ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-29 16:47:42    
ຄົນ​ຈີນ​ໃນ​ກອງ​ຕຳຫຼວດ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳອັ​ຟກາ​ນີສະຖານ

cri

ສົງ​ຄາມ​ອັຟກາ​ນີສະຖານ​ໄດ້​ສິ້ນ​ສຸດ​ລົງ​ມາ​ໄດ້4ປີ​ແລ້ວ.​ໃນ4ປີ​ທີ່​ຜ່ານ​ມາ​ນີ້,​ເມື່ອ​ລັດຖະ ບານ​ແລະ​ປະຊາ​ຊົນ​ອັຟກາ​ນີສະ​ຖາ​ນພ້ອມ​ກັນ​ພະຍາຍາມ​ແລ້ວ​,ການ​ສ້າງສັນຕິພາບ​ຂອງ​ອັຟກາ​ນີສະຖານຄືນໃໝ່ໄດ້​ຮັບ​ຜົນງານ​ອັນ​ໃຫຍ່​ຫຼວງ.ປະຊາຊົນ​ອັຟກາ​ນີສະຖານ​ລືມ​ບໍ່​ໄດ້​ວ່າ,ການ​ໄດ້​ຮັບ​ຜົນງານ​ດັ່ງ​ກ່າວ​ປາສະຈາກ​ການສະ​ໜັບສະ​ໜູນ​ແລະ​ການ​ຊ່ອຍ​ເຫຼືອ​ຂອງ​ປະຊາ​ຄົມ​ໂລກ​ບໍ່​ໄດ້,​ໂດຍ​ສະ​ເພາະ​ແມ່ນ​ກອງ​ຕຳຫຼວດ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການ​ຟື້ນ​ຟູ​ສັນ​ຕິ​ພາບ​​ໃນ​ອັຟກາ​ນີສະຖານ.​ໃນ​ນັ້ນ,ຕຳຫຼວດ​ຂອງ​ຈີນ​ໄດ້​ເຮັດ​ໃຫ້​ປະຊາ​ຊົນ​ອັຟກາ​ນີສະຖານ​ມີ​ພາບ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ.
 
ທ່ານ​ອັບ​ດູ​ນຮາ​ດີ​ແມ່ນ​ວິ​ສາວະ​ກອນ​ຂອງ​ກາ​ບູນ,​ໄດ້​ຕີ​ລາຄາ​​ໃນ​ລະດັບ​ສູງ​ຕໍ່​ຕຳຫຼວດ​ຮັກສາ​ສັນ​ຕິພາບ​ຂອງ​ຈີນ.ທ່ານ​ເວົ້າ​ວ່າ,
 
ກອງ​ທະຫານຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດມາ​ຢູ່​ອັຟກາ​ນີສະຖານ​ແມ່ນ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຢູ່​ແຫ່ງ​ນີ້,​ເພາະວ່າຖ້າປະ​ເທດ​ເຮົາ​ມີ​ຄວາມ​ປອດ​ໄພ​ແລ້ວ,ວຽກ​ງານ​ຕ່າງໆ​ເຊິ່ງລວມທັງ​ການ​ສ້າງສາ​ປະ​ເທດ​ຄືນ​ໃໝ່​ນັ້ນ​ຈຶ່ງ​ສາມາດ​ດຳ​​ເນີນ​ໄປ​ຢ່າງ​ສະດວກ​​ໄດ້.ຂ້າພະ​ເຈົ້າ​ເຫັນ​ວ່າ,​ໃນ​ຕຳຫຼວດ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ນັ້ນ,ຕຳຫຼວດ​ຈີນແມ່ນ​​ເກັ່ງ​ທີ່ສຸດ.ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ,ຕຳຫຼວດ​ຮັກສາ​ສັນຕິພາບ​ຂອງຈີນ​ພວມ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ແລະ​ສຳຄັນ​ທີ່​ສຸດ.
 
ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ນັກ​ຂ່າວ​ວິ​ທະ​ຍຸCRI​ໄດ້​ພົບ​ເຫັນທ່ານ​ຊິ່ວຊົງ​ເຫວີ​ນ ນາຍ​ຕຳຫຼວດ​ຂອງ​ຈີນ​ທີ່​ເປັນທີ່​ປຶກສາ​ຂອງ​ຕຳຫຼວດ​ສະຫະ​ປະ​ຊາ​ຊາດ​ປະຈຳ​ກາ​ບູນ,​ໃນ​ລາຍການ​ມື້​ນີ້,ພວກ​ເຮົາ​ຈະ​ເລົ່າ​ເລື່ອງ​ຂອງ​ທ່ານ​ຊິ່ວຊົງ​ເຫວີ​ນສູ່​ທ່ານ​ຟັງ.
 
ທ່ານ​ຊິ່ວຊົງ​ເຫ​ວັນ​ອາຍຸ30ກວ່າ​ປີ,ຮູບ​ຮ່າງບໍ່​ສູງ​ແຕ່​ເບິ່ງ​ແລ້ວຮູ້ສຶກ​ເປັນ​ຄົນອົງ​ກາດ​ກ້າຫານ, ນຸ່ງ​ຊຸດ​ຕຳຫຼວດ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ,ຍິ່ງ​ເຮັດ​ໃຫ້​ທ່ານ​ສະຫງ່າຜ່າ​ເຜີຍ. ທ່ານ​ບອກ​ນັກຂ່າວ​ວ່າ,​ໃນ​ເດືອນ​ພຶດສະພາ​ປີ2005,​ໂດຍ​ຕອບ​ສະໜອງ​ກັບຄວາມ​ຮ້ອງ​ຂໍຂອງ​ສະຫະ​ປະຊາ​ຊາດ,ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້​ແຕ່ງ​ທ່ານ​ໄປ​ເປັນ​ທີ່​ປຶກສາ​ຂອງ​ຕຳຫຼວດ​ສະຫະ​ປະຊາ​ຊາດ​ຢູ່​ອັຟກາ​ນີສະຖານ,ປະຕິບັດ​ໜ້າ​ທີ່​ຮັກສາ​ສັນຕິພາບ​ເປັນ​ເວລາ​ໜຶ່ງ​ປີ.ທ່ານ​ບໍ່​ແມ່ນ​ເຮັດ​ໜ້າ​ທີ່​ເປັນ​ຕຳຫຼວດ​ຮັກສາ​ສັນຕິພາບ​ເປັນ​ເທື່ອ​ທຳ​ອິດ​,​ເຖິງ​ວ່າ​ໄດ້​ລຶ້ງ​ເຄີຍ​ກັບ​ບາດ​ແຜ​ແຫ່ງ​ສົງຄາມ​ແລະ​ຄວາມທຸກ​ຍາກ​ທີ່ຕາມ​ມາກໍ​ຕາມ,​ແຕ່​ອັຟກາ​ນີສະຖານ​ທີ່​ໄດ້​ຜ່ານ​ຄວາມ​​ໂຫດຮ້າຍ​ຂອງ​ສົງຄາມ​ຫຼາຍ​ປີ​ນັ້ນ​ກໍ​ເຮັດ​ໃຫ້​ທ່ານຕົກ​ໃຈ.ທ່ານ​ເວົ້າ​ວ່າ,
 
​ເມື່ອ​ເບິ່ງຈາກ​ເຮືອບິນ​ລົງ​ໄປ​,ທົ່ວ​ປະ​ເທດ​ອັຟການີສະຖານ​ຄື​ກັບ​ເມືອງ​ຮ້າງ,​ເຕັມ​ໄປ​ດ້ວຍ​ເນື້ອ​ທີ່​ເປົ່າ​ແປນ.​ເມື່ອ​ເຮືອບິນ​ບິນ​ເຂົ້າ​ໃນ​ເຂດ​ກາ​ບູນ​ແລ້ວ, ຂ້າພະ​ເຈົ້າ​ໄດ້​ເຫັນ​ວ່າ,ທົ່ວ​ເມືອງ​ກາບູນ​ແມ່ນ​ເຕັມ​ໄປ​ດ້ວຍ​ຊາກສະຫຼັກ​ຫັກ​ພັງ​ຂອງ​ອາຄານ.ພໍ​ໄປ​ເຖິງ​ກາ​ບູນ,ຂ້າພະ​ເຈົ້າກໍ​ຮູ້ສຶກ​ວ່າການ​ພັດທະນາ​ຂອງ​ມະນຸດ​ໄດ້​ຖອຍຫຼັງ​ຄືນ​ໄປ​ຫຼາຍ​ສະຕະວັດ​.
 
​ໃນ​ຖານະ​ເປັນ​ທີ່​ປຶກສາ​ຂອງ​ຕຳຫຼວດ​ສະຫະ​ປະຊາ​ຊາດ,ວຽກ​ຕົ້ນຕໍ​ຂອງທ່ານ​ຊິ່ວຊົງ​ເຫ​ວີ​ນກໍ່​ແມ່ນຊ່ອຍ​ປະຕິ​ຮູບ​ວຽກ​ງານ​ຕຳຫຼວດ​ຂອງ​ອັຟກາ​ນີສະຖານ.ທ່ານ​ເວົ້າ​ວ່າ,
 
ການ​ປະຕິ​ຮູບ​ວຽກ​ງານ​ຕຳຫຼວດ​ກໍ່​ແມ່ນ​ພາກສ່ວນ​ໜຶ່ງ​ແຫ່ງ​ການ​ສ້າງ​ກາ​ນ​ເມືອງ​ຄືນ​ໃໝ່,ກໍ​ຄື​ກັນ​ກັບ​ການ​ກໍ່ສ້າງດ້ານ​ອື່ນໆ,ລ້ວນ​ແຕ່​ຕ້ອງຟື້ນ​ຟູ​ຄືນ​​ໃໝ່.​ເມື່ອ​ຜ່ານ​ສົງຄາມ​ຫຼາຍ​ສິບ​ປີ​ມາ​ນີ້​,​ເວົ້າ​ໄດ້​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ນີ້​ໄດ້​ຖືກ​ທຳລາຍ​ໝົດ,ລະບົບ​ຍຸຕິ​ທຳ ລະບົບ​ປະຕິບັດ​ກົດໝາຍ​ໄດ້​ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ,​ຈຶ່ງ​ຕ້ອງ​ເລີ່​ມຈາກ​ເລກ​ສູນ.
 
ທ່ານ​ບອກ​ນັກ​ຂ່າວ​ວ່າ,ຖ້າ​ຢາກ​ສະ​ໜອງ​ສິ່ງ​ແວດ​ລ້ອມ​ທີ່​ສະຫງົບ​ໃຫ້​ແກ່​ການ​ສ້າງສາ​ສັນຕິພາບ​ຂອງ​ອັຟກາ​ນີສະຖານ​ຄືນ​ໃໝ່,ການ​ປະຕິ​ຮູບ​ວຽກ​ງາ​ນຕຳຫຼວດ​ກໍ​ເປັນ​ວຽກ​ດ່ວນ​ທີ່​ສຸດ.ຖ້າ​ຢາກ​ສ້າງ​ລະບົບ​ຕຳຫຼວດ​ທີ່​ມີ​ກົງຈັກ​ຄົບ​ຖ້ວນ ບຸກຄະລາ​ກອນ​ໄດ້​ມາດຖານ​ແລະ​ການ​ຄຸ້ມ​ຄອງ​ມີ​ປະສິດທິ​ພາບ,ກໍ​ຕ້ອງ​ຊອກ​ຮູ້​ສະພາບ​ປະຈຸ​ບັນ​ຂອງ​ລະບົບ​ວຽກ​ງານ​ຕຳຫຼວດ​ອັຟກາ​ນີສະຖານ.ທ່ານ​ຊີ່​ວຊົງ​ເຫວີ​ນບໍ່ສົນ​ໃຈ​ນຳ​ຄວາມ​ອັນຕະລາຍ​ທີ່​ປະສົບ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ,ທ່ານ​ໄດ້​ເດີນທາງໄປ​ທົ່ວ​4​ແຂວງ​ທີ່​ທ່ານ​ເອງ​ຮັບ​ຜິດ​ຊອບ​ຢູ່​ພາກ​ຕາ​ເວັນອອກອັຟກາ​ນີສະຖານ,​ແລະ​ລົງ​ໄປ​ສູ່ກອງ​ຕຳຫຼວດ​​ແລະ​ຈຸ​ຕຳຫຼວດ​10ກວ່າ​ແຫ່ງ,​ເມື່ອ​ຊອກ​ໄດ້ຂໍ້​ມູນ​ຂ່າວສານຢ່າງ​ຫຼວງ​ຫຼາຍ​​ແລ້ວ,ທ່ານ​ກໍ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ເປັນ​ໄປ​ໄດ້​ຫຼາຍ​ຢ່າງ​ຕໍ່​ລັດຖະບານ​ອັຟກາ​ນີສະຖານ​ແລະ​ສະຫະ​ປະ ຊາ​ຊາດ,​ແລະ​ຊ່ອຍ​ເຫຼືອ​ອົງການ​ຕຳຫຼວດ​ທ້ອງ​ຖິ່ນ​ຝຶກອົບຮົມ​​ຢ່າງ​ຫຼວງ​ຫຼາຍ.​ເມື່ອ​ມີ​ການ​ຊ່ອຍ​ເຫຼືອ​ຂອງ​ທີ່​ປຶກສາ​ສະຫະ​ປະ​ຊາ​ຊາດ​ເຊິ່ງລວມທັງ​ທ່ານ​ຊີ່​ວຊົງ​ເຫວີ​ນນັ້ນ​ແລ້ວ, ການ​ປະຕິ​ຮູບ​ແລະ​ການ​ສ້າງ​ວຽກ​ງານ​ຕຳຫຼວດ​ຄືນ​ໃໝ່​ຂອງ​ອັຟກາ​ນີສະຖານ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັ​ນ​ໃຫຍ່​ຫຼວງ.ກອງ​ຕຳຫຼວດອັຟກາ​ນີສະຖານ​ທີ່​ໄດ້​ຜ່ານ​ການ​ປະຕິ​ຮູບ​ແລະ​ປະ  ກອບຄືນ​ໃໝ່​ນັ້ນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການ​ສ້າງ​ສາ​ປະ​ເທດ​ຄືນ​ໃໝ່. ທ່ານ​ເວົ້າ​ວ່າ,
 
​ໃຕ້ການ​ຊີ້ນຳ​ແລະ​ປະສານ​ງານ​ຂອງ​ສະຫະ​ປະຊາ​ຊາດ​ແລະ​ປະ​ເທດ​ອື່ນໆ​ທີ່​ເຂົ້າ​ຮ່ວມ​ການ​ປະຕິ​ຮູບ​ວຽກ​ງານ​ຕຳຫຼວດ,ອັ​ຟກາ​ນີສະຖານ​ໄດ້​ຮັບ​ໝາກຜົນ​ອັນ​ພົ້ນ​ເດັ່ນ​ໃນ​ການ​ປະຕິ​ຮູບ​ວຽກ​ງານ​ຕຳຫຼວດ.ຕົວຢ່າງ​ວ່າ,​ໃນ​ດ້ານ​ຈຳນວນ​ທີ່​ຮັບ​ສະໝັກ,ດຽວ​ນີ້​ໄດ້​ມີ​ເຖິງ5ໝື່ນ4000ຄົນ,​ໄດ້​ປະກອບ​ເປັນ​ກອງ​ຕຳຫຼວດ.ຫຼາຍ​ຄົນ​ກໍ​ໄດ້​ຮັບ​ການ​ອົບ​ຮົມ​ວິຊາ​ສະ​ເພາະ​ລະດັບ​ຕ່າງໆ.ນອກ​ນັ້ນ​ໃນ​ດ້ານ​ອົງການ​ຕຳຫຼວດ, ຈາ​ກກະຊວງ​ພາຍ​ໃນ​ຮອດ​ອົງການ​ຕຳຫຼວດ​ຂັ້ນ​ແຂວງລ້ວນ​ແຕ່​ໄດ້​ຮັບ​ການ​ປັບປຸງ​ເທື່ອ​ລະ​ກ້າວ.
 
ທ່ານ​ຊີ່​ວຊົງ​ເຫ​ວີນ​ໄດ້​ກ່າວ​​ເປັນ​ພິ​ເສດ​ວ່າ,​ໃນ​ການ​ເລືອກ​ຕັ້ງ​ລັດຖະສະພາ​ອັຟກາ​ນີສະຖານ​ເມື່ອ​ປີ2005,ກອງ​ຕຳຫຼວດ​ໄດ້​ເສີມ​ຂະ​ຫຍາ​ຍບົດບາດ​ອັນ​ສຳຄັນ.​ໃນ​ຂະ​ບວນການ​ເລືອກ​ຕັ້ງ,ທ່ານ​ຊີ່​ວຊົງ​ເຫ​ວີນ​ແລະ​ທີ່​ປຶກສາຕຳຫຼວດ​ສະຫະ​ປະຊາ​ຊາດ​​ອື່ນໆ​ໄດ້​ໄປ​ຢູ່​ສະຖານ​ທີ່​ທີ່​ຈັດການເລຶອກຕັ້ງ,ພ້ອມ​ກັນ​ກັບ​ພາກສ່ວນ​ຕຳຫຼວດ​ທ້ອງ​ຖິ່ນ ອົງການ​ບໍລິຫານ​ແລະ​ກອງ​ທັບ​ໄດ້​ຈັດ​ໜ່ວຍບັນຊາ​ການ​ຮ່ວມ,​ແລ​ະ​ໄດ້​ແກ້​ໄຂເຫດການ​ກະທັນ ຫັນ​ຢ່າງ​ໄວວາ​ແລະ​ມີ​ປະສິດທິ​ພາບ.ຍ້ອນ​ມີ​ມາດຖານ​ປ້ອງ​ກັນ​ທີ່​ຖືກຕ້ອງ,ການ​ຊີ້​ນຳ​ຢູ່​ກັບ​ບ່ອນ​ຢ່າງບັງ​ເກີດ​ຜົນ,ຈຶ່ງ​ໄດ້​ຮັບປະກັນ​ໃຫ້ການ​ເລືອກ​ຕັ້ງ​ທົ່ວ​ໄປ​ດຳ​ເນີນ​​ໄປຢ່າງ​ສະ​ດວກ.
 
​ໃນ​ຖານະ​ເປັນ​ນາຍ​ຕຳຫຼວດຈີນ​ທີ່​ເປັນ​ທີ່​ປຶກສາຂອງ​ກອງ​ຕຳຫຼວດ​ສະຫະ​ປະຊາ​ຊາດ​ຢູ່ອັຟກາ​ນີສະຖານ,ວຽກ​ງານ​ຂອງ​ທ່ານ​ຊີ່​ວຊົງ​ເຫ​ວີນ​ໄດ້​ຮັບ​ຄວາມ​ຢືນຢັນ​ຈາກ​ລັດ​ຖະບານອັຟກາ​ນີສະຖານ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ.​ໃນ​ເດືອນ​ຕຸລາ​ປີ2005, ສະຫະ​ປະຊາ​ຊາດ​ໄດ້​ມອບ​ "ຫຼຽນ​ສັນຕິພາບ​ສະຫະ​ປະຊາ​ຊາດ"​ໃຫ້​ແກ່​ທ່ານ​ຊີ່​ວຊົງ​ເຫວີ​ນ.
ກໍ​ຄື​ທ່ານ​ລິວ​ຈ້ຽນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອັຟກາ​ນີສະຖານ​ໄດ້​ກ່າ​ວ​​ໄວ້​ວ່າ,​ໃນ​ຂະ​ບວນການສ້າງສາ​ອັຟກາ​ນີສະຖານ​ຄືນ​ໃໝ່,ການ​ຊ່ອຍ​ເຫຼືອ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ຢືນຢັນ​ຢ່າງ​ເຕັມ​ສ່ວນ​ຈາກ​ປະຊາຊົນ​ອັຟກາ​ນີສະຖານ.ທ່ານ​ເວົ້າ​ວ່າ,

ຈີນ​ໄດ້​ຜ່ານ​ຫຼາຍ​ຊ່ອງ​ທາງ​ເຂົ້າ​ຮ່ວມ​ການ​ສ້າງສາ​ອັຟກາ​ນີສະຖານ​ຄືນ​ໃໝ່,​ແລະ​ຈີນ​ແມ່ນ​ສະໜັບສະໜູນ​ຢ່າງ​ຈິງ​ໃຈ.ອັຟກາ​ນີສະຖານ​ເຫັນ​ວ່າການ​ຊ່ອຍ​ເຫຼືອ​ຂອງ​ຈີນ​ແມ່ນ​ໄລຍະ​ຍາວ​ນານ,ບໍ່​ເຫັນ​ແກ່​ຕົວ​ແລະ​ທັງ​ບໍ່​ມີ​ເງື່ອນ​ໄຂຜູກ​ມັດ​ໃດໆ,​ແລະ​​ຊອກ​ຫາ​ທຸກ​ວິທີ​ເພື່ອ​ຊ່ອຍ​ເຫຼືອ​ເຂົາ​ເຈົ້າ.​ເຂົາ​ເຈົ້າ​ເຄີຍ​ເວົ້າຄຳ​ໜຶ່ງ​ວ່າ:"ພວກ​ເຮົາ​ຮູ້ສຶກພູມ​ໃຈ​ທີ່​ມີ​ຈີນ​ເປັນ​ປ​ະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ."