ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-25 15:58:55    
ນັກ​ກິ​ລາ​ຈີນ​ຊີງ​ໄດ້​ແຊມ​ປຽນ​ສີ່​ປະ​ເພດ​ໃນ​ການ​ແຂ່ງ​ຂັນ​ຕີ​ດອກ​ປີກ​ໄກ່​ໂລກ

cri Author: sayvanny
ຕາມ​ຂ່າວ CRI:ຕອນ​ຄ່ຳ​ວັນ​ທີ 24 ກັນ​ຍາ, ການ​ແຂ່ງ​ຂັນ​ຕີ​ດອກ​ປີກ​ໄກ່​ໂລກ​ປີ 2006 ​ທີ່​ຈັດ​ຂຶ້ນ​ຢູ່​ມາ​ດຼິດ​ໄດ້​ອັດ​ລົງ,ນັກ​ກິລາ​ຈີນ​ຊີງ​ໄດ້​ແຊມ​ປຽນ​ສີ່​ປະ​ເພດ.

​ໃນ​ການ​ແຂ່ງ​ຂັນ​ປະ​ເພດ​ຊາຍຄູ່​​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ມື້ວານ​ນີ້,ທ້າວ ຟູ້​ຮາຍ​ເຟິ່ງ ​ແລະ​ທ້າວ​ຊ້າຍ​ຢຸ່ນ ນັກ​ກິ​ລາ​ຈີນ​ເອົາ​ຊະ​ນະ​ທ້າວ​ແບຼ​ແລະ​ທ້າວ​ກຼາກ​ຂອງ​ອັງ​ກິດ​ດ້ວຍ​ຄະ​ແນນ 21:9 ​ແລະ 21:13,​ແລ້ວ​ເປັນ​ແຊມ​ປຽນ,ນີ້​ແມ່ນ​ທິມຈີນ​ຊີງ​ໄດ້​ແຊມ​ປຽນ​ອີກ​ເທື່ອ​ຫນຶ່ງໃນ​ປະ​ເພດ​ຊາຍ​ຄູ່​ຂອງ​ງານ​ແຂ່ງ​ຂັນ​​ໂລກ​ໃນ​ຮອບ 17 ​ປີຄື​ແຕ່​ປີ 1989 ​ເປັນ​ຕົ້ນ​ມາ.

​ໃນ​ການ​ແຂ່ງ​ຂັນ​ປະ​ເພດ​ຊາຍ​ດ່ຽວ,ທ້າວ​ລິນ​ຕ່າ​ນ ນັກ​ກິລາ​ຈີນ​ເອົາ​ຊະ​ນະ​ທ້າວ​ປ້າວ​ຊຸ່ນ​ລາຍ ທີ່​ເປັນ​ນັກ​ກິ​ລາ​ຈີນ​ດ້ວຍ​ກັນ​ດ້ວຍ​ຄະ​ແນນ 2:1, ໄດ້​​ເປັນ​ແຊມ​ປຽນ​ຂອງ​ງານ​ແຂ່ງ​ໂລກ​ເທື່ອ​ທຳ​ອິດ.ນອກ​ນີ້, ນາງ​ເຊ້​ຊິ້ນ​ຟາງ ນາງ​ກ່າວ​ລິນ​ແລະ​ນາງ​ຮວງ​ຊຸ້ຍ ນັກ​ກິລາ​ຈີນ​ຕ່າງ​ຊີງ​ໄດ້​ແຊມ​ປຽນ​ໃນ​ການ​ແຂ່ງ ປະ​ເພດ​ຍິງ​ດ່ຽວ​ແລະ​ຍິງ​ຄູ່.ສ່ວນ​ປະ​ເພດ​ຕີ​ຄູ່​ປະ​ສົມ​ແຊັມ​ຕົກ​ເປັນ​ຂອງ​ທ້າວ​ໂລ​ເບິດ​ຊັນ​ແລະ​ນາງ​ແອມ​ສ ນັກ​ກິ​ລາ​ອັງ​ກິດ.