ຕາມຂ່າວ CRI: ວັນທີ 28 ກັນຍາ, ທ່ານອີຣຸດ ໂອນເມີດ ນາຍົກລັດຖະມົນຕີອິສຣາແອນກ່າວວ່າ, ທ່ານຫວັງຈະໄດ້ພົບປະກັບທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນໃນບໍ່ເທົ່າໃດມື້ຂ້າງໜ້ານີ້.
ໃນເວລາໃຫ້ສຳພາດຕໍ່ວິທະຍຸອິສຣາແອນໃນມື້ດຽວກັນ, ທ່ານໂອນເມີດກ່າວວ່າ, ທ່ານຫວັງຈັດການເຈລະຈາສັນຕິພາບຢ່າງກວ້າງຂວາງກັບທ່ານອັບບາສ, ແລະເຊັນສັນຍາສັນຕິພາບ. ທ່ານຍັງກ່າວວ່າ, ກ່ອນຈີຣາດ ຊາລິດ ທະຫານອິສຣາແອນທີ່ຖືກຜູ່ປະກອບອາວຸດປາເລັສຕິນກັກຕົວໄວ້ນັ້ນໄດ້ຮັບການປ່ອຍຕົວ, ອິສຣາແອນຈະບໍ່ພິຈາລະນາປ່ອຍຊາວປາເລັສຕິນທີ່ອິສຣາແອນພວມຂັງຢູ່ໃນຄຸກ.
ນອກນັ້ນ ຂ່າວແຈ້ງວ່າ, ຜູ່ຊ່ອຍວຽກບາງທ່ານຂອງທ່ານອັບບາສໄດ້ກ່າວແນໃສ່ຄຳເວົ້າຂອງທ່ານໂອນເມີດວ່າ, ຖ້າການພົບປະລະຫວ່າງສອງຝ່າຍມີແຕ່ຫາລືການປ່ອຍທະຫານອິສຣາແອນ, ເຂົາເຈົ້າຈະບໍ່ສົນໃຈນຳການພົບປະເທື່ອນີ້.
ມື້ດຽວກັນ ທ່ານອັບບາສຍັງເຜີຍໃຫ້ຮູ້ວ່າ, ຍ້ອນອົງການຮາມາສສະເໜີຄຳຮຽກຮ້ອງໃໝ່, ສະນັ້ນ ຝ່າຍປາເລັສຕິນໄດ້ງົດວຽກງານໄກ່ເກ່ຍຂອງເອຢິບເພື່ອປ່ອຍທະຫານອິສຣາແອນຜູ່ນີ້.
|