ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-26 16:55:53    
ເມືອງ​ຈີ​ງ​ເຕີ​ເຈີ້ນ ​ເມືອງ​ເຄື່ອງປັ້ນດິນ​ເຜົາ​ພັນ​ປີ​ກ້າວ​ຂຶ້ນສູ່​ເສັ້ນທາງ ພັດທະນາ​ໃໝ່

cri


ທ່ານຜູ່​ຟັງ​ທີ່​ໂຄລົບ, ​ໃນພາສາ​ອັງກິດ​ເອິ້ນ​ຈີນ​ວ່າ, ​ເປັນ​ດິນ​​ແດນ​ແຫ່ງ​ເຄື່ອງປັ້ນດິນ​ເຜົາ, ທົ່ວ​ໂລກ​ໄດ້​ຮູ້ຈັກ​ຈີນ​ໂດຍ​ຜ່ານ​ເຄື່ອງປັ້ນດິນ​ເຜົາ. ​ສຳ​ລັບເຄື່ອງປັ້ນດິນ​ເຜົາທີ່​ຜະລິດ​ຢູ່​ແຫ່ງ​ຕ່າງໆ​ຂອງຈີນນັ້ນ, ​ເຄື່ອງທີ່​ຜະລິດ​ຢູ່​ເມືອງ​ຈີ​ງ​ເຕີ​ເຈີ້ນ​ມີ​ຊື່ສ​ຽງດົງດັງ​ກວ່າ​ໝູ່​, ​ໄດ້​ຮັບ​ຄວາມນິຍົມຊົມ​ເຊີຍອັນ​ກວ້າງຂວາງຍ້ອນ​ຄຸນ​ນະພາ​ບ. ຫວ່າງ​​ແລ້ວນ​ນີ້, ນັກ​ຂ່າວ​ວິ​ທະ​ຍຸ​ພວກ​ເຮົາ​ໄດ້​ໄປ​​ເອົາ​ຂ່າວ​ຢູ່​ເມືອງ​ນ້ອຍ​ທີ່​ມີ​ປະຫວັດຜະ​ລິດ​ມາ​​ເປັນ​ພັນ​ປີ​ແລ້ວ.  ສະນັ້ນ, ​ໃນ​ລາຍການແຈ້ງ​ຂ່າວ​ເສດຖະກິດ​ຈີນ​​ມື້​ນີ້, ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ຮູ້ຈັກ​ກັບ​​ເມືອງ​ຈີງ​ເຕີ​ເຈີ້ນທີ່ກ້າວ​ຂຶ້ນສູ່​ເສັ້ນທາງ​​ພັດທະນາ​​ໃໝ່​.

ທ່ານ​ຜູ້​ຟັງ, ​ເມື່ອ​​ໄດ້​ຍິນ​ດົນຕີ​​ນີ້, ທ່ານ​ອາດ​ຈະຄິດ​ວ່າ, ນີ້​ກໍ່​ເປັນພຽງດົນຕີ​ພື້ນ​ເມືອງ​ທຳ​ມະ​ດາຂອງ​ຈີນ​ເທົ່າ​ນັ້ນ, ​ແຕ່​ຖ້າ​​ເຮົາ​ບອກ​ທ່ານ​ວ່າ, ​ເຄື່ອງ​ເສ​ບ​ດົນຕີ​ດັ່ງ​ກ່າວ​ນີ້​ລ້ວນ​ແຕ່​ແມ່ນ​ເຄື່ອງປັ້ນດິນ​ເຜົາ, ທ່ານ​ອາດ​ຈະ​ຮູ້ສຶກ​ປະຫຼາດ​ໃຈ​ຂຶ້ນ​ມາ​ທັນທີ. ຢູ່​ເມືອງຈີ​ງ​ເຕີ​ເຈີ້ນ, ພວ​ກ​ເຮົາ​ໄດ້​ເຫັນ​ວັດທະນະທຳ​ເຄື່ອງປັ້ນດິນ​ເຜົາ​ໄດ້​​ຊຶມ​​ເລິກເຂົ້າ​ໃນທຸກ​ສິ່ງ​ທຸກ​ຢ່າງ​ຂອງວິ​ຖີຊີວິດ​ເມືອງ​ນີ້. ປະຊາຊົນ​ຢູ່​​ເມືອງ​ນີ້​ເອກອ້າງ​ທະ​ນົງ​ຕົວຍ້ອນ​ຕົນ​ເປັນ​ຄົນ​ເມືອງຈີ​ງ​ເຕີ​ເຈີ້ນ, ສ່ວນ​ເສດຖະກິດ​ຂອງ​ເມືອງ​ບູຮານ​ທີ່ມີ​ປະຫວັດສາດ​ພັນ​ປີ​ນີ້​ກໍ່​ພັດທະນາ​ໂດຍປິ່ນອ້ອມ​ເຄື່ອງປັ້ນດິນ​ເຜົາ​ເມືອງ​ຈີ​ງ​ເຕີ​ເຈີ້ນ ​ເຊິ່ງ​ເປັນຍີ່​ຫໍ້ທີ່​ມີ​ຊື່ສ​ຽງ​ໂດ່​ງ ດັງ.

​ເມືອງຈີ​ງ​ເຕີ​ເຈີ້ນຕັ້ງຢູ່​ເຂດ​ຕາ​ເວັນ​ອອກສຽງ​ເໜືອ​ແຂວງ​ຈຽງ​ຊີຢູ່​ພາກກາງຂອງ​ຈີນ, ຂີ້ດິນຢູ່​ທີ່​​ແຫ່ງນັ້ນ​​ເໝາະ​ສຳລັບ​ການ​ຜະລິດ​ເຄື່ອງດິນ​ເຄືອ​ບ. ນອກຈາກ​ນີ້, ​ເມືອງ​ນີ້ອ້ອມ​ໂດຍ​ພູຜາ​ທີ່​ຂຽວສົດງົດ​ງາມ, ຢູ່​ເຖິງ​ພູ​​ເຕັມ​ໄປດ້ວຍຕົ້ນ​ແປກຂຽວ​ສະ​ອຸ່ມ. ​ໃນຕົ້ນ​ແປກ​ມີນ້ຳມັນ​ແປກທີ່​ໃຊ້​ເປັນ​​ເຊື້ອ​​ໄຟ, ​ຄວາມ​ຮ້ອນ​ຂອງໄຟ​​ໃນເຕົາ​ທີ່​​ເຜົາເຄື່ອງດິນ​ເຄືອບ​ນັ້ນສູງ​ເຖິງ 1 ພັນ 300 ກວ່າ​ອົງສາ, ຈະ​​ເຜົາ​​ເຄື່ອງດິນ​ກ້ຽງ​ລະອຽດທີ່​ມີ​ວັດຖຸ​ເຄືອ​ບສິຂາວຢູ່​ໜ້າ​​ເຄື່ອງ, ​ໃນນັ້ນ, ​ເຄື່ອງດິນ​ເຄືອ​ບຊີງ​ຮວາທີ່​ມີ​ລາຍ​ດອກ​ສີຟ້າ​ເປັນ​ສິ່ງ​ຍອດ​ຢ້ຽມ​ທີ່​ສຸດ. ​ເງື່ອນ​ໄຂ​ທຳ​ມະ​ຊາດດີ​ລື່ນ​ໝູ່ທຳ​ມະ​ຊາດ​​ໄດ້​​ສ້າງ​ພື້ນຖານ​ທາງ​ວັດຖຸ​ດິບອັນ​ດີ​ແກ່​ການ​ຜະລິ​ດ​ເຄື່ອງປັ້ນດິນ​ເຜົາ. ກ່ອນ​ນີ້ພັນກວ່າ​ປີ​, ​ໃນ​ສະ​ໄໝ​ລາຊະ​ວົງ​ຊົ້ງຂອງ​ຈີນມີ​ເຈົ້າຊີວິດ​ອົງໜຶ່ງ​ເຫັນ​ເຄື່ອງປັ້ນດິນ​ເຜົາອັນໜຶ່ງທີ່​ຜະລິດ​ຢູ່​ນີ້ມີ​ສີສັນ​ລວດ​ລາຍງາມ​ລຽບໆ​ແລະ​ວັດ​ຖຸ​ທີ່ເຄືອບ​ກໍ່ກ້ຽງ​ລະອຽດດີ, ​ພະ​ອົງມັກ​ຈົນ​ບໍ່​ຢາກ​ວາງ, ​ເລີຍຕັ້ງຊື່​"ຈີ​ງ​ເຕີ" ຊື່​ປີຂອງ​ເຈົ້າຊີວິດອົງ​ນີ້​ເປັນ​ຊື່​ຂອງເຄື່ອງປັ້ນດິນ​​ເຜົາ​ຊະນິດ​ທີ່​ຜະລິດ​ຢູ່​ເມືອງນີ້, ນີ້​ກໍ່​ແມ່ນ​ຄວາມ​ເປັນ​ມາ​ຂອງ​ເມືອງຈີ​ງ​ເຕີ​ເຈີ້ນ ​ເມືອງ​ເຄື່ອງປັ້ນດິນ​ເຜົາ​ພັນ​ປີ​.

​​​ແຕ່​ນັ້ນ​ມາ, ​ເຄື່ອງ​ປັ້ນດິນ​ເຜົາ​ເມືອງ​ຈີ​ງ​ເຕີເຈີ້ນ​ໄດ້​ມີ​ຊື່ສ​ຽງດົ່ງດັງ​ຂຶ້ນ, ມັນບໍ່ພຽງ​ແຕ່​ເປັນ​ເຄື່ອງ​ໃຊ້​ທີ່ຟຸມ​ເຟືອ​ຫຼູຫຼາສະຈຳ​​ເພາະ​ຂອງຂຸນ​ນາງ​ທຸກ​ລາຊະ​ວົງ​ຂອງ​ຈີນ​ທໍ່​ນັ້ນ, ​ແຕ່​ຫາກຍັງ​ກາຍ​ເປັນ​ສິນຄ້າ​ຂາຍ​ດິບຂາຍ​ດີ​ໃນ​ການ​ຄ້າ​ຕາມ​ທາງສາຍ​ໄໝ​ຢູ່​ເທິງ​ທະ​ເລ​ໃນ​ສະ​ໄໝ​ບູຮານ.  ປັດຈຸ​ບັນ, ຢູ່​ໃນ​ຫໍພິພິດທະພັນ​ໃຫຍ່​​ແຫ່ງຕ່າງໆ​ຂອງ​ໂລກ, ທ່ານກໍ່​ຈະໄດ້​ເຫັນ​ເຄື່ອງປັ້ນດິນ​ເຜົາ​ເມືອງ​​ຈີ​ງ​ເຕີ​ເຈີ້ນ​ອັນປາ​ນີ​ດ.

​ແຕ່​ໃນບໍ່​ເທົ່າ​ໃດປີ​ມານີ້, ກໍ່​ຄື​ກັນກັບ​ຜະລິດ​ຕະພັນ​ຍີ່​ຫໍ້​ເກົ່າຫຼວງຫຼາຍຂອງ​ຈີນ, ການ​ຜະລິດ​ເຄື່ອງປັ້ນດິນ​ເຜົາ​ເມືອງ​ຈີ​ງ​ເຕີ​ເຈີ້ນກໍ່​ໄດ້​ຖືກ​ກະທົບ​ແລະ​ທ້າ​ທາຍ, ​​ເກີດ​ມີ​ບັນຫາ​ຕ່າງໆ, ຄື, ​ເອົາ​ໃຈ​ໃສ່​ຕໍ່ຍີ່​ຫໍ້ຫຼາຍປານ​ໃດ, ​ຊະນິດ​ຂອງ​ຜະລິດ​ຕະພັນ​ໜ້ອຍ​ໂພດ​ແລະ​ການ​ຫຸ້ມຫໍ່​ມັກ​ງ່າຍ​ໂພດ​ເປັນຕົ້ນ, ​ໃນ​ນັ້ນ, ສິ່ງ​ທີ່​ຮ່າຍ​​ແຮງກວ່າ​ໝູ່​ນັ້ນ​ແມ່ນສິນຄ້າ​ປອມ​ແປງ​ແລະສິນຄ້າ​ລັກ​ລອກ​ແບບ​ມີ​ຢູ່​ທົ່ວທີບ.

​​ໃນ​ເວ​ລາ​ເວົ້າ​ເຖິງ​ສະພາບການ​​ດັ່ງກ່າວ, ທ່ານຮວາງ​ຄາງ​ມິງ ຫົວໜ້າ​ຂະ​ແໜງ​ເຄື່ອງປັ້ນດິນ​ເຜົາ​ເມື​ອງຈິງ​ເຕີ​​ເຈີ້​ນຮູ້ສຶກ​​ເສຍ​ໃຈ​ທີ່​ສຸດ.ທ່ານເວົ້າວ່າ,   " ​ໃນບໍ່​ເທົ່າ​ໃດ​ປີຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ເສຍ​ອົກ​ເສຍ​ໃຈ​ຍ້ອນ​ລະບຽບ​ຕະຫຼາດສັບສົນ​ ສິນຄ້າ​ປອມ​ແປງ​ແລະ​ລັກ​ລອກ​ແບບມີ​ຢູ່​ທົ່ວທີບ. ​ແຕ່​ປີ 2001 ມານີ້, ຢູ່ຕ່າງປະ​ເທດ​ໄດ້​ຈັດ​ໃຫ້​ມີ​ງານ​ວາງສະ​ແດງ​​​ຊື້​ຂາຍ​ເຄື່ອງປັ້ນດິນ​ເຜົາ​ເມືອງ​ຈິງ​​ເຕີ​ເຈີ້ນຫຼວງຫຼາຍທີ່​ບໍ່​ເປັນ​ລະບຽບ. ​ແຕ່​ເຄື່ອງປັ້ນດິນ​ເຜົາ​ທີ່​ວາງສະ​ແດງ​ແລະ​ຂາຍໃນ​ງານ​ວາງສະ​ແດງ​ດັ່ງ​ກ່າວ​ນີ້ຊ້ຳພັດບໍ່​ແມ່ນ​ເຄື່ອງປັ້ນດິນ​ເຜົາທີ່​ຜະ​ລິດ​ຢູ່ເມືອງ​ຈິງ​​ເຕີ​ເຈີ້ນ, ​ແຕ່​ໃສ່​ຊື່​ຂອງ​ເມືອງ​ຈິງ​ເຕີ​ເຈີ້ນ. ການ​ເຮັດ​ແນວ​ນີ້​ໄດ້​ທຳລາຍຊື່ສ​ຽງຂອງ​ເຄື່ອງປັ້ນດິນ​ເຜົາ​ເມືອງ​ຈີງ​ເຕີ​ເຈີ້ນຢ່າງ​ໜັກໜ່ວງ.​"​

ສຳລັບ​ການ​ກະທຳລ່ວງ​ລ້ຳ​ສິດ​ເຫຼົ່ານີ້, ​ເມືອງ​ຈິງ​ເຕີ​ເຈີ້ນ​ໄດ້ມີການ​ເຄື່ອນ​ໄຫວ​ແລ້ວ, ຄື,  ​ໃນຫຼາຍປີ​ມານີ້, ຂະ​ແໜງ​ການ​ຄຸ້ມ​ຄອງ​ອຸດສາຫະກຳ​ແລະ​ການ​ຄ້າ​ແລະ​ຂະ​ແໜງ​ຍຸດຕິ​ທຳຂອງ​ເມືອງ​ນີ້​ໄດ້​ຮ່ວມ​ມື​​ໃຊ້​ກົ​ດໝາຍ​ເພື່ອ​ແກ້​ໄຂກາ​ນກະທຳ​ຜິດ​​ໃນ​ການປອມ​ແປງ​ແລະ​ລັກ​ລອກ​ແບບ​ຂອງ​ເຄື່ອງປັ້ນ​ດິນ​ເຜົາ​ເມືອງ​ຈິງ​ເຕີ​ເຈີ້ນ. ສານ​ຂອງ​ເມືອງດັ່ງກ່າວ​ໄດ້​ຕັ້ງຄະນະ"ສານ​ປົກ​ປັກ​ຮັກສາ​ສິດ​ຊັບ​ສິນ​ທາງ​ປັນ​ຍາ"​ໂດຍ​ສະເພາະ. ​ໃນ 5 ປີຜ່ານມາ, ​ໄດ້ຕັດສິນ​ຄະດີ​ລ່ວງ​ລ້ຳ​ສິດ​ຂອງ​ເຄື່ອງປັ້ນດິນ​ເຜົາ​ຂອງເມືອງ​ຈິງ​ເຕີ​ເຈີ້ນ 200 ກວ່າ​ຄະດີ, ​ເຮັດ​ໃຫ້​ການຕະຫຼາດ​ຫັນ​ເຂົ້າສູ່ລະບຽບ.

​ໄລຍະຊຸມ​ປີ 1990 ​ແມ່ນ​ໄລຍະ​ທີ່​ການ​ພັດທະນາ​ຂອງ​ເຄື່ອງປັ້ນດິນ​ເຜົາ​ເມືອງ​ຈິງ​ເຕີເຈີ້​ນຕົກຕ່ຳທີ່​ສຸດ. ​ໃນ​ຄາວ​ນັ້ນ, ວິ​ສາ​ຫະກິດ​ສ່ວນຫຼາຍລ້ວນ​ແຕ່​ຜະລິດ​ເຄື່ອງປັ້ນດິນເຜົາຂອງຍີ່​ຫໍ້​​ຊື່ດັງຂອງ​ຕ່າງປະ​ເທດ, ຕິ​ດ​ຍີ່ຫໍ້ຂອງ​​ເຂົາ​ເຈົ້າ, ໝາຍ​ຄວາມ​ວ່າ, ບໍ່​ມີ​​ຍີ່​ຫໍ້​ຂອງ​ຕົນ. ມູນ​ຄ່າ​ເພີ່ມ​ຂອງ​ຜະລິດ​ຕະພັນ​ຕ່ຳ​ທີ່​ສຸດ, ​ຜົນກຳ​ໄລ​ຂອງ​ວິ​ສາ​ຫະກິດ​ກໍ່​ຕົກ​ຕ່ຳ. ​ເພື່ອ​ປ່ຽນ​​ແປງສະພາບ​ດັ່ງກ່າວ​ນີ້, ກ່ອນ​ນີ້ຫຼາຍປີ, ​ໂຮງງານຜະລິດ​ເຄື່ອງປັ້ນດິນ​ເຜົາຂະໜາດ​ອ່າວໃຫຍ່​ 5 ​ໂຮງງານຢູ່​ເມືອງ​ຈິງ​ເຕີ​ເຈີ້ນ​ໄດ້​ຮ່ວມສຳພັນ​ກັນ​ສ້າງຕັ້ງ​ບໍລິສັດ​ເຄື່ອງປັ້ນດິນ​ເຜົາ​ຫຸ້ນ​ສ່ວນຈຳກັດ​ໃຫຍ່​ກວ່າ​ໝູ່​ໃນ​​ເມືອງ​ນັ້ນ. ບໍລິສັດ​ຕົກລົງ​ຜະລິດ​ເຄື່ອງປັ້ນດິນ​ເຜົາ​ທີ່​ໃຊ້​ໃນ​ຊີວິດປະຈຳ​ວັນຊັ້ນສູງ​ພ້ອມ​ທັງຄົ້ນຄວ້າ​ອອກ​ແບບຜະລິດ​ເຄື່ອງປັ້ນດິນ​ເຜົາ​ທີ່​ມີລວດລາຍ​ສີສັນ. ​ເວລາ​ນັ້ນ​ເປັນຕົ້ນມາ,  ​ບໍ່​ຜະລິດ​ເຄື່ອງປັ້ນດິນ​ເຜົາຂອງ​ຍີ່​ຫໍ້​ຕ່າງ​ປະ​ເທດ​ອີກ, ​ແຕ່​ຜະລິດ​ເຄື່ອງປັ້ນດິນ​ເຜົາ​ຍີ່​ຫໍ້​ຕົນ​ເອງ​ສົ່ງ​ຂາຍຢູ່​ຕ່າງ​ປະ​ເທດ.

​ ​​ເມື່ອ​ເວົ້າ​ເຖິງ​ການ​ສ້າງ​ຍີ່​ຫໍ້, ທ່ານ​ຢຸຍກົວ​ຊີ້​ງ ​ເຈົ້າເມືອງຈິງ​ເຕີ​ເຈີ້ນ​​ໄດ້​ສະ​ແດງຄວາມ​ຮູ້ສຶກວ່າ, " ພຶດຕິ​ກຳ​​ໄດ້ຢັ້ງຢືນ​​ໃຫ້​ເຫັນວ່າ, ການ​ຍືດໜັ້ນຍີ່​ຫໍ້​ຢ່າງ​ໝັ້ນຄົງ​ນັ້ນມີ​ຜົນ​ດີ​ຕໍ່​ວິ​ສາ​ຫະກິດ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ແຂ່ງ​ຂັນ​ຢູ່​ໃນຕະຫຼາດຢ່າງ​ບໍ່​ຢຸ​ດຢັ້ງ, ມີ​ຜົນ​ດີ​ຕໍ່​ວິ​ສາ​ຫະກິດ​ໃນ​ການຍົກ​ສູງ​ຄຸນ​ນະພາ​ບ​ຂອງ​ຜະລິດ​ຕະພັນ​ແລະຊື່ສຽງຂອງ​ວິ​ສາ​ຫະກິດຢ່າງ​ບໍ່​ຢຸດ​ຢັ້ງ, ພ້ອມ​ກັນນັ້ນ, ຍັງ​ມີ​ຜົນ​ດີ​ຕໍ່ຜູ້​ບໍລິ​ໂພ​ກອັນ​​ໄພສານ​ໃນ​ການ​ປົກ​ປ້ອງຜົນ​ປະ​​ໂຫຍ​ດຂອງ​ຕົນ​ຕາມ​ກົດໝາຍ.​"

​​ແຕ່​ວ່າ, ມີ​ຍີ່​ຫໍ້​ແລ້ວ​ຍັງ​ບໍ່​ພໍ້​ເທື່ອ, ຖ້າຢາກຊະນະ​ໃນ​ການ​ແຂ່ງຂັນ​ຕະຫຼາດອັນ​ດຸ​ເດືອນັ້ນ, ​ສຳຄັນ​ກວ່າ​ໝູ່​ຍັງ​ຕ້ອງອາ​​ໄສຄຸນ​ນະ​ພາບ​ຂອງຜະລິດ​ຕະພັນ. ​ເພື່ອ​ເຮັດ​ໃຫ້​ຜະລິດ​ຕະພັນ​​ໄດ້ມາດຖານ​ສາກົນ​ໃນ​ປັດຈຸບັນ, ວິ​ສາ​ຫະກີດ​ທີ່​ຜະລິດ​ເຄື່ອງປັ້ນດິນ​ເຜົາ​ຢູ່​ເມືອງ​ຈີ​ງ​ເຕີ​ເຈີ້ນ​ໄດ້​ຄົ້ນຄວ້າ​ເຕັກ​ໂນ​ໂລ​ຊີ​ຜະລິດຊະນິດໃໝ່​ຊະນິດ​ໜຶ່ງ. ​ເຕັກ​ໂນ​ໂລ​ຊີ​ໃໝ່​ນີ້​ຈະ​ເຮັ​ດ​ໃຫ້​ເຄື່ອງປັ້ນດິນ​ເຜົາ​ບໍ່ພ​ຽງ​ແຕ່​ຮັກສາ​ສີ​ງາມສົດ​ໃສ​ທໍ່ນັ້ນ, ຍັງ​ບໍ່ມີ​ສານ​ເຄມີ​ທີ່​ມີ​ຜົນ​ຮ້າຍ​ຕໍ່​ຄົນອີກ​ດ້ວຍ.

​​ເມື່ອ​ເວົ້າ​ເຖິງ​ການ​ປະດິດສ້າງ​ໃໝ່ດັ່ງກ່າວ​ນີ້, ທ່ານ​ຫວາງ​ຢ້າວ ຜູ້ອຳນວຍ ການ​ໃຫຍ່​​ບໍ​ລິ​ສັດ​ເຄື່ອງປັ້ນດິນ​ເຜົາ​ເມືອງ​ຈິງ​ເຕີ​ເຈີ້ນ​ຫຸ້ນ​ສ່ວນ​ຈຳກັດເວົ້າວ່າ, " ປັດຈຸບັນ, ​ສຳລັບ​ເຄື່ອງປັ້ນດິນ​ເຜົາທີ່​ນຳ​ເຂົ້ານັ້ນ, ສະຫະ​ພາບ​​ເອີ​ລົບ​​ໄດ້​ຍົກ​ສູງມາດຕະຖານ​ຄຸນ​ນະພາ​ບ, ​​ໃນ​ນ້ຳ​ລະ​ລາຍ​ແຕ່​ລະລິ​ດ, ​ປະ​ລິ​ມານທາດ​ຊືນ​ຕ້ອງຕ້ອງ​ຕ່ຳກວ່າ 0,2 ມີລີກຼາມ, ສ່ວນ​ປະ​ລິມານ​ຊືນ​ທີ່​ຢູ່​ໃນເຄື່ອງປັ້ນດິນ​ເຜົາ​ກາ​ໃບ​ໄມ້​ແດງຂອງ​ພວກ​ເຮົາ​ມີ​ພຽງ 0,01 ມີ​ລີກຼາມທໍ່​ນັ້ນ. ຕ່ຳກວ່າ​ມາ​ດຖານ​ຂອງ​ສະຫະພາບ​ເອີ​ລົບຢ່າງຫຼວງຫຼາຍ​. ສະນັ້ນ, ​ເວົ້າ​ໄດ້​ວ່າ, ​ໃນ​ດ້ານ​ຄວາມ​ປອດ​ໄພ​ຂອງ​ເຄື່ອງປັ້ນດິນ​ເຜົາ, ພວກ​​ເຮົາ​​ເຮັດ​ໄດ້​​ດີແລ້ວ."
ນອກ​ຈາກ​ເຄື່ອງປັ້ນ​ດິນ​ເຜົາທີ່​ໃຊ້​​ໃນ​ຊີ​ວິດ​ປະ​ຈຳ​ວັດທີ່​ຜະ​ລິດ​ຢ່າງ​ຊຳ​ນີຊຳນານ​ແລ້ວ, ຜະລິດ​ຂອງ​ເມືອງ​ຈິງ​ເຕີ​ເຈີ້ນ​​ໄດ້​ປະດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເລີ່​ມ​ເຂົ້າສູ່​ຂົງ​ເຂດ​ຕ່າ​ງໆ​ທີ່​ຕະ​ຫຼາດ​ຕ້ອງ​ການ​ຫຼາຍ​ກວ່າ​ແລະ​ອະ​ນາ​ຄົດ​ກວ້າງ​ກວ່າ ຄື, ​ເຄື່ອງປັ້ນດິນ​ເຜົາທີ່​ໃຊ້​ເປັນ​ວັດ​ສະດຸກໍ່ສ້າງ​ແລະ​ສິລະ​ປະເປັນຕົ້ນ. ນອກ​ນັ້ນ, ເຄື່ອງຊະນິດ​ໃໝ່​ກໍ່​ຄົ້ນຄວ້າ​ອອກມກ, ​ເຊັ່ນ, ​ເຄື່ອງປັ້ນດິນ​ເຜົາ ກັນຄວາມ​ຮ້ອນຢູ່​​ໃຊ້​ຜະລິດ​ຍານ​ອາ​ວະ​ກາດ​ບັນທຸກ​ຄົນ​ເຊີນ​ໂຈ​ວເລກ 6 ​ເຄື່ອງປັ້ນດິນ​ເຜົາ​​ປ້ອງ​ກັນ​ລະ​​ເມີດ​ລູກປືນ​ແລະເຄື່ອງປັ້ນດິນ​ເຜົາ​​ເຮັດເປັນ​ເຄື່ອງ​ດົນ​ຕີ​ເປັນຕົ້ນ.​

ຢູ່​ເມືອງ​ຈິງ​ເຕີ​ເຈີ້ນ​ມີ​ໂຮງຮຽນ​ຊັ້ນສູງ​ແຫ່ງ​ໜຶ່ງ​ທີ່​ມີ​ນັກ​ສຶກສາ​ເກືອບໝື່ນ​ຄົນ, ຊື່ວ່າ, ສະ​ຖາ​ບັນ​ເຄື່ອງປັ້ນດິນ​​ເຜົາ​ເມືອງ​ຈິງ​ເຕີ​ເຈີ້ນ, ​ໄດ້​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ວິຊາ​ສະ​ເພາະ​​ໃຫ້ແກ່​ວິ​ສາ​ຫະກິດ​ຜະລິດ​ເຄື່ອງປັ້ນດິນ​ເຜົາແຫ່ງ​ຕ່າງໆ​ຂອງ​ຈີນຢ່າງ​ຫຼວງຫຼາຍ. ວິ​ສາ​ຫະກິດ​ຜະລິດ​ເຄື່ອງປັ້ນດິນ​  ເຜົາເມືອງ​ຈິງ​ເຕີ​ເຈີ້ນ​ບໍ່ພ​ຽງ​ແຕ່​ຈະ​ເລືອກ​ເອົາຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ຖືກ​​ໃຈ​ທໍ່​ນັ້ນ, ຫາກ​ຍັງ​ຫັນ​ໝາກຜົນ​ການຄົ້ນຄວ້າ​ທາງ​ວິທະຍາ​ສາດ​ຂອງ​ສະ​ຖາ​ບັນ​ເປັນ​ຜະລິດ​ຕະພັນ​ຢ່າງ​ວ່ອງ​ໄວ​ອີກ​ດ້ວຍ. ທ່າ​ແຮງ​ນີ້​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ຈະ​ໄດ້​ເຫັນ​​ອຸດ​ສາ​ຫະກຳ​ຜະລິດ​ເຄື່ອງປັ້ນດິນ​ເຜົາຂອງ​ເມືອງ​ຈິງ​ເຕີ​ເຈີ້ນມີ ອະນາຄົດ​ອັນ​ຈົບ​ດີກ​ວ່າ​ເກົ່າ​.