ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-25 16:58:10    
ຊ່ອຍ​ທ່ານ​ຊ​ອກຮູ້​ພະຍາດ​ເອດ

cri

ທີ່​ນີ້,ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາ​ຍດີ,ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ,
ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ສູ່​ລາຍການ"​ເພື່ອນ​ມິດ​ຜູ້​ຟັງ".​ໃນ​ລາຍການ​ມື້​ນີ້,ພວກ​ເຮົາ​ຈະ​ຕອບ​ຄຳ​ຖາມ​ຂອງ​ນ້ອງ​ສຸ​ລິນ ​ໄຊ​ຍະ​ສອນ ທີ່​ກອງ​ບັນຊາ​ການ​ທະຫານ​ເມືອງ​ຮຸນ ​ແຂວງ​ອຸດົມ​ໄຊ​​ໃນ​ຈົດໝາຍ​ທີ່​ຝາກ​ມາ​ຍັງ​ພວກ​ເຮົາ.​ຂຽນ​ວ່າ,"ຢູ່​ໃນ​ໂລກ​ນີ້​ແມ່ນ​ຄົນ​ປະ​ເທດ​ໃດຕິດ​ເຊື້ອ​ໂຣກ​​ເອດ​ຫຼາຍ​ກວ່າ​ໝູ່?ປະຈຸ​ບັນນີ້,ມີ​ຢາ​ປິ່ນປົວ​ໂຣກ​ເອດ​ໃຫ້ຫາ​ຍຂາດ​ໄດ້​ແລ້ວ​ບໍ່?​ແລະ​ຢາ​ດັ່ງກ່າວ​ແມ່ນ​ທ່ານໝໍ​ປະ​ເທດ​ໃດ​ເປັນ​ຜູ້​ຄົ້ນຄວ້າ​ຜະລິດ​ອອກ​ມາ​ແລະ​ໄດ້​ທົດ​ລອງ​ຢູ່​ໃສ,​ໄດ້ຜົນ​ດີ​​ແນວໃດ?"
​ເມື່ອ​ໄດ້​ອ່ານ​ຄຳ​ຖາມ​ດັ່ງກ່າວ​ທີ່​ນ້ອງ​ສຸລິນ​ຖາມ​ມາໃນ​ຈົດໝາຍ,ພວກ​ເຮົາຮູ້​ສຶກວ່າ,ອາດ​ຈະ​ຍັງ​ມີຫຼາຍ​ຄົນ ຄື​ກັນ​ກັບ​ນ້ອງ​ສຸລິນ ​ທີ່​ຢາກ​ຮູ້​ກ່ຽວ​ກັບ​ພະຍາດເອດ​ແລະ​ວິທີ​ປິ່ນປົວ​,​ເພື່ອ​ປ້ອງກັນ​ຕົນ​ເອງ​ໃຫ້ດີກ​ວ່າ​ເກົ່າ.ຕໍ່​ໄປ,ພວກ​ເຮົາ​ກໍ່​ຂໍ​ແນະນຳ​ບາງບັນຫາ​ກ່ຽວ​ກັບພະຍາດ​ເອດ​ສູ່​ທ່ານ​ຟັງ.(ດົນຕີ​ຂັ້ນ)    ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ,ກ່ອນ​ອື່ນ​ໝົດ,ພວກ​ເຮົາ​ມາ​ຊອກ​ຮູ້​ການ​​ແຜ່​ລະບາດຂອງ​ພະຍາດເອດ​ຢູ່ທົ່ວ​ໂລກ​ໃນ​ປັດຈຸບັນນີ້​ກ່ອນ.    ຕົວ​ເລກ​ສະຖິຕິ​ຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ,ນັບ​ແຕ່​ປີ1981,ຜູ້​ຕິດ​ເຊື້ອ​​ເອຈ໌​ໄອ​ວີຜູ້​ທຳ​ອິດ​ໃນ​ໂລກ​ຖືກ​ພົບຢູ່​ອາ​ເມ​ລິ​ກາ,ມາ​ຮອດ​ດຽວ​ນີ້​ພະຍາດ​ເອດ​ໄດ້​ເຮັດ​ໃຫ້25​ລ້ານ​ຄົນ​ເສຍ​ຊີວິດໃນ​ທົ່ວ​ໂລກ,ກາຍ​ເປັນ​ພະຍຸ​ລະບາດ​ທີ່​ບໍ່​ຄ່ອຍ​ເຫັນໃນ​ປະຫວັດສາດ​ຂອງ​ນະ​ມຸດ.ປີ2005,​ໃນ​ໂລກ​ມີ3​ລ້ານ1​ແສນ​ຄົນ​​ເສຍ​ຊີວິດ​ຍ້ອນ​​ເອດ,​ໃນ​ນັ້ນ5​​ແສນ7​ໝື່ນ​ຄົນ​ແມ່ນເດັກນ້ອຍ.ປີ​ນີ້,ຜູ້​ຕິດ​​ເຊື້ອ​​​ເອຈ໌​ໄອ​ວີ​ໃນ​ໂລກໄດ້​ເພິ່ມຂຶ້ນ4​ລ້ານ9​ແສນ​ຄົນ,​ຈົນ​ເຮັດ​ໃຫ້ຍອດ​ຈຳນວນ​ຜູ້​ຕິດ​ເຊື້ອ​​​ເອຈ໌​ໄອ​ວີໃນ​ທົ່ວ​ໂລກ​ເພິ່ນ​ຂຶ້ນ​ຮອດ40​ລ້ານ3​ແສນ​ຄົນ,​​ເປັນ​ລະດັບ​ສູງ​ສຸດ​ໃນ​ປະຫວັດສາດ.     ​ເມື່ອ​ເບິ່ງ​ຈາກ​ການ​​ແຜ່​ລະບາດຂອງ​ຜູ້​ຕິດ​ເຊື້ອ​​​ເອຈ໌​ໄອ​ວີ​ແລ້ວ​ເຫັນ​ວ່າ,​​ເຂດອາ​ຟຼິກາທີ່​ຢູ່​ເຂດໃຕ້​ທ​ະ​ເລ​ຊາ​ຍຊາ​ຮາ​ລາ​ຍັງ​​ແມ່ນ​ເຂດ​ທີ່​ມີ​ຜູ້​ຕິດ​ເຊື້ອ​ ​ຫຼາຍກວ່າ​ໝູ່.ປີ2005,​ຜູ້​ຕິດ​ເຊື້ອ​ເຂດ​ດັ່ງກ່າວ​ໄດ້​ເພິ່ມຂຶ້ນ3​ລ້ານ2​ແສນ​ຄົນ,ຍອດ​ຈຳນວນ​ຜູ້​ຕິດ​ເຊື້ອ​ພະຍາດ​ດັ່ງກ່າວ​ໄດ້​ມີ25​ລ້ານ8​ແສນ​ຄົນ​ແລ້ວ.     ​ຢູ່​ອາຊີ ​ທີ່ມີ​ປະຊາກອນ​ຫຼວງຫຼາຍ​,ສະພາບ​ພະຍາດ​ເອດກໍ່​​ມີ​ທ່ວງທ່າ​ແຜ່​ລະບາດ​ຢ່າງ​ວ່ອງ​ໄວຄື​ກັນ.ປັດຈຸບັນ,ຢ່​ໃນູ​ທົ່ວ​ໂລກ,​ໃນ​ຜູ້​ຕິດ​ພະຍາດເອດ​ແຕ່ລະ5​ຄົນ​ໃດ​ກໍ່​ມີ​ຢູ່​ອາຊີ​ໜຶ່ງ​ຄົນ.ປີ2005,ຜູ້​ຕິດເອດ​ຂອງ​ອາຊີ​ໄດ້​ເພິ່ມຂຶ້ນ1​ລ້ານ1​ແສນຄົນ,​ເຮັດ​ໃຫ້​ຍອດ​ຈຳນວນ​ຜູ້​ຕິດ​ພະຍາດເອດ​ເພິ່​ມຂຶ້ນ​ຮອດ8​ລ້ານ3​ແສນ​ຄົນ.ພຽງ​ແຕ່​ຢູ່​ອິນ​ເດຍ,ປັດຈຸບັນ,ກໍ່​ມີ​ຜູ້​ຕິດ​HIV5​ລ້ານ1​ແສນ3​ໝື່ນ​ຄົນ,ເປັນ​ທີ1​ໃນ​ອາຊີ​ແລະ​ເປັນ​ທີ2​ໃນ​ທົ່ວ​ໂລກ.​ເມື່ອ​ທຽບ​ກັບ2​ປີກ່ອນ,ຜູ້​ຕິດ​ເຊື້ອ​HIVໃນ​​ອາຊີ​ຕາ​ເວັນ​ອອກ​ໄດ້​ເພິ່ມຂຶ້ນ20​%,ສ່ວນ​​ຢູ່​ເຂດ​​ເອີ​ລົບ​ຕາ​ເວັນ​ອອກ,ຄວາມ​ໄວຂອງ​ການ​ແຜ່​ລະບາດ​​ກໍ່​ເຮັດ​ໃຫ້ຄົນ​ທັງຫຼາຍ​ເປັນ​ຫ່ວງ​ນຳ,ປີ​ນີ້,ຜູ້​ເສຍ​ຊີວິດ​ຍ້ອນພະຍາດເອດ​ຢູ່​​ເຂດ​ນີ້​ແມ່ນ1​ເທົ່າ​ຂອງ​2ປີກ່ອນ.    ປັດຈຸບັນ,​ແມ່ຍິງ​ແລະ​ຊາວ​ໜຸ່ມ​ເຍົາວະ​ຊົນ​ໄດ້​ກາຍ​ເປັນກຸ່ມຄົນ​ທີ່ຕ້ອງ​ເອົາ​ໃຈ​ໃສ່ໃນ​ວຽກ​ງານ​ປ້ອງ​ກັນ​ປິ່ວປົວ​​ພະຍາດເອດ.​ໃນ​ຜູ້​ຕິດ​ເຊື້ອ​​HIV40​ລ້ານ3​ແສນ​ຄົນ​ໃນ​ທົ່ວ​ໂລກ,ຜູ້​ຂິງ​ມີ17​ລ້ານ5​ແສນ​ຄົນ,​​​ເດັກນ້ອຍ​ທີ່​ບໍ່​ຮອດອາຍຸ15​ປີ​ມີ2​ລ້ານ3​ແສນ​ຄົນ,​ໃນ​ຜູ່ຕິດ​ເຊື້ອ​ພະຍາດ​ທີ່​ເພິ່ມຂຶ້ນ​ໃນ​ປີ​ນີ້,ຜູ້​ທີ່​ມີ​ອາຍຸ​ແຕ່15​ປີ​ຫາ24​ປີກ​ວມເຄິ່ງໜຶ່ງຂຶ້ນ​ໄປ,​ເດັກນ້ອຍ​ທີ່​ອາຍຸ​ບໍ່​ຮອດ15​ປີມີ7​​ແສນ​ຄົນ.    ​ເພື່ອ​​ເຮັດ​​ໃຫ້​ປະຊາຊົນ​ມີ​ຄວາມ​ຮູ້​ຫຼາຍຂຶ້ນ​ຕໍ່ຜົນ​ຮ້າຍ​ຂອງ​ພະຍາດເອດ,​ໃນ​​ເດືອນມັງກອນ​ປີ1988,ອົງການ​ອະນາ​ໄມ​ໂລກ​ໄດ້​ກຳນົດ​ເອົາວັນ​ທີ1​ທັນວາ​ຂອງ​​ທຸກ​ປີ​ເປັນ​ວັນຕ້ານ​ເອດຂອງ​ໂລກ,ຮຽກຮ້ອງ​ໃຫ້​ປະ​ເທດຕ່າງໆຈັດກິດຈະກຳຕ່າງໆ​ໃນ​ມື້​ນັ້ນ,​​ເພື່ອໂຄສະນາ​ແລະ​ເຜີຍ​ແຜ່​ຄວາມ​ຮູ້​ກ່ຽວ​ກັບການ​ປ້ອງ​ກັນ​ພະຍາດ​ເອດ​.​ວັນ​ຕ້ານ​ເອດ​ຂອງໂລກ​ທຸກ​ເທື່ອ​ກໍ່​ມີ​ຫົວ​ຂໍ້​ແຕກ​ຕ່າງ​ກັນ.(ດົນຕີ​ຂັ້ນ)
​ພະຍາດ​​ເອດ​ແມ່ນ​​ເກີດ​ຂຶ້ນ​ຍ້ອນ​ອາການ​ພູມ​ຄຸ້ມ​ກັນ​ພະຍາດ​ຂອງ​ຮ່າງກາ​ຍບົກ​ຜ່ອງ.​ຖ້າ​ຕິດເຊື້ອ​ພະຍາດ​ຊະນິດ​ນີ້​ຈະ​ຢູ່​ໃນ​ຮ່າງກາຍ​ຄົນ​ເຮົາຕະຫຼອດ​ຊີວິດ,ມັນ​ຈະທຳລາຍພູມ​ຄຸ້ມ​ກັນຂອງ​ມະນຸດ,​ເຮັດ​ໃຫ້​ຮ່າງກາຍ​ຂອງ​ຄົນ​ເສຍ​ຄວາມ​ສາມາດ​ຕ້ານທານ​ພະຍາດ​ຊະນິດ​ຕ່າງໆ.ຊ່ອງທາງ​ຕິດ​ຕໍ່​ຂອງ​ເຊື້ອ​ເອຈ໌​ໄອ​ວີ​ມີ4​ທາງ ຄື​ທາງ​ເລືອດ,ທາງ​ເພດ​ສຳພັນ,​ເສບ​ຢາ​ເສບ​ຕິດ(​ຄື,ຜູ້​​ເສບ​ຢາ​ເສບ​ຕິດ​ໃຊ້​​ເຂັມ​ສັກ​ຢາ​ຮ່ວມ​ກັນ)​ແລະ​ການ​ຕິດ​ຕໍ່​ຈາກແມ່​ສູ່ລູກ(ຄື,​ແມ່​ທີ່​ມີ​ເຊື້ອ​​ເອຈ໌​ໄອ​ວີ​ຈະແຜ່​ເຊື້ອໃຫ້​ລູກ)​.ຈົນ​ຮອດ​ປັດຈຸບັນ,ວົງ​ການ​ແພດ​ສາດສາກົນຍັງ​ບໍ່​​ມີຢາແລະ​ທີ່​ສາມາດ​ປິ່ນປົວ​ພະຍາດ​ນີ້​ໃຫ້​ໄດ້ເທື່ອ.ສະ​ນັ້ນ,​ພະຍາດເອຈຶ່ງຖື​ກເອີ້ນ​​ເປັນ​ຊຸບ​ເປີ"ມະ​ເຮັງ​"​ແລະ"ຄາຕະກອນ​ໃນ​ສະຕະວັດ".
ປັດຈຸບັນ,ວິທີ​ປິ່ນປົວ​​ພະຍາດ​ເອດ​ມີຫຼາຍຢ່າງ,ປະ​ເທດ​ຕ່າງໆກໍ່​ມີ​ວິ​ທີ​ຕ່າງ​ກັນ.ຮອດດຽວ​ນີ້,ວິທີ​ປິ່ນປົວ​ພະຍາດ​ເອດ​ທີ່​​ໄດ້ຜົນ​ກວ່າ​ໝູ່ນັ້ນ​ອາດ​ຈະ​ຍັງ​ແມ່ນ"ວິທີ​ປິ່ນປົວ​​ແບບເຫຼົ້າຄັອກ​ເທວ",ວິທີ​ປິ່ນປົວ​ນີ້ຖືກ​ຮັບ​ຮູ້​ນຳ​ກັນ​ວ່າ​​ແມ່ນເຕັກນິກ​ຂັດ​ກວາງ​ການ​ໂຈມ​ຕີຂອງ​ເຊື້ອ​ເອຈ໌​​ໄອ​ວີ​ທີ່​ໄດ້ຜົນ​ດີກ​ວ່າ​ໝູ່​​ ​ທ່ານ​ໂຮ ​​ແດ​ວິດ (Ho David)ນັກວິທະຍາສາດອາ​ເມ​ລິ​ກາເຊື້ອສາຍ​ຈີນ​ໄດ້​ຄົ້ນຄວ້າ​ມາ​ຫຼາຍ​ປີ​ແລ້ວ,ຈຶ່ງ​ໄດ້ປະດິດ​ສ້າງ​ວິທີ​ດັ່ງ​ກ່າວ.   ກ່ຽວ​ກັບ​ເຫຼົ້າຄັອກ​ເທວ,ຄົນ​ທັງຫຼາຍອາດ​ຈະຮູ້​ຢູ່​ແລ້ວ,ນີ້​ແມ່ນເຫຼົ້າ​ຊະນິດ​ໜຶ່ງ​ທີ່​ຄົນ​​ຕາ​ເວັນ​ຕົກ​ມັກ​ທີ່​ສຸດ,​​ເອົາເຫຼົ້າ​ທີ່​ມີ​ລົດຊາດ​ຕ່າງ​ກັນຫຼາຍຢ່າງ​ປະສົມ​ກັນ,​ເມື່ອ​ກິນ​ແລ້ວກໍ່​ມີ​ລົດ​ຊາດພິ​ເສດ.ສາດສະດາ​ຈານ ​ໂຮ ​ແດ​ວິດຕັ້ງ​ຊື່​ໃຫ້ວິທີ​ປິ່ນປົວ​ຊະນິດນີ້​ເປັນ"ວິທີ​ປິ່ນປົວ​ເຫຼົ້າ​ຄັອກ​ເທວ"ກໍ່​ມີ​ຄວາມ​ໝາຍຄ້າຍ​ຄື​ກັນ,ອັນ​ນັ້ນ​ກໍ່​ຄື:ໃຊ້​ຢາ3-4​ຊະນິດໃນ​ຂະນະ​ດຽວ​ກັນ,ຢາ​ທຸກ​ຊະນິດກໍ່​ແນ​ໃສ່​ເຊື້ອ​ພະຍາດ​​ເອຈ໌​ໄອ​ວີ​ໃນຂອດຕ່າງ​ກັນ​ໃນ​ໄລຍະ​​ແຜ່ພັນ,​ແລ້ວ​ບັນລຸ​ເປົ້າ​ໝາຍ​ສະກັດ​ກັ້ນ​ຫຼື​ຂ້າ​ເຊື້ອ​ພະຍາດ.ການ​ທີ່ປິ່ນປົວ​ພະຍາດເອດ​ຍາກ​ຫຼາຍ,ສາ​ເຫດ​ອັນ​ສຳຄັນ​ຂໍ້​ໜຶ່ງ​ກໍ່​ແມ່ນ​ເຊື້ອ​​ເອຈ໌​ໄອ​ວີ​ປັບ​ຕົວ,​ໃນ​ຂະ​ບວນການ​​​​ແຜ່ລະບາດ​ແລະ​ຕິດ​ຕໍ່​ຕະ​ຫຼອດ​,ເຊື້ອ​ພະຍາດ​​ມັກປ່ຽນ​ໃນ​ດ້ານອົງ​ປະກອບ​ແລະປະສິດ​ທິພາບເລື້ອຍໆ,​ເ​ມື່ອ​​ເປັນ​ແນວ​ນັ້ນ,​ເຖິງ​ວ່າ​ໃຊ້​ຢາ​ທີ່​ມີ​ຜົນ​ດີຊ່ຳ​ເກົ່າ​ແຕ່​ເວລາ​ນີ້​ພັດ​ບໍ່​ໄດ້​ພົນ​ອີກ​ແລ້ວ,ຈຶ່ງ​ພາ​ໃຫ້​ເຊື້ອ​​ພະຍາດ​ສາມາດ​ແຜ່​​ເຊື້ອຕໍ່​ໄປຢ່າງຫຼວງ​ຫຼາຍ.​ແຕ່ການ​ໃຊ້​​"ວິທີ​ປິ່ນປົວ​​ແບບເຫຼົ້າ​ຄັອກ​ເທວ"ທີ່​ເອົາຢາ3-4​ຢ່າງ​​ປົນ​ກັນປິ່ນປົວນັ້ນ,​ເນື່ອງ​ຈາກ​ແນ​ໃສ່ຂອດຕ່າງໆ​ຂອງການ​​ເຜີຍ​ແຜ່​ເຊື້ອ​ໂຣກ​ເອດ,ຜົນ​ການ​ປິ່ນປົວ​ກໍ່​ໄດ້​​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.​ເຮັດ​ແນວນີ້​ສາມາດ​​ເຮັດ​ໃຫ້​ການ​ຕ້ານ​ຢາ​ທີ່​​ເກີດ​ຂຶ້ນ​ຍ້ອນ​​ໃຊ້​ຢາ​ຊະນິດ​ດຽວ​ນັ້ນ​ຫຼຸດໜ້ອຍ​ລົງ,​ແລະ​ສະກັດ​ກັ້ນ​ບໍ່​ໃຫ້​ເຊື້ອ​ພະຍາດ​​ແຜ່​ເຊື້ອຢ່າງ​ຮຸນ​ແຮງ,ພາ​​ໃຫ້ລະບົບ​ພູມ​ຄຸ້ມ​ກັນທີ່​ຖືກ​ທຳລາຍ​ນັ້ນຟື້ນ​ຟູປະສິດທິພາບ​ສ່ວນ​ໜຶ່ງ​ຫຼື​​ທັງ​ໝົດ,​ແລ້​ວ​ເຮັດ​ໃຫ້​​ພະຍາດ​ຂະຫຍາຍຕົວ​ຊ້າ​ລົງ,​ສາມາດ​ແກ່ຍາວຊີວິດ​ຂອງ​ຄົນ​ເຈັບ​ແລະ​ເຮັດ​ໃຫ້​ສຸຂະພາບຂອງ​ພວກ​​ເຂົາ​ເຈົ້າ​ດີຂຶ້ນ.ວິທີ​ປິ່ນປົວ​ດ້ວຍເຫຼົ້າຄັອກ​ເທວສາມາດ​ຫຼຸດ​ອັດຕາ​ການຕາຍຂອງ​ຜູ້​ເປັນພະຍາດເອດ​ລົງ​ຮອດ20%.ປະສິທິຜົນ​ໃນ​ການ​ປິ່ນປົວ​ນີ້ກໍ່​ເ​ຮັດ​ໃຫ້​ຄົນ​ເຮົາ​ມີກຳລັງ​ໃຈຫຼາຍຄື:​ເມື່ອ​ໄດ້​ປິ່ນປົວ​ຫຼາຍ​ອາ​ທິດ​ແລ້ວ,​ໃນ​ຄົນ​ເຈັບ10​ຄົນ,ມີ7​ຄົນ​ອາການ​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ,​ອາການ​ເປັນ​ໄຂ້​ແຕ່​ອຸນຫະພູມ​ບໍ່​ສູງ​ເກີດ​ໄປ​ເວລາ​ຍາວ​ນານ​ນັ້ນຫາຍ​ໄປ,ການ​​ເປັນ​ເຫດເປື່ອຍ​​ກໍ່​ບໍ່​ມີ​,ກຳລັງວັງຊາ​ກໍ່​ດີ​ຂຶ້ນ,ສິ່ງ​ທີ່​​ເປັນຕາມະຫັດ​ສະ​ຈັນ​ນັ້ນ​ແມ່ນ​ໃນ​ເລືອດ​ກວດ​ບໍ່​ເຫັນ​ເຊື້ອ​​ເອຈ໌​ໄອ​ວີ​ອີກ.     ​ໃນ​​ເວລາ​ປິ່ນປົວ​ພະຍາດ​ເອດ,ວິທີປິ່ວປົວ​ແບບ​ເຫຼົ້າ​ຄັອກ​ເທວໄດ້​ເສີມ​ຂະຫຍາ​ຍບົດບາດ​ອັນ​ສຳຄັນຢ່າງ​ສູງ​ຄື,ຢ່າງ​ໜ້ອຍ​​ກໍ່ໄດ້​​ເຮັດ​ໃຫ້​ເວລາ​ເປັນ​ພະຍາດ​ຂອງ​ຜູ້​ຕິດ​ເຊື້ອ​​ເອຈ໌​ໄອ​ວີ​ແກ່ຍາວ​ຫຼາຍ​ປີ,​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,ອັດຕາ​ການຕາຍ​ຂອງ​ພະຍາດ​ເອດ​ຢູ່​ອາ​ເມ​ລິ​ກາ​ຕ່ຳລົງ​ກໍ່​ໄດ້​ຢັ້ງຢືນ​​ເລື່ອງນີ້.​ແຕ່​ວິທີ​ ​ປິ່ນປົວ​ດັ່ງກ່າວ​ກໍ່​ມີ​ລັກສະນະຈຳກັດ​ຄືຜົນ​ການ​ປິ່ນປົວ​ບໍ່​ແມ່ນ100%,ຄົນ​ເຈັບ​ຕ້ອງ​ກິນ​ຢາ​ເປັນ​ເວລາ​ຍາວ​ນານ​ທີ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ມີ​ຜົນ​​ທາງ​ລົບຕ່າງໆ,​​ໃນ​ນັ້ນ,ທີ່​ຮ້າຍ​ແຮງ​ກວ່າ​ໝູ່​ກໍ່​ແມ່ນຕັບ​ອ່ອນ​ເພັຍ​ແລະ​ພະຍາດ​ເບົາຫວານ.ນອກ​ນີ້,ລາຄາ​​ຢາ​ກໍ່​ແພງ​ໂພດ,ຄື​ຕ້ອງ​ໃຊ້​ເຖິງປະນາມ1​ໝື່ນ2​ພັນ​ໂດ​ລາຕໍ່​ປີຕໍ່​ຄົນ,ອັນ​ນີ້​ເຮັດ​​ໃຫ້​ຄົນ​ເຈັບສ່ວນ​ຫຼາຍບໍ່​ສາມາດ​ຊື້​ໄດ້.(ດົນຕີ​ຂັ້ນ)    ພະຍາດເອດ​ໄດ້​ກາຍ​ເປັນບັນຫາ​ຈຸດ​ສຸມ​ສຳຄັນ​ໃນ​ດ້ານສາທາລະນະ​ສຸກ​ແລະ​​ສັງຄົມ​ທີ່​ທົ່ວ​ໂລກ​ສົນ​ໃຈ​ນຳ,​ເຖິງ​ວ່າ​ໃນ​ປັດຈຸບັນ​ຍັງ​ບໍ່​ມີ​ຢາ​ປິ່ນປົວ​ ​ມີ​ປະສິດທິ​ຜົນ​ແລະ​ວັກ​​ແຊງ​​ເພື່ອ​ປ້ອງ​ກັນ​ກໍ່ຕາມ,​ແຕ່​ພະຍາດ​ເອດສາມາດ​ປ້ອງ​ກັນ​ໄດ້.ດ້ວຍ​ການ​ດຳລົງ​ຊີວິດທີ່ປອດ​​ໃສຊື່ສັດ.    ​ເອົາລະ,ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ກ່ຽວ​ກັບ​ບັນ​ຫາ​ພະຍາດເອດ,ພວກ​ເຮົາ​ກໍ່​ຂໍ​ແນະນຳພຽງ​ທໍ່​ນີ້,​ເຖິງ​ວ່າ​ອາດ​ຍັງ​ບໍ່​ທັນລະອຽດຄົບ​ຖ້ວນ​ປານ​ໃດ,​ແຕ່​ກໍ່​ຫວັງ​ວ່າ​ຄົງ​ຈະ​​ເປັນ​ປະ​ໂຫຍ​ດຕໍ່​ທ່ານ​ບໍ່ຫຼາຍກໍ​ໜ້ອຍ.​ໃນ​ຕອນ​ທ້າຍ​ລາຍການ​ມື້​ນີ້,ພວກ​ເຮົາ​ມາ​ຟັງ​ເພງ​ໜຶ່ງ​ທີ່​ຊື່ວ່າ"​ແຖບ​ຜ້າສີ​ແດງ​" ​ເຊິ່ງ​ແມ່ນ​ເພງ​ສັນຍາ​ລັກ"ວັນ​ຕ້ານ​ເອດຂອງ​ໂລກ",​ແຖບ​ຜ້າສີ​ແດງ​ແມ່ນ​​ເຄື່ອງ​ໝາຍ​ສາກົນ​ທີ່​ທົ່ວ​ໂລກ​ປ້ອງ​ກັນ​ປິ່ນປົວພະ​ຍາດ​ເອດ,ມັນ​ມີ​ຄວາມ​ໝາຍເຮັດ​ໃຫ້​ປະຊາຊົນ​ທົ່ວ​ໂລກ​ຮ່ວມ​ມື​ກັນ​ຢ່າງ​​ແໜ້ນ​ແຟ້ນ,​ພ້ອມ​ກັນ​ຕ້ານ​ພະຍາດເອດ,ມັນ​ກໍ່​ເປັນສັນຍະລັກ​​ສະ​ແດງ​ໃຫ້​ເຫັນ​ຄົນ​ທັງ​ຫຼາຍເອົາ​ໃຈ​ໃສ່​​ແລະ​​ເຫັນ​ໃຈ​ໃຫ້​ກຳລັງ​ໃຈຜູ້​ຕິດ​ເຊື້ອ​.ສະ​ນັ້ນ,ພວກ​ເຮົາ​ຈົ່ງພ້ອມ​ກັນ​ກັບ​ທົ່ວ​ໂລກ​ຕ້ານ​ພະຍາດເອດ​ນຳ​ກັນ,ຫຼຸດ​​ໄພຂົ່ມ​ຂູ່​ຂອງ​ພະຍາດເອດ​ຕໍ່ມວນ​ມະນຸດ​ໃຫ້​ໜ້ອຍ​ລົງ.ມາ​ຮອດ​ນີ້​ຂໍອວຍພອນ​ໃຫ້ຜູ້​ຟັງ​ທຸກ​ທ່ານ​ທີ່​ພວມ​ຟັງ​ລາ​ຍການ​ຢູ່​ໃນ​ຂະນະ​ນີ້ຈົ່ງ​ມີ​ສຸກຂະ​ພາບ​​ເຂັ້ມ​ແຂງ​.ຂອບ​ໃຈ​ທ່ານທີ່​ຮັບ​ຟັງ​ລາຍການ"​ເພື່ອນ​ມິດ​ຜູ້​ຟັງ",ພົບ​ກັບ​ສັງ​ຂານ​ ຈູມ​ຄຳ​ພັນ​ໄດ້​ໃໝ່ໃນ​ວັນ​ສຸກ​ໜ້າ,ສະບາຍດີ.