|
 |
(GMT+08:00)
2006-09-27 18:11:22
|
 |
ລັດຖະມົນຕີປະເທດອາຊຽນສຳຫຼວດວຽກງານຫຼຸດຜ່ອນຄວາມທຸກຍາກຂອງເຂດກວງຊີຈີນ
cri
ຕາມຂ່າວສານຊິນຮວາ, ວັນທີ26ກັນຍາ, ຄະນະທັດສະນະສຶກສາລະດັບລັດຖະມົນຕີບັນດາປະເທດອາຊຽນເຊັ່ນລາວ, ໄທ, ອິນໂດເນເຊຍ, ກຳປູເຈຍແລະສິງກະໂປເປັນຕົ້ນໄດ້ເດີນທາງມາຮອດນະຄອນນານນິງເທດສະບານເຂດປົກຄອງຕົນເອງກວງຊີເຜົ່າຈ້ວງ, ເລີ່ມທັດສະນະສຶກສາວຽກງານຫຼຸດຜ່ອນຄວາມທຸກຍາກຂອງເຂດກວງຊີ. ການທັດສະນະສຶກສາທີ່ຈະດຳເນີນ4ວັນເທື່ອນີ້ແມ່ນໜຶ່ງໃນບັນດາກິດຈະກຳຂອງງານສຳມະນາຂັ້ນສູງກ່ຽວກັບການຫຼຸດຜ່ອນຄວາມທຸກຍາກອາຊຽນກັບຈີນ, ຍີ່ປຸ່ນແລະສ.ເກົາຫຼີອາຊຽນ+3ເຊິ່ງແມ່ນລັດຖະບານຈີນເປັນເຈົ້າພາບ.
ຄະນະທັດສະນະສຶກສາລວມມີ180ຄົນຈະຊອກຮູ້ສະພາບວຽກງານຫຼຸດຜ່ອນຄວາມທຸກຍາກໃນເຂດແຄວ້ນໜຶ່ງຂອງເຂດກວງຊີແຕ່ວັນທີ26ຫາວັນທີ29ເດືອນນີ້, ແລະຈະໄປເມືອງຕຸ່ງຫຼານແລະເມືອງເຟິ້ງຊານຂອງເຂດກວງຊີເພື່ອທັດສະນະສຶກສາໂຄງການກໍ່ສ້າງພື້ນຖານໂຄງລ່າງຕຸ່ງປ່າເຟິ້ງ, ຊຸກຍູ້ວຽກງານຫຼຸດຜ່ອນຄວາມທຸກຍາກແລະການພັດທະນາບ້ານ, ການຫຼຸດຜ່ອນຄວາມທຸກຍາກຕາມຂະແໜງການແລະໂຄງການຫຼຸດຜ່ອນຄວາມທຸກຍາກອື່ນໆ.
|
|
|