ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-29 17:05:36    
 ຜູ້​ກຳກັບ​ການສະ​ແດງ​​ໜຸ່ມ​ຂອງຈີນ​ນັບ​ມື້​ນັບພົ້ມ​ເດັ່ນໃນ​ຕະຫຼາດ​ຮູບ​ເງົາ​ຈີນ​ແລະ​ຕ່າງປະ​ເທດ

cri

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,​ໃນວົງ​ການ​ຮູບ​​ເງົາ​ຈີນ​ມີ​ຜູ້​ກຳກັບ​ການ​ສະ​ແດງໜຸ່ມ​ກຸ່ມ​ໜຶ່ງ,​ໃນ​ການ​ແກ່ງ​ແຍ່ງ​​ໃນຕະຫຼາດທີ່ດຸ​ເດືອດ,​ເຂົາ​ເຈົ້າ​ຍຶດໝັ້ນ​ເປົ້າ​ໝາຍສິລະ​ປະຂອງ​ຕົນ,ພ້ອນກັນ​ນັ້ນກໍ​ພະຍາຍາມ​ເຮັດ​ໃຫ້​ຜູ້​ຊົມ​ໃກ້ຊິດ​ກັບ​ຕະຫຼາດ,ຮູບ​ເງົາ​ຂອງ​​ເຂົາ​ເຈົ້າໄດ້​ຮັບ​ຄວາມ​ສົນ​ໃຈ​ນັບ​ມື້​ນັບ​ຫຼາຍ​ຢູ່​ຈີນ​ແລະ​ຕ່າງປະ​ເທດ.​ໃນ​ລາຍການ​ຈີນ​ປັດຈຸບັນ​ພາກ​ນີ້,​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ຂອງ​ນັກ​ຂ່າວcri.

  ​ໃນຫຼາຍ​ປີມາ​ນີ້,ລາຍ​ໄດ້​ຈາ​ກາກ​ນຂາຍ​ປີ້​ໃນຕະຫຼາດ​ຮູບ​​ເງົາ​ຈີນສ່ວນ​ຫຼາຍ​ໄດ້ຖືກບາງຮູບ​ເງົາ​ໃຫຍ່​ທີ່​ນຳ​ເຂົ້າ​ແລະ​ຮູບ​ເງົາ​ທີ່​ລົງທຶນ​ຫຼາຍ​ພາຍ​ໃນປະ​ເທດ​ນັ້ນ​ແບ່ງປັນ​ເອົາ​ໄປ,ສ່ວນ​ຮູບ​ເງົາ​ຕົ້ນ​ທຶນ​ຕ່ຳ​ທີ່​ຜູ້​ກຳກັບ​ການສະ​ແດງໜຸ່ມ​ຖ່າຍ​ນັ້ນ​ມີ​ໂອກາດ​ໜ້ອຍ​ທີ່​ສຸດ​ທີ່​ຈະ​ໄດ້​ສາຍ​ໃນ​ໂຮງ​ຮູບ​ເງົາ​ເຖິງ​ຈະ​ສາຍ​ໄດ້,ຂາຍ​ປີ້​ກໍ່ບໍ່ຫຼາຍ​ປານ​​ໃດ,​ແຕ່​​ໃນລະດູ​ຮ້ອນປີ​ນີ້,ຮູບ​ເງົາເລື່ອງ"​ເພັດ​ບ້າບິ່ນ"​ທີ່​ພຽງ​ແຕ່​ລົງ​ທຶນ4ລ້ານ​ກວ່າ​ຢວນນັ້ນ​ພັດໄດ້​ຂາຍ​ປີ້​ເກືອບ20ລ້ານ​ຢວນ,ທ້າວ​ນິງຮ້າວ ຜູ້​ກຳກັບ​ການສະ​ແດງ​ແມ່ນ​ຊາວ​ໜຸ່ມ​ຜູ້​ນຶ່ງ​ທີ່ມີ​ອາຍຸ​ບໍ່​ຮອດ30ປີ.ນັກ​ວິຈານ​ຮູບ​ເງົາ​ຫຼາຍ​ຄົນ​ຂອງ​ຈີນ​​ເອີ້ນ​ຮູບ​ເງົາ​ເລື່ອງ"​ເພັດ​ບ້າ​ບິ່ນ"​ເປັນ"ພະລັງຊີວິດ​​ໃໝ່​ໃຫ້​ແກ່ຮູບ​ເງົາ​ທີ່​ຈີນ​ຜະລິດ".ຮູບ​ເງົາ​​ເລື້ອງ​ນີ້​ໄດ້​ໃຊ້​ວິທີຕະຫຼົກ,ສະ​ແດງ​​ໃຫ້​ເຫັນ​ຄວາມ​ໄຮ້​ສາລະ​ຂອງ​ຊີວິດ​ຕົວ​ຈິງ.​ເນື້ອ​ໃນ​ຂອງ​ຮູບ​ເງົາ​ແມ່ນ​ຢູ່​ໂຮງງານຮ້າງແຫ່ງ​ໜຶ່ງ,​ໄດ້​ປະກົດ​ເຫັນ​ເພັດ​ອັນ​ລ້ຳຄ່າ​ກ້ອນ​ໜຶ່ງ,ສະນັ້ນ,ນັກ​ທຸລະ​ກິດ​ທີ່​ຢາກ​ຊື້ທີ່​ດິນ​ໂຮງ​ງານ​ໄປ​ປຸກ​ເຮືອນ​ຢູ່,ຫົວໜ້າ​ພະ​ແນ​ກຮັກສາ​ຄວາມ​ສະຫງົບ​ຂອງ​ໂຮງງານ​ແລະໂຈນ​ໃຫຍ່​ສາກົນ​ເລີ່ມ"ຕໍ່​ສູ້​ຍາດ​ແຍ່ງເພັດ"ດ້ວຍສະຕິ​ປັນຍາ​ແລະຄວາມກ້າຫານ​,​ໃນ​ການ​ຍາດ​ແຍ່ງ​ນັ້ນ​ດັ່ງກ່າວ​ໄດ້​ເກີດ​ເລື່ອງ​ຕະຫຼົກ​ຫຼາຍ.ທ່ານດີ​ເຣັກ ​ເອວ​ເລີ ນັກ​ວິຈານ​ຮູບ​ເງົາ​ຜູ້​ອາວຸ​ໂສ​ຂອງ​ວາລະສານ​​ວາ​ໄຣຕີຂອງ​​ຮໍລີ​ວູດ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຮູບ​ເງົາ​ເລື່ອງ"​ເພັດ​ບ້າບິ່ນ".ທ່ານ​ເວົ້າ​ວ່າ:
   ​ໃນ​ເວລາ​ເຫັນຮູບ​ເງົາ​ຂອງ​ທ້າວ​ນິງຮ້າວ,ຂ້າພະ​ເຈົ້າ​ຮູ້ສຶກຕົກສະ​ເງີ້,ຂ້າພະ​ເຈົ້າ​ເຄີຍ​ເບິ່ງ​ຮູບ​ເງົາ​ຂອງ​ລາວ​ໃນ​ເມື່ອ​ກ່ອນ,​ແຕ່​ຕ່າງ​ກັບ​ເລື້ອງ​ນີ້ທັງ​ນັ້ນ,ຂ້າພະ​ເຈົ້າຕົກສະ​ເງີ້​ທີ່​​ໄດ້​ເຫັນ​ລາວຖ່າຍຮູບ​ເງົາ​ທີ່​ມີ​ລັກສະນະ​ຕ່າງ​ກັບ​​ເມື່ອ​ກ່ອນຢ່າງ​ສິ້ນ​ເຊີງ,​ນີ້​ແມ່ນ​ຮູບ​ເງົາທີ່​ດີ​ຫລາຍໍ.ບົດ​ລະຄອນ​ຂອງ​ຮູບ​ເງົາ​ດີ​ທີ່​ສຸດ,ອົງ​ປະກອບກໍ​ດີ​ຄື​ກັນ,ນີ້​ແມ່ນ​​ເລື່ອງສຳຄັນ​ສຳ​ລັບ​ຮູບ​ເງົາ​ເລື້ອງ​ໜຶ່ງ."

  ທ້າ​ວນິງຮ້າວພຽງ​ແຕ່​​ແມ່ນ​ຜູ້​ໜຶ່ງ​ໃນ​ຜູ້​ກຳກັບ​ການສະ​ແດງໜຸ່ມ​ໄຟ​ແຮງ​ຂອງ​ຈີນ.​ໂດຍ​ທົ່ວ​ໄປ​ແລ້ວ,ຜູ້​ກຳກັບ​ການສະ​ແດງ​ໜຸ່ມ​ແມ່ນເກີດຂຶ້ນ​ພາຍຫຼັງ​ຊຸມ​ປີ1970,​ເມື່ອ​ພວກ​​ເຂົາ​ເຈົ້າ​ຫາ​ກໍ່​ເຂົ້າ​ໃນ​ວົງ​ການ​ຮູບ​ເງົາ,ກໍ່​​ໄດ້ພົບ​ກະ​ແສ​​ເສດຖະກິດ​ຕະຫຼາດ​ຂອງ​ຈີນ.ພວກ​ເຂົາ​ເຈົ້າ​​ໄດ້ເລືອກ​ເອົາ​ແບບ​ວິທີ​ດຳລົງ​ຊີບ​ທີ່ຕ່າງ​ຈາກຄົນ​ຮຸ້ນ​ກ່ອນ,ຄື​ປະຖິ້ມ​ເງິນ​ເດືອນຄົງ​ທີ່,​ກາຍ​ເປັນ​ຜູ້​ມີ​ອາຊີບອິດສະຫຼະ​ຢ່າງແທ້​ຈິງ.ທຳ​ມະ​ດາ​ແລ້ວ,ພວກ​ເຂົາ​ເຈົ້າ​ແມ່ນ​ຊອກ​ທຶນ​ເອົາ​ເອງ​ເພື່ອ​ຖ່າຍຮູບ​ເງົາ.​ກ່ອນຈະ​ໄດ້​ຮັບ​ທຶນ​​ກ້ອນທຳ​ອິດ,ພວກ​ເຂົາ​ເຈົ້າ​ໄດ້​ປະສົບ​ຄວາມ​ລະ​ອິດ​ລະ​ອ້ຽວ,ຫຼາຍຄົນ​ເຄີຍ​ປະກອບ​ອາຊີບ​ຫຼາຍ​ຊະນິດ​ເພື່ອ​ລ້ຽງຊີບ,ນີ້ກາຍ​ເປັນ​ປະສົບການອັນ​ຈຳ​ເປັນ​ຂອງ​ພວກ​​ເຂົາ​ເຈົ້າ​​ເພື່ອ​ປະດິດ​ຄິດ​ແຕ່ງ​ໃນ​ດ້ານ​ສິລະ​ປະ.ຮູບ​ເງົາ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ນຳເອົາ​ພະລັງ​ຊີວິດ​​ໃໝ່​ມາ​ໃຫ້ຂະ​ແໜງ​ການຮູບ​​ເງົາ​ຂອງ​ຈີນ.ພ້ອມ​ກັນ​ນັ້ນ,ຮູ​ບ​ເງົາ​ຂອງ​ພວ​ກ​ເຮົາຍັງ​ໄດ້​ຮັບ​ລາງວັນ​ເລື້ອຍໆ​ໃນ​ງານ​ຮູບ​ເງົາ​ຂອງ​ຕ່າງປະ​ເທດ.ຫວ່າງ​ມໍ່​ໆ​ນີ້,ຮູບ​ເງົາ​ເລື່ອງ"ຄົນ​ດີ​ຂອງ​ເຂດ​ຊ່ານ​​ເຊຍ"​ຂອງ​ທ່ານ​​ເຈຍ​ຈ່າງ​ເຄີ່ ຜູ້​ກຳກັບ​ການສະ​ແດງ​ໜຸ່ມຂອງ​ຈີນ​ໄດ້​ຮັບ​ລາງ​ວັນ​ສິງ​ຄຳ​ໃນ​ງານ​ມະຫະກຳຮູບ​ເງົາ​ວີ​ນີສ.ຮູບ​ເງົາ​ຂອງ​ທ່ານ​ເຈຍ​ຈ່າງ​ເຄີ່ມີ​ລັກສະນະ​ທີ່​ບັນ​ທຶກຊີວິດຈິງ,​ໄດ້ສະ​ແດງ​ໃຫ້​ເຫັນຄວາມ​ຮູ້ສຶກ​ທີ່​ຖືກຕ້ອງ​ແລະ​ພິ​ເສດ​ຕໍ່​ສັງຄົມ​ຕົວ​ຈິງ​ຂອງຈີນ.

  ຮູບ​ເງົາ​ເລື່ອງ"ສານ​ຢູ່​ເທິງ​ຫຼັງ​ມ້າ"ຂອງ​ທ່ານ​ລິວ​ເຈຍ ຜູ້​ກຳກັບ​ການສະ​ແດງ​ໜຸ່ມ​ອີກຜູ້​ໜຶ່ງ​ກໍ່​ໄດ້​ຮັບ​ລາງວັນ​ຮູບ​ເງົາ​ດີ​ເດັ່ນກວ່າ​ໝູ່​ຂອງ​ຢູ​ເນັດ(unit)​ເສັ້ນ​ຂອບ​ຟ້າ​ໃນ​ງານ​ມະຫະກຳຮູບ​ເງົາ​ວີ​ນີສຄັ້ງ​ທີ63.ຮູບ​ເງົາ​ນີ້​ແມ່ນ​ຮຽບຮຽງ​ຕາມປະສົບ​ການ ​ຂອງ​ທ່ານເຟີ​ງ ຜູ້​ພິພາກ​ສາ​ຂອງ​ສານ​​ຮາກ​ຖານ​​ຢູ່ເຂດ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ​​ແຂວງຢຸນນານ.ທ່ານ​ເຟີ​ງ​ໃຊ້​ມ້າ​ຕ່າງ​ກາ​ໝາຍ​ຊາດ,​ໄປ​ໄຂ​ສານ​ໄຕ່​ສວນ​ຄະດີ​ຢູ່​ບ້ານ​ພູດ​ອຍສອກຫຼີກ​ສາມ​ແຫ່ງ​ທີ່​ບໍ່ມີ​ທາງ​ຫຼວງ​ໄປ​ຮອດ,​ໄດ້​ສ່ອງ​ແສງໃຫ້​ເຫັນ​ຄວາມ​ຂັດ​ແຍ່ງກັນ​ລະຫວ່າງທັດສະນະ​ຄະຕິ​ຕຸລາການ​ຍຸກ​ປະຈຸ​ບັນກັບ​ຊີວິດ​ການ​ເປັນ​ຢູ່ຕົວ​ຈິງ​ແລະ​ຮີດຄອງ​ປະ​ເພນີ​ຂອງປະຊາຊົນເຂດ​ພູດ​ອຍ​ຫ່າງ​ໄກ​ສອກຫຼີກ.ພາຍຫຼັງ​ເບິ່ງ​ຮູບ​ເງົາ​ເລື້ອງ​ນີ້​ແລ້ວ,ທ່ານ​ວີ​ນມາ ອັນ​ເດີຊັນ ນັກທຸລະກິດ​ຮູບ​ເງົາ​ມາ​ຈາກ​ຊູ​ແອດ​​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ:

   "ຂ້າພ​ະ​ເຈົ້າ​ມັກຮູບ​ເງົາ"ສານ​ຢູ່​ເທິງ​ຫຼັງມ້າ"ຫຼາຍ,ຍ້ອນ​ວ່າຮູບ​ເງົາມາ​ຈາກ​ຊີວິດ​ການ​ເປັນ​ຢູ່ຕົວ​ຈິງ,ພ້ອມ​ກັນ​ນັ້ນ​ສະ​ແດງ​ອອກ​ມາ​ດ້ວຍ​ແບບ​ວິ​ທີ​ທີ່​ເຮັດ​ໃຫ້​ຄົນ​​ໄດ້​ພິນິດພິຈາລະນາ,​ເຖິງ​ວ່າ​ໃນ​ຮູບ​ເງົາ​ບໍ່​ໄດ້​ໃຫ້​ຄຳ​ຕອບ,​ແຕ່​ວ່າ​ພາບ​ຂອງ​ຮູບ​ເງົາ​ຍັງ​​ໄດ້​ໃຫ້​ຄະຕິ​ແກ່​ຄົນ.​ເວົ້າ​​ລວມ​ແລ້ວ,ພວກ​ຂ້າພ​ະ​ເຈົ້າ​ເລືອກ​ຊື້​ຮູບ​ເງົາ​ຈີນ,ຍ້ອນ​ວ່າ​ມັນ​ໄດ້​ສ່ອງ​ແສງ​ໃຫ້ເຫັນ​ຊີວິດຕິວ​ຈິງ​ຂອງ​ມະ​ນຸດ​ທົ່ວ​ໄປ.​ນີ້​ແມ່ນ​ສຳ​ຄັນ​ທີ່​ສຸດ​ຕໍ່​ຮູບ​ເງົາ​ແລະ​ທົ່ວ​ໂລກ.

  ຜູ້​ກຳກັບ​ການສະ​ແດງ​ໜຸ່ມ​ທັງຫຼາຍ​ຂອງ​ຈີນ​ລ້ວນ​ແຕ່​ຍຶດໝັ້ນ​​ເປົ້າ​ໝາຍສິລະ​ປະ​ຂອງ​ຕົນ​,​ແຕ່​ເຖິງ​ວ່າ​ຂາຍ​ປີ້​​ໄດ້ດີ,ຜູ້​ກຳກັບ​ການ​ສະ​ແດງ​ກໍ່​ບໍ່​ເຂົ້າ​ຮ່ວມ​ການ​ແບ່ງ​ປັນ​ລາຍ​ໄດ້.ທ້າວ​ເວນ​ມາໄຊ​ດ້ານ ຜູ້​ກຳກັບ​ການສະ​ແດງ​ໜຸ່ມຂອງ​​ເຜົ່າ​ຕິ​ເບ​ດມີ​ຄວາມ​ຮູ້​ສຶກ​​ເລິກ​ເຊິ່ງຕໍ່​ເລື່ອງ​ນີ້.
  ລາວ​​ເວົ້າ​ວ່າ:

"ຖ້າຖ່າຍທຳຮູບ​ເງົາ​ເທື່ອ​ທຳ​ອິດ,ຜູ້​ອື່ນ​ຈະບໍ່​​​ໄວ້​ວາງ​ໃຈ​,ສະ​ນັ້ນ,ກ່ອນ​ອື່ນ,ການຊອກ​ຫາ​​ເງິນ​ທຶນ​ກໍ່​​​ຍາກ​ຫຼາຍ,​​ເຖິງ​ຈະ​ໄດ້​ກໍ່​ບໍ່ຫຼາຍ,ຫຼັງ​ຈາກ​ຖ່າຍ​ແ​ລ້ວຍັງ​ມີ​ຕົ້ນ​ທຶນ​ຜະລິດ​ກໍ​ດີ​ຢູ່​ແລ້ວ."

  ​ປັດຈຸບັນ,ຈີນ​ຜະລິດ​ຮູບ​ເງົາ​ປະມານ300​ເລື້ອງ​ຕໍ່​ປີ,ຜູ້​ຊົມ​ຫວັງຢາກ​ເບິ່ງ​ຮູບ​ເງົາ​ທີ່​ມີຫຼາຍລົດ​ຊາດ,ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ສະໜັບສະໜູນ​ສະ​ໜູນ​ຜູ້​ກຳກັບ​ການສະ​ແດງ​ໜຸ່ມ.ບາງ​ອົງການ​​ກໍ່​​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ຜູ້​ກຳກັບ​ການສະ​ແດງ​ໜຸ່ມ​ຂຈອງ​ຈີນ​."​​ໂຄງການ​ຜູ້​ກຳກັບ​ການສະ​ແດງ​ດາລາ​ໃໝ່​ຂອງ​ອາຊີ"ທີ່​ລົງທຶນ​ໂດຍ​ທ່ານ​ລິວ​ເດີຮວາ ດາລາ​ຮູບ​ເງົາ​ຮົງ​ກົງ​ກໍ່​ໄດ້​ສະ​ໜອງ​​ໂອກາດ​ໃຫ້​ຜູ້​ກຳກັບ​ການສະ​ແດງ​ໜຸ່ມ​ຂອງຈີນ​ບາງ​ຄົນ,ທ້າວ​ນິງຮ້າວ ຜູ້​ກຳ​ກັບ​ການສະ​ແດງທີ່​ເວົ້າ​ເຖິງ​ດັ່ງກ່າວ​ກໍ່​ແມ່ນ​ຜູ້​ໜຶ່ງ.ທ່ານ​ອີກົວ​​​ເຫວີຍ ຜູ້​ຮັບຜິດຊອບການ​ປະຕິບັດ​ໂຄງການ​ນີ້ແນະນຳ​​ໃຫ້​ຮູ້ວ່າ:
   "​ໂຄງການ​ດາລາ​ໃໝ່​​ໄດ້ລົງທຶນ25ລ້ານ​​ໂດ​ລາ​ຮົງ​ກົງ,​ເພື່ອ​ຖ່າຍທຳຮູບ​ເງົາ​​ທີ່​ມີ​ຄວາມ​ຊັດ​​ເຈນ​ສູງ,ຢາກ​ຊອກ​ໄດ້​ຜູ້​ກຳກັບ​ການສະ​ແດງ​ດີ​ເດັ່ນຢູ່​ທົ່ວ​ອາຊີ,ຫວັງ​ໃຫ້​ມີກະ​ແສ​ຮູບ​ເງົາອັນ​ໃໝ່.​​ໃນ​ໂຄງການ​ມີ​ຮູບ​ເງົາ6​ເລື້ອງ,​ມີ​ເລື້ອງ​ໜຶ່ງ​ແມ່ນ​​ໃຫ້​ທ້າວ​ນິງຮ້າວ​ຂອງ​ຈີນ ​ກຳກັບ​ການສະ​ແດງ​.ມີ​ຜູ້​ກຳກັບກາ​ນສະ​ແດງ​ຮົງ​ກົງ​ສອງ​ຄົນ,ມາ​ເລ​ເຊຍ​ຜູ້​ໜຶ່ງ,ໄຕ້ຫວັນ​ຜູ້​ໜຶ່ງ,ພວກ​ເຂົາ​ເຈົ້າລ້ວນ​ແຕ່​ມີ​ຊື່ສ​ຽງ​​ໃດ​ໜຶ່ງໃນລະດັບ​​ໂລກ.​

  ​ເຖິງ​ວ່າການ​ຈຳໜ່າຍ​ຮູບ​ເງົາຂອງ​ຈີນ​ຍັງ​ມີ​ບັນຫາ​ຈຳນວນ​ໜຶ່ງກໍ​ຕາມ,​ແຕ່​ຈີນ​ມີ​ຕະຫຼາດ​ຜູ້​ຊົມ​ບົ່ມ​ຊ້ອນ​ອັນ​​ໃຫຍ່​ຫຼວງ,​ແລະ​ສະພາບ​ແວດ​ລ້ອມ​​ທີ່​ນັບ​ມື້​ນັບ​ເປີດ​ໂອກາດເຮັດ​ໃຫ້​ຜູ້​ກຳກັບ​ການສະ​ແດງໜຸ່ມ​ຫຼາຍ​ຄົນ​​​ເຕັມ​ໄປ​ດ້ວຍ​ຄວາມ​ໝັ້ນ​ໃຈ,ຮູບ​ເງົາ​ຂອງ​ພວກ​ເຮົມ​ພວມ​ເຮັດ​ໃຫ້​ຕະຫຼາດ​ຮູບ​ເງົາ​ຈີນ​ຍິ່ງມີ​ຫຼາກ​ຫຼາຍ​ແບະ​ຍິ່ງ​ມີ​ຊີວິດຊີວາ.