|
 |
(GMT+08:00)
2006-09-27 18:04:53
|
ຈີນມອບຕູ້ລົດໄຟໂດຍສານລາງແຄບ130ຕູ້ໃຫ້ມຽນມາ
cri
ຕາມຂ່າວສານຊິນຮວາ, ຫວ່າງມໍ່ໆນີ້, ລັດຖະບານຈີນໄດ້ມອບຕູ້ລົດໄຟໂດຍສານລາງແຄບ130ຕູ້ໃຫ້ມຽນມາ. ຫຼັງຈາກນັ້ນ, ລັດຖະບານມຽນມາໄດ້ມອບຫົວລົດໄຟແລ່ນດ້ວຍອາຍນ້ຳລາງແຄບສອງຄັນແລະຕູ້ລົດໂດຍສານລາງແຄບສອງຕູ້ໃນສັດຕະວັດທີ19ໃຫ້ກະຊວງທາງລົດໄຟຈີນແລະກົມທາງລົດໄຟເມືອງຄຸນມິງຈີນ.
ໃນພິທີມອບຮັບ, ທ່ານສິວຈື່ເຜິງ ຫົວໜ້າກົມທາງລົດໄຟເມືອງຄຸນມິງກ່າວວ່າ, ກົມທາງລົດໄຟເມືອງຄຸນມິງຍິນດີພ້ອມກັນກັບພາກສ່ວນທາງລົດໄຟມຽນມາລົງເລິກການຮ່ວມມືກັນ, ສ້າງຜົນປະໂຫຍດກັນ.
ທ່ານນາຍພົນອວງມິນ ລັດຖະມົນຕີວ່າການກະຊວງທາງລົດໄຟມຽນມາກ່າວວ່າ, ລັດຖະບານຈີນໄດ້ມອບລົດໄຟໂດຍສານລາງແຄບ130ຕູ້ໃຫ້ມຽນມາເພື່ອເປັນຂອງຂວັນ, ແມ່ນໝາກຜົນແຫ່ງການພົວພັນໄມຕີຈິດລະຫວ່າງສອງປະເທດຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ລົດໄຟໂດຍສານດັ່ງກ່າວຈະເຂົ້າຮ່ວມການທຸລະກິດພາຍຫຼັງໄດ້ດັດແປງແລ້ວ, ນີ້ຈະປົວແປງສະພາບຂົນສົ່ງຂອງມຽນມາຢ່າງບັງເກີດຜົນ.
|
|
|