ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-27 17:04:08    
ຂົວ​ທາງ​ອາກາດ060926

cri

ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ,ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ສູ່​ລາຍ​ການ"ຂົວ​ທາງ​ອາ​ກາດ",ມື້​ນີ້​ດວງ​ພະຈັ​ນ​ເປັນ​ຜູ້​ດຳ​ເນີນ​ລາຍ​ການ.

ຫວ່າງ​ມໍ່ໆ​ນີ້,​ພວກ​ເຮົາ​ໄດ້​ຮັບ​ຈົດ​ໝາຍ​ຈາກ​ວັດ​ອົງຕື້​ມະ​ຫາວິ​ຫານ ເມືອງ​ຈັນ​ທະບູ​ລີ ນະ​ຄອນຫຼວງ​ວຽງ​ຈັນ,ຜູ້​ຂຽນ​ຈົດໝາຍ​ສະບັບ​ນີ້​ແມ່ນພະສົງ​​ໃນ​ວັດ​​ແຫ່ງ​ນີ້ທີ່​ມີ​ຊື່ວ່າ​ພະພູມ​ມະ​ລິນ ທຳມະ​ວົງ.​ໃນ​ຈົດໝາຍ,​ເພິ່ນ​ຂຽນວ່າ: ອາດ​ຕະ​ມາ​ໄດ້​ຕິດ​ຕາມ​ຮັບ​ຟັງ​ລາຍ​ການ​ຕ່າງ​ໆຈາກ​ສະ​ຖາ​ນີ​ວິທະຍຸ​ກະ​ຈາຍ​ສຽງ​ສາ​ກົນ​ແຫ່ງປະ​ເທດ​ຈີນ​ພາກ​ພາສາ​ລາວ​ມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ,​ໃນ​ນັ້ນ,ລາຍການ​ທີ່​ອາດຕະມາ​ສົນ​ໃຈ​ເປັນ​ພິ​ເສດ​ແມ່ນ​ລາຍການ​ສອນ​ພາສາ​ຈີນ,ລາຍການ​ສອນ​ພາສາ​ຈີນ​ຂອງ​ພວກ​ທ່ານ​ແມ່ນ​ດີ​ຫຼາຍ,​ເພາະວ່າ​ການ​ທີ່​ສາມາດ​ຮັບ​ຮູ້​ພາສາ​ໃດ​ໜຶ່ງ​ໄດ້​ແມ່ນ​ເຮົາ​ຈະ​ສາມາດ​ຮັບ​ຮູ້​ເລິກ​ເຊິ່ງ​ເຖິງ​ຂະໜົບ​ທຳນຽມ​ ຮີດຄອງ​ປະ​ເພນີ​ຕະຫຼອດ​ຮອດ​ວັດທະນະທຳ​ອັນ​ດີງາມ​ນຳ​ອີກ​ດ້ວຍ,​ຍ້ອນ​ຄວາມ​ຈຳ​ເປັນດັ່ງກ່າວ​ຈຶ່ງ​ເຮັດ​ໃຫ້​ອາດຕະມາ​ສົນ​ໃຈ​ຟັງ​ລາຍການ​ສອນ​ພາສາ​ຈີນ​ເປັນ​ພິ​ເສດ.ດັ່ງນັ້ນ,ອາດຕາ​ມາ​ຈຶ່ງ​ຢາກ​ໄດ້​ຄຳ​ແນະນຳ​ຈາກ​ພວກ​ທ່ານ​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ຮຽນ​ພາສາ​ຈີນ​ແລະ​ພິ​​ເສດ​ໄປ​ກວ່າ​ນັ້ນ​ແມ່ນ​ຢາກຮຽນ​ຮູ້​ຄຳ​ສັບ​ພາສາ​ຈີນ​ກ່ຽວ​ກັບ​ທາງ​ດ້ານ​ສາດສະໜາ​ແລະ​ວັດວາອາ​ຮາມ."
     ​ໃນ​ເວລາ​ຄົ້ນຄວ້າ​ຫຼັກ​ທຳ​ຢູ່​ໃນ​ວັດ,ພະພູມ​ມະ​ລິນ ທຳມະ​ວົງ​ຍັງຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ໂດຍ​ຕະຫຼອດ,​ແລະ​ສົນ​ໃຈ​ນຳ​ວັດທະນະ​ທຳ​ຈີນ​ແລະ​ພາສາ​ຈີນ​,​​ເຮັດ​​ໃຫ້​ພວ​ກ​ເຮົາ​ຮູ້ສຶກ​ດີ​ໃຈ​ຫຼາຍ.​ໂດຍຜ່ານ​ຈາກ​ການ​ຮັບ​ຟັງ​ລາຍການ​"ສອນ​ພາສາ​ຈີນ"ຂອງ​ພວກ​ເຮົາ,​ເຊື່ອ​ວ່າ​ທ່ານ​ຈະສາມ​າດຮຽນຮູ້​ການ​ອອກສຽງ​ພື້ນຖານ​ຂອງ​ພາສາ​ຈີນ,​ເມື່ອ​ໄດ້​ມີ​ພື້ນຖານ​ນີ້​ແລ້ວ,ຍັງ​ຕ້ອງລົມ​ກັບ​ຄົນ​ຈີນ​ເລື້ອຍໆ,ຟັງ​ໃຫ້​ຫຼາຍ,​​​ແລະ​ຝຶກເວົ້າ​ເລື້ອຍໆ​,ຈິ່ງຈະ​ສາມາດ​ມີ​ຄວາມ​ກ້າວໜ້າ​​ເວົ້າ​ພາສາ​ຈີນ​ເກັ່ງ,ຮຽນ​ພາສາ​​ໃດ​ກໍ່​ຕ້ອງ​ເອົາ​ໃຈ​​ໃສ່​ບັນຫາ​ຄື​ກັນ.ສ່ວນ​ຄຳສັບ​ທາງ​ພຸດ​ທະ​ສາດ​ສະ​ໜາ​ໃນ​ພາສາ​ຈີນ​ນັ້ນ,ພວກ​ເຮົາຈະ​ພະຍາຍາມ​ຮຽບຮຽງ​ໂດຍ​ໄວ,​ເພື່ອ​ຕອບ​ສະໜອງຄວາ​ມຕ້ອງການ​ຂອງ​ທ່ານ.

ໃນ​ຕອນ​ທ້າຍ​ລາຍການ​ມື້​ນີ້,ພວກ​ເຮົາ​ມາ​ຟັງ​​ເພັງມ່ວນໆເພັ​ງໜຶ່ງທີ່​ຂັບ​ຮ້ອງ​ໂດຍ​ທ່ານລີ​ວ​ເຕີ​ຮວາ ດາລາຮ້ອງ​ເພງ​ແລະຮູບ​ເງົາ​ຂອງ​ຮົງ​ກົງ​ຈີນ,​ເພງ​ນີ້​ຊື່ວ່າ"ກວນ​ຊື້​ອິ່ນ",​ແປ​ວ່າ"ພະ​ໂພທິສັດ",​ເຊີນ​ຟັງ​ໄດ້​ເລີຍ.