ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-28 16:21:43    
"ການ​ຮຽນຈາກປື້​ມ​ກັບ​ການ​ຝຶກ​ງານຕົວ​ຈິງ​ໄປ ຄຽງ​ຄູ່ກັນ​"ກາຍ​ເປັນ​ເບົ້າແບບ​ໃໝ່​ຂອງ​ອາຊີ ວະ​ສຶກສາ​ຂອງ​ຈີນ

cri

ມີວິທີ​ການ​​ໃໝ່​ຊະນິດໜຶ່ງຂອງ​ອາຊີວະ​ສຶກສາ​ກຳລັງ​ເຜີຍ​ແຜ່​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ.ວິທີ​ການ​ການ​ສຶກສາ​ທີ່​ເອີ້ນ​ວ່າ"ການຮຽນ​ຈາກ​ປື້​ມກັບ​ການ​ຝຶກ​ງານ​ຕົວ​ຈິງໄປ​ຄຽງ​ຄູ່​ກັນ​"​ເຮັດ​ໃຫ້​ນັກຮຽນ​ທັງ​ຮຽນ​ທິດ​ສະ​ດີວິຊາ​ສະ​ເພາະ,ທັງມີ​ໂອກາດ​​ໄປ​ຝຶກ​ງານ​ຢູ່​ວິ​ສາ​ຫະກິດ​.ຜູ້​ຮຽນ​ຈົບດ້ວຍວິທີ​ການ​​ແບບນີ້,ມີ​ຄວາມ​ສາມາດ​ໃນ​ວຽກງານ​ຕົວ​ຈິງ​ຢ່າງຊຳນິ​ຊຳນານ,​ແລະ​ໄດ້ຮັບ​ຄວາມ ຊົມ​ເຊີຍຈາກ​ວິ​ສາ​ຫະກິດ.

​ທີ່​ຈິງ​ແລ້ວ,"ການຮຽນ​ຈາກ​ປື້​ມ​ກັບ​ການ​ຝຶກ​ງານ​ຕົວ​ຈິງ​ໄປຄຽງ​ຄູ່ກັນ​ແມ່ນວິທີ​ການຂອງ​ອາຊີວະ​ສຶກສາ​ຊະນິດ​ໜຶ່ງ​ທີ່​ເຮັດ​ໃຫ້ການ​ຮຽນ​ທິດ​ສະ​ດີ​ກັບພາກ​ຕົວ​ຈິງ​ດຳ​ເນີນ​ໄປ​ຄຽງ​ຄູ່​ກັນ.ຢູ່​ແຂວງ​ຮູ​ນານ​ທາງ​ພາກ​ກາງຂອງ​ຈີນ,ມີ​ໂຮງຮຽນ​ວິຊາຊີບ​ຂອງ38​ເມືອງ​ພວມຈັດ ການ​ສຶກສາ​​ແບບ​ນີ້.ນັກຮຽນ​ຂອງ​ໂຮງຮຽນ​ເຫຼົ່ານີ້​ສາມາດ​​ເລືອກ​ຮຽນ14​ວິຊາ​ຕາມ​ຄວາມ​ຕ້ອງການຂອງ​ຕົນ ຄື ການ​ຄຸ້ມ​ຄອງ​ໂຮງ​ແຮມ ການ​ເຮັດ​​ເບົ້າຫຼໍ່​ເຄື່ອງ​ຕ່າງໆ​ແລະການ​ຈໍ​ລະ​ຈອນ​ສິນຄ້າ​ເປັນຕົ້ນ.​ໃນການ​ຮ່ຳຮຽນ​​ເປັນ​ເວລາ3​ປີ,​ເມື່ອ​ຮຽນ​​​ໄປ​ເຄິ່ງປີ​ແລ້ວ,ນັກຮຽນ​ກໍ​ຈະ​ຕ້ອງໄປ​ຝຶກ​ງານຕົວ​ຈິງຢູ່ວິສາ​ຫະກິດ​ເປັນ​ເວລາ​ເຄິ່ງປີ,​ແລະ​ໄດ້​ເງິນ​​ເດືອນສ່ຳ​ໃດ​ສ່ຳ​ໜຶ່ງ. ພາຍຫັຼງຮ່ຳຮຽນ​​ແລະ​ເຝິກ​ງານ​ຄົບ3​ປີ​​ແລ້​ວ,ພວກ​ເຂົາ​ເຈົ້າຈະ​ໄດ້​ຮັບ​​ໃບຢັ້ງຢືນ​ການ​ຮຽນ​ຈາກໂຮງຮຽນ​​ວິຊາ​ສະ​ເພາະ​ຊັ້ນກາງ​ແລະ​ໃບຢັ້ງຢືນ​ປະສົບ​ການສີ​ໄມ້ລາຍ​ມື​ຢ່າງ​ໃດ​ຢ່າງ ໜຶ່ງ,​ແລະ​ຈະ​ໄດ້ໄປ​ເຮັດ​ວຽກ​ຢູ່​ວິ​ສາ​ຫະກິດ​ທີ່​​ເຊັນ​ຂໍ້​ຜູກ​ພັນ​ກັບ​ໂຮງຮຽນ​ນັ້ນຢ່າງ​ສະດວກ.

ທ່ານ​ຢາງ​ຕົ້ງລຽງ ຫົວໜ້າ​ສະ​ຖາ​ບັນ​ອາຊີວະ​ສຶກສາວິທະຍາສາດ​ເຕັກນິກ​ແຂວງ​ຮູ​ນານ​ເວົ້າ ວ່າ,ປະຈຸ​ບັນ​ນີ້,​ໂຮງຮຽນ​ຫຼັງນີ້​ໄດ້​ເຊັນ​ຂໍ້​ຜູກ​ພັນກັບວິ​ສາ​ຫະກິດ5​​ແລ້ວ.

​"​ໂຮງຮຽນ​ພວກ​ເຮົາ​ຈັດ​ວາງ​ແຜນການ​ອົບຮົມ​ນັກ​ຮຽນ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວິ​ສາ​ຫະກິດ.ສະນັ້ນ,ທີ່​ຈິງ​ແລ້ວ,ກ່ອນ​ນັກຮຽນ​ຮຽນ​ຈົບ​ກໍ​ໄດ້​ຊອກ​​ໄດ້​ວຽກ​ເຮັດ​ໄວ້​ກ່ອນແລ້ວ, ຄວນ​ວ່າ,ການ​ປະກອບ​ອາຊີບ​​ແມ່ນບໍ່​ມີ​ບັນຫາ​ຫຍັງ​ດອກ.ປີໜ້າ​ໂຮງຮຽນ​ພວກ​ເຮົາ​ມີ​ແຜນ​ຈະ​ຮັບ​ນັກ​ຮຽນ​ປະມານ2ພັນ​ຄົນ."

ຍ້ອນ​ນັກຮຽນ​ທີ່​ກໍ່ສ້າງ​ດ້ວຍວິທີ​ເອົາ"​ການ​ຮຽນ​ຈາກ​ປື້​ມກັບ​ການ​ຝຶກ​ງານ​ຕົວ​ຈິງ​​ໄປຄຽງ​ຄູ່​ກັນ"ນັ້ນສາມາດຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຂອງ​ວຽກ​ງານຢ່າງ​ວ່ອງ​ໄວ,ຈຶ່ງ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຫຼາຍວິ​ສາ​ຫະກິດ​.ວິ​ສາ​ຫະກິດ​ບໍລິການກິນ​ດື່ມທີ່​ຊື່ວ່າ"​ເຂົາ​ງົວ​ຄຳ" ຂອງ​ເມືອງ​ຊາງ​ຊ່າ​ແຂວງ​ຮູ​ນານ​ກໍ​ໄດ້​ເຊັນ​ສັນຍາ​ສະ​ຖາ​ບັນ​ອາຊີວະ​ສຶກສາວິທະຍາສາດ​ເຕັກ ນິກ​ແຂວງ​ຮູ​ນານ.ທ່ານ​ນາງ​ໄຊ້ອ້ຽນ ຜູ້ຈັດການ​ໃຫຍ່​ຂອງ​ບໍລິສັດ​ນີ້​ບອກ​ນັກ​ຂ່າວ​ວ່າ,​ໃນ​ຖາ ນ​ະທີ່ເປັນ​ວິ​ສາ​ຫະກິດໜຶ່ງ,ພວກ​ເພິ່ນ​ເຫັນ​ດີ​ເຫັນ​ພ້ອມ​ນຳວິທີ​ການ​ການ​ສຶກສາ​ແບບ​ນີ້,​ແລະ ຍິນ​ດີ​ເຂົ້າຮ່ວມ​ວຽກ​ງານ​ອົບຮົມ​ນັກຮຽນ.​ນາງ​ເວົ້າວ່າ:"ບໍລິສັດ​ພວກ​ເຮົາ​ກໍ​ຈະ​ສົ່ງ​ຄູ​ສອນ​ວິ​ສາ​ສະ​ເພາະ​ດ້ານ​ຊັບພະຍາກອນມະນຸດໄປ​ອົບຮົມ​ນັກຮຽນ​ຢູ່​ໂຮງຮຽນ,​ເຮັດ​ແບບ​ນີ້,ນັກ ຮຽນ​ຈະ​ເຊື່ອມ​ໂຍງ​ເຂົ້າວິ​ສາ​ຫະກິດ​ພວກ​ເຮົາ​ໄດ້ໄວ​ທີ່​ສຸດ,​ໃຊ້​ເວລາ​ພຽງ​ແຕ່ສາມ​ມື້​ຮອດຫ້າ​ມື້​ກໍ​ຈະລື້​ງກັບ​ວຽກງານ​ໄດ້​ໂລດ."

ທີ່​ຈິງ​ແລ້ວ,​ວິ​ສາ​ຫະກິດ​ຫຼວງຫຼາຍ​ເຫັນ​ດີ​ເຫັນ​ຊອບ​ນຳ​ວິທີ​​​ໃຫ້​ເອົາ"ການ​ຮຽນ​ຈາກ​ປື້​ມກັບ​ການ​ຝຶກ​ງານ​ຕົວ​ຈິງ​ຄຽງ​ຄູ່​ກັນ​ໄປ"​ນັ້ນໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ວິ​ສາ​ຫະກິດ​ຢ່າງ​ຫຼວງ ຫຼາຍ,​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ບັນຫາ​ຂໍ້​ໜຶ່ງ​ທີ່​ລະບອບອາຊີວະ​ສຶກສາ​ຂອງ​ຈີນ​ປະ​ເຊີນ​ໃນ​ສະ​ເພາະ​ໜ້າ​ນີ້,ນັ້ນກໍ​ຄື ການ​ຮຽນ​ທິດ​ສະ​ດີ​ກັບ​ພຶດຕິ​ກຳ​ຕົວ​ຈິງແຍກອອກ​ຈາກ​ກັນ,ນັກຮຽນ​ໄດ້​ຮຽນ​ຮູ້​​ແຕ່ທິດ​ສະ​ດີ​ພື້ນຖານ​ອ່າວ​ບໍລິບູນ​ໃນ​ໂຮງຮຽນ,​ແຕ່​ພັດ​ບໍ່​ມີ​ໂອກາດ​ໄປປະ​ຕິ​ບັດ​ຕົວ​ຈິງ.ທັງ​ນີ້​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າບໍ່​ມີ​ຄວາມ​ສາມາດ​ເຮັດ​ວຽກຕົວ​ຈິງ​ໃນ​ຍາມ​ຮຽນ,ຈຶ່ງ​ຍາກ​ທີ່​ຈະ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວິ​ສາ​ຫະກິດ​​​ໂດ​ວ​ໄວ​ໄດ້.ການລິ​ເລີ່​ມ ຂອງວິທີ​ການ​ສຶກສາ​​ແບບ"ການ​ຮຽນ​ຈາກ​ປື້​ມກັບ​ການ​ຝຶກ​ງານ​ຕົວ​ຈິງ​ໄປ​ຄຽງ​ຄູ່​ກັນ"ສາ ມາດ​ແກ້​​ໄຂບັນຫາ​ດັ່ງກ່າວ,​ໄດ້​ຫຼຸດຕົ້ນທຶນ​ການ​ອົບຮົມ​ຂອງ​ວິ​ສາ​ຫະກິດ​ທີ່​ຕ້ອງ​ຈ່າຍພາຍ ຫຼັງ​ໄດ້ຮັບ​ເອົາ​ນັກຮຽນ​ເຂົ້າເຮັດ​ວຽກ​.ສະນັ້ນ,ວິທີ​ການ​ການ​ສຶກສາ​ດັ່ງກ່າວ​ກໍ​ຄ່ອຍໆ​ເຜີຍ​ແຜ່​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ.

ຢູ່​ເມືອງ​ເຟີ່ງ​ໄຄ່​ແຂວງ​ກວາງ​ຕຸ້ງທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ,ມີ​ວິ​ສາ​ຫະກິດ​ທຶນ​ໄຕ້​ຫວັນ9ຫຼັງ​ໄດ້​ເຊັນ​ສັນຍາ​ກັບ​ໂຮງຮຽນວິຊາຊີບ​ທ້ອງ​ຖິ່ນດັ່ງກ່າວ,ດຳ​ເນີນ​ແຜນການ​ອົບ ຮົມຕາມ​ແບບ"ການ​ຮຽນ​ຈາກ​ປື້​ມກັບ​ການ​ຝຶກ​ງານ​ຕົວ​ຈິງ​​ໄປຄຽງ​ຄູ່​ກັນ".ທ່ານ​ເຊິ​ນຮ້ວນ ຈ່າວ ຄູ​ໃຫຍ່​ໂຮງຮຽນວິຊາຊີບ​ຊັ້ນກາງ​ເມືອງ​​ເຟີ່ງ​ໄຄ່​ເວົ້າສູ່​ຟັງ​ວ່າ,ນັກຮຽນ​ຂອງ​ໂຮງຮຽນ​ຫຼັງນີ້​ຮຽນ​ທິດ​ສະ​ດີ​ເຄິ່ງປີ,​ແລ້ວ​ຝຶກ​ງານ​ເຄິ່ງປີ,ນັກຮຽນ​ສາມາດ​ເອົາເງິນ​ເດືອນ​ທີ່​ໄດ້​ຈາກ​ການ​ຝຶກ​ງານ​ມາ​ຈ່າຍ​ຄ່າ​ຮຽນ,​ແລະຜົນ​ການ​ຝຶກ​ງານ​ຂອງ​ນັກຮຽນ​ກໍ​ໄດ້ຂຽນ​ເຂົ້າ​ໃນ​ໃບ​ຄະ​ແນນ.

​ໃນ​ເວລາ​​ໄປ​ເອົາ​ຂ່າວ,ນັກ​ຂ່າວ​ໄດ້​ສັງ​ເກດ​ເຫັນວ່າ,ຜ່ານ​ການ​ອົບຮົມ​ດ້ວຍວິທີ"ການ​ຮຽນ​ຈາກ​ປື້​ມກັບ​ການ​ຝຶກ​ງານ​ຕົວ​ຈິງ​ໄປ​ຄຽງ​ຄູ່​ກັນ"ນັ້ນ,ກ່ອນ​ຮຽນ​ຈົບ,ນັກຮຽນສ່ວນຫຼາຍໄດ້ມີ​ສີ​ໄມ້​ລາຍ​ມືຕົວ​ຈິງຢ່າງ​ຊຳນິ​ຊຳນານ​ແລ້ວ​,ນ​ອກນີ້,ນັກຮຽນ​ຍັງໄດ້​ຮຽນ​ຮູ້​ລະບຽບ​​ແລະ​ຄວາມ​ຕ້ງການ​ຂອງ​ວິ​ສາ​ຫະກິດ​ໃນ​ເວລາ​​ຝຶກ​ງານ,ສະນັ້ນ,ວິ​ສາ​ຫະກິດ​ຈຶ່ງຍາດ​ກັນຮັບ​ນັກຮຽນ​ແບບ​ນີ້​ເຂົ້າ​​ເຮັດ​ວຽກ.ນ້ອງ​ຢານຮຸ່ຍ ນັກຮຽນ​ຂອງໂຮງຮຽນ​ວິຊາຊີບ​ຊັ້ນກາງ​ເມືອງ​ເຟີ່ງ​ໄຄ່​ແຂ​ວງ​ກວາງ​ຕຸ້ງ ບອກ​ນັກ​ຂ່າວ​ວ່າ,ສະພາບ​ການ​ປະກອບ​ອາຊີບ​ຂອງນັກຮຽນ​ໂຮງຮຽນ​ຫຼັງນີ້​ດີກ​ວ່ານັກ​ຮຽນ​ຂອງ​​ໂຮງຮຽນມັດທະຍົມ​ປາຍ.ນ້ອງ​ເວົ້າວ່າ: (ປ່ອຍ​ອັດ​ສຽງ)

"ດຽວ​ນີ້,​ນັກ​ສຶກສາ​ມະຫາ​ວິທະຍາ​ໄລ​ກໍຊອກ​ວຽກ​ຍາກ,ພວກ​ເຮົາ​ທັງ​ຮຽນ​ຈາກ​ຕຳລາທັງ​ຝຶກ​ງານ​ຕົວ​ຈິງ​ໄປພ້ອມ,​ເມື່ອ​ຮຽນ​ຈົບ​ແລ້ວ,ຫາ​ວຽກ​ກໍ​ງ່າຍຫຼາຍ."

ຕາມ​ຮູ້ວ່າ,ຢູ່​ປະ​ເທດ​ພັດທະນາ​ແລ້ວ,ວິທີ​ການ​ການ​ສຶກສາ​ແບບ​ນີ້ໄດ້​ມີປະຫວັດ​ຮ້ອຍກວ່າ​ປີ​​ແລ້ວ​.ຢູ່​ເຢຍລະ​ມັນ,​ໃນ​ອາທິດ​ໜຶ່ງ,ນັກຮຽນ​​ເຮັດ​ວຽກ3ມື້​ແລະ​ຮຽນ​ທິດ​ສະ​ດີ2ມື້,ມີ​ນັກຮຽນ 60%​ໄດ້ຮັບການ​ສຶກສາ​ແບບ​ນີ້.ຢູ່​ອາ​ເມ​ລິ​ກາ,ນັກຮຽນ​ມີ​ໂອກາດ​ເຮັດ​ວຽກ​ໃນ​ຍາມ​ພັກ​ຮຽນຍາມຮ້ອນ​ຫຼື​ຝຶກ​ງານ​ເພື່ອອະນາຄົດ.

​ແຕ່​ວ່າ,ປະຈຸ​ບັນ​ນີ້,ຢູ່​ຈີນ,ວິທີ​ການ​ສຶກສາ​ແບບ​ນີ້ຍັງ​​ມີອຸປະ​ສັກ​ກີດ​ຂວາງ​ຫຼາຍຢ່າງ.ຕົວຢ່າງ ຄື ທັດສະນະ​ຄະຕິ​​ເກົ່າ​ແກ່ທີ່​ເນັ້ນໜັກ​ພາກທິດ​ສະ​ດີ ຖື​ເບົາ​ສີ​ໄມ້​ລາຍ​ມືຕົວ​ຈິງ​ເປັນຕົ້ນຍັງ​ຄົງ​ຕົວ​ຢູ່.ກ່ຽວ​ກັບ​ສະພາບ​ການ​ດັ່ງກ່າວ,ທ່ານ​ຢູຈູ​ກວ່າ​ງ ຜູ້​ຊ່ຽວຊານສະ​ຖາ​ບັນຄົ້ນຄວ້າ​ສູນ​ອາຊີວະ​ສຶກສາຂອງ​ກະຊວງ​ສຶກສາ​ທິການ​​ຈີນ​ເວົ້າວ່າ,​ໃນ​ຂະນະ​ທີ່​ອອກ​ແຮງພັດທະນາ​ການ​ສຶກສາ​ຊັ້ນສູງ​ແລະ​ບຳລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດີ​ເດັ່ນ,ຈີນ​ຄວນ​ເພີ່ມການ​ກໍ່​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ເຕັກນິກ.ວິທີ​ກການ​ສຶກສາທີ່​ໃຫ້"ການ​ຮຽນ​ຈາກ​ປື້​ມກັບ​ການ​ຝຶກ​ງານ​ຕົວ​ຈິງ​ໄປ​ຄຽງ​ຄູ່​ກັນ"​ເປັນໜ້າ​ຈະ​ໃຫ້​ໂຮງຮຽນວິຊາຊີບ​ປະ​ເພດ​ຕ່າງໆ​ຂອງ​ຈີນ​ຖອດ​ຖອນ​ເອົາ​​ໄປ​ໃຊ້.

"​​ຖ້າ​ເວົ້າຕາມ​ຄວາມ​ໝາຍ​ໂດຍ​ລວມ​ແລ້ວ,ວິທີ"ການ​ຮຽນ​ຈາກ​ປື້​ມກັບ​ການ​ຝຶກ​ງານ​ຕົວ​ຈິງ​​ໄປຄຽງ​ຄູ່​ກັນ"​ແມ່ນ​ທິດ​ຂະຫຍາຍຕົວຢ່າງ​ໜຶ່ງ,​ໂດຍ​ສະ​ເພາະ​ແມ່ນ​ເວົ້າ​ໃນ​ດ້ານ​ການສຶກສາ​ຕະຫຼອດຊີວິດ."