|
 |
(GMT+08:00)
2006-09-30 19:51:16
|
 |
ຈີນໄດ້ມອບຄຸນວຸດທິອົງການລົງທຶນຕ່າງປະເທດທີ່ໄດ້ມາດຖານໃຫ້ 50 ບໍລິສັດ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 29 ກັນຍາ,ຄະນະກຳມະການຕິດຕາມຄຸ້ມຄອງຫລັກຊັບຈີນປະກາດວ່າ,ຫວ່າງມໍ່ໆນີ້, ຄະນະກຳມະການດັ່ງກ່າວໄດ້ອະນຸມັດໃຫ້ສອງບໍລິສັດຕ່າງປະເທດມີຄຸນວຸດທິເປັນອົງການລົງທຶນຕ່າງປະເທດທີ່ໄດ້ມາດຖານຫລື QFII ,ມາຮອດປັດຈຸບັນບໍລິສັດຕ່າງປະເທດທີ່ສາມາດລົງທຶນຢູ່ຫຸ່ນສ່ວນຈີນແລະຕະຫລາດຫລັກສັບອື່ນໆຂອງຈີນພາຍໃນໂຄຕາທີ່ກຳນົດໄວ້ນັ້ນໄດ້ມີເຖິງ 50 ແຫ່ງແລ້ວ.
ປີ 2002, ຄະນະກຳມະການຕິດຕາມຄຸ້ມຄອງຫລັກຊັບຈີນ ແລະທະນາຄານປະຊາຊົນຈີນໄດ້ປະກາດວິທີຄຸ້ມຄອງຊົ່ວຄາວກ່ຽວກັບອົງການລົງທຶນຕ່າງປະເທດທີ່ໄດ້ມາດຖານລົງທຶນໃສ່ຫລັກຊັບຂອງຈີນ,ເຊິ່ງໄດ້ກຳນົດອົງການລົງທຶນຕ່າງປະເທດທີ່ໄດ້ມາດຖານຢ່າງເປັນທາງການ.ໃນສີ່ປີກວ່າມານີ້, ພາກສ່ວນທີ່ກ່ຽວຂ້ອງຂອງຈີນໄດ້ວາງມາດຕະການປະກອບຊຸດທີ່ກ່ຽວຂ້ອງຕາມໆກັນ, ອັນໄດ້ປະກອບເປັນຂອບຕິດຕາມຄຸ້ມຄອງ QFII ທີ່ອ່າວສົມບູນ.
ຄະນະກຳມະການຕິດຕາມຄຸ້ມຄອງຫລັກຊັບຈີນກ່າວວ່າ, ພາຍຫລັງ QFII ເຂົ້າສູ່ຕະຫລາດທຶນຂອງຈີນແລ້ວ, ຕະຫລາດທຶນພາຍໃນປະເທດຈີນແລະຕ່າງປະເທດໄດ້ເຊື່ອມຕໍ່ກັນໃນຂັ້ນພື້ນຖານ, ໄດ້ຊຸກຍູ້ໃຫ້ທັດນະທະຄະຕິການລົງທຶນຢູ່ຕະຫລາດທຶນຂອງຈີນສຸກງອມຂຶ້ນແລະການນຳໃຊ້ເຕັກນິກຄຸ້ມຄອງຄວາມສ່ຽງໃນການລົງທຶນທີ່ກ້າວຫນ້າ.
|
|
|