ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-25 16:44:04    
ດຶງ​ຕົ້ນ​ກ້າ​​​ໃຫ້​​ໃຫຍ່​ສູງ

cri

ສະບາຍດີ, ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ສົມບູນ​ຜູ້​ດຳ​ເນີນ​ລາຍ​ການດີ​ໃຈຫຼາຍທີ່​ໄດ້​ພົບ​ກັບ​ທ່ານ​ໃນ​ລາຍການ​ຄາລົມ​ຄົມ​ຄາຍ​ອີກ​ຕາມ​ເຄີຍ!

​ໃນ​ລາຍການ​ມື້​ນີ້, ສົມບູນ​ຈະ​ເລົ່າ​ນິທານ​ກ້ອມ​ສອງ​ເລື່ອງ​ສູ່​ທ່ານ​ຟັງ, ​ເລື່ອງ​ທຳ​ອິດ​ແມ່ນ​ກ່ຽວ​ກັບ​ແມງ​ໄມ້:

ນັກ​ຊີວະ​ວິທະຍາເວົ້າ​ວ່າ, ​ເວລາ​​ແມງ​ໄມ້​ຈະ​ຈາກດັກ​ແດ້ກາຍ​ເປັນຝັກຫຼອກ ນັ້ນ, ປີກ​ມັນ​​ແມ່ນຫຸບ​​ເຂົ້າກັນ​ແລະອ່ອນ, ​ໃນ​ເວລາມັນ​ຈະ​ອອກ​ຈາກ​ປໍ້, ມັນຕ້ອງ​ດີ້ນ​ຢູ່​ໃນ​ປໍ້ຢ່າງເຈັບ​ປວດ​ທໍລະມານ, ​​​ໃນ​ເວລາມັນ​ດີ້ນ, ນ້ຳ​ເມືອກ​ໃນ​ໂຕຂອງ​ມັນ​ຈະ​ໄຫຼ​ໃສ່​ປີກ​​ເຮັດ​ໃຫ້​ປີກ​ຄ່ອຍ​ແຂງຂຶ້ນ​ແລະ​ມີ​ກຳລັງ, ​ບັດ​ນັ້ນ​ເມື່ອ​ມັນ​ອອກ​ຈາກ​ປໍ້, ປີກ​ມັນ​ຈຶ່ງ​ມີ​ແຮງບິນ​​ໄດ້.

ມີ​ມື້ໜຶ່ງ, ມີ​ຄົນຜູ້​ໜຶ່ງບັງ​ເອີນໄດ້​ເຫັນ​ຝັກຫຼອກ​ໂຕ​ໜຶ່ງ​ຢູ່​​ເທິງ​ຕົ້ນ​ໄມ້, ​ຕີງ​ຢູ່​ຍຸບໆຄືມີ​​ແມງ​ໄມ້ຈະ​ອອກ​ຈາກ​ປໍ້, ລາວ​ສົນ​ໃຈ​ຫຼາຍ, ຢາກ​​ເບິ່ງວ່າ​ດັກ​ແດ້ຈະ​ກາຍ​ເປັນ​​ແມງ​ໄມ້​ແນວ​ໃດ.
​ລາວ​ຢືນ​ສັງ​ເກດ​ເບິ່ງ​ຕັ້ງ​ດົນ​ເຕີບ​ຢ່າງຮ້ອນຮົນ​ໃຈ, ເຫັນ​ແຕ່ແມງ​ໄມ້​ດີ້ນ​ຢູ່​ໃນ​ປໍ້​ຢ່າງ​ລຳ​ບາກ, ປໍ້ບິດ​ໄປ​ບິດ​ມາ, ​ແຕ່​​ແມງ​ໄມ້​ກໍ​ຍັງອອກ​ຈາກ​ປໍ້ບໍ່​ໄດ້, ​ແລະ​ເບິ່ງ​ຊົງ​ຄື​ຈະ​ອອກ​ມາ​ບໍ່​ໄດ້​ແທ້ໆ​.

ສຸດ​ທ້າຍ​, ຄົນຜູ້​ນີ້​ອົດ​ບໍ່​ໄດ້​, ລາວ​ຢາ​ກ​ຊ່ອຍ​ແມງ​ໄມ້​​ໃຫ້ຫຼຸດຈາກ​ປໍ້, ລາວ​ຈຶ່ງ​​ເຈາະ​ຮູ​ນ້ອຍໆ​ຮູ​ໜຶ່ງ​ຢູ່​ເທິງປໍ້, ​​ເພື່ອໃຫ້​ແມງ​ໄມ້​ອອກມາ​ງ່າຍ​ແດ່. ​ມັນ​ກໍເປັນ​ແນວ​ນັ້ນ​ແທ້, ບຶດດຽວ, ​ແມງ​ໄມ້ກໍ່​ໄຕ່ອອກ​ຈາກ​ປໍ້​ຢ່າງ​ງ່າຍດາຍ, ​ແຕ່​ວ່າ​​ໂຕ​ມັນ​ຍັງ​ມົນ​ອູ້ມ​ລຸ້ມຢູ່, ປີກ​ມັນ​ກໍ​ຍັງ​ຫຸບ​ໄວ້​ຢູ່, ອ່ອນ​ແອ້​ດ​ແລ້​ດ, ຈັ່ງ​ໃດ​ກໍ​ບິນ​ຂຶ້ນ​ບໍ່​ໄດ້, ລາວຖ້າ​ເບິ່ງ​ມັນ​ບິນ​ຂຶ້ນ, ​ແຕ່​ແມງ​ໄມ້​ໄດ້​ແຕ່​ໄຕ່​ເຊ​​ໄປ​ເຊ​ມາ, ບິນ​ບໍ່​ໄດ້, ບໍ່ພໍຄາວ, ມັນ​ເລີຍ​ຕາຍ.

ບັດ​ນີ້, ຈະ​ເລົ່າ​ນິທານ​ບູຮານຈີນ​ເລື່ອງ​ໜຶ່ງ​ສູ່​ຟັງ, ຄື​ແຕ່​ກ່ອນ​ມີ​ພໍ່ນາ​ຜູ້​ໜຶ່ງ, ​ແມ່ນ​ຄົນ​ທີ່​ມັກໃຈຮ້ອນ. ​ແຕ່​ລະ​ມື້​ລາວ​ກໍ່​ຕື່ນ​ເດິກນອນ​ຄ່ຳ, ​ເຮັດ​ໄຮ່​​ໄຖ​ນາ​ຢ່າງ​ດຸ​ໝັ່ນ​ຂະຫຍັນພຽນ, ​ລາ​ວມີ​ແຕ່ຮູ້ສຶກວ່າຕົ້ນ​ກ້າ​ຢູ່​ໃນ​ນາໃຫຍ່​ຊ້າ​ໂພດ​. ມື້​ໃດ​ກໍ​ທຽວໄປ​ເບິ່ງ, ລາວ​ງິດວ່າ​ຕົ້ນ​ກ້າ​ເປັນ​ຫຍັງ​ບໍ່​ໃຫຍ່​ຈັກ​ເທື່ອ, ​​​ຈຶ່ງຮ້ອນ​ໃຈ​ທີ່​ສຸດ.

ລາວ​ຄຶດ​ຢູ່​ໃນ​ໃຈ​ວ່າ: ​ເຮັດ​​ແນວ​ໃດ​ຈຶ່ງຈະ​​ຊ່ອຍ​​ໃຫ້ຕົ້ນ​ກ້າ​ໃຫຍ່ຂຶ້ນ​ໄດ້? ມີ​ມື້ໜຶ່ງ, ລາວຄຶດ​​ໄດ້ວິທີ​ດີ​ທີ່​ຈະ​ຊ່ອຍ​​ໃຫ້ຕົ້ນ​ກ້າ​​ໃຫຍ່ໄວ.

ລາວ​​ຟ້າວແລ່ນ​ໄປ​ນາ, ​​ດຶງຕົ້ນ​ກ້າ​ໃຫ້​ສູງ​ຂຶ້ນ​ທຸກ​ຕົ້ນ, ຕັ້ງແຕ່​​ເຊົ້າ​​ຮອດຍາມ​ຕາ​ເວັນ​ຕົກດິນ, ລາວ​ໄດ້​ດຶງ​ຕົ້ນ​ກ້າ​ຢູ່​ໃນ​ນາ​ໝົດ​ທຸກ​ຕົ້ນ. ​ເມື່ອ​ໄດ້​ເຫັນ​ຕົ້ນ​ກ້າ​​ສູງ​ຂຶ້ນຫຼາຍ, ລາວ​ຮູ້ສຶກ​ດີ​ໃຈທີ່​ສຸດ, ​ແລະ​ຍັງ​ຄຶດຢູ່​ໃນ​ໃຈ​ວ່າ​ວິທີ​ນີ້​ຈັ່ງ​ແມ່ນ​ສະ​ຫຼາດ​ສະ​ຫຼຽວ​ຫຼາຍ.

​ແຕ່​ວ່າ, ບໍ່​ພໍ​ທໍ່​ໃດ​ມື້, ຕົ້ນ​ກ້າ​ທີ່​ຖືກ​ລາວ​ດຶງ​ໃຫ້​ສູງ​ຂຶ້ນ​ນັ້ນກໍ​ຕາຍ​ໝົດ.

ທ່ານ​ຜູ້​ຟັງ, ​ໃນ​ຊີວິດ​ຕົວ​ຈິງ, ຫຼາຍຄົນ​ກໍ​ເຄີ​ຍມີ​ປະ​ສົບ​ການ​ທີ່​ຄ້າຍຄື​ກັນ​ກັບ​ນິທານ​ສອງ​ເລື່ອງທີ່​ກ່າວ​ມາ, ​ຄື​ໃນ​ເວລາ​​​ເຮັດ​ເລື່ອງ​ໃດ​ເລື່ອງ​ໜຶ່ງດ້ວຍ​ຄວາມ​ຫວັງ​ອັນ​ດີງາມ​ນັ້ນ, ກໍ​ຄອງ​ຄອຍ​ຢາກ​ໃຫ້​ມັນ​ໄດ້​ຮັບ​ຜົນ​ຕາມ​ຄາດໝາຍ, ​ແຕ່​ກໍ່​ຍ້ອນ​ມີຄວາມ​ຄອງ​ຄອຍ​​​ທີ່ຮີບ​ຮ້ອນ​​ເກີນ​ໄປ, ຈົນ​ບໍ່​ໄດ້​ເອົາຫົວຊານຳ​ກົດ​ເກນ​ຂະຫຍາຍຕົວ​ຂອງ​​ມັນ, ຮ້ອນຮົນຢາກ​ໄດ້ຮັບຜົນ​ສຳ​ເລັດ, ​ເຮັດແນວ​ນີ້​ກໍ​ບໍ່​ຕ່າງ​ຫຍັງ​ກັບນິທານ "ດຶງ​ຕົ້ນ​ກ້າ​​​ໃຫ້​​ໃຫຍ່​ສູງ", ​ເຮັດ​ເລື່ອງ​​ທີ່​ຝ່າຝືນ​ກັບກົດ​ເກນ​ພາ​ວະ​ວິ​ໄສ, ບໍ່​ວ່າ​​ຄວາມ​ຫວັງນັ້ນຈະ​ດີ​ງາມ​ປານ​​ໃດກໍ່ຕາມ​, ສຸດ​ທ້າຍ​​ບໍ່ພ​ຽງ​ແຕ່​ບໍ່​ສາມາດບັນລຸ​ເປົ້າ​ໝາຍ, ​ກົງກັນຂ້າມ, ​ຍັງ​ເຮັດ​ໃຫ້​ຫຼົ້ມ​ເຫຼວຊ້ຳ.

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ລາຍການ​ຄາລົມ​ຄົມ​ຄາຍ​ພາກ​ນີ້​ກໍ​ສ້ຽງ​ສຸດ​ພຽງ​ທໍ່​ນີ້, ສົມບູນ​ແລະ​ວິ​ໄລ​ວັນ​ຜູ້​ຮຽບຮຽງ​ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ, ສະບາຍດີ!