ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-25 18:46:42    
ຄວນ​ເປີດ​ກວ້າງຂົງ​ເຂດ​ຮ່ວມ​ມມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຢ່າງ​ບໍ່​ຢຸດ​ຢັ້ງ

cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ25​ກັນຍາ, ຢູ່​ເມືອງ​ສາງ​ຊາ​ແຂວງ​ຫູ​ໜານ​ຈີນ, ທ່ານນາງ​ອູ​ຢີ ຮອງ​ນາຍົກລັດ​ຖະມົນຕີ​ຈີນກ່າວ​ວ່າ, ການ​ພົວພັນດ້ານ​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ແມ່ນ​ພາກສ່ວນ​ປະກອບ​ທີ່​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ, ​ເສດຖະກິດ​ຈີນ​ຍີ່ປຸ່ນ​ມີ​ຄວາມ​ຕາບ​ຈູ​ນກັນຫຼາຍ, ສອງ​ປະ​ເທດ​ຄວນ​​ເປີດ​ກວ້າງ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານນາງອູ​ຢີ​ແມ່ນ​ກ່າວ​ຄວາມ​ນີ້​ໃນ​ເວລາ​ພົບ​ປະ​ທ່ານ​ນີຄາ​ອີ ​ໂທ​ຊີ​ຮີ​ໂລ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ເສດຖະກິ​ດຍີ່ປຸ່ນ.

​ທ່ານ​ນາງ​ອູ​ຢີ​ເວົ້າ​ວ່າ, ຈີນ​ເອົາ​ໃຈ​ໃສ່​ຂະຫຍາຍ​ການ​ພົວພັນ​ກັບ​ຍີ່ປຸ່ນ, ຫວັງ​ໃຫ້​ຝ່າຍ​ຍີ່ປຸ່ນ​ຈົ່ງ​ທຳ​ຄວາມ​ພະຍາຍາມ​ທີ່​ມີ​ລັກສະນະ​ສ້າງສັນ, ລົບ​ລ້າງ​ຄວາມ​ອຸປະສັກ​ດ້ານ​ກາ​ນ​ເມືອງ, ບັນລຸ​ເປົ້າ​ໝາຍ​ທີ່ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ, ​ມີໄມຕີ​ຈິດ​ຕໍ່​ກັນທຸກ​ເຊັນຄົນ​, ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ພ້ອມ​ກັນ​ພັດທະນາ​ລະ​ຫວ່າງ​ຈີນ​ກັບ​ຍີ່ປຸ່ນ.

ທ່ານ​ນີຄາ​ອີ​ກ່າວ​ວ່າ, ການ​ພົວພັນ​ຍີ່ປຸ່ນ​ຈີນ​ສຳຄັນ​ທີ່​ສຸດ, ຝ່າຍ​ຍີ່​ປ່ນຸຍິນ​ດີ​ຕັ້ງໜ້າ​ພະຍາຍາມ, ຊຸກ​ຍູ້​​ຍີ່ປຸ່ນ​ກັບ​ຈີນ​ມີ​ໄມຕີ​ຈິດ​ຕໍ່​ກັນ​ທຸກ​ເຊັນ​ຄົນ​, ຊຸກ​ຍູ້​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.