|
 |
(GMT+08:00)
2006-10-01 19:20:34
|
ຜູ້ເຖົ້າຈີນ 100 ລ້ານກວ່າຄົນດຳລົງຊີວິດຢ່າງມີຄວາມສຸກ
cri
Author: min
ຕາມຂ່າວສານຊິນຮວາ: ວັນທີ 1 ຕຸລາແມ່ນວັນຜູ້ເຖົ້າສາກົນ, ກໍແມ່ນມື້ທີ່ຈີນປະຕິບັດກົດໝາຍປົກປ້ອງສິດທິຜົນປະໂຫຍດຂອງຜູ້ເຖົ້າເຊິ່ງແມ່ນກົດໝາຍສະເພາະກ່ຽວກັບຜູ້ເຖົ້າສະບັບທຳອິດຂອງຈີນຄົບຮອບ 1 ປີ. ປະຈຸບັນ, ຈີນມີຜູ້ເຖົ້າ 143 ລ້ານຄົນ, ພວກເພິ່ນໄດ້ຮັບການຮັບປະກັນຢ່າງເຕັມທີ່ໃນດ້ານຕ່າງໆ, ຄື ການລ້ຽງດູເບິ່ງແຍງແລະການສຶກສາເປັນຕົ້ນ, ຊີວິດຂອງພວກເພິ່ນອຸດົມສົມບູນແລະມີຫຼາຍສີຫຼາຍສານ.
ນັບມາຮອດທ້າຍປີກາຍນີ້, ຈີນໄດ້ມີໂຮງລ້ຽງຜູ້ເຖົ້າຊະນິດຕ່າງໆເກືອບ 4 ໝື່ນແຫ່ງ, ມະຫາວິທະຍາໄລຫຼືໂຮງຮຽນສຳລັບຜູ້ເຖົ້າໄດ້ມີ 2 ໝື່ນ 6 ພັນກວ່າແຫ່ງ, ກອງທຶນສະເພາະເພື່ອອຳນວຍການຊ່ອຍເຫຼືອດ້ານກົດໝາຍໃຫ້ຜູ້ເຖົ້າຂອງຈີນກໍໄດ້ສ້າງຂຶ້ນແລ້ວ. ນອກນີ້, ຈີນໄດ້ຈັດໃຫ້ມີ "ບຸນຜູ້ເຖົ້າ" ຫຼື "ວັນເຄົາລົບຜູ້ເຖົ້າ" ໂດຍທົ່ວໄປ, ໄດ້ມີບັນຍາກາດອັນດີງາມທີ່ໂຄລົບນັບຖືຜູ້ເຖົ້າແລະຮັກແພງຜູ້ເຖົ້າໃນສັງຄົມ.
|
|
|