ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-26 16:43:30    
ຂົວ​ທາງ​ອາກາດ060925

cri


 ທີ່​ນີ້,ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ,ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ,​​ເປັນ​ຈັ່ງ​ໃດ​ໃນ​ມື້ວານ​ມີ້​ກ່ອນ​ທີ່​ເປັນ​ວັນ​ທ້າຍ​ສັບປະດາ​​,ມີ​ຄວາມ​ມ່ວນຊື່ນ​ຫຼາຍ​ຫຼື​ບໍ່ມື້​ນີ້?ລາຍການ"ຂົວ​ທາງ​ອາກາດ"​ໄດ້​ວຽນມາ​ພົບ​ກັບ​ທ່ານ​ອີກ​ຕາມ​ເຄີຍ.ຫວ່າງ​ມໍ່ໆ​ນີ້,ນ້ອງ​ສີວ​ອນທີ່ຢູ່​ບ້ານ​ໂພນ​ໄຊ ​ເມືອງ​ແລະ​ແຂວງ​ຫຼວງ​ນ້ຳ​ທາ​ໄດ້​ຝາກ​ຈົດໝາຍ​ມາ​ຍັງ​ພວກ​ເຮົາ​ໂດຍຂ​ຽນວ່າ,"ນ້ອງ​ເອງ​ກໍ່​ຍັງ​ຕິດຕາມ​ຮັບ​ຟັງ​ວິທະຍຸ CRI ຢ່າງ​ເປັນ​ປົກກະຕິ,​ແຕ່​ວ່າ,​ໄລຍະ​ນີ້​ບໍ່​ຄ່ອຍ​ຈະ​ໄດ້​ສົ່ງ​ຂ່າວ​ຄາວ​ມາຫາ,​ເພາະ​ຫຍຸ້ງ​ກັບ​ວຽກ​ງານ​ຫຼາຍ​ແດ່,​ແຕ່​ກໍ່​ຍັງ​ຮັບ​ຟັງ​ຢູ່​ເປັນ​ປະຈຳ,​ເພາະວິທະຍຸ CRI ຂອງ​ພວກ​ເຮົາ​ເປັນສື່​ຜູກ​ມິດ​ສຳພັນ​ກັບ​ຜູ້​ຟັງ​ທົ່ວ​ທຸກ​ເຂດ​ແຄວ້ນ,​ເພາະ CRI ​ເປັນ​ໃຈກາງ​ຂອງ​ເພື່ອນ​ມິດ​ທຸກ​ມຸມ​​ໂລກ​ເຊິ່ງ​ໄດ້ຮັບ​ແຕ່​ເລື່ອງ​ລາວ​ຄວາມ​ຮູ້ສາລະ​ຂ່າວສານ​ບັນ​ເທີ​ງຕ່າງໆ.ສຳລັບ​ແບບຮຽນ​ພາສາ​ຈີນ​ແລະ​ແຜ່ນ CD,ນ້ອງ​ໄດ້​ຮັບ​ແລ້ວ.ຂໍ​ຂອບ​ໃຈ​ເປັນ​ຢ່າງ​ຍິ່ງ,ນ້ອງ​ຈະ​ພະຍາຍາມ​ຄົ້ນຄວ້າຮ່ຳຮຽນ​ເພື່ອ​ມິດຕະພາບ​ລະຫວ່າງຈີນ-ລາວ​ໃຫ້​ແໜ້ນ​ແຟ້ນຂຶ້ນ​ກວ່າ​ເກົ່າ."

   ທ່ານ​ສີວ​ອນ​​ຕີ​ລາຄາ​ສູງ​ລາຍການ​ຂອງ​ພວ​ກ​ເຮົາ​ແບບ​ນີ້,​ໂດຍ​ຖື​ວິທະ​ຍຸ​CRI​ເປັນ​ສູນ​​ເຜີຍແຜ່​ຄວາມ​ຮູ້ສູ່​ທຸກ​ມຸມ​​ໂລກ,ອັນ​ນີ້​ແມ່ນ​ຄຳ​ຍ້ອງທີ່​ມີ​ຄຸນຄ່າທີ່​ສຸດ​ຕໍ່​ພວກ​ເຮົາ,ທີ່​ຈິງ​ແລ້ວ,ລາຍການ​ຂອງ​ພວກ​ເຮົາ​ຍັງ​ມີຫຼາຍບ່ອນ​ຄວນ​ປັບ​ປຸງ​ໃຫ້​ດີກ​ວ່າ​ເກົ່າ,ຖ້າວ່າ​ທ່ານ​ມີ​ຄວາມ​ເຫັນ​ຫຍັງ​,ຫຼືວ່າ​ທ່ານ​ມີ​ຄວາມ​ປາຖະໜາ​ຫຍັງ​ເພິ່ມ​ເຕິ​ມກໍ່​ບໍ່​ຕ້ອງ​ເກງ​ໃຈ​ເຊີນຝາກ​ຈົດໝາຍ​ມາ​ຫາ​ພວ​ກ​ເຮົາ​ໂລດ,ພວກ​ເຮົາ​ຍິນ​ດີ​ທີ່​ສຸດ​ທີ່​ຈະໄດ້​ຮັບ​ຂໍ້​ສະ​ເໜີ​ຂອງ​ທ່ານ,ພ້ອມ​ກັນ​ນັ້ນ​ກໍ່​ຫວັງ​ວ່າ​ລາ​ຍການ​ຂອງ​ພວກ​ເຮົາ​ຄົງ​ຈະຊ່ອຍ​ທ່ານ​ຮູ້​ໂລກກວ້າງ​ໄກ​ກວ່າ​ເກົ່າ​,ພ້ອມ​ທັງ​ໃຫ້​ຄວາມ​ຮູ້​ແລ​ະ​ເປັນ​ເພື່ອນ​ມິດ​ທີ່​ໃກ້​ຊິດ​ສະ​ນິດສະໜົມ​ກັບ​ທ່ານຫ​ຫຼາຍ​ກວ່າ​ສື່​ອື່ນໆ.

    ສຸດ​ທ້າຍ,ພວກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ສູ່​ທ່ານ​ຟັງ,​ເພງ​ນີ້​ຊື່ວ່າ"ຊິ່ວທ່ຽນ​ເຕີ​ທົງ​ຮວ້າ",​ແປ​ວ່າ"ນິທານ​ເດັກ​ລະ​ດູ​ໃບ​ໄມ້ຫ​ຫຼົ່ນ",​ເຊີນ​ຟັງ​​ໄດ້​ເລີຍ.