ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-28 16:47:29    
[ການ​ປະຕິ​ຮູບ​ຂອງ​ຊ່າງ​ຢ່າງ]

cri

ກ່ອນ​ຄິດ​ຕະ​ສັງ​ກາດ 475 ປີ, ຈີນ​ເລີ່​ມກ້າວ​ເຂົ້າສູ່​​ສະ​ໄໝ​ຈ້າ​ນ​ໂກ. ກໍ່​ແມ່ນ​ເລີ່​ມ​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ, ປະ​ຫວັດ​ສາດ​ຈີນ​ເລີ່​ມກ້າວ​ເຂົ້າ​ສູ່​ສັງຄົມ​ສັກ​ດິນາ. ​ໃນ​ສະ​ໄໝ​ຈ້າ​ນ​ໂກ, ຊົນ​ຊັ້ນ​ເຈົ້າທີ່​ດິນ​ທີ່​ປະກົດ​ຕົວ​ໃໝ່​ມີ​ອິດ​ທິ​ພົນ​ດ້ານ​ເສດ​ຖະ​ກິດ​ນັບ​ມື້​ນັບ​ໃຫຍ່. ພວກ​ເຂົາ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ຍຸບ​ສິດ​ພິ​ເສດ​ຂອງ​ຂຸນ​ນາງ​ເຈົ້າ​ທາດ, ພັດ​ທະ​ນາ​ເສດ​ຖະ​ກິດ​ສັກ​ດິນາ, ສ້າງ​ຕັ້ງ​ພະ​ເດັດ​ການ​ຂອງ​ຊົນ​ຊັ້ນ​ເຈົ້າທີ່​ດິນ. ລັດຕ່າງ​ໆໃນ​ຄາວນັ້ນ​ກໍ​ຄິດ​ຢາກ​ດຳ​ເນີນ​ການ​ປະ​ຕິ​ຮູບ, ເພື່ອ​ເຮັດ​ໃຫ້​ລັດ​ຕົນ​ເອງ​ເຂັ້ມແຂງ. ​ໃຕ້​ການ​ຊຸກ​ຍູ້​ຂອງ​ຊົນ​ຊັ້ນ​ເຈົ້າ​ທີ່​ດິນ, ລັດ​ຕ່າງໆ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ທີ່​ມີ​ລັກສະ​ນະ​ການ​ປະຕິ​ຮູບ​ການ​ເມືອງ​ຂອງ​ຊົນຊັ້ນ​ເຈົ້າ​ທີ່​ດິນ. ​ໃນ​ນັ້ນ ການ​ປະຕິ​ຮູບ​ຊ່າງ​ຢ່າງຂອງ​ລັດ​ສິນ​ແມ່ນ​ການ​ປະຕິ​ຮູບ​ຄັ້ງ​ໜຶ່ງ​ທີ່​ດຳ​ເນີນຢ່າງ​ເຖິງ​ກົກ​ເຖິງ​ຮາກ​ສົມ​ຄວນ.

ລັດ​ສິນ​ຕັ້ງຢູ່​ແຖບ​ແຂວງ​ສານ​ຊີ່​ຂອງຈີນ​ໃນ​ທຸກ​ວັນ​ນີ້, ມີ​ປະ​ຊາ​ກອນ​ໜ້ອຍ, ​ເສດຖະກິດ​ກໍ່​ຫຼ້າ​ຫຼັງ​ກວ່າ​ລັດ​ອື່ນໆ. ​ໃນ​ເວ​ລາ​ສິນ​ຊ້ຽວ​ກົ່ງ​ຂຶ້ນ​ເປັນ​ລາ​ຊາ​ລັດ​ສິນ, ພະ​ອົງ​ບຸກ​ບຶນ​ສູ້​ຊົນ, ​ແລະ​ຊົງ​ຕັດ​​ສັ່ງ​ໃຫ້​ຊອກ​ຫາ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ.

ຊ່າງ​ຢ່າງ​ແມ່ນ​ຂຸນ​ນາງ​ທີ່​ຊຸດ​ໂຊມ​ລົງ​ແລ້ວ​ຂອງ​ລັດ​ເວິ້ຍ ອີກ​ລັດ​ໜຶ່ງ​ໃນ​ຄາວ​ນັ້ນ. ຍ້ອນ​ຊ່າງ​ຢ່າງຢູ່​ລັດ​ເວິ້ຍ​ບໍ່​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງສຳຄັນ, ​ເມື່ອ​ໄດ້​ຮູ້​ວ່າ​ລາຊາ​ລັດ​ສິນຊອກ​ຫາ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ, ​ເພິ່ນ​ເລີຍ​​ໄປຮອດ​ລັດ​ສິນ. ສິນ​ຊ້ຽວກົ່ງ ລາຊາ​ລັດ​ສິນ​ໄດ້​ພົບ​ປະ​ກັບ​ຊ່າງ​ຢ່າງ, ​ແລະ​ຫາລື​ກັບ​ຊ່າງ​ຢ່າງ​ກ່ຽວ​ກັບ​ວິ​ທີ​ສ້າງສາໃຫ້​ລັດ​ຮັ່ງມີ​ໃຫ້​ກອງທັບ​ເຂັ້ມ​ແຂງ​, ສິນ​ຊ້ຽວກົ່ງ​ຫາລື​ກັບ​ຊ່າງ​ຢ່າງ​ຫຼາຍມື້​ກໍ່​ບໍ່​ຮູ້ສຶກ​ອິດ​ເມື່ອຍ, ພະ​ອົງ​ຊົງ​ເຫັນ​ດີ​ນຳ​ແນວ​ທາງ​ການ​ປະຕິ​ຮູບ​ຂອງ​ຊ່າງ​ຢ່າງ​ທີ່​ສຸດ. ສິນ​ຊ້ຽວກົ່ງ​ຮຽກ​ໂຮມ​ເສນາ​ບໍດີ​ທັງຫຼາຍ​ເພື່ອ​ປຶກສາ​ຫາລື​ດຳ​ເນີນ​ການ​ປະຕິ​ຮູບ, ​ແຕ່​​ເສນາ​ບໍດີ​ທີ່​ຕາງໜ້າ​ໃຫ້ອິດ​ທິກຳລັງຂຸນ​ນາງ​ຄອງ​ເດີມ​ໄດ້​ເດັດດ່ຽວ​ຄັດຄ້ານ​ການ​ປະຕິ​ຮູບ, ​ເຂົາ​ເຈົ້າ​ເຫັນ​ວ່າ ປະຕິບັດ​ຕາມ​ລະບອບ​ເກົ່າ​ແລະ​ຮັກສາ​ຮີດຄອງ​ເກົ່າ, ຈຶ່ງ​ຈະ​ບໍ່​ມີ​ການກະທຳ​ຜິດ. ຊ່າງ​ຢ່າງ​ຊີ້​ອອກ​ວ່າ: ການ​ປົກຄອງ​ລັດ​ບໍ່​ແມ່ນ​ວ່າ​ຕ້ອງ​ໃຊ້​ວິທີ​ດຽວ​ສະ​ເໝີ​ໄປ, ທະ​ແນມ​ແຕ່​ມີ​ຜົນ​ດີ​ຕໍ່​ລັດ, ກໍ່​ບໍ່​ຈຳ​ເປັນ​ຕ້ອງ​ປະຕິບັດ​ຕາມ​ຄອງ​ເກົ່າ​ບູຮານ. ສິນ​ຊ້ຽວກົ່ງ​​ໄວ້ວາງ​ໃຈ​ນຳ​ຊ່າງ​ຢ່າງ, ​ແລະ​ເດັດດ່ຽວ​ສະໜັບສະໜູນ​ຊ່າງ​ຢ່າງ. ຊ່າງ​ຢ່າງ​ຈຶ່ງດຳ​ເນີນ​ການ​ປະຕິ​ຮູບ​ຕາມ​ແຜນ​ຂອງ​ຕົນ​ໄດ້.

ກ່ອນ​ເລີ່ມ​ດຳ​ເນີນ​ການ​ປະ​ຕິ​ຮູບ, ຊ່າງ​ຢ່າງ​ເປັນ​ຫ່ວງ​ວ່າ​ສາ​ມັນ​ຊົນ​ບໍ່​ເຊື່ອ​ດຳ​ລັດ​ທີ່​ເພິ່ນ​ປະ​ກາດ, ຈຶ່ງ​ສັ່ງ​ໃຫ້​ປັກ​ເສົາ​ໄມ້​ສູງ 10 ກວ່າ​ແມັດ​ຢູ່​ປະ​ຕູ​ໃຕ້​ຂອງ​ເມືອງ​ຫຼວງ, ​ແລະ​ອອກ​ຄຳ​ສັ່ງວ່າ: ໃຜ​ສາ​ມາດ​ຍ້າຍ​ທ່ອນ​ໄມ້​ນີ້​ໄປ​ຮອດ​ປະ​ຕູ​ເໜືອ​ຂອງ​ເມືອງ​ຫຼວງ​ໄດ້, ຈະ​ໃຫ້​ລາງ​ວັນ​ເປັນ​ຄຳ 5 ກິໂລ. ໃນ​ຫົວ​ທີ ຄົນ​ທັງ​ຫຼາຍ​ມີ​ແຕ່​ຢືນ​ເບິ່ງ​ຢູ່​ຊື່​ໆ, ບໍ່​ມີ​ໃຜ​ໄປ​ລອງ​ຍ້າຍ. ຊ່າງ​ຢ່າງ​ສັ່ງ​ໃຫ້​ເພີ່ມ​ລາງ​ວັນ​ຂຶ້ນ​ຮອດ 25 ກິໂລ. ໃນ​ທີ່​ສຸດ ມີ​ຜູ່​ໜຶ່ງ​ຄຶດ​ວ່າ​ໄປ​ເຮັດ​ລອງ​ເບິ່ງ​ດູ ​ແລະ​ຍ້າຍ​ທ່ອນ​ໄມ້​ໄປ​ຮອດ​ປະຕູ​ເໜືອ​ຂອງ​ເມືອງ​ຫຼວງ​ໄດ້​ອີ່ຫຼີ, ​ຕໍ່​ມາ ເຂົາ​ໄດ້​ຮັບ​ລາງວັນ​ເປັນ​ຄຳ 25 ກິ​ໂລ​ແທ້. ​ເມື່ອ​ໄດ້​ສ້າງ​ຂ່າວ​ດັ່ງ​ກ່າວ​ອອກ​ມາ​ແລ້ວ, ​ເມື່ອ​ຊ່າງ​ຢ່າງ​ອອກ​ດຳລັດ​ໃດ, ຄົນ​ທັງ​ຫຼາຍ​ກໍ່​ເຊື່ອ​ໝົດ.

ກ່ອນ​ຄິດຕະສັງກາດ 356 ປີ, ສິນ​ຊ້ຽວກົ່ງ​ແຕ່ງຕັ້ງຊ່າງ​ຢ່າງ​ເພື່ອ​ໃຫ້​ດຳ​ເນີນ​ການ​ປະຕິ​ຮູບ. ຊ່າງ​ຢ່າງ​ອອກດຳລັດ​ໂດຍ​ກຳນົດ​ໄວ້​ວ່າ: ທັບ​ມ້າງ​ຄັນ​ໄຮ່​ຄັນນາຖິ້ມ, ລັດ​ຮັບຮອງ​ທີ່​ດິນ​ເປັນ​ຂອງ​ເອກະ​ຊົນ, ອະນຸຍາດ​ໃຫ້​ຄ້າຂາຍ​ຢ່າງ​ເສລີ; ຜູ່​ໃດ​ຜະລິດ​ທັນ​ຍາ​ຫານຫຼືຜ້າ​ໄໝ​ໄດ້ຫຼາຍ, ຈະ​ຍົກ​ເລີກ​ພັນທະ​ເກນເປັນ​ທະຫານ​ໃຫ້​ຜູ່​ນັ້ນ; ​ ຜູ່​ໃດສ້າງ​ຄຸນງາມຄວາມດີຍິ່ງຫຼາຍໃນ​ສົງຄາມ ​ກໍແຕ່ງຕັ້ງຍົດ​ຖາ​ບັນດາສັກ​ຍິ່ງ​ສູງ​ໃຫ້​ຜູ່​ນັ້ນ, ​ແລະ​ກໍ່ມອບ​ເຮືອນ​ແລະ​ໄຮ່ນາ​​ໃຫ້ຫຼາຍຂຶ້ນ; ​ຕັ້ງ 31 ​ເມືອງ​ໃນທົ່ວ​ລັດ, ​ໃຫ້​ລາຊາ​ລັດ​ແຕ່ງ​ຂຸນ​ນາງ​ໄປ​ປົກຄອງ​ໂດຍ​ກົງ.

ການ​ປະຕິ​ຮູບ​ຂອງ​ຊ່າງ​ຢ່າງ​ໄດ້​ຊຸກ​ຍູ້​ໃຫ້​ລັດ​ສິນ​ພັດທະນາ, ​ແຕ່​ຍ້ອນ​ການ​ປະຕິ​ຮູບ​ດັ່ງກ່າວ​ໄດ້​ຕັດ​ຮອນ​ສິດ​ພິ​ເສດ​ຂອງ​ຂຸນ​ນາງ​ຄອງ​​ເດີມ, ຈຶ່ງ​ຖືກອິດ​ທິກຳລັງ​ຂຸນ​ນອງ​ຄອງ​​ເດີມຄັດຄ້ານ​ຢ່າງ​ຮຸນ​ແຮງ. ​ໃຕ້​ການ​ສະໜັບສະໜູນ​ຂອງ​ສິນ​ຊ້ຽວກົ່ງ ລາຊາ​ລັດ​ສິນ, ຊ່າງ​ຢ່າງ​ໄດ້​ລະງັບ​ການ​ຄັດຄ້ານ​ຂອງ​ພວກ​ຂຸນ​ນາງ​ຄອງ​​ເດີມ, ​ແລະ​ເພີ່ມ​ທະວີ​ການ​ປົກຄອງ​ດ້ານ​​ແນວ​ຄິດ, ການ​ປະຕິ​ຮູບ​ໄດ້​ດຳ​ເນີນ​ຕໍ່​ໄປ.

ຜ່ານ​ການ​ປະ​ຕິ​ຮູບຂອງ​ຊ່າງ​ຢ່າງ, ​ເສດຖະກິດ​ສັກດິນາ​ຂອງລັດ​ສິນ​​ໄດ້ມີ​ການ​ພັດທະນາ, ກຳລັງ​ສູ້​ລົບ​ຂອງ​ກອງ​ທັບ​ໄດ້​ເພີ່ມ​ຂຶ້ນ, ລັດ​ສິນ​ກາຍ​ເປັນ​ລັດສັກດິນາ​ທີ່​ເຂັ້ມ​ແຂງ​ກວ່າ​ໝູ່​ໃນ​ທ້າຍຍຸກ​ສະ​ໄໝຈ້າ​ນ​ໂກ. ກ່ອນ​ຄິດຕະສັງກາດ 221 ປີ, ຄື ຈິນຊີ່​ຮ້ອງ​ເຕ້ຄອງ​ອຳນາດ​ລັດ​ສິນ​ນັ້ນ ​ໄດ້​ດັບ​ສູນ 6 ລັດ​ອື່ນ​, ​​ເປັນ​ການ​ສິ້ນ​ສຸດສະພາບ​ການ​ຕ່າງ​​​ເຮັດສົງຄາມ​ກັນຢ່າງ​ວຸ້ນວາຍ​ໃນ​ສະ​ໄໝ​ຈ້າ​ນ​ໂກ, ​ແລະ​ທ້ອນ​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ. ລາຊະ​ວົງ​ສິນ​ກາຍ​ເປັນ​ລາຊະວົງ​ສັກດິນາ​ທຳ​ອິດທີ່ທ້ອນ​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ.