ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-26 18:10:13    
ຈີນ​ສົ່ງ​ເສີມແລະ​ສະໜັບ​ສະ​ໜູນ​ອາ​ເມ​ລິ​ກາ​ກັບ​ສປປ​ເກົາ​ຫຼີ​ສົນ​ທະ​ນາ​ໂດຍ​ກົງ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ

cri
ຕາມ​ຂ່າວCRI, ວັນ​ທີ26​ກັນຍາ, ທ່ານ​ສິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ສົ່ງ​ເສີມ​ແລະ​ສະໜັບສະໜູນ​ອາ​ເມ​ລິ​ກາ​ກັບສປປ​ເກົາຫຼີ​ສົນທະນາ​ໂດຍ​ກົງ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ເຈລະຈາ​ຫົກ​ຝ່າຍ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່ຈັດຂຶ້ນຢູ່ປັກກິ່ງ, ທ່ານ​ສິນ​ກາງຫວັງ​ໃຫ້​ອາ​ເມ​ລິ​ກາ​​ແລະ​ສປ​ປ​ເກົາຫຼີ​ໃນ​ຖານະ​ເປັນ​ຜູ້ກ່ຽວຕົ້ນຕໍ​ຜ່ານ​ຈາກ​ການ​ປຶກສາ​ຫາລື​ກັນ​ແກ້​ໄຂ​ບັນຫາ​ທີ່​ຄົງ​ຄ້າງ​ຢູ່​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ເໝາະ​ສົມ​ດ້ວຍ​ທ່າ​ທີ​ທີ່​ຄ່ອງ​ແຄ້ວ​ແລະ​ຕິດ​ແທດ​ຕົວ​ຈິງ. ທ່ານ​ຍັງ​ກ່າວ​ວ່າ, ການ​ບັນລຸ​ໃຫ້​ແຫຼມ​ເກົາຫຼີ​ປາດ​ສະ​ຈາກ​ນິວ​ເຄຼຍ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ​ແລະ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ​ແມ່ນ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຈີນ, ຈີນ​ຈະ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ທີ່​ມີ​ລັກສະນະ​ສ້າງສັນ​ເພື່ອ​ເລື່ອງ​ນີ້, ກໍ​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ທຳ​ຄວາມ​ພະຍາຍາມ​ທີ່​ມີ​ລັກ​ສະ​ນະ​ສ້າງສັນ​ຄື​ກັນ.