ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-25 11:05:57    
ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ຂະ​ໜາດ​ນ້ອຍ​ໄດ້​ກາຍ​ເປັນ​ກຳ​ລັງ​ໃໝ່​ທີ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ

cri
ຕາມຂ່າວສານຊິນຮວາ,ຈີນໄດ້ມີວິສາຫະກິດຂະໜາດກາງແລະຂະໜາດນ້ອຍຫຼາຍກວ່າ
40ລ້ານແຫ່ງແລ້ວ,ກວມຍອດຈຳນວນວິສາຫະກິດຂອງທົ່ວປະເທດປະມານ99,8%,ອັນໄດ້ກາຍເປັນກຳລັງແຮງໃໝ່ທີ່ຊຸຍກູ້ການພັດທະນາເສດຖະກິດຂອງຈີນ.

ນີ້ແມ່ນຂ່າວທີ່ນັກຂ່າວໄດ້ຊາບຈາກເວທີປາໄສສຸດຍອດກ່ຽວກັບການພັດທະນາຂອງ
ວິສາຫະກິແບບເຕີບໂຕຂອງຈີນປີ2006ທີ່ຈັດຂຶ້ນຢູ່ປັກກິ່ງ.

ປັດຈຸບັນ,ຜະລິດຕະພັນສຸດທ້າຍແລະມູນຄ່າການບໍລິການທີ່ວິສາຫະກິດຂະໜາດກາງ
ແລະຂະໜາດນ້ອຍຂອງຈີນສ້າງຂຶ້ນນັ້ນໄດ້ກວມ55%ຂອງລວມຍອດຜະລິດຕະພັນພາຍ
ໃນຫຼືGDP,ໄດ້ສ້າງໂອກາດໃຫ້ແກ່ການມີວຽກເຮັດງານທຳຫຼາຍກວ່າ3/4.

ຜູ່ຊ່ຽວຊານຊີ້ອອກວ່າ,ໃນຫຼາຍປີມານີ້,ວິສາຫະກິດຂະໜາດກາງແລະຂະໜາດນ້ອຍ
ຂອງຈີນກໍໄດ້ປະເຊີນກັບຄວາມຫຍຸ້ງຍາກຈຳນວນໜຶ່ງໃນການພັດທະນາ.ຕົວຢ່າງຄື
ການຊອກຫາທຶນຍາກ,ລະບົບການບໍລິການສັງຄົມບໍ່ສົມບູນ,ຂາດເຂີນຂໍ້ມູນຂ່າວສານ,
ລະດັບການຄຸ້ມຄອງວິສາຫະກິດຕ່ຳ,ກຳລັງແກ່ງແຍ່ງໃນຕະຫຼາດຍັງອ່ອນຢູ່,ຍັງຕ້ອງ ໄດ້ຍົກສູງປະສິດທິພາບໂດຍລວມຂຶ້ນອີກແລະບັນຫາອື່ນໆ.