນດີໃນເຂື່ອນຊ່ານເຊຍ"ປະກອບດ້ວຍເລື່ອງຄວາມຮັກອິດສະຫຼະສອງເລື່ອງ. ເຊິ່ງເກີດຂຶ້ນຢູ່ເມືອງນ້ອຍກິດຈະການເຂື່ອນຊ່ານເຊ່ຍທີ່ພວມກໍ່ສ້າງຂອງຈີນ. ຍິງຊາຍສອງຄູ່, ໜຶ່ງຍ້ອນຄວາມເຂົ້າໃຈກັນດີຈຶ່ງຢູ່ນຳກັນໄດ້, ແລະອີກຄູ່ໜຶ່ງຄວາມເຂົ້າໃຈກັນດີກໍສາມາດເຮັດໃຫ້ແຍກທາງກັນໄດ້ເໝືອນກັນ, ຕາມເສັ້ນທາງສະແຫວງຫາຄວາມຮັກແທ້ຂອງເຂົາເຈົ້າ, ລ້ວນແຕ່ໄດ້ຮັບບົດຮຽນຊີວິດຂອງຕົນ. ໃນງານຖະແຫຼງຂ່າວທີ່ຈັດຂຶ້ນຫຼັງພິທີມອບລາງວັນ, ນາງເຄັສ໌ລິນ ເດນາບ ປະທານຄະນະປະກວດຂອງງານຮູບເງົາຄັ້ງນີ້ ແລະເປັນນັກສະແດງທີ່ມີຊື່ສຽງຂອງຝຣັ່ງເວົ້າວ່າ, "ເມື່ອເບິ່ງຮູບເງົາເລື່ອງນີ້ແລ້ວ, ຄຸນນະພາບຂອງມັນເຮັດໃຫ້ຄະນະກຳມະການຕົກສະເງີ້ຍ້ອນພາບງາມ, ເນື້ອເລື່ອງກໍຕື່ນເຕັ້ນ, ພວກເຮົາປະທັບໃຈຫຼາຍ, ນີ້ແມ່ນຮູບເງົາທີ່ພິເສດທີ່ສຸດ."
ທ່ານເຈຍຈ່າງເຄີ ປີນີ້ອາຍຸ 36 ປີເກີດຢູ່ເມືອງເຟີ້ນຢາງແຂວງຊ່ານຊີ. ພໍ່ເປັນຄູສອນວັນນະຄະດີຂອງໂຮງຮຽນມັດທະຍົມ, ແມ່ເປັນແມ່ຄ້າ. ໃນຕອນຮຽນປະຖົມແລະມັດທະຍົມຕົ້ນ, ທ່ານເຈຍຈ່າງເຄີເປັນຄົນບໍ່ມັກກໍ່ເລື່ອງກໍ່ລາວ, ມີແຕ່ເຂົ້າຮຽນ ເລີກຮຽນແລະສອບເສັງທໍ່ນັ້ນ, ບໍ່ໄດ້ຄຶດຫຍັງຫຼາຍ. ເມື່ອເຂົ້າມັດທະຍົມປາຍ, ທ່ານກໍມັກຊອກຮູ້ສິ່ງໃໝ່ໆ. ທຳອິດຕິດດົນຕີ, ພາຍຫຼັງມາກໍຕິດເຕັ້ນລຳແບບໄວລຸ້ນຕາເວັນຕົກຈົນເງີຍຫົວບໍ່ຂຶ້ນ, ເວລານັ້ນ, ທ່ານມັກເຕັ້ນແບບຈັງຫວະຮຸນແຮງກັບໝູ່ທີ່ຮຽນນຳກັນສິບປາຍຄົນ. ປີ 1993, ທ່ານເຈຍຈ່າງເຄີໄປຮຽນຢູ່ວິທະຍາຄານຮູບເງົາປັກກິ່ງ, ສາມປີຫຼັງ, ເລີ່ມຖ່າຍທຳຮູບເງົາໃນຖານະເປັນຜູ້ຜະລິດອິດສະຫຼະ. ນັບມາຮອດປັດຈຸບັນ, ທ່ານເຈຍຈ່າງເຄີຖ່າຍຟີມຍາວໄດ້ 5 ເລື່ອງແລ້ວ, ໃນນັ້ນ, ຮູບເງົາເລື່ອງ"ສະຖານີ"ຂອງປີ 2000, ເລື່ອງ"ໂລກ"ຂອງປີ 2004, ແລະເລື່ອງ"ຄົນດີເຂື່ອນຊ່ານເຊຍ"ຂອງປີນີ້ໄດ້ຮັບເລືອກເຂົ້າໃນການປະກວດຢ່າງເປັນທາງການຂອງງານມະໂຫລານຮູບເງົາເວນິສ.
ຈາກຕົວເມືອງນ້ອຍມາຮອດຕົວເມືອງໃຫຍ່ຄືປັກກິ່ງ, ທ່ານເຈຍຈ່າງເຄີຮູ້ສຶກບໍ່ລື້ງເຄີຍປານໃດ. ໃນປີໜຶ່ງ, ທ່ານເຈຍຈ່າງເຄີຈະໃຊ້ຊີວິດກາຍເຄິ່ງໜຶ່ງຢູ່ບ້ານເກີດຫຼືແຫ່ງອື່ນ, ເວລາຢູ່ປັກກິ່ງພັດໜ້ອຍດຽວ. ຢູ່ຕົວເມືອງໃຫຍ່, ທ່ານຮູ້ສຶກວ່າຕົນເອງເປັນຄົນຕ່າງຖິ່ນ. ຮູບເງົາເລື່ອງ"ໂລກ"ກໍແມ່ນເລົ່າຊີວິດການເປັນຢູ່ຂອງຊາວໜຸ່ມຕ່າງຖິ່ນທີ່ໄປເຮັດວຽກຢູ່"ສວນໂລກ"ທີ່ມີທິວທັດຮູບຫຍໍ້ຂອງປັກກິ່ງ, ເລົ່າຄວາມມົວໝອງ ຄວາມລຳຄານໃຈ, ຄວາມມ່ວນຊື່ນ, ຄວາມປາຖະໜາ, ແລະຊະຕາຊີວິດທີ່ຄາດຄະເນລ່ວງໜ້າບໍ່ໄດ້ຂອງພວກເຂົາເຈົ້າ. ທ່ານເຈຍຈ່າງເຄີຮູ້ສຶກວ່າ, ຕົນເອງກໍແມ່ນຜູ້ໜຶ່ງໃນພວກເຂົາເຈົ້າ. ທ່ານເວົ້າວ່າ:
"ຂ້າພະເຈົ້າຄິດວ່າ, ໃນຂະບວນວິວັດຫັນເປັນຕົວເມືອງ, ໂດຍສະເພາະ ພາຍຫຼັງປັກກິ່ງໄດ້ເປັນເຈົ້າພາບຈັດງານກິລາໂອລິມປິກຢ່າງສຳເລັດຜົນແລ້ວ, ມີປະຊາກອນທີ່ມາຈາກຕ່າງຖິ່ນຢ່າງຫຼວງຫຼາຍ, ຂ້າພະເຈົ້າເອງກໍໄດ້ເຂົ້າມາຢູ່ຕົວເມືອງ. ຂ້າພະເຈົ້າເອງແມ່ນຈາກເມືອງເຟີ້ນຢາງ ເມືອງນ້ອຍໆຂອງແຂວງຊ່ານຊີ ມາຮອດປັກກິ່ງໃນປີ 1993, ພວກເຮົາໄດ້ຈາກນາສວນ, ມາຮອດຕົວເມືອງ. ຮູບເງົາເລື່ອງນີ້ກໍແມ່ນເລົ່າເຖີງສະພາບຄວາມກົດດັນ ຄວາມມຸ່ງຫວັງແລະຄວາມຫຍຸ້ງຍາກທີ່ຊາວໜຸ່ມພວກເຮົາປະເຊີນໃນຂະບວນການຫັນປ່ຽນເສດຖະກິດຢ່າງວ່ອງໄວແນວນີ້." ຮູບເງົາສ່ວນຫຼາຍຂອງທ່ານເຈຍຈ່າງເຄີແມ່ນຖ່າຍທອດຊີວິດຈິງ. ທ່ານຍຶດໝັ້ນໃຊ້ນັກສະແດງທີ່ບໍ່ແມ່ນມືອາຊີບ, ໃຊ້ວິທີບັນທຶກຄວາມຈິງເພື່ອມາສ່ອງແສງໃຫ້ເຫັນສະພາບການດຳລົງຊີວິດທີ່ແທ້ຈິງຂອງສາມັນຊົນຈີນ. ຮູບເງົາເລື່ອງຍາວ"ທ້າວສຽວວູ"ຂອງທ່ານໄດ້ເລົ່າສະພາບຕົວຈິງຂອງຊີວິດຊາວໜຸ່ມໃນບ້ານເກີດຂອງທ່ານ. ຮູບເງົາເລື່ອງນີ້ເຄີຍໄດ້ຮັບລາງວັນໃນງານມະໂຫລານຮູບເງົາສາກົນແບກແລງຄັ້ງທີ 48. ປື້ມຄູ່ມືຮູບເງົາຂອງຝຣັ່ງໄດ້ຕີລາຄາວ່າ, "ຮູບເງົາເລື່ອງທ້າວສຽວວູໄດ້ຫຼຸດພົ້ນອອກຈາກຄວາມຊີນເຄີຍເກົ່າໆຂອງຮູບເງົາຈີນ, ແມ່ນຮູບເງົາທີ່ເປັນຂີດໝາຍສະແດງໃຫ້ເຫັນວ່າ, ຮູບເງົາຈີນໄດ້ກ້າວເຂົ້າສູ່ຄວາມຈະເລີນແລະມີຊີວິດຊີວາ." ຮູບເງົາເລື່ອງ"ຄົນດີເຂື່ອນຊ່ານເຊຍ"ທີ່ໄດ້ຮັບລາງວັນເທື່ອນີ້ກໍແມ່ນຖ່າຍທຳດ້ວຍວິທີບັນທຶກຄວາມຈິງ. ທ້າວຫານສານມິງ ພະເອກໃນຮູບເງົາກໍແມ່ນກຳມະກອນບໍ່ຖ່ານຫິນ. ຕໍ່ເລື່ອງນີ້, ທ່ານເຈຍຈ່າງເຄີເວົ້າວ່າ:
"ຍ້ອນຂ້າພະເຈົ້າມັກບັນທຶກເລື່ອງຈິງ, ຂ້າພະເຈົ້າຢາກໃຫ້ການຖ່າຍທຳຮູບເງົາຂອງຂ້າພະເຈົ້າເປັນແບບທຳມະຊາດ. ສະພາບແບບນີ້ກໍແມ່ນສະພາບທຳມະຊາດຂອງນັກສະແດງ, ສະນັ້ນ, ຂ້າພະເຈົ້າຈຶ່ງໄປຫານັກສະແດງທີ່ບໍ່ແມ່ນມືອາຊີບມາສະແດງ, ດ້ານໜຶ່ງຍ້ອນພວກເຂົາເຈົ້າສາມາດສື່ສະພາບທີ່ແທ້ຈິງຂອງຄົນ, ອີກດ້ານໜຶ່ງພວກເຂົາເຈົ້າກໍສະນິດສະໜົມກວ່າ."
ທ່ານເຈຍຈ່າງເຄີກັບຜູ້ກຳກັບການສະແດງອື່ນໆທີ່ອາຍຸ 30 ກວ່າປີຂອງຈີນຖືກເອີ້ນເປັນ"ຜູ້ກຳກັບການສະແດງຮຸ້ນທີ 6". ໃນເວລາເຂົາເຈົ້າເລີ່ມຜະລິດຮູບເງົາ, ແມ່ນໄລຍະທີ່ຮູບເງົາຈີນຍ່າງເຂົ້າສູ່ຕະຫຼາດ. ພວກເຂົາເຈົ້າດ້ານໜຶ່ງຍຶດໝັ້ນເຈດຈຳນົງສິລະປະຂອງຕົນ, ພ້ອມທັງຕ້ອງປະເຊີນກັບການທົດສອບການຂາຍປີ້. ທ່ານເຈຍຈ່າງເຄີຍຶດໝັ້ນສະແດງສະພາບຕົວຈິງຂອງຈີນໃນຮູບເງົາມາໂດຍຕະຫຼອດ, ສະແດງອາລົມຈິດຂອງຄົນຊັ້ນຕ່ຳໃນສັງຄົມຈີນ, ແຕ່ມຸມມອງຂອງທ່ານພັດພິເສດທີ່ສຸດ.
ຮູບເງົາເລື່ອງ"ຄົນດີເຂື່ອນຊ່ານເຊຍ"ແມ່ນເລື່ອງຮູບເງົາທີ່ຖ່າຍເພື່ອສົມທົບກັບຮູບເງົາບັນທຶກເລື່ອງ"ຕຸ່ງ", ສ່ວນເລື່ອງ"ຕຸ່ງ"ນີ້ກໍໄດ້ຮັບເລືອກເຂົ້າສາຍໃນງານມະໂຫລານຮູບເງົາເວນິສຄັ້ງນີ້ເຊັ່ນດຽວກັນ, ນີ້ເຮັດໃຫ້ນັກສ້າງຮູບເງົາໃນແຫ່ງຕ່າງໆໃນໂລກອິດສາຫຼາຍ. ທຳອິດ, ທ່ານກັບທ່ານລີວສຽງຕຸ່ງ ທີ່ເປັນນັກແຕ້ມໄດ້ໄປເຂື່ອນຊ່ານເຊຍເພື່ອຖ່າຍທຳຮູບເງົາບັນທຶກເລື່ອງ"ຕຸ່ງ"ທໍ່ນັ້ນ, ທ່ານລີວສຽວຕຸ່ງແຕ້ມຮູບຢູ່ເຂື່ອນຊ່ານເຊຍແມ່ນຢາກສ່ອງແສງເຖິງການຍົກຍ້າຍຖິ່ນຖານຂອງແຫ່ງນັ້ນ, ທ່ານເຈຍຈ່າງເຄີແມ່ນຢາກບັນທຶກຂະບວນການຍົກຍ້າຍນັ້ນ, ແຕ່ໃນເວລາຖ່າຍທຳ, ທ່ານປະກົດເຫັນວ່າ, ໃນເວລາຜູ້ຖືກສຳພາດຢືນຢູ່ໜ້າກ້ອງ, ມັກຈະມີຄວາມເວົ້າແລະຫຼາຍເລື່ອງທີ່ບໍ່ຢາກເວົ້າ, ແຕ່ສິ່ງເຫຼົ່ານີ້ຍິ່ງເຮັດໃຫ້ທ່ານເຈຍຈ່າງເຄີສົນໃຈນຳ. ທ່ານຮູ້ສຶກວ່າ, ມີແຕ່ຖ່າຍທຳຮູບເງົາເລື່ອງໜຶ່ງ, ຈຶ່ງຈະສາມາດບັນທຶກສິ່ງເຫຼົ່ານີ້ໄດ້ໝົດ.
ທ່ານເຈຍຈ່າງເຄີອະທິບາຍຈຸດພິເສດຂອງຜູ້ກຳກັບການສະແດງຮຸ້ນທີ 6 ແນວນີ້ວ່າ: "ອັນທີ່ວ່າ ຮູບເງົາຂອງຊາວໜຸ່ມຜູ້ກຳກັບການສະແດງຮຸ້ນທີ 6, ແມ່ນພວກເຮົາໃຊ້ມູມມອງອັນໜຶ່ງ, ໃຊ້ຄຸນຄ່າຂອງຕົນມາສັງເກດສັງຄົມແລະສັງເກດຄົນ, ເພາະວ່າ, ຂ້າພະເຈົ້າຮູ້ສຶກວ່າ, ຈີນຕ້ອງການບົດຮຽນສ່ວນຕົວແລະຄວາມຊົງຈຳສ່ວນຕົວທີ່ສຸດ."
ທ່ານເຈຍຈ່າງເຄີເວົ້າວ່າ, ສິລະປະອາດຈະເອົາມາເຮັດຫຍັງກໍບໍ່ໄດ້, ແຕ່ມັນອາດນຳເອົາກຽດຕິຍົດມາໃຫ້ຄົນທີ່ຖືກປະໝາດ. (ຈົບ)
|
|
|