ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-28 17:20:51    
ເມືອງຕ້າ​ລຽນທີ່​ຢູ່​ແຄມ​ທະ​ເລ

cri Author: da
ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​"ທ່ຽວ​ເມືອງ​ຈີນ"​ໃນທຸກໆ​ວັນ​ພຸດ.​ໃນ​ລາຍການ​ພາກ​ນີ້,ດາລາ​ວັນ​ຈະ​​ແນະນຳ​​ເມືອງ​ຕ້າ​ລຽນ ​ເມືອງ​ແຄມ​ທະ​ເລ​ທາງ​ພາກ​ເໜືອ​ຂອງ​ຈີນ​ສູ່​ທ່ານ​ຟັງ.​ເມືອງ​ຕ້າ​ລຽນ​ບໍ່​ພຽງ​ແຕ່​ແມ່ນ​ເມືອງ​ທີ່ມີ​ນ້ຳພຸ​ຫຼາຍ​ກວ່າ​ໝູ່​ແລະ​ມີ​ສະໜາມ​ຫຼາຍ​ກວ່າ​ໝູ່​ຢູ່​ຈີນ​ທໍ່​ນັ້ນ,ຫາກ​ຍັງ​ຖືກ​ສະຫະ​ປະຊາ​ຊາດ​ປະ​ກວດ​ເປັນ​ເມືອງທີ່​ໜ້າ​ຢູ່​ທີ່​ສຸດ​ເມືອງ​ໜຶ່ງຂອງ​ໂລກ.

​ເມືອງ​ຕ້າ​ລຽນຕັ້ງຢູ່​ທິດ​ໃຕ້​ຂອງ​ແຫຼມ​ໜຶ່ງ​ຢູ່ພາກ​ເໜືອ​ຂອງ​ຈີນ,ມີທະ​ເລຫ້ອມ​ລ້ອມຢູ່ທັງ3ທິດ.ທ້ອງຟ້າ​ສີ​ຄາມ ທະ​ເລ​ຂຽວ​ສະອາດ ຫາດ​ຊາຍສີ​ຂາວ ດອນ​ດຳ​ແມ່ນ​ພາບ​ວິວທິວ​ທັດ​ຢູ່​ແຄມ​ທະ​ເລທີ່​ສວຍ​ງາມທີ່​ສຸດ.​ເມືອງ​ຕ້າ​ລຽນ ​ສະອາດງາມ​ຕາ​ຫຼາຍ,ຜືນ​ຫຍ້າ​ລຽນ​ກັນຍາວ​ຢຽດ,​ຢູ່​ຕາມ​ຖະໜົນທຸກ​ສາຍ​ມີ​ຕົ້ນ​ໄມ້​ຢືນ​ລຽງ​ລາຍ​ໃຫ້​ຄວາມ​ຮົ່ມ​ເຢັນ​ດີ​ແທ້ໆ,​ເມື່ອ​ເບິ່ງ​ອອກ​ໄປ​ໄກ​ກໍ່​ຈະເຫັນ​ທະ​ເລ​ໂລດ.

​ເສັ້ນທາງ​​ເມືອງ​ຕ້າ​ລຽນ​ຂຶ້ນ​​ເນີນ​ລົງ​ຄ້ອຍ,ຈິ່ງ​ເຮັດ​ໃຫ້​ຕ້າ​ລຽນ​ກາຍ​ເປັນ​ເມືອງ​ໜຶ່ງທີ່​ມີ​ລົດຖີບໜ້ອຍ​ທີ່​ສຸດ​ຢູ່​ຈີນ,​ແຕ່​ນີ້​ພັດ​ໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຂີ່​ລົດຖີບ​​ເລາະທ່ຽວ.ຈະຂີ່​​ໄປ​ຜູ້​ດຽວກໍ່​ໄດ້,ຫຼືຈະ​ພ້ອມ​ກັບ​ໝູ່​ເຊົ່າ​ລົດຖີບ​ແບບ​2ຄົນຂີ່​ໄປ​ກໍ່​ໄດ້,​ເພື່ອ​ເລາະ​ລຽບ​ໄປ​ຕາມ​ເສັ້ນທາງ​ແຄມ​ທະ​ເລ,ບໍ່​ພຽງ​ແຕ່​​ເປັນ​ການ​ອອກກຳລັງກາຍ​ເທົ່າ​ນັ້ນ,ທັງ​ໄດ້​ທ່ຽວ​ຊົມ​ທິວ​ທັດ​ໄປ​ພ້ອມ.

​ສະໜາມ​ຫຼວງ​ແຄມ​ທະ​ເລແມ່ນ​ຈຸດ​ພິ​ເສດ​ອັນ​ໜຶ່ງ​ຂອງ​ເມືອງ​ຕ້າ​ລຽນ.ສະໜາມ​ຫຼວງຊິ່ງ​ໄຫ​ຫວັ່ນ​ແລະ​ສະໜາມຫຼວງ​ໄຫ​ຈື່​ຢຸ້ນຕັ້ງຢູ່​ໃກ້​ແຄມ​ທະ​ເລ,ຢູ່​ທີ່​ນັ້ນ ສາມາດ​ເບິ່ງ​ທະ​ເລ​ແລະ​ຮູບຄວັດ​ຢູ່​ແຄມ​ທະ​ເລ​ໄດ້; ຢູ່ສະໜາມຫຼວງ​ຊ່ານ​ປ່າ ທ່ານ​ຈະ​ເຫັນ​ລົດລາງ​ໄຟຟ້າ.ສະໜາມຫຼວງ​ຫຼາຍ​ສິບ​ແຫ່ງ​ແລະ​ສວນ​ດອກ​ໄມ້​ເກືອບ100​ແຫ່ງ​ໄດ້​ແຈກ​ຢາຍ​ຢູ່​ທຸກ​​ມຸມເມືອງ,ຫຍ້າ​ຂຽວ ດອກ​ໄມ້ ນົກກາງ​ແກຂາວ ນ້ຳພຸ ຮູບຄວັດ,ບວກກັບ​ສິ່ງ​ກໍ່ສ້າງ​ແບບ​ຍິ່ປຸ່ນ​ແລະຣັດ​ເຊຍ,​ດູດ​ດຶງ​ໃຈ​ໃຫ້​ນັກ​ທ່ອງ​ທ່ຽວ​ບີບ​ກ້ອງຖ່າຍຮູບ​ບໍ່​ເຊົາ.ທ້າວ​ຈັ່ງ​ເຟີ່ງທີ່ເຕີບ​​ໃຫຍ່ຢູ່​ເມືອງ​ຕ້າ​ລຽນ​ເວົ້າວ່າ:

"ສະໜາມ​ຫຼວງຊິ່ງ​ໄຫ​ຫວັ່ນ​ກວມ​ເນື້ອ​ທີ່ 1 ລ້ານ 7 ​ແສນ 6 ໝື່ນ​ຕາ​ແມັດ,​ເວົ້າ​ໄດ້​ວ່າ​ແມ່ນ​ສະໜາມທີ່​ໃຫຍ່​ກວ່າ​ໝູ່ຢູ່​ຈີນ.ຈາກ​ແຈນີ້​ເບິ່ງ​ໄປຫາ​ແຈນັ້ນຂອງ​ສະໜາມ,​ແມ່ນ​ນ້ຳພຸຮູບ​ດອກຕາ​ເວັນ,​ເບິ່ງ​ໄປ​ຕໍ່​ອີກ​ຈະ​ເຫັນຫຼັກ​ເມືອງ,​ແລະ​ຍາວ​​ໄປ​ຮອດ​ແຄມ​ທະ​ເລ.ຢູ່​ຕໍ່ໜ້າ​ຍັງ​ມີ​ຮູບຄວັດ​ທອງ​ແດງ​ທີ່​ສະ​ແດງ​ໃຫ້​ເຫັນ​ການ​ພັດທະນາ​ຂອງ​ເມືອງ​ຕ້າ​ລຽນ​ໃນ100ປີ​ມາ​ນີ້,ຮູບຄວັດ​ນີ້​ແມ່ນ​ສ້າງຂຶ້ນ​ໃນ​ເວລາ​ສ້າງ​ເມືອງ​ຕ້າ​ລຽນ​ເມື່ອ100ປີ​ກ່ອນ."

ຫໍພິພິທະ​ພັນ​ຍຸກປະຈຸບັນຂອງເມືອງຕ້າ​ລຽນຕັ້ງຢູ່​ສະໜາມ​ຫຼວງຊິ່ງ​ໄຫ​ຫວັ່ນ,ມີ​ລັກສະນະ​ທັນ​ສະ​ໄໝ,ນັກ​ທ່ອງ​ທ່ຽວ​ມັກ​ໄປ​ທ່ຽວ​ຊົມ.ທ່ານ​ລິວ​ເຈີ້ນ​ເຫວີຍ ຫົວໜ້າ​ຫໍພິພິທະ​ພັນ​ຍຸກ​ປະຈຸ​ບັນແນະນຳ​ວ່າ:
"ຫໍພິພິທະ​ພັນ​ຍຸກ​ປະຈຸ​ບັນໄດ້​ບັນທຶກ​ການ​ປ່ຽນ​ແປງ​ຂອງ​ເມືອງ​ຕ້າ​ລຽນ​ຢູ່​ລະຫວ່າງ​ປີ 1899 ຮອດ​ປະຈຸ​ບັນ​ປະມານ 100 ປີ,​ໂດຍ​ສະ​ເພາະ​ແມ່ນ​ສະພາບ​ການ​ພັດທະນາ​​ໃນ​ດ້ານອຸດສາຫະກຳ ກະສິກຳ​ແລະ​ການທ່ອງທ່ຽວ​ເປັນຕົ້ນຂອງ​ເມືອງ​ຕ້າ​ລຽນໃນ 20 ປີນັບ​ແຕ່​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້.ຫໍ​ນີ້​ກວມ​ເນື້ອ​ທີ່ 3 ໝື່ນ 400 ຕາ​ແມັດ,​ເນື້ອ​ທີ່​ວາງສະ​ແດງ​ມີ 1 ໝື່ນ 5 ພັນຕາ​ແມັດ."

ຫໍພິພິທະ​ພັນຍຸກ​ປະຈຸ​ບັນແມ່ນ​ສິ່ງ​ກໍ່ສ້າງ​ທີ່​ເຮັດ​ດ້ວຍ​​ເຫຼັກ​ກ້າ,ປ່ອງຢ້ຽມ​ແກ້ວ​​ແຈ້ງ​ສະຫວ່າງ.ການວາງສະ​ແດງ​ໃນ​ຫໍ​ດັ່ງກ່າວ​ມີ 4 ຫົວ​ຂໍ້​ໃຫຍ່​ຄື:​ໂສມ​ໜ້າ​ຕົວ​ເມືອງ ​ເສດຖະກິດ​ທີ່​ຈະ​ເລີ​ນ ​ເມືອງ​​ທີ່​ມີ​ສະ​ເໜ່​ ​ຫວນ​ຄືນ​ອະດີດແລະ​ການ​​ເບິ່​ງ​ໄປ​ຂ້າງ​ໜ້າ. ຢູ່​ຂ້າງ​ຕູ້​ວາງສະ​ແດງ​ເມືອງ​​ຕ້າ​ລຽນ​ເກົ່າ​,​ແມ່ນ​ຕູ້​ວາງສະ​ແດງ​ເມືອງ​ຕ້າ​ລຽນ​ໃໝ່.ສອງ​ເຂດວາງສະ​ແດງດັ່ງກ່າວ ​ໄດ້​ສ່​ອງ​ແສງ​ໃຫ້​ເຫັນ​ການ​ປ່ຽນ​ແປງຂອງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຕ້າ​ລຽນ​ຢ່າງ​ຈະແຈ້ງ.ທ່ານ​ລິວ​ເຈີ້ນ​ເຫວີຍ ຫົວໜ້າ​ຫໍພິພິທະ​ພັນ​ເວົ້າວ່າ,​ໃນ​ຍາມ​ເລີ່​ມຕົ້ນທົດ​ລອງ​ເປີດ​ຫໍພິພິທະ​ພັນຍຸກ​ປະຈຸ​ບັນ,ກໍ​ໄດ້​ຮັບ​ການ​ຊົມ​ເຊີຍຈາກ​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ.

"ສະ​ເລ່ຍ​ແລ້ວ ​ແຕ່​ລະ​ມື້​ມີ​ນັກ​ທ່ອງ​ທ່ຽວ​ພັນ​ກວ່າ​ຄົນທີ່​ມາ​ຈາກ​ອາ​ເມ​ລິ​ກາ ຍີ່ປຸ່ນ​ແລະ​ອາ​ຟຼີກາ​ເປັນຕົ້ນ,​ເມື່ອ​ທ່ຽວ​ຊົມ​ແລ້ວ,​ເຂົາ​ເຈົ້າ​ເວົ້າວ່າ,​ເມື່ອ​ເຂົ້າຊົມຫໍພິພິທະ​ພັນ​,ກໍເໝືອນດັ່ງໄດ້ທ່ຽວທົ່ວເມືອງຕ້າລຽນ."

ສຽງທີ່​ທ່ານ​ໄດ້ຍິນນີ້​ແມ່ນ​ສຽງ​ຮ້ອງ​ຂອງສິງ​ທະ​ເລ​ຢູ່​ໃນ​ຫໍ​ທະ​ເລ​ເຂດ​​ຂົ້ວ​ໂລກ​ຫຼ້າ​ວຫູ​ຖ່ານ​ທີ່​ໃຫຍ່​ໂຕ​ມະ​ໂຫລານ​ຂອງຕ້າ​ລຽນ. ​ຫໍ​ທະ​ເລ​​ເຂດ​ຂົ້ວ​ໂລກຫຼ້າ​ວຫູ​ຖ່ານ​ທີ່​ເປີດ​ໃນ​ປີ2002,​ໄດ້​ຕັ້ງຫໍ​ວາງສະ​ແດງ​ທັນ​ທະ​ໄໝ​ສາກົນ​ທີ່ຖືເຂດ​ຂົ້ວ​ໂລກ​ເປັນ​ຈຸດ​ສຳຄັນ​ແຫ່ງ​ທຳ​ອິດ​ຢູ່​ຈີນ,​ໄດ້​ຍ້າຍສັດ​ຢູ່ເຂດ​​ຂົ້ວ​ໂລກ​​ເຊັ່ນ ນົກເພັນຄວິນ​​ຂົ້ວ​ໂລກ​ໃຕ້ ປາວານ​ຂົ້ວ​ໂລກ​ເໜືອ​ເປັນຕົ້ນມາ​ຢູ່​ເມືອງຕ້າ​ລຽນ​ເປັນ​ເທື່ອ​ທຳ​ອິດ.ສັດທະ​ເລ​ຊະນິດ​ຕ່າງໆ​ຢູ່​ຢ່າງສະບາຍ​ຫຼາຍ​ຢູ່​ໃນ​ຫໍ.ນາງ​ຫຼີ​ໄອ້ຢິ່ງ ພະນັກງານ​ໃນ​ຫໍ​ທະ​ເລເຂດ​ຂົ້ວ​ໂລກ​​ໄດ້​ຊີ້​​ໄປ​ທີ່ປາວານ​ໂຕ​ໜຶ່ງ​ແລະ​ເວົ້າວ່າ,ນີ້​ແມ່ນ​ສັດ​ຕົວ​ແທນ​ສັດ​ເຂດຂົ້ວ​ໂລກ​ໃນ​ຫໍ.ນາງ​ເວົ້າວ່າ:

"ນີ້​ແມ່ນ​ປາວານ ​ເຊິ່ງ​ເປັນ​ສັດ​ສິລິ​ມຸງຄຸນ,ໜ້າ​ຮັກ​ຫຼາຍ.ມັນ​ດຳລົງ​ຊີວິດ​ຢູ່​ເຂດ​ມ​ະ​ຫາ​ສະໝຸດ​ກຼາດຊຽນອາກຕິກ,ຕົນ​ໂຕ​​ເປັນ​ສີຂາວ.ມັນທັກທາຍຄົນເປັນ,ຍັງ​ງຶກ​ຫົວ​ແລະ​ຍີ້ມ​ແຍ້ມ​ເປັນອີກ.ມັນ​ມີ​ຈຸດ​ພິ​ເສດ​ອັນ​ໜຶ່ງ​ທີ່​ຕ່າງ​ກັບປາວານ​ຊະນິດ​ອື່ນ​ແມ່ນ ຄໍ​ມັນ​ເໜັງ​ຕິງ​ຢ່າງ​ວ່ອງໄວ​ໄດ້.ມັນ​ຍັງ​ມີ​ຊື່​ໜຶ່ງ​​ເປັນ "ນົກຈອກ​ຂົນ​ເຫຼືອງ​ໃນ​ທະ​ເລ",ມັນ​ສາມາດ​ອອກສຽງ​ໄດ້ຫຼາຍສອງ,ຟັງແລ້ວມ່ວນ​ຫຼາຍ."

ຫໍ​ທະ​ເລ​ເຂດ​​ຂົ້ວ​ໂລກ​ກວມ​ເນື້ອ​ທີ່ 3 ໝື່ນ 6 ພັນຕາ​ແມັດ.​ເຂດ​ວາງສະ​ແດງ​ທີ​ໜຶ່ງ​ແມ່ນ​ເຂດ​ສັດ​​ຂົ້ວ​ໂລກ,ຕົ້ນຕໍ​ແມ່ນ​ສັດທະ​ເລ​ຢູ່​ຂົ້ວ​ໂລກ​ໃຕ້​ແລະ​ຂົ້ວ​ໂລກ​ເໜືອ,ນັກ​ທ່ອງ​ທ່ຽວ​ຈະເຫັນ​ປາວານ ໝີ​ຂົ້ວໂລກເໜືອ ນົກ​​ເພັນ​ຄວິນແລະ​ໝາ​ທະ​ເລ​ລວມ 10 ກວ່າ​ຊະນິດ;​ເຂດ​ວາງສະ​ແດງ​ທີ​ສອງ​ແມ່ນ​ການສະ​ແດງ​ຂອງສັດທະ​​ເລ​ເຂດ​ຂົ້ວ​ໂລກ​,​ຢູ່ໂຮງສະແດງທີ່ສາມາດ​ບັນຈຸ​ຜູ້​ຊົມ 2 ພັນ​ກວ່າ​ຄົນ,ຄົນ​ທັງຫຼາຍ​ສາມາດ​ເບິ່ງ​ການສະ​ແດງ​ຂອງ​ປາວານ ປາ​ໂລມາ​ແລະ​ສິງ​ທະ​ເລ​ເປັນຕົ້ນ; ​ເຂດ​ວາງສະ​ແດງ​ທີ​ສາມ​ແມ່ນ​ການສະ​ແດງ​ຂອງປາສະຫຼາມ,​ໃນຕູ້ສະ​ແດງ​ຊ່ອງ​ທາງ​ໃຕ້​ນ້ຳສູນ​ກາງ​ຂະໜາດ​ໃຫຍ່,ຄົນ​ທັງຫຼາຍ​ສາມາດ​ຊົມ​ປາສະຫຼາມຫຼາຍ​ສິບ​ຊະນິດ,ຍັງ​ສາມາດ​​ເບິ່ງ​ຮູບ​ຄົນ​ກັບປາສະຫຼາມຟ້ອນ​ນຳ​ກັນ​ທີ່​ເປັນ​ໜ້າ​ງຶດ​ງໍ້.​ເຂດ​ວາງສະ​ແດງ​ທີ​ສີ່​ແມ່ນ​ສຳຜັດ​ເຂດ​​ຂົ້ວ​ໂລກ,​ຢູ່​ໃນຫ້ອງ​ຫິມະ​ທີ່​ມີ​ອຸນຫະພູມ​ລົບ 40 ອົງສາ,ນັກ​ທ່ອງ​ທ່ຽວ​ສາມາດ​ສຳຜັດ​ສະ​ເໜ່ຂອງຂົ້ວ​ໂລກ​ເໜືອ​ແລະ​ຂົ້ນ​ໂລກ​ໃຕ້​ທີ່​ເຕັມ​ໄປ​ດ້ວຍ​ນ້ຳກ້ອນ​ແລະ​ຫິມະ.

ນອກ​ນີ້,ງານ​ສະແດງອາພອນເພດຊົງຕ້າ​ລຽນ ງານ​ມະຫະກຳສິນ​ຄ້າ​ຂາ​ອອກ​ຕ້າ​ລຽນ ງານ​​ດອກ​ໄມ້​ຕ້າ​ລຽນ ງານ​ແຂ່ງຂັນ​ແລ່ນ​ມາລາ​ທອນ​ສາກົນ​ຕ້າ​ລຽນ ງານ​ຮັບ​ຕ້ອນ​ບຸນ​ກຸດ​ຈີນ​ດ້ວຍ​ໝາກກະ​ໂພ​ກ​ແລະ​ໄຟ​ດອກ​ຕ້າ​ລຽນ​ທີ່​ຈັດ​ຂຶ້ນ​ປີລະ​ເທື່ອ ກໍ​ໄດ້​ດູ​ດດຶງ​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ​ນັບ​ເປັນ​ພັນ​ເປັນ​ໝື່ນ.​ໃນ​ເວລາ​ຮອດ​ບຸນ​ດັ່ງກ່າວ,ສິລະ​ປິນພື້ນ​ເມືອງ​ທີ່​ນຸ່ງ​ຊຸດ​ສີ​ຕ່າງໆ​ຂອງ​ຍີ່ປຸ່ນ ສປປ​ເກົາຫຼີ​ແລະຣັດ​ເຊຍ​​ໄດ້ພ້ອມ​ກັນ​ກັບ​ຊາວເມືອງ​ຕ້າ​ລຽນ​ຟ້ອນ​ລຳ​ທຳ​ເພງ​ຢູ່​ຕາມ​ຖະໜົນ​ຫົນທາງ,​ເຊິ່ງ​ໄດ້​ເພີ່ມບັນຍາກາດ​ສາກົນ​ຫຼາຍ​​ຍິ່ງ​ຂຶ້ນໃຫ້​ແກ່​ເມືອງ​ຕ້າ​ລຽນ.ທ່ານ​ຫຼີຫົງ ນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ຽວ​ຕ້າ​ລຽນ​ເທື່ອ​ທຳ​ອິດ​ເວົ້າວ່າ:

"ຂ້ອຍ​ຮູ້ສຶກ ​ເມືອງ​ຕ້າ​ລຽນ​ມ່ວນ​ຫຼາຍ,ມາ​ເທື່ອ​ທຳ​ອິດ ກໍ​ຫຼິ້ນ​ຢູ່​ແຄມ​ທະ​ເລຢ່າງ​ດົນ​ນານ.ຢູ່​ໃນ​ເມືອງ​ມີ​ສະໜາມ​ຫຼວງຫຼາຍ​ແຫ່ງ,ສິ່ງ​ກໍ່ສ້າງ​ບາງ​ແຫ່ງ​ງາມຫຼາຍ.​ແຕ່​ເສຍດາຍ​ວ່າ​ບໍ່​ມີ​ເວລາ​ດົນນານມາ​ຢູ່​ເມືອງນີ້,ຫວັງ​ວ່າ​ຈະມີ​ໂອກາດ​ມາ​ທ່ຽວ​ອີກ."

​ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຟັງ​ແລ້ວເປັນ​ແນວ​ໃດ,ຖ້າ​ມີ​ໂອກາດ​ມາ​ທ່ຽວ​ຈີນ,ຕ້ອງ​ໄປ​ທ່ຽວ​ເມືອງ​ຕ້າ​ລຽນ​ເດີ້.​ໄປ​ທ່ຽວ​ຕ້າ​ລຽນ ສະດວກ​ຫຼາຍ,ຂີ່​ຍົນ ລົດ​ໄຟ​ແລະ​ລົດ​ເມທາ​ງ​ໄກ​ລ້ວນ​ແຕ່​ໄປ​ຮອດ​ໄດ້.​ ຕ້າ​ລຽນໃນ​ລະດູ​ຕ່າງ​ກັນກໍ່ມີ​ທິວ​ທັດ​ບັນຍາກາດຕ່າງ​ກັນ.ພ້ອມ​ກັນນັ້ນກໍ່ຄວນຊີມ​ອາຫານ​ແຊບໆ​ຂອງ​ຕ້າ​ລຽນ,​ເຊັ່ນ​ແກງໝີ່​​ໃສ​ສັດທະ​ເລ ແກງປູ​​ໃສ່​ເບຍ​.ຖ້າວ່າ​ກິນ​ອາຫານ​ດັ່ງກ່າວ​ຢູ່​​ຮ້ານ​ຕາມ​ແຄມ​ຖະໜົນ,ລາຄາ​ຈະຖືກ​ຫຼາຍ,ຄົນ​ໜຶ່ງ​ເສຍ 50 ຢວນກໍ​ກິນ​ແຊບ​​ແລະ​ອີ່ມໄດ້​ແລ້ວ.​