ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-28 15:19:41    
ການ​ສຳ​ຫຼວດ​ປະ​ຊາ​ມະ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ​ຊາວ​ອີ​ຣັກ​ສ່ວນ​ຫຼາຍ​ຢາກ​ໃຫ້​ອາ​ເມ​ລິ​ກາ​ຖອນ​ທະ​ຫານ​ອອກ​ໃນ​ທັນ​ທີ

cri
ຕາມ​ຂ່າ​ວສານ​ຊິນ​ຮວາ,ການ​ສຳ​ຫຼວດປະຊາ​ມະຕິ​ສອງ​​ເທື່ອ​ທີ່​ກະຊວງ​ການ​ຕ່າງ​ປະ​ເທດ​ແລະ​ອົງ​ການ​ສຳ​ຫຼວດ​ຂອງ​ອາ​ເມ​ລິ​ກາດຳ​ເນີນ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ປະ​ຊາ​ຊົນ​ອີ​ຣັກ​ສ່ວນ​ຫຼາຍ​ທີ່​ສຸດ​ລ້ວນ​ແຕ່​ຢາກ​ໃຫ້​ອາ​ເມ​ລິ​ກາ​ແລະ​ພັນ​ທະ​ມິດ​ຂອງ​ເຂົາ​ຖອນ​ທະ​ຫານ​ອອກ​ຈາກ​ອີຣັກ​ໃນ​ທັນທີ.ນີ້​ແມ່ນ​ທ່າ​ທີ​ທີ່​ກົງ​ກັນ​ຂ້າມ​ກັບ​ລັດ​ຖະ​ບານ​ອີ​ຣັກ.

ໜັງສືພິມ​ວໍ​ຊິງ​ຕັນ​ໂພສສະບັບ​ວັນ​ທີ27ກັນຍາລາ​ຍງານ​ວ່າ,ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດປະຊາ​ມະຕິ​ຢູ່​ອີ​ຣັກ​ແຕ່​ເດືອນ​ມິ​ຖຸນາ​ຮອດ​ເດືອນ​ກໍ​ລະ​ກົດ.​ການ​ສຳ​ຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ່​​ໃຫ້​ສຳ​ພາດ​ມີ​ປະ​ມານ​75%​ເຫັນ​ວ່າ,​ຖ້າ​ວ່າ​ອາ​ເມ​ລິ​ກາ​ຖອນ​ທະ​ຫານ​ອອກ​ພວກ​ເຂົາ​ເຈົ້າ​ກໍ​ຈະ​ຮູ້​ສຶກ​ຍິ່ງ​ປອດ​ໄພ​ກວ່າ​ເກົ່າ,​ມີ​65%​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຖອນ​ທະ​ຫານ​ອອກ​ໃນ​ທັນ​ທີ.

ຕາມໂຄງການ​ທ່າ​ອ່ຽງດ້ານນະ​ໂຍບາຍ​ສາກົນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ມາ​ລີ​ແລນ​ແຫ່ງ​ອາ​ເມ​ລິ​ກາ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ​ໃນ​ຕົ້ນ​ເດືອນ​ກັນຍາ,​ປະ​ຊາ​ຊົນ​ອີ​ຣັກ​71%​ຢາກ​ໃຫ້​ລັດ​ຖະ​ບານ​ອີ​ຣັກ​ຮຽກ​ຮ້ອງ​ໃຫ້​ກອງ​ທະຫານ​ຕ່າງປະ​ເທດ​ຖອນ​ອອກ​ຈາກ​ອີຣັກ​ພາຍ​ໃນ​ໜຶ່ງ​ປີ.