ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-28 16:29:50    
ຂົວ​ທາງ​ອາກາດ060927

cri

​ເມື່ອ​​ມາ​ຮອດ​ຕອນ​ຄ່ຳ​ແນວ​ນີ້,ລາຍການ"ຂົວ​ທາງ​ອາກາດ"​ໄດ້​ວຽນມາ​ພົບ​ກັບ​ທ່ານ​ອີກ​ຕາມ​ເຄີຍ,ພວກ​ເຮົາມາ​ລົມ​ມາ​ຟັງ​​ເພງ​ມ່ວນໆນຳ​ກັນ,ຫວັງ​ວ່າ​ຄົງ​ຈະ​​ເຮັດ​​ໃຫ້​ທ່ານ​ຢອນ​ອາລົມ​ຫຼັງ​ເຮັດ​ວຽກ​ຕະຫຼອດ​ມື້​ໄດ້.    ຫວ່າງ​ມໍ່ໆ​ນີ້,ນ້ອງ​ສົມ​ຫວັງ ອູ​ຄຳ​ຫຼ້າ ທີ່​ໂຮງຮຽນ​ມັດທະຍົມ​ສົມບູນ ​ເທດສະບານ​ແຂວງ​ຫຼວງ​ນ້ຳ​ທາ​ໄດ້​ຝາກ​ຈົດໝາຍ​ມາ​ຍັງ​ພວ​ກ​ເຮົາ​ໂດຍຂຽນ່ວ່າ,"ປີ 1990,​ແມ່ນ​ປີ​ທີ່​ນ້ອງ​ໄດ້​ຮັບ​ສັນຍານ​ຄື້ນວິທະຍຸ​ຈາກ CRI ຄັ້ງ​ທຳ​ອິດ.​ເວລາ​ນັ້ນ,ອາຍຸ​ຂອງ​ນ້ອງ​ກໍ່​ໄດ້ 10 ຂວບ​ພໍດີ​ແລະ​ນ້ອງ​ຫາ​ກໍ່​ຮຽນຢູ່​ຊັ້ນ​ປະຖົມປີ​ທີ 3,​ໃນ​ຍາມ​ຮ້ອນ,ນ້ອງ​ມັກ​ໄປ​ນັ່ງ​ຕາກ​ອາກາດ​ນຳ​ພໍ່​ຢູ່​ນອກ​ເຮືອນ​ແລະ​ກໍ່​ມັກ​ຟັງ​ວິທະຍຸ​​ໄປ​ນຳ.​ເມື່ອ​ໝູນ​ຄື້ນວິທະ​ຍຸ​ໄປ​ມາ​ກໍ່ໄດ້​ຍິນສຽງ​ເວົ້າ​ພາສາ​ລາວ​ຈ້ອຍໆ,ຄິດ​ວ່າ​ແມ່ນ​ສະຖານີ​ວິທະຍຸ​ວຽງ​ຈັນ,​ເມື່ອ​ຟັງ​ໄປ​ຟັງ​ມາ​ກໍ​ໄດ້​ຍິນ​ປະກາດ​ປິດ​ສະຖານີ​ວ່າ,​ແມ່ນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນພາກ​ພາສາ​ລາວ.ນ້ອງ​ຍັງ​ລົມ​ກັບ​ພໍ່​ວ່າ​ຕ້ອງ​ແມ່ນ​ຄົນ​ລາວ​ຍົກຍ້າຍ​ໄປຢູ່​ຈີນ​ຫຼື​ວ່າ​ໄປ​ເຮັດ​ວຽກ​ຢູ່​ຈີນ​ເປັນ​ຜູ້​ຈັດ​ລາຍການ,​ເພາະວ່າ​ຟັງສຽງ​ຄື​ຄົນ​ລາວ​ອ້ອຍຕ້ອຍ,ບໍ່​ນຶກ​ບໍ່​ຝັນ​ເລີຍ​ວ່າ,ພວກ​ອ້າຍ​ເອື້ອຍ​ຄົນ​ຈີນ​ຈະ​ເວົ້າ​ພາສາ​ລາວ​ເກັ່ງ​ປານ​ນີ້.ມາ​ເຖິງ​ປະຈຸ​ບັນ​ກໍ່​ເປັນ​ເວລາ​ເກືອບ 10 ປີ​ແລ້ວ​ທີ່​ນ້ອງ​ໄດ້​ເປັນ​ມິດ​ລາຍການ​ຂອງ CRI,ສິ່ງ​ໜຶ່ງທີ່​ໜ້າ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ການ​ສອນ​ພາສາ​ຈີນ​ຂອງ CRI,​ເມື່ອ​ຮຽນ​ແລ້ວ,ກໍ່​ສາມາດ​ເວົ້າ​ພາສາ​ຈີນ​ຖາມ​ສະບາຍດີ​ກັບ​ເພື່ອນ​ຄົນ​ຈີນ​ທີ່​ໄປ​ເຮັດ​ວຽກ​ຢູ່​ບ້ານ​ຂອງ​ນ້ອງ​ໄດ້."     ​ໃນ​ຈົດໝາຍ,ນ້ອງ​ສົມ​ຫວັງ​ໄດ້​ເລົ່າປະຫວັດການ​ທີ່​ນ້ອງ​ຮັບ​ຟັງ​ລາຍການ​ຂອງCRI,ຂອບ​​ໃຈ​ນ້ອງ​ຫຼາຍໆ​ທີ່​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ມາໂດຍ​ຕະຫຼອດ,​ແລະ​ໄດ້​ຕີ​ລາຄາ​ສູງ​ຕໍ່​ລາຍການ​ຂອງ​ພວກ​ເຮົາ.

ອີງ​ຕາມ​ຄວາ​ມຕ້ອງການ​ກ່ຽວ​ກັບ​ຮຽນ​ພາສາ​ຈີນ​ຂອງ​ຜູ້​ຟັງ​ທັງຫຼາຍ,​ໃນ​ຕໍ່ໜ້າ,ພວກ​ເຮົາ​ຍັງ​ຈະ​​ເຮັດ​ລາຍການ​ສອນ​ພາສາ​ຈີນ​ຊຸດໃໝ່,​ເພື່ອຖືກ​ກັບ​ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ທ່ານ.   ​ເອົາລະ,​ໃນ​ຕອນ​ທ້າຍ​ລາຍການ​ມື້​ນີ້,ພວ​ກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງມອບ​​ໃຫ້​ນ້ອງ​ສົມ​ຫວັງ​ແລະຜູ້​ຟັງ​ທຸກ​ທ່ານ​ທີ່​ພວມ​ຟັງ​ລາ​ຍການ​ຢູ່​ໃນ​ຂະນະ​ນີ້

,​ເພງ​ນີ້​ມີຊື່ວ່າ"​ເຈ້​ປູ້​ຕ້ຽວ",​ແປ​ວ່າ"ລະ​ຖິ້ມ​ບໍ່​ໄດ້",​ແລະ​ກໍ່ຫວັງ​ວ່າ​ມິດລາຍການ​ຄົງ​ຈະ​ບໍ່​ປະ​ຖິ້ມ​ພວກ​ເຮົາ​ຕະຫຼອດ​ໄປ.