ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-02 16:44:41    
ສະ​ພາບ​ກະ​ກຽມ​ຈັດ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ປີ​2008

cri

ວັນ​ທີ13​ທັນວາ​ປີ2001,ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກຄັ້ງ​ທີ29(ກໍ່​ຄືຄະນະ​ກຳມະການ​ຈັດ​​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ໄດ້​ສ້າງ​ຕັ້ງ​ຂຶ້ນຢ່າງ​ເປັນ​ທາງ​ການ.ສ່ວນ​ເຄື່ອງໝາຍ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເມື່ອ​ໄດ້​ຜ່ານ​ການ​ອອ​ກ​​ແບບ​ເປັນ​ເວລາ16​ເດືອນ​ແລ້ວ,ກໍ່​ໄດ້​ເປີດ​ເຜີຍ​ຕໍ່ຊາວ​ໂລກ​ໃນວັນ​ທີ3​ສິງຫາ​ປີ2003.ເຄື່ອງ​ໝາຍ​ງານ​ກິລາ​ໂອ​ລິ​ມປິກ​ທີ່​​ໃຫ້​ຊື່ວ່າ"ກາ​ປະ​ທັບຈີນ·ປັກ​ກິ່ງ​ໂຮ​ຮ້ອງ​ສະຫຼອງ​ໄຊ"​​ໄດ້ປະກາດ​​ໃນ​ພິທີ​ອັນໃຫຍ່​ໂຕ​ຄຶກຄື້ນ​ຢູ່​ທີ່​ຫໍ​ຊີ​ນຽນ​ຕ້ຽນຂອງ​ຫໍ​ຟ້າ​ປັກ​ກິ່ງ.ວັນ​ທີ24​ທັນວາ​ປີ2003,ສະໜາມ​ກິລາ​ແຫ່ງ​ຊາດ​ແລະ​ສູນ​ລອຍ​ນ້ຳ​ແຫ່ງ​ຊາດໄດ້​ເລິ່ມລົງ​ມື​ກໍ່ສ້າງ,ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ການ​ກໍ່ສ້າງ​ຫໍ​ແລະ​ສະໜາມ​ກິລາ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເລິ່ມດຳ​ເນີນ​ຢ່າງ​ຮອບດ້ານ​.ຫຼັງ​ຈາ​ກນັ້ນ,​ເຄື່ອງໝາຍ​ງານ​ກິກາ​ພາລາ​ລິ​ມປິກ​ປີ​2008​ທີ່​ມີ​ຊື່ວ່າ"ຟ້າ​ ດິນ​ແລະ​ຄົນ"ກໍ່​ໄດ້​ປະກາດຕໍ່​ຊາວ​ໂລກໃນ​ວັນ​ທີ13​ກໍລະກົດ​ປີ2004,ຄວາມ​ໝາຍ​ທີ່​ເອົາ​ໃຈ​ໃສ່​ນຳ​ມວນມະນຸດ​ແລະທັດສະນະ​ຄະ​ຕິ​ຖືກຕ​ຕ້ອງ​ປອງ​ດອງ​ກັນ​ຂອງ​ເຄື່ອງ​ໝາຍ​ກໍ່​ໄດ້​ຮັບ​ການຕີ​ລາຄາ​ສູງ​.ວັນ​ທີ5ມິຖຸນາ​ປີ2005​ໄ​ດ້​ເລິ່ມດຳ​ເນີນ,​ໂຄງການ​ອາສາສະ​ໝັກຂອງ​​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​,ມື້​ດຽວ​ກັນ,​ໄດ້​ປະກາດ​ເຄື່ອງໝາຍ​ຂອງອາສາ​ສະໝັກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.ອາສາ​ສະໝັກ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຄາດ​ວ່າ​ຈະ​ມີ​ປະມານ7ໝື່ນ​ຄົນ,ຜູ້​ອາສາ​ສະໝັກ​ງານ​ກິລາພາຣາ​ລິ​ມປິກ(ຫຼືງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ)ຄາດ​ວ່າ​ຈະ​ມີ​ປະມານ3ໝື່ນ​ຄົນ.ວັນ​ທີ26​ມິຖຸນາ​ປີ2005​ໄດ້​ປະກາດ,ຄຳ​ຂວັນ​ຫົວ​ຂໍ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ"​ໂລກ​ດຽວ,ຄວາມຝັນ​ດຽວ"(One World,One Dream)​.ວັນ​ທີ11ພະ​ຈິກ​ປີ​2005, ໃນ​ໂອກາດວັນນັບ​ຖອຍຫຼັງ​ເຂົາ​ສູ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​1000​ມື້,"ຕຸ​ກະ​ຕາ​ຟູ​ວາ"ສັດນຳ​ໂຊກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍໄດ້​ປະກາດ​ຢ່າງ​ຄຶນ​ຄື້ນ. "ຕຸ​ກະ​ຕາ​ຟູ​ວາ"5ຕົວ​ທີ່​ມີ​ຮູບ​ປາ ຮູບ​ໝີ​ແພນ​ດາ ຮູບ​ເຍືອງຕິ​ເບ​ດ ຮູບ​ນົກ​ແອ່ນ​ແລະ​ຮູບ​ໄຟ​ສັກສິດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​​​ໄດ້ຕັ້ງ​ຊື່​​ໃຫ້​ວ່າ"​ເປີ້ຍ​ເປີ້ຍ","ຈິ່ງ​ຈິ່ງ","ຮ່ວນ​ຮ່ວນ","ອີ໋ງອີ໋ງ"​ແລະ"ນີ່​ນີ່",ຊື່​ຂອງ​ສັດ​ນຳ​ໂຊກ5​ໂຕ​ນີ້​ອ່ານ​ເຂົ້າກັນ​ແລ້ວມີ​ສຽງ​ຄື​ກັນ​ກໍ​ແມ່ນ"​ເປີ​ຍຈິ່ງ​ຮ່ວນ​ອີ໋ງນິນ",​ແປ​ວ່າ,ປັກ​ກິ່ງ​ຍິນ​ດີ​ຕ້ອນຮັບ​ທ່ານ.

 

ວັນ​ທີ28​ສິ​ງຫາ​ປີ​ນີ້,ການປະກາດ​ຮັບ​​ເອົາອາສາ​ສະໝັກ​ງານ​ກິລາ​ໂອ​ລິ​ມ​ປິກ​ແລະ​ງານ​ພາຣາລິ​ມປິກ​ປັກ​ກິ່ງ​ໄດ້​ເລິ່ມດຳ​ເນີນ​ຢ່າງ​ເປັນທາງ​ການ.

ວັນ​ທີ7ກັນຍາ​ປີ​ນີ້,ງົວ"​ເລີ້​ເລີ້"--ສັດ​ນຳ​ໂຊກ​ຂອງ​ງານ​ກິລາພາຣາລິ​ມປິກ​ປັກ​ກິ່ງ​ປີ 2008​​ໄດ້ປະ​ກາດ​ທາງ​ການ,ງົວ​ນ້ອຍ​ໜ້າ​ຮັກ​ໂຕ​ນີ້​ໄດ້ສະ​ແດງ​ໃຫ້​ເຫັນນ້ຳ​ໃຈສ້າງ​ຕົນ​ເອງ​ໃຫ້​ເຂັ້ມ​ແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ​​ແລະ​ສູ້ຊົນ​ຢ່າງໝັ້ນ​ໜຽວຂອງ​ຄົນ​ພິການ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ຄືໃນ​ຕອນ​ເຊົ້າ​ວັນ​ທີ17​ກັນຍາ,ວຽກ​ງານ​ມ້າງ​ໂຄງ​ຮ່າງເຫຼັກ​ກ້າ​ຂອງ​ສະ​ໜາມ​ກິ​ລາ​ແຫ່ງ​ຊາດທີ່​ເປັນ​ຮູບ​"ຮັງ​ນົກ" ສະໜາມ​ກິລາ​​ແຫ່ງ​ນີ້​ແມ່ນ​ສະ​ໜາມ​ກິລາ​ຕົ້ນຕໍ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້ສຳ​ເລັດ​ຕາມ​ແຜນ​ການ,"ຮັງ​ນົກ"ທີ່ອອກ​ແບບ​ໃນ​ໜ້າ​ເຈ້ຍ​​ໄດ້ກາຍ​ເປັນ​ສິ່ງ​ກໍ່ສ້າງ​ອັນ​ເປັນ​ໜ້າພູມ​ໃຈ​ຂອງ​​ຊາດ​ຈີນຕັ້ງຂັ້ນ​ຢ່າງ​ສະ​ຫງ່າ.

ສິ່ງ​ກໍ່ສ້າງ​ໂຄງປະກອບ​ເຫຼັກ​ກ້າດັ່ງກ່າວ​ມີ​ໄລຍະ​ຂວາງ​ຂ້າມຍາວ​ກວ່າ​ໝູ່​ໃນ​ໂລກ,"ຮັງ​ນົກ"ນີ້​ມີ​ນ້ຳ​ໜັກ​ເຖິງ42000​ໂຕນ,ທຸກມີ​ຄວາມ​ທົນ​ທານ​ທັງ​ນັ້ນ,ທັງ​ເປັນ​ຮູບ​ທີ່​ສະ​ລັບ​ໄປມາ.ສິ່ງ​ກໍ່ສ້າງ​ອັນ​ຍິ່ງ​​ໃຫຍ່​​ນີ້​​ໄດ້​ຮັບ​ຄວາມຍ້ອງ​ຍໍ​ເປັນ"ສະ​ໝາມ​ກິ​ລາລຸ່ນ​ທີ4",ມັນ​ບໍ່ພ​ຽງ​ແຕ່​ເປັນ​ສັນຍະ​ລັກ​ແຫ່ງ​ຄວາມ​ສະ​ແຫວ​ງຫາ​ຢ່າງ​ບໍ່​ລົດ​ລະ​ ​​ໃນ​ຂົງ​ເຂດ​ກໍ່ສ້າງ​ແລະ​ສິ່ງ​ແວດ​ລ້ອມ​ຂອງ​ມະ​ນຸດ​ໃນ​ສະຕະວັດ​ທີ21​ເທົ່າ​ນັ້ນ,​​ແຕ່ຍັງ​ເປັນ​ສັນຍະ​ລັກ​ແຫ່ງຂະ​ບວນວິ​ວັດ​ປະຫວັດສາດ​ຂອງ​ຈີນ ເມືອງ​ບູຮານ​ພາກ​ຕາ​ເວັນອອກພວມ​​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທັງ​ໝົດ​​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ປັກ​ກິ່ງ​ພວມກຽມ​ຈັດງານ​ກິລາ​ໂອ​ລິ​ມປິກ​ປີ​2008​ຢ່າງ​ຕັ້ງ​ໜ້າ,ຄົນ​ປັກ​ກິ່ງ​ຈົນ​ຮອດ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ລ້ວ​ນ​ແຕ່ຄອງ​ຄອຍ​ງານ​ກິລາ​ໂອ​ລິ​ມປິກ.​​ໃນ​ໄລຍະ​ວັນຊາດ​ຈີນ ​ວັນ​ທີ1​ຕຸລາ​ປີ​ນີ້,"ຕຸ​ກະຕາຟູ​ວາ"ສັດ​ນຳ​ໂຊກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຍັງ​ຈະ​​ເປີດ​ຕົວຕົວ​ຢູ່​ສະໜາມ​ຫຼວງ​ທ່ຽນ​ອ່ານ​ເມີນ,ບັນຍາກາດ​ທີ່​ຕ້ອນຮັບ​ງານ​ກິລາ​ໂອ​ລິ​ມປິກ​ຂອງ​ປັກ​ກິ່ງ​ຈະ​ນັບ​ມື້​ນັບ​ຟົດ​ຟື້ນ,ຫວັງ​ວ່າ​ໃນ​ເວລາ​ປັກ​ກິ່ງ​ຈັດ​ງານ​​ກິລາ​ໂອ​ລິ​ມປິກ​ໃນ​ປີ2008,ທ່ານ​ກໍ່ຄົງ​ຈະ​ມີ​ໂອ​ກາດ​ມາມາ​ສຳ​ຜັດ​ຕົວ​ຈິງ.

ພວກ​ເຮົາ​ມາ​ຟັງ​ເພງ​ໂອ​ລິ​ມປິກ​ທີ່​ໃຫ້ກຳລັງ​ໃຈ​ເພງ​ໜຶ່ງ,ມາ​ສຳຜັດກັບຄວາມ​ກະ​ຕືລື​ລົ້ນ​ແລະ​​ແຮງ​ບັນດາ​ນ້ຳ​ໃຈນຳ​ກັນ,​ເພງ​ນີ້​ຊື່ວ່າ"ວໍ​ເມີນ​ເຕີ​​ເມີ້​ງ",​ແປ​ວ່າ"ຄວາມ​ຝັນ​ຂອງ​ພວກເຮົາ".


1  2