ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-03 20:45:34    
ໃນ 8 ​ເດືອນ​ຕົ້ນ​ປີ​ນີ້ ​ສ່ວນ​ແບ່ງ​ຕະ​ຫຼາດ​ຂອງ​ບໍລິ​ສັດ​ປະກັນ​ຊີວິດ​ທຶນ​ຕ່າງປະ​ເທດ​​ໃນ​ຕະ​ຫຼາດ​ຕົ້ນ​ຕໍ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:​ໃນ 8 ​ເດືອນ​ຕົ້ນ​ປີ​ນີ້,​ໃນ​ຕະຫຼາດ​ຂອງ​ເຂດ​ທີ່​ມີ​ບໍລິສັດ​ປະກັນ​ໄພ​ທຶນ​ຕ່າງ​ປະ​ເທດ​​ເຕົ້າ​ໂຮມ​ກັນ​ຢູ່​ສ່ວນ​ຫຼາຍ​ເຊັ່ນ​ປັກ​ກິ່ງ​ແລະຊຽງ​ໄຮ້​ເປັນ​ຕົ້ນ,ສ່ວນ​ແບ່ງ​ຕະ​ຫຼາດ​ຂອງ​ບໍລິ​ສັດ​ປະກັນ​ຊີວິດ​ທຶນ​ຕ່າງປະ​ເທດ​ຕ່າງ​ໄດ້ເພີ່ມ​ຂຶ້ນ​ຮອດ 19% ​ແລະ 18% ຂຶ້ນ​ໄປ.

ໃນ​ໄລຍະ​ດຽວ​ກັນ,ບໍລິສັດ​ປະກັນ​ຊີວິດ​ທຶນ​ຕ່າງປະ​ເທດ​ໄດ້​ກວມສ່ວນ​ແບ່ງຕະ​ຫຼາດຂອງ​ຈີນ 5,17%.

ອີງ​ຕາມ​ຄຳ​ໝັ້ນ​ສັນຍາທີ່​ຖະ​ແຫຼ​ງ​ໄວ້ໃນ​ການ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ,ຂະ​ແໜງ​ການ​ປະກັນ​ໄພ​ຂອງຈີນ​ໄດ້​ໄຂ​ເຂດ​​ແຄວ້ນ​ທັງ​ໝົດ​ແລະ​ວຽກ​ງານ​ທັງ​ໝົດຍົກ​ເວັ້ນການ​ປະກັນ​ໄພ​ທີ່​ໄດ້​ກຳນົດ​​ໄວ້ໃນ​ກົດ​ໝາຍ​ຕໍ່​ທຶນ​ຕ່າງປະ​ເທດ​ແລ້ວ.ປີ​ກາຍ​ແມ່ນ​ປີ​ທຳ​ອິດ​ທີ່​ການ​ປະກັນ​ໄພ​ຂອງ​ຈີນ​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ຮອບ​ດ້ານ.ນັບ​ມາ​ຮອດ​ທ້າຍ​ປີ​ກາຍ​ນີ້,ມີ​ບໍລິສັດ​ປະກັນ​ໄພ​ທຶນ​ຕ່າງ​ປະ​ເທດລວມ 40 ​ແຫ່ງໄດ້ສ້າງ​ສາ​ຂາຂອງ​ຕົນເກືອບ 100 ​ແຫ່ງ​ຢູ່​ຈີນ.