ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-24 18:10:07    
ຈີນ​ຈະ​​ດຶງ​ດູດ​ນັກທຸລະກິດ​ຕ່າງ​ປະ​ເທດ​ມາ​ລົງ​ທຶນ​ໃນ​ຂະ​ແໜງ​ບໍ​ລິ​ການ​ຫຼາຍ​ກວ່າ​ເກົ່າ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 24 ກັນຍາ ຢູ່​ເມືອງ​ຈີ​ໜານ​ແຂວງ​ຊານ​ຕົ່ງ​ຂອງ​ຈີນ, ​ເຈົ້າ​ໜ້າ​ທີ່​ຄະນະ​ກຳມະການ​​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ຕໍ່​ໄປ​ພາຍ​ໜ້າ ຈີນ​ຈະ​ພະ​ຍາ​ຍາມ​ຕື່ມ​ອີກ ​ເພື່ອ​ດຶງ​ດູດ​ນັກທຸລະກິດ​ຕ່າງປະ​ເທດ​ມາລົງທຶນ​ໃນ​ຂະ​ແໜງ​ການ​ບໍ​ລິ​ການ​ຫຼາຍ​ກວ່າ​ເກົ່າ, ຕັ້ງ​ໜ້າ​ຕ້ອນຮັບວິ​ສາ​ຫະກິດ​ບໍລິການຂອງ​ຕ່າງປະ​ເທດ​ຍ້າຍ​ມາ​ຈີນ.

​ໃນບໍ່​ເທົ່າ​ໃດປີ​ມາ​ນີ້, ຂະ​ແໜງ​ການ​ບໍລິການ​ຂອງ​ຈີນ​ກວມ​ອັດຕາ​ເສດຖະກິດ​ແຫ່ງ​ຊາດ​ຫຼາຍ​ຂຶ້ນ, ​ແຕ່​ປັດຈຸບັນ ມູນ​ຄ່າ​ເພີ່ມ​ຂອງຂະ​ແໜງ​ການ​ບໍລິການ​ຈີນກວມ GDP ຍັງບໍ່​ຮອດ 40%, ​ຕ່ຳ​ກວ່າ​ລະ​ດັບ​ສະ​ເລ່ຍຂອງ​ໂລກ.

ຜູ່​ຊ່ຽວຊານ​ເຫັນ​ວ່າ, ການ​ຍົກ​ລະດັບ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃນຂະ​ແໜງ​ການ​ບໍລິ​ການ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ແບ່ງ​ງານຂອງ​ຂະ​ແໜງ​ການ​ບໍລິການສາກົນ, ​ໄດ້​ກາຍ​ເປັນ​​ເສັ້ນ​ທາງ​ທີ່​ຕ້ອງ​ເດີນ​ຜ່ານ​​ໃນ​ການ​ພັດທະນາ​ຂະ​ແໜງ​ການ​ບໍລິການ​ຂອງ​ຈີນ​.