ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-03 18:15:15    
ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ໄວ​ຂຶ້ນ​ຢ່າງ​ຮອບ​ດ້ານ

cri
ຕາມ​ຂ່າ​ວສານ​ຊິນ​ຮວາ,ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​​​ແມ່ນເນື່ອງນິດ​ທີ່​ສຸດ.ທ່າ​ອ່ຽງ​ຕ່າງໆ​ສະ​ແດງ​ໃຫ້​ເຫັນ​ວ່າ,​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ດລະຫວ່າງຈີນ​ກັບ​ອາ​ຊຽນ​ໄດ້​ໄວ​ຂຶ້ນ​ຢ່າງ​ຮອບ​ດ້ານ.

ເຄືອ​ຂ່າຍ​ຄົມມະນາຄົມ,ອົງ​ປະ​ກອບ​ຜະ​ລິດ​ຕະ​ພັນ​ທີ່​ມີ​ລັກ​ສະ​ນະ​ຄ້ຳ​ຊູນ​ກັນ​ນັບ​ມື້​ນັບ​ສົມ​ບູນ​ຂຶ້ນ,​ແລະ​ແຜນ​ການ​ຫຼຸດ​ພາ​ສີ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ໜັກ​ແໜ້ນ,​ທັງ​ນີ້​ໄດ້​ເຮັດ​ໃຫ້​ການ​ຄ້າ​ສິນ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​​ເພີ່ມ​ຂຶ້ນ​ດ້ວຍ​ຄວາມ​ໄວ​ທີ່​ປະ​ຈັກ​ຕາ​ຊາວ​ໂລກ.​ປັດ​ຈຸ​ບັນ,​ຈີນ​ແລະ​ອາ​ຊຽນ​ຕ່າງ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ4​ຂອງ​ກັນ,​ແຕ່​ເດືອນ​ກໍ​ລະ​ກົດ​ປີ​ກາຍ​ຮອດ​ເດືອນ​ກໍ​ລະ​ກົດ​ປີ​ນີ້,ມູນ​ຄ່າ​ການ​ຄ້າ​ລະຫວ່າ​ງຈີນ​ກັບ​ອາ​ຊຽນ​ໄດ້​ບັນລຸ​ເຖິງ​14​3ຕື້​ກວ່າ​ໂດ​ລາ,​ເພີ່ມ​ຂຶ້ນ​22%.

ການ​ພົວພັນ​ທາງ​ການ​ເມືອງ​ທີ່​ໝັ້ນ​ທ່ຽງ,ຕະຫຼາດ​ບໍລິ​ໂພ​ກອັນ​ກວ້າງ​ໃຫຍ່​ເຮັດ​ໃຫ້​ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ແກ່​ກັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຄ່ອຍໆ​ເຂົ້າ​ສູ່​ສະ​ພາບ​ການ​ອັນ​ດີງາມ.​ແຕ່​ຕົ້ນ​ປີ​ນີ້​ມາ​,ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ມີ​ທ່ວງ​ທ່າ​ເພີ່ມ​ຂຶ້ນ​ໄວ​ຢ່າງ​​ເດັ່ນ​ຊັດ​ກວ່າ ​ເກົ່າ.

ຕາມ​ກະຊວງ​ການ​ຄ້າ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,ປັດ​ຈຸ​ບັນ,ຈຸດ​ໜັກ​ຂອງ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຫັນ​​ໄປ​ສູ່​ຂົງ​ເຂດ​ການ​ຄ້າ​ການ​ບໍ​ລິ​ການ​ແລະ​ການ​ລົງ​ທຶນ,​ແລະ​ການ​ເຈລະຈາ​ໄດ້ມີ​ຄວາມ​ຄືບ​ໜ້າ​ຢ່າງ​ສະ​ດວກ.