ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-26 16:26:37    
ງານ​ກິ​ລາ​ໂອ​ລິມ​ປີກ​ພິ​ເສດ​ໂລກ​ປີ 2007 ຈະ​ຈັດ​ປະ​ກາດ​ເພງ​ສັນ​ຍາ​ລັກ​ແລະ​ສັດ​ນຳ​ໂຊກ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ

cri Author: min
ຕາມ​ຂ່າວ​ຈາກ​ເວັບ​ໄຊ້​ອຳນາດ​ການ​ປົກຄອງ​ຊຽງ​ໄຮ້: ​ແຕ່​ວັນ​ທີ 25 ກັນຍາ​ເປັນ​ຕົ້ນ​ໄປ, ງານ​ກິລາ​ໂອ​ລິມ​ປີກ​ພິ​ເສດ​ໂລກປີ 2007 ຈະຈັດ​ປະ​ກວດ​ສັດ​ນຳ​ໂຊກ, ​ເພງ​ສັນຍາ​ລັກ​ແລະ​ຮູບ​ພາບ​ໂຄ​ສະ​ນາ​ຢ່າງ​ເປີດ​ກວ້າງ​ຕໍ່ພາຍ​ໃນ​ແລະ​ຕ່າງ​ປະ​ເທດ.

ການ​ຮັບປະ​ກວດ​ຈະສິ້ນ​ສຸດ​ໃນ​ວັນ​ທີ 30 ​ພະຈິກປີ​ນີ້, ສິ່ງທີ່​ໄດ້​ຮັບການ​ປະ​ກວດ​ນັ້ນ​ຈະ​ໃຊ້​ໃນ​ກິດຈະກຳ​ໂຄສະນາ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ງານ​ກິລາ​ຄັ້ງ​ນີ້. ຜູ້​ສົ່ງ​ສັດ​ນຳ​ໂຊກ​ເພງ​ສັນຍາ​ລັກ​ແລະ​ຮູບ​ພາບ​ໂຄສະນາ​ທີ່​ເຂົ້າ​ຮ່ວມ​ການ​ປະ​ກວດ​ຈະ​ໄດ້​ຮັບ​ເຊີນ​​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປີກ​ພິ​ເສດ​ໂລກ​ປີ 2007.

ງານ​ກິລາ​ໂອ​ລິ​ມປີກ​ພິ​ເສດ​ໂລກ​ແມ່ນ​ງານ​ກິລາ​ທີ່​ຈັດ​ຂຶ້ນ​ເພື່ອ​ຄົນ​ພິ​ການ​ທາງ​ສະໝອງ​ໃນ​ທົ່ວ​ໂລກ, ສອງ​ປີຈັດ​ຂຶ້ນ​ເທື່ອ​ໜຶ່ງ, ​ແລະປ່ຽນ​ກັນ​ຈັດ​ຂຶ້ນ​ໃນ​ລະດູ​ຮ້ອນ​ແລະ​ລະດູ​ໜາວ, ງານ​ກິລາ​ໂອ​ລິ​ມປີກພິ​ເສດ​ລະ​ດູ​ຮ້ອນ​ຂອງ​ໂລກປີ 2007 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຊຽງ​ໄຮ້​ຂອງ​ຈີນ​ໃນ​ເດືອນ​ຕຸລາ​ປີໜ້າ.