ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-30 17:39:28    
ມາ​ເລ​ເຊຍ​ເຫັນ​ວ່າ​ງານ​ກິ​ລາ​ໂອ​ລິມ​ປິກ​ແມ່ນ​ໂອ​ກາດ​ດີ​ທີ່​ສຸດ​ສຳ​ລັບ ສຳ​ນັກ​ຂ່າວ​ສານ​ມາ​ເລ​ເຊຍ​ກັບ​ຈີນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 29 ກັນ​ຍາ, ຢູ່​ປັກ​ກິ່ງ, ທ່ານ​ຈາ​ອີ​ນູດິນ.ມາຍ​ດິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລ​ງຂ່າວ​ຂອງ​ມາ​ເລ​ເຊຍ​ເວົ້າ​ວ່າ, ປັກ​ກິ່ງ​ຈັດ​ງານ​ກິ​ລາ​ໂອ​ລິ​ມປິກ​ໃນ​ປີ 2008 ຈະ​​ແມ່ນ​ໂອກາດ​ດີ​ທີ່​ສຸດ​ສຳ​ລັບ​ສຳ​ນັກ​ຂ່າວ​ສານ​ຂອງ​ມາ​ເລ​ເຊຍ​ແລະ​ຈີນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ດ້ວຍ​ຮູບ​ການ​ໂດຍ​ກົງ​ກວ່າ​ເກົ່າ.

​ໃນ​ເວລາ​ເຂົ້າ​ຮ່ວມ​ພິ​ທີ​ສ້າງ​ຕັ້ງ​ສຳ​ນັກ​ຂ່າວ​ສານ​ມາ​ເລ​ເຊຍ​ສາ​ຂາ​​ປັກ​ກິ່ງ​ທີ່​ຈັດ​ຂຶ້ນ​ໃນ​ມື້​ວານ​ນີ້,ທ່ານ​ຈາ​ອີ​ນູ​ດິນ.ມາຍ​ດິນ​ເວົ້າ​ວ່າ, ​ໃນ​ໄລຍະ​ປັກ​ກິ່ງ​ຈັດ​ງານ​ກິລາ​ໂອ​ລິມ​ປິກ, ສຳ​ນັກ​ຂ່າວ​ສານ​ມາ​ເລ​ເຊຍ​ທີ່​ເປັນ​ສຳ​ນັກ​ຂ່າວ​ສານ​ແຫ່ງ​ຊາດ​ຂອງ​ມາ​ເລ​ເຊຍ​ກັບ​ຂ່າວ​ສານ​ຊີນ​ຮວາ ​ທີ່​ເປັນ​ຂ່າວ​ສານ​ແຫ່ງ​ຊາດ​ຈີນ​ສາ​ມາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ແຈ້ງ​ຂ່າວ​ງານ​ກິ​ລາ​ໂອ​ລິມ​ປິກ, ພ້ອມ​ກັນ​ໂຄ​ສະ​ນາ​ສະ​ພາບ​ມະ​ໂຫ​ລານ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ, ພ້ອມ​ກັນ​ໂຄ​ສະ​ນາ​ກຳ​ລັງ​ຕົວ​ຈິງ​ຂອງ​ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ອັນ​ດັບ​ຫນຶ່ງ.