ເອກອັກຄະລັດຖະທູດຈີນປະຈຳໄທກ່າວວ່າການຮ່ວມມືຍຸດທະສາດຈີນໄທຈະບໍ່ຖືກກະທົບຍ້ອນການລັດຖະປະຫານ
cri
ຕາມຂ່າວສານຈີນ, ວັນທີ21ກັນຍາ,ທ່ານຈ່າງຈິວຫວານ ເອກອັກຄະລັດຖະທູດຈີນປະຈຳໄທກ່າວວ່າ,ການພົວພັນຮ່ວມມືຍຸດທະສາດຈີນໄທຈະບໍ່ຖືກຜົນກະທົບຍ້ອນໄທເກີດເຫດການລັດຖະປະຫານໃນຫວ່າງມໍ່ໆນີ້.
ໃນເວລາໃຫ້ສຳພາດຕໍ່ນັກຂ່າວ,ທ່ານຈ່າງຈິວຫວານກ່າວວ່າ,ການພົວພັນດ້ານການເມືອງອັນດີງາມລະຫວ່າງຈີນກັບໄທໄດ້ອຳນວຍເງື່ອນໄຂອັນຈຳເປັນໃຫ້ແກ່ການຂະຫຍາຍການຮ່ວມມືໃນ ຂົງເຂດຕ່າງໆລະຫວ່າງສອງປະເທດຕື່ມອີກ,ໂດຍສະເພາະແມ່ນໃນຂົງເຂດເສດຖະດການຄ້າແລະວັດທະນະທຳ,ສອງປະເທດຍັງມີກຳລັງບົ່ມຊ້ອນອັນມະຫາສານ,ເຊື່ອວ່າຈະມີການຂະຫຍາຍຕົວຢ່າງວ່ອງໄວແລະດີກວ່າເກົ່າໃນພາຍໜ້າ.
ຕໍ່ປະເທດໄທເກີດການລັດຖະປະຫານ ໃນຫວ່າງມໍ່ໆນີ້,ທ່ານຈ່າງຈິວຫວານຊີ້ອອກວ່າ,ນີ້ແມ່ນວຽກງານພາຍໃນຂອງໄທ,ບໍ່ໄດ້ເກີດຂຶ້ນຍ້ອນປັດໄຈພາຍນອກ,ສະນັ້ນ,ຈະບໍ່ສ້າງຜົນກະທົບທາງລົບຕໍ່ການພົວພັນລະຫວ່າງສອງປະເທດ.
|
|