ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-29 17:03:46    
ທາງ​ລົດ​ໄຟ​ຊີງ​ຫາຍ​-ຕິ​ເບ​ດ​ທົນ​ຕໍ່​ການ​ທົດ​ສອບ​ຂອງ​ລະ​ດູ​ຮ້ອນ​ໂດຍ​ພື້ນ​ຖານ

cri Author: cai
ຕາມຂ່າວ​ໜັງ​ສືພິມ"​ເຢີ​ນມີນຢື້​ປ້າວ":ວັນ​ທີ 28 ກັນຍາ,ຢູ່​ນະຄອນ​ລາຊາຂອງເຂດ​ຕິ​ເບ​ດ,ທ່ານ​ຊູ່​ນຢົງ​ຟູ​ ອະດີດ​ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງທາງ​ລົດ​ໄຟ​ຈີນ​ເວົ້າ​ວ່າ,ການ​ຂົນ​ສົ່ງ​ຂອງ​ທາງ​ລົດ​ໄຟ​ຊີງ​ຫາຍ-ຕິ​ເບດປອດ​ໄພ​ແລະ​ໄວ້ໃຈ​ໄດ້,ທາງ​ລົດ​ໄຟ​ຢູ່​ເຂດ​ດິນ​ກ້າມມີ​ພື້ນຖານແໜ້ນໜາ,ການ​ແລ່ນຂະ​ບວນລົດ​ໄຟບໍ່​ມີ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ຊີວະ​ພາບ​ຕາມ​ທາງ,ທາງ​ລົດ​​ໄຟ​ໄດ້​ທົນທານ​ຕໍ່​ການ​ທົດ​ສອບ​ຢ່າງຂ້ຽວຂາດຂອງ​ລະດູ​ຮ້ອນ​ໂດຍ​ພື້ນຖານ.

ໂຄງ​ການ​ທາງ​ລົດ​ໄຟ​ຊີງ​ຫາຍ-ຕິ​ເບ​ດ​ໄດ້​ແກ້​ໄຂ​ບັນຫາ​ຫຍຸ້ງ​ຍາກ 3 ຂໍ້ຂອງ​ໂລກໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟຄື"ດິນ​ກ້າມ​ຫຼາຍ​ປີ ອາກາດ​ໜາວ​ຈັດແລະ​ຂາດ​ອັອກ​ຊີ​ແຊນ ຊີວະ​ພາບ​ອ່ອນ​ແອ".ການ​ຕິດຕາມ​ວັດ​ແທກ​ຕໍ່ທາງ​ລົດ​ໄຟ​ຕອນທົດ​ລອງ​ດິນ​ກ້າມ​ເປັນ​​ເວລາ 5 ປີ​ລຽນຕິດ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ,ພື້ນຖານ​ທາງ​ລົດ​ໄຟ​ຊີງ​ຫາຍ-ຕິ​ເບດຕອນດິນ​ກ້າມຂຶ້ນ​ຫຼື​ລົງ​ໜ້ອຍ​ກວ່າ 2 ຊັງ​ຕິ​ແມັດຕໍ່​ປີ,ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,ພື້ນ​ຖານ​ທາງ​ລົດ​ໄຟ​ຢູ່​ເຂດ​ດິນ​ກ້າມ​ແມ່ນແໜ້ນໜາ​ດີ,ທາງ​ລົດ​ໄຟ​ຊີງ​ຫາຍ-ຕິ​ເບດ​ໄດ້​ທົນ​ທານ​ຕໍ່ການ​ທົດ​ສອບ​ຢ່າງຂ້ຽວຂາດຂອງ​ລະດູ​ຮ້ອນ​ໂດຍ​ພື້ນຖານ​ແລ້ວ.​ໃນ​ເດືອນ​ສິງຫາ​ປີ​ນີ້,ພາຍຫຼັງ​ຜູ້​ຊ່ຽວຊານດ້ານ​ດິນ​ກ້າມ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ທີ່​​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດິນ​ກ້າມ​ສາກົນ​ຂອງ​ອາຊີ​ໄດ້​ທັດສະ​ນະ​ສຶກສາຢູ່​ກັບ​ບ່ອນ​ແລ້ວ​ເຫັນ​ວ່າ,ທາງ​ລົດ​​ໄຟ​ຊີງ​ຫາຍ-ຕິ​ເບ​ດສາມາດ​ສະ​ແດງ​ໃຫ້​ເຫັນລະດັບ​ກ້າວໜ້າ​ຂອງ​ເຕັກນິກ​ດິນ​ກ້າມ​ຂອງ​ໂລກ​​ໃນ​ຍຸກ​ປະຈຸ​ບັນ,​ເປັນ​ຕົວ​ແທນ​ຂອງຄວາມຄືບ​ໜ້າ​ຫຼ້າສຸດຂອງ​ໂຄງການ​ດິນ​ກ້າມ​ສາກົນ,ຜົນ​ສຳ​​ເລັດ​ທີ່​ໄດ້​ຮັບ​ນັ້ນ​ສາມາດ​ໃຫ້​ປະ​​ເທດ​ອື່ນໆ​ຖອດ​ຖອນບົດຮຽນ​ນຳ​ກັນ.