ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-29 16:50:18    
ຈີນ​ຍົກ​ຄຸນ​ສົມບັດຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ເພື່ອ​ຕ້ອນຮັບ​ງານ​ກິລາ​ໂອ​ລິ​ມປິກ

cri

ປັກ​ກິ່ງ​ຈະ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008, ​ເພື່ອ​ສະ​ແດງ​​ແບບ​ແຜນມາລະຍາດ​​ແຫ່ງ​ຊາດ​ຈີນຕໍ່ໂລກ, ຈີນ​ພວມ​ຈັດກິດຈະກຳໃນ​ທົ່ວ​ປະ​ເທດ​ເພື່ອ​ຍົກ​ຄຸນ​ສົມບັດຂອງ​​ນັກ​ທ່ອງ​ທ່ຽວ​ຈີນ​, ​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້​, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ຈີນ​ຍົກ​ຄຸນ​ສົມບັດ​ຂອງ​ນັກ​ທ່ອງ​ທ່ຽວ​ປະ​ເທດ​ຕົນ​ເພື່ອ​ຕ້ອນຮັບ​ງານ​ກິລາ​ໂອ​ລິ​ມປິກ.

ຢູ່​ປັກ​ກິ່ງ​ແລະ​ແຂວງ​ອື່ນ​ໆ​ໃນ​ທົ່ວ​ປະ​ເທດ​ຈີນ ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ອຸ​ດົມ​ສົມ​ບູນ, ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຕົວ​ຢ່າງ​ຄື ຢູ່​ປັກ​ກິ່ງ​ມີ​ພະ​ລາ​ຊະ​ວັງ​ກູ້​ກົ່ງ ກຳ​ແພງ​ເມືອງ​ຈີນ​ແລະ​ຫໍ​ບວງ​ສວງ​ຟ້າ​ເປັນ​ຕົ້ນ. ການ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ, ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ​ຈະ​ເຮັດ​ໃຫ້​ປັກ​ກິ່ງ​ມີ​ສະ​ເໜຫຼາຍກວ່າ​ເກົ່າ. ​ແຕ່​ວ່າ ຢູ່​​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​​ຄົນໄປ​ທ່ຽວ​ເຫຼົ່ານັ້ນ, ມັກ​ຈະ​​ມີ​ພາບທີ່​ຄົນ​​ເຫັນ​ແລ້ວ​ຮູ້ສຶກ​ບໍ່​ສະບາຍ​ໃຈ, ຕົວຢ່າງ​ຄື ​ນັກທ່ອງ​ທ່ຽວ​ຈີນ​ຖົ່ມ​ນ້ຳລາຍຄາຍ​ຂີ້​ເທິ​ແລະຖິ້ມ​ເປືອກ​ໝາກ​ໄມ້​ທົ່ວທີບ ຫຼືຂີດ​ຕົວ​ໜັງສື​ໃສ່ຝາ​ພະ​ໜັງ​ຂອງ​ຮ່ອງຮອຍ​ບູຮານ​ທີ່​ລ້ຳ​ຄ່ານັ້ນ​ຕາມ​ໃຈເປັນຕົ້ນ, ​ແຫຼ່ງ​ທ່ອງ​ທ່ຽວ​ແມ່ນ​ປ່ອງຢ້ຽມ​ສະ​ແດງ​​ໂສມ​ໜ້າຂອງປະ​ເທດ​ໃດ​ໜຶ່ງ, ​ການ​ກະທຳ​ທີ່ບໍ່​ມີ​ມາລະຍາດຂອງນັກ​ທ່ອງ​ທ່ຽວບາງ​ຄົນ ​ໄດ້​ທຳລາຍພາບ​ພົດ​ຂອງ​ຈີນ​ຢູ່​ໜ້າ​ເພື່ອນ​ມິດ​ຕ່າງປະ​ເທດ ທີ່ພາ​ໃຫ້ຫາ​ງສຽງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ສົນ​ໃຈ​ນຳແລະ​ຕິຕຽນ.
​ເພື່ອ​ປ່ຽນ​ແປງ​ສະພາບ​ດັ່ງກ່າວ​ກ່ອນ​​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008, ຫວ່າງ​ມໍ່ໆ​ນີ້ ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ໄດ້​ດຳ​ເນີນ "ກິດຈະກຳ​ຍົກ​ຄຸນ​ສົມບັດ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ" ​ໃນ​ທົ່ວ​ປະ​ເທດ. ກິດຈະກຳ​ດັ່ງກ່າວ​​ແມ່ນ​ຫ້ອງການ​ອາລະຍະ​ທຳ​ສູນ​ກາງ ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ແລະ​ພາກສ່ວນ​ອື່ນໆ​ຂອງ​ຈີນ ຄື ພາກສ່ວນ​ການ​ຕ່າງປະ​ເທດ ການ​ຄ້າ​ແລະ​ຄົມມະນາຄົມ​ເປັນຕົ້ນພ້ອມ​ກັນຈັດຕັ້ງ​ປະຕິບັດ, ດຳ​ເນີນ​ເປັນ​ເວລາ 3 ປີ ​​ເຊິ່ງ​ເລີ່​ມແຕ່​ກາງ​ເດືອນ​ສິງຫາ, ແລະ​ຕ້ອງ​ໃຫ້​ໄດ້​ຮັບ​ໝາກຜົນ​ທີ່​ມີ​ລັກສະນະ​ຂັ້ນຕອນ​ກ່ອນ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008. ກິດຈະກຳ​ດັ່ງກ່າວ​ຈະ​ແກ້​​ໄຂການ​ກະທຳ​ຕ່າງໆຂອງຄົນຈີນທີ່ບໍ່ມີ​ມາ​ລະ​ຍາດ​ໃນ​​ເວລາທ່ອງທ່ຽວ, ​ເຮັດ​ໃຫ້​ຄຸນ​ສົມບັດ​ໃນ​ການທ່ອງທ່ຽວ​ຂອງ​ຄົນຈີນ​​ສູງ​ຂຶ້ນຢ່າງ​ຫຼວງຫຼາຍ.
ກ່ຽວ​ກັບ​ກິດຈະກຳ​ດັ່ງກ່າວ, ຄົນຈີນຫຼວງຫຼາຍລ້ວນ​ແຕ່​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ, ນາງ​ຊົ້ງລີ້ທີ່​ເຮັດ​ວຽກ​ຢູ່​ບໍລິສັດ​ຕ່າງປະ​ເທດ​ແຫ່ງ​ໜຶ່ງ​ທີ່​ປັກ​ກິ່ງ​ມີ​ຄວາມ​ຮູ້ສຶກ​ອັນເລິກ​ເຊິ່ງ, ນາງ​ເວົ້າວ່າ:
ຍ້ອນ​​ເຮັດ​ວຽກ​ຢູ່​ບໍລິສັດ​ຕ່າງປະ​ເທດ, ສະນັ້ນ​​ໄດ້​ໄປ​ທ່ຽວ​ນຳ​ກັນ​ກັບ​ຄົນ​ຕ່າງປະ​ເທດ​ເລື້​ອຍໆ. ຢູ່ຫຼາຍບ່ອນ​ໄດ້​ເຫັນ​ມີ​ຄົນ​ຈີນ​ບາງ​ຄົນບໍ່​ລະວັງ, ມັກ​ເວົ້າດ້ວຍ​ສຽງ​ດັງ​ເກີນ​ໄປ, ດື່ມ​ນ້ຳ​ໝົດ​ແລ້ວມັກ​ຖິ້ມ​ຂວດ​ເປົ່າ​ທົ່ວທີບ. ຢູ່​ເທີ​ງຝາ​ພະ​ໜັງ ມັກ​ຈະ​ໄດ້​ເຫັນ​ມີ​ຮອຍຂີດທີ່​​ເຂົາ​ເຈົ້າຂີດ​ໄວ້​ທົ່ວທີບ. ​ເມື່ອ​ຢູ່​ນຳ​ກັນ​ກັບ​ຄົນ​ຕ່າງປະ​ເທດ​ແລ້ວ ຂ້າພະ​ເຈົ້າຮູ້ສຶກ​ວ່າ​ຈັ່ງ​ແມ່ນ​ອັບອາຍ​ຂາຍໜ້າ​ແທ້ໆ, ​ເຫັນ​ວ່າ​​ໄດ້ທຳລາຍ​ພາບ​ພົດ​ຂອງ​ຄົນ​ຈີນພວກ​ເຮົາ. ດຽວ​ນີ້​ໃກ້​ຈະ​ເຖິງ​ມື້​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ແລ້ວ, ຂ້າພະ​ເຈົ້າ​ເຫັນ​ວ່າ​ພວກ​ເຮົາ​ໝົດ​ທຸກ​ຄົນ​ຄວນ​ສ້າງ​ຄວາມ​ຊີ​ນ​ເຄີຍ​ທີ່​ດີ, ​ເພື່ອສະ​ແດງ​ໂສມ​ໜ້າ​ປັກ​ກິ່ງ​ໃໝ່​ໃຫ້​ທົ່ວ​ໂລກ​ໄດ້​ເຫັນ.
ປັດຈຸບັນ, "ກິດຈະກຳ​ຍົກ​ຄຸນສົມບັດຂອງນັກ​ທ່ອງ​ທ່ຽວ​ຈີນ" ​ໄດ້​ດຳ​ເນີນ​ໄປ​ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ປະ​ເທດ​ຈີນ, ຫວ່າງ​ມໍ່ໆ​ນີ້ ຫ້ອງການ​ອາລະຍະ​ທຳ​ສູນ​ກາງ​ແລະ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ທ້ອນ​ໂຮມ "ປະກົດ​ການ​ທີ່ບໍ່​ມີ​ມາ​ລະຍະ​ຍາດ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ" ​ແລະ "ຂໍ້​ສະ​ເໜີ​​ເພື່ອ​ຍົກ​ຄຸນ​ສົມບັດຂອງ​ນັກ​ທ່ອງ​ທ່ຽວ​ຈີນ" ​ຕໍ່​ທົ່ວ​ສັງຄົມ​ຢ່າງ​ເປີດ​ເຜີຍ​, ​ແລະ​ຈະ​ຮຽບຮຽງ​ເປັນ​ຄູ່​ມື​ສອງ​ເຫຼັ້ມທີ່​ຊື່ວ່າ "ຂໍ້​ຜູກ​ມັດ​ການ​ກະທຳ​ໃນ​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດຂອງ​ຄົນຈີນ" ​ແລະ "ຄຳ​ແນະນຳ​ການ​ປະພຶດ​​ໃນການທ່ອງທ່ຽວ​ຕ່າງປະ​ເທດ​ຂອງຄົນຈີນ" ​ອີງຕາມຂໍ້​ສະ​ເໜີ​ແລະ​ຄະດີ​ທີ່​ເປັນ​ຕົວຢ່າງ​ທີ່​ທ້ອນ​ໂຮມໄດ້, ​ແລະ​ຈະ​ແຈກ​ໃຫ້​​ຄະນະທ່ອງ​ທ່ຽວກ່ອນ​ຈະ​ເຖິງ​​ໄລຍະ​ພັກ 7 ມື້​ຂອງວັນຊາດ​ 1 ຕຸລາ​ປີ​ນີ້.
ຫວ່າງ​ມໍ່​ໆ​ນີ້ ພະ​ແນ​ກ​ທ່ອງ​ທ່ຽວນະຄອນຫຼວງປັກ​ກິ່ງ​ຍັງ​ກຳນົດວ່າ, ຕໍ່​ໄປ​ພາຍ​ໜ້າ ກ່ອນ​ຄະນະ​ທ່ອງ​ທ່ຽວ​ອອກ​ເດີນທາງ, ຈະ​ໄດ້ຮັບ​ການອົບຮົມ​ດ້ານ​ມາລະຍາດ​ໃນ​ການທ່ອງທ່ຽວ​ກ່ອນ. ​ເນື້ອ​ໃນ​ມີ​ດັ່ງ​ນີ້ ຄື ສະຕິ​ຕໍ່​ອະນາ​ໄມ ສະຕິ​ຕໍ່​ການໂຄລົບ​ລະບຽບ​ກົດໝາຍ ສະຕິ​ຕໍ່ກາ​ນອະ​ນຸລັກສິ່ງ​ແວດ​ລ້ອມ​ແລະ​ອະນຸລັກ​ວັດ​ຖຸບູຮານ ​ແລະ​ສະຕິຕໍ່​ມາລະຍາດ​ດ້ານ​ກິລິຍາ​ທ່າ​ທີ. ກ່ຽວ​ກັບ​ຂໍ້​ກຳນົດ​ໃໝ່​ດັ່ງກ່າວ, ນາງ​ລິວ​ຢຸນຮຸຍ​ທີ່​ເຮັດ​ວຽກ​ຢູ່​ບໍລິສັດ​ທ່ອງ​ທ່ຽວ​ຄ່າງ​ຮຸ່ຍ​ປັກ​ກິ່ງ​ໄດ້​ເວົ້າຈາກ​ມຸມ​ການທ່ອງທ່ຽວ​ແລະງານ​ກິລາ​ໂອ​ລິ​ມປິກ​ວ່າ:
ກ່ຽວ​ກັບ​ການ​ອົບຮົມດ້ານ​ມາລະຍາດ​ໃນ​ການທ່ອງທ່ຽວ, ບໍລິສັດ​ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ​ດີຫຼາຍ. ຄວາມ​ຊີ​ນ​ເຄີຍບາງ​ຢ່າງ​ທີ່​​ເບິ່ງ​ຄື​ວ່າ​ແມ່ນ​ເລື່ອງ​ເລັກ​ນ້ອຍ, ທີ່​ຈິງ​ແລ້ວ​ຈະສະ​ແດງ​​ເຖິງສະຕິ​ຖື​ເບົາ​ຕໍ່​ການ​ຮັກສາ​ອະນາ​ໄມແລະ​ຂາດ​ຄຸນສົມບັດ. ນີ້​ບໍ່​ແມ່ນ​ບັນຫາ​ນ້ອຍ, ຫາກ​ແມ່ນ​ການ​ກະທຳ​ທີ່ທຳລາຍ​​ພາບ​ພົດ​ຂອງ​ຊາດ. ຄົນ​ທັງຫຼາຍລ້ວນ​ແຕ່​ຮູ້​​ແລ້ວວ່າ, ປັກ​ກິ່ງ​ຈະ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008, ນີ້​ແມ່ນ​ໂອກາດ​ທີ່​ຫາ​ຍາກ​ແລະ​ກໍ່​ແມ່ນ​ໂອກາດ​ທີ່​ຈະສະ​ແດງ​ໂສມ​ໜ້າ​ຂອງ​ປະຊາຊົນ​ຈີນ​ໃຫ້​ຊາວ​ຕ່າງປະ​ເທດ​ໄດ້​ເຫັນ. ສະນັ້ນ ການ​ສຶກສາ​ອົບຮົມ​ມາລະຍາດກ່ອນ​ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ສຳຄັນຫຼາຍ, ​ເໝືອນ​ດັ່ງ​ການ​ປູກ​ຈິດ​ສຳນຶກ​ດ້ານ​ກິລາ​ຍາມາລະຍາດ​​ໃຫ້​ຄົນ​ຈີນ​ລ່ວງ​ໜ້າ.