ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-25 16:55:40    
ທ່ານ​ຜາງ​ລົງ​ກັບ​ເພງ​ຂອງ​ທ່ານ

cri

ທ່ານ​ຜາງ​ລົງກຳເນີດເຕີບໂຕ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ, ​ ມີ​ສຽງ​ຄໍ​ທີ່​ດີ​ມາ​ຕັ້ງແຕ່​ເກີດ, ​ໄດ້​ເຂົ້າຮ່ວມ​ເວທີ​ເພງ​ມາ​ດົນ​ແລ້ວ. ປາງອາຍຸ 20 ປີ, ທ່ານ​ຜາງ​ລົງ​ກໍໄດ້​ຈາກ​ບ້ານ​ເກີດເມືອງນອນ, ​ໄປ​ຊອກ​ຫາ​ຄວາມ​ຝັນ​ແຫ່ງ​ດົນຕີ. ຫຼາຍປີຕໍ່ມາ, ທ່ານ​ຜາງ​ລົງ​ໄດ້​ມີ​ຄວາມ​ສາມາດ​ຮ້ອງ​ເພງ​ເກັ່ງຂຶ້ນຫຼາຍ, ທັງ​ມີ​ບົດຮຽນ​ສະ​ແດງ​ເທິງ​ເວທີ​ອັນ​ອຸດົມສົມບູນ. ປີ 2000, ທ່ານ​ຜາງ​ລົງ​ໄດ້ອັດ​ ​​​CD​ຊຸດ​ທຳ​ອິດ​ທີ່​ໃຫ້​ຊື່ວ່າ: "ສາມ​ບາດກ້າວ​ໃນ​ຊີວິດ​", ​ເຖິງ​ວ່າ​CD​ແຜ່ນ​ນີ້​ບໍ່​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ປານໃດຈາກ​ວົງ​ການ​ດົນຕີ, ​ແຕ່​ເພງ"​​ເຖົ້າ​ແລ້ວ"ຍັງ​ມີ​ຜູ່​ມັກຫຼາຍບໍ່ຢອກ, ຊື່​ຂອງ​ທ່ານ​ຜາງ​ລົງ​ກໍ​ເລີ່ມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ວົງ​ການ​ດົນຕີ​. ນີ້​ກໍ​ແມ່ນ​ເພງ"lao le" ​​ເຖົ້າ​ແລ້ວ.

ຍ້ອນ​ການ​ຂັບ​ຮ້ອງ​ອັນ​ດີ​ເດັ່ນ,ປີ 2004, ທ່ານ​ຜາງ​ລົງ​ໄດ້​ຮັບ​ເຊີນ​ເປັນ​ຜູ່​ຮ້ອງ​ເພງ​ປະ​ກອບ​ໃນລະ​ຄອນ​ໂທລະພາບ​ເລື່ອງ​"ຈົດ​ຫມາຍ 281 ກ້ານ"ຊຶ່ງມີ​ເພງ"ຄວາມ​ຮັກ​ຈອກ​ກັບນ້ຳ",ເພງ​"ແມງກະ​ເບື້ອສອງ​ໂຕ​"ແລະ​ເພງ​"ເປົ່າ​​ຕາ",ລະຄອນ​ໂທ​ລະ​ພາບ​ເລື່ອງ​ນີ້ມີຄົນ​ເບິ່ງ​ຫຼາຍ, ຈົນ​ເພງ​​"ແມງກະ​ເບື້ອສອງ​ໂຕ​"ກໍ່​ໄດ້​ເຜີຍແຜ່​ຢ່າງ​ກວ້າງ​ຂວາງ, ​ໄດ້ຍິນ​ຄົນ​ຮ້ອງ​ເລື້ອຍ​ໆຢູ່​ຕາມ​ທຸກ​ຈອກ​ແຈ​ໃນ​ຕົວ​ເມືອງ, ແລະຢູ່ໃນ​ລຳດັບ​ເພງ​ນິຍົມ​ຂອງ​ແວ​ບ​ໄຊ​ດົນ​ຕີ​ຕັ້ງ​ຫລາຍ​ເດືອນ,ອັນ​ໄດ້​ສ້າງ​ສະຖິຕິ​ສູງ​ສຸດ​ຂອງ​ດົນຕີ​ແວບ​ໄຊ​.​ໃນໄລຍະນັ້ນ, ທ່ານ​ຜາງ​ລົງ​ໄດ້ກາຍ​ເປັນ​ນັກ​ຮ້ອງ​ທີ່​ມີຊື່ສຽງ​ຢູ່ຈີນ.

ນີ້​ແມ່ນ​ເພງ​ແມງກະ​ເບື້ອສອງ​ໂຕ​ທີ່​ຂັບ​ຮ້ອງ​ໂດຍ​ທ່ານ​ຜາງ​ລົງ.​ເພງ​ນີ້​ມີ​ເນື້ອ​ຮ້ອງ​ວ່າ:ສຸດທີ່ຮັກ, ນ້ອງ​ຈົ່ງ​ບິນ​ຊ້າ​ແດ່, ລະວັງ​ໜາມ​ກຸຫລາບ​ຈະປັກ;ສຸດທີ່ຮັກ,ນ້ອງ​ຈົ່ງ​ອ້າ​ປາກ​ແດ່,ກິ່ນ​ຫອມ​ດອກ​ໄມ້ໃນ​ສາຍ​ລົມ​ຈະ​ພາ​ໃຫ້​ນ້ອງ​ເພີນໃຈ, ສຸດ​ທີ່​ຮັກ,ນ້ອງ​ຈົ່ງ​ບິນ​ໄປກັບ​ອ້າຍເດີ​,ບິນ​ຜ່ານ​ປ່າ​ໄມ້​ໄປ​ເບິ່ງ​ຫ້ວຍ​ນ້ຳ​ລຳ​ເຊ,ສຸດທີ່​ຮັກ ເຮົາ​ຈົ່ງມາ​ຟ້ອນ​ນຳ​ກັນ, ລະດູ​ບານ​ໃຫມ່​ແຫ່ງ​ຄວາ​ມຮັກ​ບໍ່ມີຍາມຄ່ຳມືດ.ອ້າຍ​ກັບ​ນ້ອງ​ຈະບິນ​ກ້ຽວ​ກັນ​ຕະ​ຫຼອດ, ເຖິງ​ຈະຫ່ຽວ​ແຫ້ງ​ໄປ​ຕາມ​ນ້ອງ​ອ້າຍ​ກໍ​ບໍ່​ກິນ​ແໜງ​ແຄ່ງ​ໃຈ.

ທ້າຍ​ປີ 2004, ທ່ານ​ຜາງ​ລົງ​ໄດ້​ອັດCD ​ແຜ່ນ​ທີ​ສອງ​ທີ່​ຊື່ວ່າ​"ແມງກະ​ເບື້ອສອງ​ໂຕ", ​ໃນ​CDແຜ່ນ​ ​ນີ້​ມີ​ເພງ​"ແມງກະ​ເບື້ອສອງ​ໂຕ"​ແລະ​ເພງ​ຄວາມຮັກ​"ຈອກກັບນ້ຳ",ແລະຍັງ​ມີ​ເພງທີ່​ນິຍົມ​ກັນຫລາຍ​ເພງ​ຄື ​ເພງ​"ບ້ານ​ຂ້ອຍ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​"ແລະ​​ເພງ​"ຝ່າ​ຝືນ​ຄຳ​ໝັ້ນ​ສັນຍາ​ຢ່າງ​ໄຮ້​ປາ​ນີດ".

​ເພງ​ນີ້​ຮ້ອງ​ວ່າ:"ໃນ​ຫ້ອງ​ທີ່​ເປົ່າ​ຫວ່າງ​ເມື່ອ​ນ້ອງ​ຈາກ​ໄປ,ໃຜ​ຈະ​ເຫັນ​ນ້ຳຕ​າຂ​ອງ​ອ້າຍ​?,ບໍ່​ແມ່ນ​ອ້າຍ​ບໍ່​ຮູ້​ຄວາມ​ອອ່ນ​ໂຍນ​ແລະ​ຄວາມ​ອາ​ໄລ,ໃຜ​ໃຫ້​ນ້ອງ​ທໍ​ລະຍົດ​ຕໍ່​ອ້າຍ​ແບບ​ນີ້,ນ້ອງ​ວ່າຍ້ອນ​ອ້າຍ​ບໍ່​ອ່ອນ​ໂຍນ,ນ້ອງ​ວ່າ​ຍ້ອນ​ເຮົາ​ທັງສອງ​ບໍ່​ຮັກ​ກັນ​ແລ້ວ,ໃຫ້​ອ້າຍ​ລືມ​ນ້ອງ,ອ້າຍຈ​ະແຜດ​ສຽງ​ຮ້ອງ,​ອ້າຍ​ຮູ້​ສຶກ​ແຄ້ນ​ໃຈ​ຈົນ​ລືມ​ວັນ​ເວ​ລາ,ຢູ່​ໃນ​ໂລ​ກ​ນີ້,ຖ້າບໍ່​ມີ​ນ້ອງ​ອ້າຍ​ຈະ​ຢູ່ຈັ່ງໃດ?"

​ໃນ​ເພງ​ນີ້, ທ່ານ​ຜາງ​ລົງ​ໄດ້​ພາ​ຜູ່​ຟັງ​ເຂົ້າສູ່​ໂລກ​ດົນຕີ​ທີ່​ຄວາມ​ຮັກ​ໄດ້​ສະ​ຫຼາຍ​ຕົວ​ດ້ວຍ​ສຽງ​ທຸ້ມ​ໆດັ່ງ​ໄດ້​ເຫັນ​ພາບ​ອັນ​ໂສກ​ເສົ້າ​ເຫງົາ​ຫງ່ວມ,ເມື່ອ​ຖືກ​ເຂົາ​ປະ​ລະ​ໄປ​ແລ້ວ, ກໍ​ຍັງ​ຄິດ​ຮອດ​ຄິດ​ເຖິງເຂົາຢູ່ບໍ່ເຊົາ.ທ່ານ​ຜາງ​ລົງ​ໄດ້​ອະທິບາຍ​ຄວາມ​ຮັກ​ດ້ວຍ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ເອງ.

​ເດືອນ​ກັນຍາ​ປີ 2005,ທ່ານ​ຜາງ​ລົງ​ໄດ້​ອັດເພງຊຸດ​ທີ​ສາມ​ທີ່​ມີ​ຊື່ວ່າ:ນ້ອງ​ແມ່ນ​ດອກ​ກຸຫລາບ​ຂອງ​ອ້າຍ,​ໃນ​ເພງ​ຊຸດ​ນີ້, ທ່ານ​ຜາງ​ລົງ​ໄດ້​ເລືອກ​ເພງ​ເອງແລະ​ອັດເອງ,ເພງ​ເກືອບ​ເຄິ່ງ​ໜຶ່ງ​ໃນ​ຊຸດ​ນີ້​ຍັງ​ແມ່ນ​ທ່ານ​ເອງ​ເປັນ​ຜູ່​ແຕ່ງ, ​ເພງ​"ນ້ອງ​ແມ່ນ​ດອກ​ກຸ​ຫລາບ​ຂອງ​ອ້າຍ",​ເພງ​"ຜົມ​ຍາວ"​ແລະ​ເພງ​"ຂ້ອຍ​ຈະ​ຮ້ອງ​​ເພງ"ໃນ​CDແຜ່ນນີ້​​ໄດ້​ອອກ​ອາກ​າດຢູ່​ໃນ​ລາຍການ​ດົນຕີ​ຂອງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຕ່າງ​ໆ​ຂອງ​ຈີນ,ໄດ້​ຮັບ​ຜົນງານ​ຢ່າງດີເດັ່ນ.

​ໃນ​ເພງ​ຊຸດ​ໃໝ່​ດັ່ງ​ກ່າວ​,ທ່ານ​ຜາງ​ລົງ​ໄດ້ເຮັດຕາມ​ຈຸດ​ພິ​ເສດ​ທີ່ເຄີຍໄດ້ເຮັດມາຄືທີ່ງາມລຽບໆ,ແບບ​ປະ​ຖົມ​ປະ​ຖານ​ແລະ​ແບບ​ສາ​ມັນ,ໄດ້​ຈົດ​ທຳ​ຢ່າງ​ລະ​ອຽດ,ບໍ່​ສັບ​ສົນ,ບໍ່​ຫຼູ​ຫຼາ​ແຕ່​ເຫັນ​ແລ້ວ​ເຮັດໃ​ຫ້​ຄົນ​ຄຶດ​ຢາກ​ໄດ້.
ນີ້​ແມ່ນ​ເພງ​"ນ້ອງ​ແມ່ນ​ດອກ​ກຸ​ຫລາບ​ຂອງ​ອ້າຍ",ທຳນອງ​ລັກສະນະ​ເພງອິນ​ເດຍປາ​ກິ​ສະຖານ,ຈັງຫວະທີ່​ໄວ​ແລະ​ຟັງສະບາຍ​ໃຈ​ໄດ້​ສ້າງບັນຍາກາດອັນ​ພໍດີ​ພໍງາມ,ທ່ານ​ຜາງ​ລົງ​ໄດ້​ບັນ​ລະ​ຍາຍ​​ເນຶ້ອ​ໃນ​ຂອງ​ເພງ​ເປັນ​ຢ່າງ​ດີ​ຄື​ຈົດ​ຈໍ່​ຕໍ່​ຄວາມ​ຮັກ,ຮັກ​ດຽວ​ໃຈດ​ຽວ.

ໃນ​ເພງ​ມີ​ເນື້ອ​ຮ້ອງ​ວ່າ:​ເມື່ອ​ດອກ​ໄມ້​ບານ​ດອກ​ຫນຶ່ງ​,ກໍຕ້ອງ​ມີດ​ອກຫນຶ່ງ​ຮ່ວງ​ໂຮ​ຍ,ດອກ​ໄມ້​ບານເຕັມ​ພູ,ມີ​ແຕ່​ນ້ອງ​ທີ່​ອ້າຍ​ຮັກ​ແທ້​ລໍຖ້າ​ອ້າຍ​ໃຫ້​ດີໆ,ຖ້າ​ນ້ອງ​ກຸ​ຫລາບ​ເຜີຍ​ກີບ,ດອກ​ໄມ້​ບານເຕັມ​ພູ,ມີ​ແຕ່​ນ້ອງ​ຫນ້າ​ຮັກ​ກວ່າ​ຫມູ່.ນ້ອງ​ແມ່ນ​ດອກ​ກຸຫລາບ​ຂອງ​ອ້າຍ, ນ້ອງ​ແມ່ນ​ດອກ​ໄມ້​ຂອງ​ອ້າຍ, ນ້ອງ​ແມ່ນ​ສຸດ​ທີ່ຮັກ​ຂອງ​ອ້າຍ,​ແມ່ນ​​ຜູ່​ທີ່​ອ້າຍ​ເປັນ​ຫ່ວ​ງ,ບໍ່​ຟ້າ​ລົມ​ຝົນຕົກ​ແຮງ​ປານ​ໃດ,ອ້າຍ​ກໍ່​ຮັກ​​ແຕ່ນ້ອງດອກ​ກຸຫລາບ​ຂອງ​ອ້າຍ.

ສື່​ມວນ​ຊົນ​ເຫັນ​ວ່າ, ​ແຜ່ນ​CD"​ນ້ອງ​ແມ່ນ​ດອກ​ກຸຫລາບ​ຂອງ​ອ້າຍ"​ແມ່ນ​ປະມວນ​ເພງ​ທີ່​ມີ​ລັກສະນະ​ເປັນ​ຫລັກ​ຫມາຍ​ທາງ​ຂອງ​ທ່ານ​ຜາງ​ລົງ​ແລະກໍ​ແມ່ນ​ແຜ່ນCDທີ່​ພາ​ໃຫ້​ເພງ​ດັງ​ແລະ​ຄົນ​ກໍ​ດັງ​ຈົນ​ແຟນ​ເພງ​ຂອງ​ທ່ານ​ຖື​ທ່ານ​ຜາງ​ລົງ​ທຽບ​ເທົ່າ​ກັບ​ທ່ານ​​ໂຈ່​ຮວາ​ຈ້ຽນ ນັກ​ຮ້ອງ​ໄຕ້​ຫວັນ​ທີ່​ມີ​ຊື່​ສຽງ.​ເຫັນ​ວ່າ​ດົນຕີ​​ແລະ​​ເພງ​ຂອງ​ພວກ​ເພິ່ນ ​ລ້ວນ​ແຕ່​ມີ​ສະ​ເຫ​ນ່ລະດັບລາຊາ​ເພງ,​ເພງ​ຂອງ​ພວກ​ເພິ່ນໄດ້​ຍຶດຫມັ້ນ​ເດີນ​ຕາມ​ເສັ້ນທາງ​ທີ່​ຕັ້ງຫນ້າ​ແລະລະບາຍ​ອາລົມ,ສະນັ້ນ,ຈິ່ງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ່​ຟັງທີ່​ອາຍຸ​ຕ່າງ​ກັນ.

ມ້ວນທ້າຍ​ລາຍການ​ມື້​ນີ້,​ເຊີນ​ຟັງ​ເພງ​ຂ້ອຍ​ຈະ​ຮ້ອງ​ເພງ ​ໃນ​ເພງຊຸດ​ໃຫມ່​ຂອງ​ທ່ານ​ຜາງ​ລົງ.​ ​ເພງ​ນີ້ໄດ້​ບັນ​ລະ​ຍາຍ​ຄວາມ​ນຶກ​ຄິດຂອງ​ຕົນ​ເອງ​ໃນ​ໄລຍະ​ທີ່​ປະສົບ​ຄວາມ​ຫຍຸ້ງຍາກ​ໃນ​ວຽກ​ງານດ້ວຍ​ຄວາມ​ເສບ​ທີ່​ງ່າຍໆ​ແລະ​ສຽງ​ແຄ້ນໆ,​ເພງ​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ຫວນ​ຄຶດແລະຄວາມ​ສຳນຶກ​ກຶກກອງ​ອັນເລິກ​ເຊິ່ງ.

ທ່ານ​ຜາງ​ລົງ​ໄດ້​​ເປັນ​ນັກ​ຮ້ອງ​ມາເປັນ​ເວລາ 17 ປີ​ແລ້ວ,​ໃນ​ໄລຍະ​ນີ້,ທ່ານ​ໄດ້​ປະສົບ​ເຫດການ​ຕ່າງໆ​ນາໆ, ຄື ພໍ່​ແມ່​ເຖິງ​ແກ່​ກຳ,ພາລະກິດ​ປະສົບ​ຄວາມ​ຫຍຸ້ງຍາກ, ການ​ລົງທຶນ​ຫລົ້ມ​ເຫ​ລວ​ເປັນຕົ້ນ.​​ໃນ​​ໄລຍະນີ້,ມີ​ແຕ່​​ເພື່ອນ​ຜູ່​ດຽວ​ທີ່​ເປັນ​ເພື່ອນ​ທ່ານ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ,​ເພື່ອນ​ຜູ່​ນີ້ກໍ່​ແມ່ນ​ດົນຕີທີ່​ທ່ານ​ຮັກຫອມ.​ໃນ​ເພງ​"ຂ້ອຍ​ຈະ​ຮ້ອງ​ເພງ"​ເຕັມ​ໄປ​ດ້ວຍ​ຄວາມ​ດີ້ນຮົນ,ຄວາມ​​ເສົ້າໝອງແລະ​ຄວາມ​ກະຕືລື ລົ້ນ,ທ່ານ​ໄດ້​ເອົາ​ດົນຕີ​ເປັນ​ສິ່ງ​ບັນ​ທຶກ,​ສະຫຼັກ​ຈິດ​ສະຫຼັກ​ໃຈ​ຜູ່​ຟັງ​ດ້ວຍ​ຄວາມ​ສຳນຶກ​ຮູ້​ໃນ​ຊີວິດ​ຂອງ​ທ່ານ.