ໃນກອງປະຊຸມມໍລະດົກວັດທະນະທຳໂລກທີ່ຈັດຂຶ້ນຢູ່ປະເທດລີຕົວນີໃນປີນີ້, ເມືອງບູຮານລາຊະວົງຊ່າງຂອງຈີນຖືກຈັດເປັນມໍລະດົກໂລກ.ເມືອງນີ້ແມ່ນບູຮານສະຖານອັນສຳຄັນຂອງວັດທະນະທຳເກົ່າແກ່ຂອງຈີນ,ຢູ່ແຫ່ງນີ້, ໄດ້ປະກົດເຫັນດ້ານບູຮານຄະດີຫລາຍຢ່າງທີ່ເຮັດໃຫ້ທົ່ວໂລກອັດສະຈັນໃຈ .
ແມ່ນ້ຳເຫລືອງທີ່ໄຫລອອກຈາກພູພຽງຊິງຫາຍຕິເບດແມ່ນແມ່ນ້ຳມານດາຂອງຈີນ, ຍ່ານກາງຍ່ານໃຕ້ຂອງແມ່ນ້ຳເຫລືອງແມ່ນບ່ອນກຳເນີດ ວັດທະນະທຳຈີນອັນເກົ່າແກ່ຍ້ອນມີອາກາດທີ່ເຫມາະສົມ.ເມືອງບູຮານລາຊະວົງຊ່າງທີ່ມີເນື້ອທີ່ກວ້າງ 24 ກິໂລຕາແມັດກໍ່ຕັ້ງຢູ່ບ້ານຊຽວທຸນ ເມືອງອານຢາງແຂວງເຫີນານທີ່ຕັ້ງຢູ່ຍ່ານກາງຂອງແມ່ນ້ຳເຫລືອງ.
ເມືອງບູຮານລາຊະວົງຊ່າງແມ່ນຊາກນະຄອນຫລວງຂອງລາດຊະວົງຊ່າງຂອງຈີນເມື່ອ 3 ພັນປີກ່ອນ,ເນື້ອທີ່ຂອງມັນກວມເອົາບ້ານໃນຊະນະບົດ 20 ກວ່າບ້ານທີ່ມີບ້ານຊຽວທຸນເປັນໃຈກາງ.ຕັ້ງແຕ່ຕົ້ນສັດຕະວັດແລ້ວນີ້ເປັນຕົ້ນມາ, ນັກບູຮານຄະດີໄດ້ຂຸດຄົ້ນຢູ່ແຫ່ງນີ້ຫລາຍເທື່ອ, ໄດ້ປະກົດເຫັນພະລາຊະວັງທີ່ມີຂະຫນາດໃຫຍ່,ສຸສານຫລວງທີ່ແບ່ງເປັນຫລາຍລະດັບ, ແລະມີສຸສານຂອງວົງຕະກູນຫລາຍພັນແຫ່ງ,ຈາກບ່ອນເຫລົ່ານີ້ໄດ້ຂຸດເຫັນເຄື່ອງຂອງດ້ານວັດທະນະທຳຢ່າງອຸດົມສົມບູນຄື ຫນັງສືທີ່ຄວັດໃສ່ອອງເຕົ່າ,ເຄື່ອງທອງສຳລິດ,ເຄື່ອງຢົກແລະເຄື່ອງປັ້ນດິນເຜົາເປັນຕົ້ນ, ມີຄວາມຫມາຍສຳຄັນຍິ່ງຕໍ່ການຄົ້ນຄວ້າວັດທະນະທຳເກົ່າແກ່ຂອງຈີນ.ທ່ານຢາງຊີຈ່າງທີ່ປີນີ້ອາຍຸ 70 ປີກໍ່ແມ່ນຜູ່ດີເດັ່ນຜູ່ຫນຶ່ງໃນບັນດາຜູ່ຊ່ຽວຊານທີ່ຄົ້ນຄວ້າເມືອງບູຮານລາຊະວົງຊ່າງ.
ທ່ານຢ່າງຊີຈ່າງຮຽນຈົບຈາກພະແນກບູຮານຄະດີຂອງມະຫາວິ ທະຍາໄລປັກກິ່ງໃນຊຸມປີ 1950.ປີ 1958, ທ່ານຢາງຊີຈ່າງທີ່ອາຍຸ 22 ປີໄດ້ໄປເຮັດວຽກຢູ່ສະຖາບັນບູຮານຄະດີຂອງສະພາບັນດິດວິທະຍາສາດສັງຄົມຂອງຈີນ, ເຊິ່ງເປັນອົງການຈັດຕັ້ງບູຮານຄະດີທີ່ມີປະສິດທິພາບຫລາຍກວ່າຫມູ່ຂອງຈີນ,ໄດ້ສ້າງສະຖານີເຮັດວຽກຢູ່ບູຮານສະຖານທີ່ສຳຄັນຂອງທົ່ວປະເທດຈີນ.ເມື່ອໄດ້ເຮັດວຽກເປັນເວລາ 4 ປີແລ້ວ,ທ່ານຢ່າງຊີຈ່າງຖືກສົ່ງໄປເຮັດວຽກຢູ່ສະຖານີບູຮານຄະດີຂອງເມືອງອານຢາງ,ເຂົ້າຮ່ວມວຽກງານຂຸດແລະຄົ້ນ ຄວ້າເມືອງບູຮານລາຊະວົງຊ່າງ. ທ່ານໄດ້ໄປເຮັດວຽກຢູ່ແຫ່ງນັ້ນ 40 ກວ່າປີ, ແຕ່ທ່ານຢ່າງຊີຈ່າງທີ່ມີນິດໃສລຽບງ່າຍດາຍນັ້ນພັດບໍ່ເຄີຍຈົ່ມວ່າຈັກເທື່ອ.ທ່ານເວົ້າວ່າ:
ຫົວຫນ້າໄດ້ແຕ່ງຂ້າພະເຈົ້າມາແຫ່ງນີ້,ໃຫ້ຂ້າພະເຈົ້າຂຸດຄົ້ນ ເມືອງບູຮານລາຊະວົງຊ່າງ,ຂ້າພະເຈົ້າກໍ່ຕັ້ງໃຈລົງເລິກຄົ້ນຄວ້າ,ເພື່ອເຜີຍໃຫ້ເຫັນໂສມຫນ້າດັ້ງເດີມຂອງເມືອງບູຮານລາຊະວົງຊ່າງ. ທ່ານຢາງຊີຈ່າງເກີດຢູ່ເມືອງຊູໂຈ່ວຂອງຈີນ, ເມືອງຊູໂຈ່ວຕັ້ງຢູ່ພາກໃຕ້ຂອງຈີນ, ການກິນການຢູ່ລ້ວນແຕ່ຕ່າງກັນຫລາຍກັບແຂວງເຫີນານທີ່ຢູ່ພາກເຫນືອຂອງຈີນ, ບວກກັບສະຖານີບູຮານຄະດີແມ່ນສ້າງຢູ່ຊານເມືອງ, ເງື່ອນໄຂດຳລົງຊີວິດແມ່ນຫຍຸ້ງຍາກຫລາຍ.ສາວຊູໂຈວທີ່ກາຍເປັນເຈົ້າ ສາວຂອງທ່ານໃນປີ 1963 ນັ້ນບໍ່ໄດ້ຄິດເລີຍວ່າຈະຢູ່ຄົນລະບ່ອນກັບຜົວເກືອບຕະຫລອດຊີວິດ, ຈົນກະທັ້ງອອກກິນເບ້ຍບຳນານແລ້ວ, ຜົວກໍ່ຍັງຫຍຸ້ງນຳວຽກທີ່ຢູ່ກັບບ່ອນສຳຫລວດບູຮານຄະດີຄືເກົ່າ,ທ່ານຢາງຊີຈ່າງບອກເມຍວ່າ:"ຍັງມີເອກະສານທີ່ຂຸດຄົ້ນເຫັນນັ້ນຢ່າງຫລວງຫລາຍບໍ່ທັນໄດ້ຮຽບຮຽງ, ບົດລາຍງານວຽກງານບູຮານຄະດີຍັງບໍ່ທັນສຳເລັດເທື່ອ." ຖ້າເວົ້າວ່າ, ໃນໄລຍະເຮັດວຽກທຳອິດ, ທ່ານຢ່າງຊີຈ່າງຍັງມີຄວາມກະຕືລືລົ້ນກັບວຽກງານແລະອັດສະຈັນຕໍ່ບູຮານຄະດີ,ແຕ່ເວລາຜ່ານໄປ 40 ກວ່າປີແລ້ວ, ຫລາຍໆຄົນເຫັນວ່າວຽກງານຂອງທ່ານຫນ້າເບື່ອ. ເວລາສ່ວນຫລາຍໃນມື້ຫນຶ່ງ, ມີແຕ່ຫມົກຫມົ້ນຢູ່ກັບຂຸມດິນທີ່ບໍ່ມີສິ່ງຫນ້າສົນໃຈອັນໃດເລີຍ,ແຕ່ເວລາຂຸດພັດປະຫມາດບໍ່ໄດ້,ເພາະວ່າອາດຈະໄດ້ພົບອອງເຕົ່າແຜ່ນຫນຶ່ງຫລືດິນເຜົາແຜ່ນຫນຶ່ງ,ທີ່ອາດຈະເປັນການຄົ້ນພົບສິ່ງທີ່ເຮັດໃຫ້ຄົນງຶດງໍ້ນຳ.ປີ 1990, ທ່ານຢາງຊີຈ່າງກໍ່ໄດ້ພົບໂອກາດແນວນີ້ແທ້ໆ.
ປີ 1990, ທ່ານຢາງຊີຈ່າງເປັນຫົວຫນ້າຂຸດຄົ້ນຂຸສານເລກທີ 160 ຢູ່ບ້ານໂກເຈ່ຍຈວງ.ສິ່ງທີ່ທ່ານຄາດຄິດບໍ່ເຖີງນັ້ນແມ່ນ,ບ່ອນນີ້ແມ່ນສຸສານຂອງຂຸນນາງ,ແລະໄດ້ຖືກຮັກສາໄວ້ຢ່າງຄົບຖ້ວນ.ໃນການຂຸດຄົ້ນເທື່ອນີ້ໄດ້ພົບວັດຖຸບູຮານ 349 ເຍື່ອງ,ເປັນຫນຶ່ງໃນ 10 ການຄົ້ນພົບທາງດ້ານບູຮານຄະດີໃນປີນັ້ນ.ຜູ່ຮ່ວມງານລ້ວນແຕ່ຊົມທ່ານຢາງຊີຈ່າງວ່າໂຊກດີ,ແຕ່ທ່ານຢາງຊີຈ່າງພັດເຫັນວ່າ, ຖ້ານັກບູຮານຄະດີຜູ່ຫນຶ່ງໄດ້ກຳກັບການຂຸດຄົ້ນສຸ ສານໃຫຍ່ຂອງຂຸນນາງແຫ່ງຫນຶ່ງໃນຕະຫລອດຊີວິດ,ມັນເປັນເລື່ອງທີ່ໂຊກດີທີ່ສຸດແທ້, ແຕ່ສຸສານນ້ອຍຂອງສາມັນຊົນກໍ່ມີຮອງຮອຍວັດທະນະທຳອັນອຸດົມສົມບູນຄືກັນ.ທ່ານເວົ້າວ່າ:
ສຸສານນ້ອຍກໍ່ໄດ້ພົບຫລາຍສິ່ງຫລາຍຢ່າງ,ຕົວຢ່າງຄື,ພວກເຮົາໄດ້ຂຸດເຫັນສຸສານນ້ອຍພັນກວ່າແຫ່ງ, ເມື່ອຂຸດອອກແລ້ວ, ພວກເຮົາກໍ່ອີງຕາມການລຽງລຳດັບຂອງສຸສານ,ແລ້ວສາມາດຄົ້ນຄວ້າໂຄງປະກອບຂອງວົງຕະກູນ ໃນຄາວນັ້ນ. ແຕ່ກ່ອນບັນຫານີ້ບໍ່ໄດ້ແກ້ໄຂ,ພວກເຮົາໄດ້ໃຊ້ເວລາຫລາຍປີຈິ່ງຂຸດພົບສຸສານເຫລົ່ານີ້,ນີ້ກໍ່ເປັນການຄົ້ນພົບອັນສຳຄັນໃນການສຳຫລວດຄົ້ນຄວ້າເມືອງບູຮານລາຊະວົງຊ່າງ.ໃນປະຫວັດສາດຂອງຈີນກໍ່ໄດ້ບັນທຶກກ່ຽວກັບໂຄງປະກອບຂອງວົງຕະກູນຂອງສະໄຫມບູຮານຈີນ, ແຕ່ການຢືນຢັນຈາກດ້ານບູຮານຄະດີນັ້ນກໍ່ແມ່ນເລີ່ມຈາກການຂຸດຄົ້ນເທື່ອນີ້. ນອກຈາກການຂຸດຄົ້ນຢູ່ກັບບ່ອນແລ້ວ, ການຂຽນບົດລາຍງານກ່ຽວກັບການຂຸດຄົ້ນແມ່ນວຽກງານທີ່ສຳຄັນທີ່ສຸດແລະຂາດບໍ່ໄດ້,ລາຍລະອຽດຂອງການຂຸດຄົ້ນຕ້ອງກາຍເປັນບົດລາຍງານເປັນລາຍລັກອັກສະສອນເທົ່ານັ້ນ, ນັກປາດຜູ່ອື່ນໆຈິ່ງສາມາດເອົາໄປນຳໃຊ້ໄດ້.ນັບມາຮອດປັດຈຸບັນ, ການຂຸດຄົ້ນແຕ່ລະເທື່ອທີ່ທ່ານຢາງຊີຈາງເປັນຫົວຫນ້ານັ້ນລ້ວນແຕ່ໄດ້ຂຽນບົດລາຍງານທີ່ມີຄຸນນະພາບສູງແລ້ວໄດ້ພິມອອກຢ່າງເປີດເຜີຍ,ບົນພື້ນຖານດັ່ງກ່າວ, ທ່ານຍັງໄດ້ຂຽນບົດວິຊາການຫລາຍບົດ,ຕົວຢ່າງຄື:ບົດເລື່ອງຜົນງານຕົ້ນຕໍຕັ້ງແຕ່ການຂຸດຄົ້ນເມືອງບູຮານລາຊະວົງຊ່າງ ເມື່ອປີ 1980 ເປັນຕົ້ນມາ, ບົດເລື່ອງລະບົບສຸສານຂອງລາດຊະວົງຊ່າງ,ບົດເລື່ອງໄລຍະແລະການປະກອບຂອງເຄື່ອງບູຊາທີ່ເຮັດດ້ວຍທອງສຳລິດໃນສະໄຫມລາຊະວົງຊ່າງແລະບົດອື່ນໆ, ລ້ວນແຕ່ມີອິດທິພົນຫລາຍ,ໂດຍສະເພາະແມ່ນບົດເລື່ອງບູຮານຄະດີຂອງຈີນສະໄຫມລາດຊະວົງເຊ້ຍແລະລາຊະວົງຊ່າງທີ່ແຕ່ງໂດຍທ່ານນັ້ນເຄີຍໄດ້ຮັບລາງວັນທີຫນຶ່ງຂອງລາງວັນເຊ້ຍຕິງທິ່ມີອິດທິພົນກວ່າຫມູ່ໃນວົງການບູຮານຄະດີຂອງຈີນ.ຕໍ່ເລື່ອງນີ້, ທ່ານເວົ້າວ່າ:
ຕະຫລອດຊີວິດຂອງຂ້າພະເຈົ້າໄດ້ອຸທິດໃຫ້ເມືອງບູຮານລາຊະວົງຊ່າງ ແລ້ວ, ຂ້າພະເຈົ້າໄດ້ປະກອບສ່ວນໃນດ້ານການຂຸດຄົ້ນ ຊອກຮູ້ແລະຄົ້ນຄວ້າເມືອງບູຮານລາຊະວົງຊ່າງ. ໄດ້ເຮັດວຽກນີ້ບົນພື້ນຖານຂອງຄົນຮຸ່ນກ່ອນ, ຄົນຮຸ່ນຫລັງໄດ້ມີການຂະຫຍາຍຕົວບົນພື້ນຖານຂອງພວກເຮົາ. ເວົ້າສຳລັບຂ້າພະເຈົ້າເອງແລ້ວແມ່ນໄດ້ຮັບຫມາກຜົນຫລາຍຢ່າງ.ຄວາມເຂົ້າໃຈຕໍ່ເມືອງບູຮານລາຊະວົງຊ່າງໃນແຕ່ກ່ອນເປັນແນວໃດ, ດຽວນີ້ເປັນແນວໃດ, ມີການປ່ຽນແປງຫລາຍແລ້ວ.ອາດເວົ້າໄດ້ວ່າໄດ້ບັນລຸຄຸນຄ່າແລະອຸດົມການຂອງຊີວິດຂ້າພະເຈົ້າແລ້ວ.
ທ່ານເວົ້າວ່າ, ໃນຮ້ອຍກວ່າປີທີ່ຂຸດຄົ້ນເມືອງບູຮານລາຊະວົງຊ່າງ ເປັນຕົ້ນມາ, ໄດ້ຂຸດເຫັນອອງເຕົ່າທີ່ຄວັດມີຫນັງສືປະມານ 1 ແສນ 5 ຫມື່ນອັນ, ເຄື່ອງທອງສຳລິດຫມື່ນກວ່າເຄື່ອງແລະເຄື່ອງຢົກ ເຄື່ອງປັ້ນດິນເຜົ່າແລະໂຄງກະດູກທີ່ຍັງຢູ່ໃນສະພາບດີ, ການຄົ້ນຄວ້ານີ້ໄດ້ກາຍເປັນວິຊາການອັນຫນຶ່ງ, ເຊິ່ງມີເນື້ອໃນລວມທັງບູຮານຄະດີ, ມະນຸດສາດ, ປະຫວັດສາດ, ຫນັງສືບູຮານເປັນຕົ້ນ.ຜູ່ເຮັດວຽກຄົ້ນຄວ້າເມືອງບູຮານລາຊະວົງຊ່າງທຸກຮຸ່ນໄດ້ປະກອບສ່ວນກຳລັງແຮງຂອງພວກເຂົາເຈົ້າ. ເມືອງບູຮານນີ້ຖືກຈັດເຂົ້າເປັນມໍລະດົກວັດທະນະທຳໂລກ, ໃນຖານະເປັນນັກວິຊາການຜູ່ຫນຶ່ງເມື່ອໄດ້ເຫັນຄຸນຄ່າດ້ານວັດທະນະທຳຂອງມັນໄດ້ຮັບຄວາມເຂົ້າໃຈແລະຮອງຮັບຈາກໂລກ,ກໍ່ຮູ້ສຶກພູມໃຈທີ່ສຸດ.
|