ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-25 16:09:41    
ຈີນ​ຜະ​ລິດ​ເຫຼັກ​ກ້າ​ກວມ​ທົ່ວ​ໂລກ​ເພີ່ມ​ຂຶ້ນ​ຮອດ 31%

cri Author: min
ຕາມ​ຂ່າ​ວສານ​ຊິນ​ຮວາ: ປີ​ກາຍ​ນີ້, ຈຳນວນ​ເຫຼັກ​ກ້າ​ທີ່​ຈີນ​ຜະ​ບິດ​ໄດ້​ບັນ​ລຸ 352 ລ້ານ​ໂຕນ, ກວມ 31% ຂອງ​ທົ່ວ​ໂລກ.

ທ່ານ​ລິວ​ເຈິ້ນ​ຈ່ຽງ ຮອງ​ຫົວໜ້າ​ສະມາຄົມ​ອຸດ​ສາ​ຫະກຳ​ເຫຼັກກ້າ​ຈີນ​ໄດ້​ເຜີຍ​ໃຫ້​ຮູ້ຂ່າວ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ປ່າວ​ໂທວ ພາກ​ເໜືອ​ຂອງ​ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້. ປະຈຸ​ບັນ, ຢູ່​ຈີນ​ມີວິ​ສາ​ຫະກິດ​ຜະລິດ​ເຫຼັກກ້າ​ຂະໜາດ 10 ລ້ານ​ໂຕນຂຶ້ນ​ໄປ​ຕໍ່​ປີ​ 8 ​ແຫ່ງ​ແລ້ວ, ຈີນ​ແມ່ນ​ປະ​ເທດ​ທີ່​ຜະລິດ​ແລະ​ນຳ​ໃຊ້​ເຫຼັກກ້າ​ຫຼາຍ​ກວ່າ​ໝູ່​ໃນ​​ໂລກ​ໃນ​ປະຈຸ​ບັນ.

ພ້ອມ​ກັນ​ນັ້ນ, ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ຊີ້​ອອກ​ວ່າ​, ​ໃນ​ການ​ຂະຫຍາຍ​ຕົວ​ຂອງ​ອຸດ​ສາ​ຫະກຳ​ເຫຼັກ​ກ້າ​ຂອງ​ຈີນ​ຍັງມີ​ບັນຫາ​ຕ່າ​ງໆ, ຄື: ຈຳນວນ​ວິ​ສາ​ຫະ​ກິດ​ຫຼາຍ, ​ແຕ່​ແມ່ນ​ຂະໜາດນ້ອຍ​ເປັນ​ຕົ້ນ. ຕາມ​ແຜນການ, ​ເມື່ອ​ຮອດ​ປີ 2010, ຈີນ​ຈະ​ມີວິ​ສາ​ຫະກິດ​ຂະໜາດ 30 ລ້ານ​ໂຕນ​ 2 ​ແຫ່ງ​ແລະຫຼາຍ​ວິ​ສາ​ຫະ​ກິດ​ຂະໜາດ 10 ລ້ານ​ໂຕນ​ທີ່ມີ​ກຳລັງ​ແກ່ງ​ແຍ່ງ​ໃນ​ສາກົນ.