ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-25 16:16:56    
ການ​​ແຂ່ງ​ລົດ​ລາ​ລີ​ຈີນ​ອາ​ຊຽນ​ໄດ້​ເຮັດ​ໃຫ້​ຈີນ​ກັບ​ອາ​ຊຽນຫຍັບ​ມໍ່ກັນ​ກວ່າ​ເກົ່າ

cri


ປີ 2006 ​ແມ່ນ​ປີ​ຈີນ​ອາ​ຊຽນສ້າງ​ຕັ້ງການ​ພົວພັນ​​ເປັນ​ປະ​ເທດຄູ່​ເຈລະຈາ​ຄົບຮອບ 15 ປີ​ແລະ​ປີ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ​ໃນ​ຖານະ​ເປັນ​ຫນຶ່ງ​ໃນ​ຫລາຍໆກິດຈະກຳ​​ເພື່ອ​ລະ​ລຶກ, ການ​ແຂ່ງ​ລົດ​ລາ​ລີ​ຈີນ​ອາ​ຊຽນປີ 2006 ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ຕຸລາ​ປີ​ນີ້.

​ເດືອນ​ຕຸລາ​ປີ​ນີ້, ຂະ​ບວນລົດຈະ​ອອກຈາກ​ດ່ານ​ມິດຕະພາບ​ຂອງ​ເຂດ​ກວາງຊີ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​,​ແລ້ວ​ແລ່ນ​ຜ່ານ​ແຫລມ​ອິນ​ໂດ​ຈີນ,​ເມື່ອ​ຮອດ​ສິງກະ​ໂປ​ແລ້ວ​ຈິ່ງ​ກັບຄືນ,ຕະຫລອດ​ທາງຈະ​ຜ່ານ 7 ປະ​ເທດ, ນີ້​ ​ແມ່ນ​ການ​ແຂ່ງ​ລົດ​ລາ​ລີ​ສາກົນ​ຈີນ​ອາ​ຊຽນປີ 2006.

ວັນ​ທີ 13 ກັນຍາ, ກົມ​​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ແລະ​ອຳ​ນາດ​ການ​ປົກຄອງ​ປະຊາຊົນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວງ​ຊີ​ທີ່​ເປັນ​ຜູ່​​ຈັດການ​ແຂ່ງຂັນ​ເທື່ອ​ນີ້​ໄດ້​ຈັດ​ງານ​ຖະ​ແຫລ​ງຂ່າວ​ຢູ່​ປັກ​ກິ່ງ, ທ່ານ​ເຟີ​ງຈ້ຽນຈົ່ງ ຮອງ​ຫົວຫນ້າ​ກົມ​​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ, ​ແລະ​ທ່ານນາງ​ລິວ​ຊິນ​ເວີນ ຮອງ​ປະທານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວງ​ຊີ ຫົວຫນ້າ​ຄະນະ​​ຈັດຕັ້ງການ​ແຂ່ງ​ລົດ​ດັ່ງກ່າວ​ໄດ້​ຖະ​ແຫລ​ງຂ່າວ​ດັ່ງກ່າວ​ແລະ​​ໄດ້​ແນະນຳ​ກ່ຽວ​ກັບ​ການຈັດ​ງານ​ເທື່ອ​ນີ້.​ເຈົ້າຫນ້າ​ທີ່​ຈາກ​ສະຖານທູດ​ຫວຽດນາມ ລາວ ​ໄທ ມາ​ເລ​ເຊຍ ສິງກະ​ໂປ​ແລະ​ກຳປູ​ເຈຍ​ປະຈຳ​ຈີນ​ໄດ້​ເຂົ້າຮ່ວມ​ງານ​ຖະ​ແຫລ​ງຂ່າວ​ດັ່ງກ່າວ.

ການ​ແຂ່ງລົດ​ເທື່ອ​ນີ້​ຈະ​ເລີ່​ມ​ແຕ່ນະຄອນ​ນາ​ນນິງ ​ເທດສະບານ​ເຂດ​ກວາງຊີ​ໃນ​ວັນ​ທີ 6 ຕຸລາ​ປີນີ້, ລວມມີລົດ 23 ຄັນ, ​ໃນ​ນັ້ນ, ມີ 10 ຄັນ​​ແມ່ນ​ລົດ​ແຂ່ງຂັນ, 13 ຄັນ​ເປັນ​ລົດອຳນວຍ​ຄວາມ​ສະດວກ;ມີນັກ​ກິລາ ກຳມະການ ນັກ​ຂ່າວ ພໍ່ຄ້າ​ທີ່​ໃຫ້ການອຸປະຖຳ ພະນັກງານ​ບໍລິການແລະພະນັກງານ​ສັບ​ໃຊ້ລວມທັງ​ຫມົດ​ປະມານ 100 ຄົນ.ຂະ​ບວນລົດຈະ​ອອກຈາກ​ດ່ານ​ມິດຕະ ພາບ​ຂອງ​ເມືອງ​ຊົງ​ໂຈ​ອອກ​ດ່ານ,​ແລ້ວ​ຜ່ານ​ຫວຽດນາມ, ລາວ,​ໄທ ,ມາ​ເລ​ເຊຍ,​ໄປຣອດປາຍທາງ​ຄື​ສິງກະ​ໂປ​ແລ້ວ​ຜ່ານ​ມາ​ເລ​ເຊຍ,​ໄທ,ກຳປູ​ເຈຍ​ແລະ​ຫວຽດນາມກັບ​ມາຈີນ, ​ໄລຍະ​ທາງ​ຂອງ​ການ​ແຂ່ງລົດເທື່ອ​ນີ້​ມີ​ປະມານ 1 ຫມື່ນ 1 ພັນ​ກິ​ໂລ​ແມັດ.

​ເມື່ອ​ຂະ​ບວນລົດ​ແລ່ນຜ່ານປະເທດຫນຶ່ງ, ປະເທດນັ້ນກໍ່ຈະໄດ້ຈັດຕັ້ງ ລົດແລະນັກ​ກິລາ​ເຂົ້າຮ່ວມ​ການ​ແຂ່ງຂັນ. ຜູ່​ຈັດຕັ້ງຈະ​ອີງ​ຕາມ​ສະພາບ​​ເສັ້ນທາງ​ຂອງ​ປະ​ເທດ​ອາ​ຊຽນທີ່​ຂະ​ບວນລົດ​ແລ່ນ​ຜ່ານ​ນັ້ນ​ເລືອກ​ເອົາ​ເສັນ​ທາງ​ແລະ​ຕົວ​ເມືອງທີ່​ເຫມາະ​ສົມ​ເພື່ອ​ກຳນົດຄວາມ​ໄວ, ປະລິມານ​ນ້ຳມັນ​ແລະ​ຂ້າມ​ສິ່ງ​ກັດ​ຂວາງ​ຕ່າງໆ.ວັນ​ທີ 26 ຕຸລາ​ປີ​ນີ້, ຂະ​ບວນລົດ​ຈະ​ກັບ​ຄືນ​ຮອດ​ເມືອງ​ນານ​ນິງ,ການ​ແຂ່ງຂັນ​ກໍ່​ຖື​ວ່າສິ້ນ​ສຸດ​ລົງ. ມື້​ດຽວ​ກັນ, ຈະ​ຈັດ​ພິທີ​ມອບ​ລາງວັນ​ໃຫ້ນັກ​ກິລາ​ 7 ປະ​ເທດ​ຄື ຈີນ ຫວຽດນາມ ລາວ ​ໄທ ມາ​ເລ​ເຊຍ ສິງກະ​ໂປ​ແລະ​ກຳ​ປູ​​ເຈຍທີ່​ເຂົ້າຮ່ວມ​ການ​ແຂ່ງຂັນ.

ທ່ານ​ເຟິງຈ້ຽນຈົ່ງ ຮອງ​ຫົວຫນ້າ​ກົມ​ໃຫຍ່​​ກິລາ​ແຫ່ງ​ຊາດ​ຈີນ​ແນະນຳ​ວ່າ:ນີ້​ແມ່ນ​ການ​ແຂ່ງລົດ​ສາກົນ​ທີ່​ຜ່ານ​ຫລາຍປະ​ເທດ​ກວ່າ​ຫມູ່​ທີ່​ຈີນ​​ເປັນ​ເຈົ້າພາບ​ຈັດ​ຂຶ້ນ,ຈະສົ່ງຜົນ​ສະທ້ອນ​ອັນຕັ້ງຫນ້າ​ຕໍ່ການ​ຊຸກ​ຍູ້​ການ​ແຂ່ງ​ລົດ​ຂອງ​ອາຊີ​ກໍ່​ຄື​ຂອງ​ໂລກ,ພ້ອມ​ກັນນັ້ນ, ກໍ່​ຈະ​ຍົກ​ຖານະ​ແລະ​ບົດບາດ​ຂອງ​ຈີນ​ໃນ​ການກິລາ​ແຂ່ງ​ລົດ​ສາກົນ.ນອກ​ນີ້, ທ່ານ​ເຟິງຈ້ຽນຈົ່ງ​ແນະນຳ​ວ່າ, ການ​ຈັດການ​ແຂ່ງລົດ​ນີ້, ຍັງ​ມີ​ຈຸດປະສົງ​ພິ​ເສດ​ອັນ​ຫນຶ່ງ,ທ່ານ​ເວົ້າວ່າ:

ການ​ແຂ່ງ​ລົດຣາລີ​ສາກົນ​ຈີນ​ອາ​ຊຽນປີ 2006 ​ແມ່ນ​ກິດຈະກຳ​ແຂ່ງ​ລົດ​ສາກົນ​ຂະຫນາດ​ໃຫຍ່​ທີ່​ຈັດ​ຂຶ້ນ​ເພື່ອ​ສະ​ເຫລີ​ມສະ​ຫລອງ​ກອງ​ປະຊຸມ​ສຸດ​ຍອດ​ເພື່ອ​ລະ​ລຶກຈີນ​ອາ​ຊຽນສ້າງ​ການ​ພົວພັນ​ເປັນ​ປະ​ເທດ​ຄູ່​ເຈລະຈາ​ຄົບຮອບ 15 ປີ,ງານ​ວາງສະ​ແດງ​ສາກົນ​ຈີນ​ອາ​ຊຽນຄັ້ງທີ​ສາມ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​​ແລະ​ການ​ລົງທຶນ​ຈີນ​ອາ​ຊຽນຄັ້ງທີ​ສາມ.

ພາຍຫລັງ​ການ​ແຂ່ງລົດສິ້ນ​ສຸດ​ລົງ​ໃນ​ວັນ​ທີ 26 ຕຸລາ​ແລ້ວ, ວັນ​ທີ 30 ຕຸລາປີ​ນີ້, ຢູ່​ເມືອງ​ນານ​ນິງ, ກໍ່​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ເພື່ອ​ລະ​ລຶກການ​ສ້າງ​ການ​ພົວພັນ​ເປັນ​ປະ​ເທດ​ຄູ່​ເຈລະຈາ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຄົບຣອບ 15 ປີ, ງານ​ວາງສະ​ແດງ​ຈີນ​ອາ​ຊຽນຄັ້ງທີ​ສາມ, ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​​ແລະການ​ລົງທຶນ​ຈີນ​ອາ​ຊຽນຄັ້ງທີສາມ​ແລະ​ງານ​ມະຫະກຳເພງ​ພື້ນ​ເມືອງ​ສາກົນ​ນານ​ນິງປີ 2006.

​ໃນ​ຫລາຍ​ປີ​ມາ​ນີ້, ບົນ​ພື້ນຖານ​ການ​ພົວພັນຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ຂະຫຍາຍຕົວ​ຢ່າງ​ສະດວກ, ການ​ຮ່ວມ​ມືດ້ານດ້າຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ຂະຫຍາຍ​ຢ່າງ​ສະດວກ,ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້ຮັບ​ຄວາມ​ຄືບ​ຫນ້າ​ ​ໃຫມ່​.ກວາງຊີ​ເປັນ​ເຂດ​ທຽບ​ເທົ່າ​ແຂວງຂອງ​ຈີນ​ທີ່​ມີ​ທັງດິນ​​ແລະ​ທະ​ເລ​ຕິດ​ກັບປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ:ຈາກ​ອາຊີ​ອາຄະ​ເນ​ໄປ​ເມືອງ​ນານ​ນິງ ​ເທດສະບານ​ເຂດ​ກວາງຊີ​ມີ​ທາງ​ດ່ວນ​ຫລາຍ​​ເສັ້ນ ​ຍາວ 1000 ກວ່າ​ກິ​ໂລ​ແມັດ,ທ່າ​ກຳ​ປັ່ນ​ທີ່​ແຄມ​ອ່າວ​ພາກ​ເຫນືອ​ຄື ທ່າ​ໄປ​ຫາຍ ທ່າຊິນ​ໂຈ່​ວ​ແລະ​ທ່າ​ຟັງ​ເສິງ​ກາງ​ເປັນຕົ້ນທັງ​ເປັນທາງ​ອອກ​ສູ່​ທະ​ເລ​ຂອງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ,ທັງ​ແມ່ນ​ທ່າ​ກຳ​ປັ່ນ​ທີ່​​ໃກ້​ກັບ​ອາຊີ​ອາຄະ​ເນ​ກວ່າ​ຫມູ່, ຈາກ​ແຫ່ງນີ້,ສິນຄ້າ​ຂອງ​ບັນດາປະ​ເທດອາ​ຊຽນຈະ​ເຂົ້າສູ່ 9 ​ເຂດ​ແຂວງ​ຢູ່​ປາກ​ແມ່ນ້ຳຈູ​ຈ່ຽງ.ງານ​ວາງສະ​ແດງ​ຈີນ​ອາ​ຊຽນຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ, ​ໄດ້​ເຮັດ​ໃຫ້​ຖານະ​ຂອງ​ເຂດ​ກວາງຊີ​ທີ່​ເປັນ​ຈຸດ​ໃຈກາງ​ແລະ​ທາງ​ຜ່ານ​ຂອງ​ການຈໍລະ​ຈອນ​ສິນຄ້າ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ.

ທ່ານ​ນາງ​ລິວ​ເວີນ​ຊິນ ຮອງ​ປທານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ ຫົວຫນ້າ​ຄະນະ​ຈັດການ​ແຂ່ງ​ລົດ​ເທື່ອ​ນີ້​ກ່າວ​ວ່າ:

ໃນ​ເວທີ​ປາ​ໃສ​ການ​ຮ່ວມ​ມື​ເສດຖະກິດ​ອ້ອມ​ອ່າວ​ພາກ​ເຫນືອ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ບໍ່​ດົນ​ນີ້,ກວາງຊີ​ໄດ້​ສະ​ເຫ​ນີຍຸດ​ທະ​ສາດ​ແບບ M ວາງ​ໂຄງ​ຄວາມ​ຄິດ​ທີ່​ສ້າງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຢູ່​ພາກ​ພື້ນ​ຈີນ​ອາ​ຊຽນ​ແລະ​ສະຖານະ​ພາບໃຫມ່​ຂອງ​ອ່າວ​ພາກ​ເຫນືອ​,ອັນ​ໄດ້​ສ້າງ​ສະພາບ​ການ​ໃຫມ່​ໃຫ້​ກວາງຊີ​ເຂົ້າຮ໋ວມການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,​ໄດ້​ເພີ່ມ​ເນື້ອ​ໃນ​ໃຫມ່​​ໃຫ້​ງານ​ວາງສະ​ແດງ​ຈີນ​ອາ​ຊຽນ.ການ​ແຂ່ງລົດນີ້​ກໍ່​ແມ່ນ​ກິດຈະກຳ​ອັນ​ຫນຶ່ງ​ໃນ​ຫົວ​ຂໍ້​ຕ່າງໆ​ຄື ​ເສດຖະກິດ​ການ​ຄ້າ ວັດທະນະ​ທຳ​ແລະ​ກິລາ​ທີ່​ຈັດ​ຂຶ້ນ​ໂດຍ​ຫມູນ​ອ້ອມ​ການ​ພົວພັນ​ດ້ານຍຸດ​ທະ​ສາດ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

ການ​ແຂ່ງລົດ​ເທື່ອ​ນີ້​ຖື​ການທ່ອງທ່ຽວ​ຢ່າງ​ກົມກຽວ​ກັນ​ເປັນ​ຫົວ​ຂໍ້​ຫລັກ,ຖື​ການ​ບັນລຸ​ຄວາມ​ປອງ​ດອງ​ກັນ ການ​ປະດິດ​ສ້າງ​ນຳ​ກັນ​ແລະ​ຊົມ​​ໃຊ້​ນຳ​ກັນ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ເປັນ​ຈຸດປະສົງ,ສວຍ​ໂອກາດຈັດຕັ້ງ ການ​ແຂ່ງ​ລົດ​ສາກົນ​ຂ້າມ​ຊາດ​ເພື່ອ​ເສີມ​ຂະຫຍາຍ​ທ່າ​ແຮງ​ພິ​ເສດ​ຂອງ​ກິລາ​ຢ່າງ​ເຕັມ​ສ່ວນ, ​ເຮັດ​ໃຫ້​ຊ່ອງ​ຫວ່າງລະຫວ່າງ​ຈີນ​ກັບ​ອາ​ຊຽນຫຍັບ​ມໍ່​ເຂົ້າ,​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ດ້ານ​ກິດ​ລາ ວັດທະ ນະທຳ ການ​ແລກປ່ຽນ​​ໃນ​ລະດັບ​ທ້ອງ​ຖິ່ນ​ແລະ​ການ​ໄປມາຫາ​ສູ່​ກັນ​ດ້ານ​ເສດ ຖະກິດ, ​ເພີ່ມ​ຄວາມ​ຮັກ​ແພງ​ກັນ​ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ.ພ້ອມ​ກັນນັ້ນ, ຍັງ​ຈະ​ນຳ​ໃຊ້​ທ່າ​ແຮງ​ຂອງ​ສື່​ມວນ​ຊົນ,​ ເຮັດ​ໃຫ້​ປະຊາຊົນ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ​​ໃຫ້​ດີ​ຂຶ້ນຕື່ມ​ອີກ.

ທ່ານ​ເຟິງຈ້ຽນຈົ່ງ ຮອງ​ຫົວຫນ້າກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ເວົ້າວ່າ:

ພວກ​ຂ້າພະ​ເຈົ້າຫວັງ​ຜ່ານການ​ແຂ່ງ​ລົດ​ຣາລີ​ສາກົນ​ຈີນ​ອາ​ຊຽນ, ສ້າງ​ທາງ​ໃຫມ​ທີ່​ໃຫ້​ເສດຖະກິດ​ການ​ຄ້າ ວັດທະນະທຳ​ແລະ​ກິລາ​ຂອງ​ຈີນ​ແລະ​ອາ​ຊຽນ​ຕິດ​ຈອດກັນ,​ເຮັດ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ຈະ​ໄດ້​ເຫັນ​ຄວາມ​ອາດ​ເປັນ​ໄປ​ໄດ້​ໃນ​ການສ້າງ​ເສດຖະກິດ​ທາງ​ຜ່ານ​ແຕ່ນານ​ນິງຫາສິງກະ​ໂປ​ເປັນ​ຮູບ​ປະ​ທຳ​ຂຶ້ນ​ມາ, ​ແລ້ວ​ເສີມ​ຂະຫຍາ​ຍບົດບາດ​ອັນຕັ້ງຫນ້າ​ໃນ​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ.