ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-29 19:57:17    
ສະພາ​ບັນດິດ​ວິທະຍາສາດ​ຈີນ​ຈະ​​ສ້າງ​ນັກ​ວິ​ຊາ​ຊັ້ນ​ສູງ​​ພັນ​ຄົນ​ໃຫ້​ພາກ​ຕາ​ເວັນ​ຕົກ​ຈີນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ສະພາ​ບັນດິດ​ວິທະຍາສາດ​ຈີນ​ກ່າວ​ວ່າ, ຮອດ​ປີ 2010, ສະ​ພາ​ບັນ​ດິດ​ວິທະຍາສາດ​ຈີນຈະ​ສ້າງ​ນັກວິຊາການ​ຊັ້ນສູງ​ພັນ​ຄົນໃຫ້​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.

ນັກວິຊາການ​ທີ່​ຮັບການ​ອົບ​ຮົມເຫຼົ່ານີ້ຈະຜ່ານ​ການ​ຊ່ອຍ​ເຫຼືອ​ໂຄງການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ສະ​ໜັບ​ສະໜູນຄະນະ​ປະດິດ​ສ້າງ 400 ຄົນ​ເຊິ່ງ​ແມ່ນ​ນັກວິທະຍາສາດ​ໜຸ່ມ​ຜູ່​ດີ​ເດັ່ນ​ເປັນ​ຜູ່​ນຳ​ທາງ​; ອຸ​ປະ​ຖຳ​ຜູ່ຈົບປະລິນຍາ​ເອກ​ທີ່​ດີ​ເດັ່ນ 400 ຄົນ​ໄປ​ເຮັດ​ວຽກ​ຢູ່​ພາກ​ຕາ​ເວັນ​ຕົກ; ດຶງ​ດູດ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ພາກ​ຕາ​ເວັນ​ອອກ​ຈີນ​ແລະ​ຕ່າງ​ປະ​ເທດ​ຮ້ອຍ​ກວ່າ​ຄົນ​ໄປ​ເຮັດ​ວຽກ​ຫຼື​ເຂົ້າຮ່ວມ​ການຄົ້ນຄວ້າ​ຮ່ວມ​ມື​ຢູ່​ພາກ​ຕາ​ເວັນ​ຕົກ; ອຸ​ປະ​ຖຳ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ດີ​ເດັ່ນ​ຂອງ​ພາກ​ຕາ​ເວັນ​ຕົກ​ຮ້ອຍ​ກວ່າ​ຄົນ​ຮຽນ​ວິ​ຊາ​ຊັ້ນ​ປະ​ລິນ​ຍາ​ເອກ​ແລະ​ອື່ນໆ.

​ນັບ​ແຕ່​ປີ 1996 ​ເປັນຕົ້ນມາ ສະພາ​ບັນດິດ​ວິທະຍາສາດ​ຈີນ​ໄດ້ປະຕິບັດ​ແຜນ​ການ​ສ້າງ​ຜູ່​ມີ​ຄວາມ​ສາ​ມາດ "​ແສງ​ສະຫວ່າງ​​ພາກ​ຕາ​ເວັນຕົກ", ​ສ້າງ​ນັກວິຊາ​ຜູ່​ນຳ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ແລະ​ຫຼັກ​ແຫຼ່ງວິທະຍາສາດ​ເຕັກນິກ​ໃຫ້​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.