|
 |
(GMT+08:00)
2006-09-22 18:07:19
|
ທ່ານວາງຈ້າວໂກວພົບປະຄະນະຜູ່ແທນກຳມະບານຫວຽດນາມ
cri
ຕາມຂ່າວສານຊິນຮວາ, ວັນທີ22ກັນຍາ,ຢູ່ທີ່ປັກກິ່ງ,ທ່ານວາງຈ້າວໂກວ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ຮອງປະທານສະພາປະຊາຊົນແຫ່ງຊາດຈີນ ປະທານສະຫະກຳມະບານແຫ່ງຊາດຈີນໄດ້ພົບປະຄະນະຜູ່ແທນກຳມະບານຫວຽດນາມທີ່ນຳໂດຍທ່ານດັງງັອກຕຸງ ກຳມະການສູນກາງພັກກອມມູນິດຫວຽດນາມ,ສະມາຊິກສະພາແຫ່ງຊາດ,ຮອງປະທານສະຫະພັນແຮງງານຫວຽດນາມ.
ທ່ານວາງຈ້າວໂກວກ່າວວ່າ,ກຳມະບານຈີນສຸດທີ່ເອົາໃຈໃສ່ນຳການຂະຫຍາຍການພົວພັນກັບກຳມະບານຫວຽດນາມ,ຫວັງໃຫ້ກຳມະບານສອງປະເທດເພີ່ມທະວີການແລກປ່ຽນກັນ,ພ້ອມກັນຄົ້ນຄວ້າຫາລືເຮັດແນວໃດຈິ່ງຈະເຮັດວຽກກຳມະບານໃຫ້ດີໃຕ້ເງື່ອນໄຂເສດຖະກິດຕະຫຼາດສັງຄົມນິຍົມ,ພ້ອມກັນທຳຄວາມພະຍາຍາມເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ໃຫ້ຂະບວນການກຳມະບານຂອງພາກພື້ນອາຊີປາຊີຟິກແລະຂອງສາກົນຂະຫຍາຍຕົວຢ່າງກົມກຽວກັນ.
|
|
|