ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-30 17:35:56    
ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຈີນ​ລະ​ລຶກ​ການ​ເດີນ​ທັບ​ທາງ​ໄກ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 70 ປີ

cri Author: sayvanny
ຕາມ​ຂ່າວ CRI: ​ເລີ່ມ​ແຕ່​ວັນ​ທີ 30 ກັນ​ຍາ​ເປັນ​ຕົ້ນ​ໄປ, ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ງານ​ວາງ​ສະ​ແດງ​ຂະ​ຫນາດ​ໃຫຍ່​ເລື່ອງ: ກາບ​ກອນ​ປະ​ຫວັດ​ສາດ​ຂອງ​ວິ​ລະ​ຊົນ,​ເພື່ອ​ລະ​ລຶກ​ກອງ​ທັບ​ແດງ​ຂອງ​ຈີນ​ເດີນ​ທັບ​ທາງ​ໄກ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 70 ປີ.

ງານ​ວາງ​ສະ​ແດງ​ເທື່ອ​ນີ້​ຈະ​ຈັດ​ເປັນ​ເວລາ​ຫນຶ່ງ​ເດືອນ, ​ໄດ້​ວາງ​ສະ​ແດງ​ຮູບ​ພາບ 120 ​ແຜ່ນ, ວັດ​ຖຸ​ບູ​ຮານ 200 ກວ່າ​ເຄື່ອງ,ຮູບ​ແຕ້ມ 15 ​ແຜ່ນ.​ໃນ​ນັ້ນ, ວັດ​ຖຸ​ບູ​ຮານ​ສ່ວນ​ຫລາຍ​ທີ່​ສຸດ​ແມ່ນ​ມີ​ແຕ່​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຈີນ​ຈິ່ງ​ມີ, ວັດ​ຖຸ​ບູ​ຮານ​ບໍ່​ຫນ້ອຍ​ແມ່ນ​ວາງ​ສະ​ແດງ​ຢ່າງ​ເປີດ​ເຜີຍ​ເປັນ​ຄັ້ງ​ທຳ​ອິດ,ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເດີນ​ທັບ​ຂອງ​ກອງ​ທັບ​ແດງ​ທີ່​ບໍ່​ຢ້ານ​ຄວາມ​ຫຍຸ້ງ ຍາກ​ລຳ​ບາກ​ແລະ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ລະ​ຫວ່າງ​ທະ​ຫານ​ກັບ​ປະ​ຊາ​ຊົນ​ແລະ​ລະ​ຫວ່າງ​ນາຍ​ກັບ​ພົນ​ທະ​ຫານ.

​ແຕ່​ປີ 1934 ຫາ​ປີ 1936, ​ເພື່ອ​ຍາດ​ແຍ່ງ​ຄວາມ​ເປັນ​ເອ​ກະ​ລາດ​ແຫ່ງ​ຊາດ, ບັນ​ລຸ​ຈຸດ​ປະ​ສົງ​​ຍຸດ​ທະ​ສາດ​ທີ່​ຕໍ່​ຕ້ານ​ຍີ່​ປຸ່ນ,ກອງ​ທັບ​ແດງ​ກຳ​ມະ​ກອນ​ຊາວ​ນາ​ຈີນ​ໄດ້​ເດີນ​ທັບ​ 1 ຫມື່ນ 2 ພັນ 500 ກິ​ໂລ​ແມັດ​ດ້ວຍ​ຈິດ​ໃຈ​ທີ່​ບໍ່​ງໍ້​ອງ່ຽງ​ຕໍ່​ອຸ​ປະ​ສັກ​ໃດໆ​ແລະ​ຄວາມ​ອົງ​ອາດ​ກ້າ​ຫານ​ຂອງ​ວິ​ລະ​ຊົນ,​ໃນ​ທີ່​ສຸດ​ໄດ້​ຮັບ​ໄຊ​ຊະ​ນະ.