ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-04 20:39:12    
ຂົວ​ທາງ​ອາ​ກາດ​061002

cri

ມື້ວານ​ນີ້​ແມ່ນ​ວັນ​ທີ1​ຕຸລາ,​ແມ່ນ​ວັນ​ລະ​ລຶກສາ​ທາລະ​ນະ​ລັດ​ປະຊາຊົນ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ57​ປີ,ປັດ​ຈຸບັນ,ປະຊາ​ຊົນ​ທົ່ວ​ປະ​ເທດຈີນພວມ​ສະຫຼອງ​ວັນຊາດ,ຫວັງ​ວ່າ​ຜູ້​ຟັງ​​ທັງຫຼາຍ​ກໍ​ຄົງ​ຈະ​ມ່ວນ​ຊື່ນນຳ​ກັນ​ກັບ​ພວກ​ເຮົາດ້ວຍ.

ຫວ່າງ​ມໍ່​ໆ​ນີ້,ນ້ອງ​ບຸນ​ສະ​ນິດ ​ໄຊ​ຍະ​ວົງ ທີ່​ຢູ່​ບ້ານ​ຫົວ​ຂົວ ​ເມືອງ​ໄຊ​ເສດ​ຖາ ນະຄອນ​ຫຼວງວຽງ​ຈັນ​ໄດ້​ຝາກ​ຈົດ​ໝາຍ​ມາ​ຍັງ​ພວກ​ເຮົາ​ໂດຍຂຽນ​ວ່າ, "​ໃນ​ຄວາມ​ຮູ້ສຶກ​ຂອງ​ນ້ອງ​​ເອງ,ວິທະຍຸ CRI ​ໄດ້​ໃຫ້​ຄວາມ​ຮູ້​ແລະ​ຂໍ້​ມູນ​ຂ່າວສານ​ຫຼາຍໆ​ດ້ານ​ເຊັ່ນ:ດ້ານ​ວັດທະ​ນະທຳ ດ້ານ​ສັງຄົມ ​ເສດຖະກິດ ການ​ເມືອງ ສິ່ງ​ແວດ​ລ້ອມ​ແລະ​ສິ່ງ​ອື່ນໆ​ອີກ​ຫຼາຍ​ຢ່າງ.​​ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ກັບ​ອາຊີ​​ແລະ​ເກືອບ​ວ່າ​ທົ່ວ​ໂລກ.ສິ່ງ​ເຫຼົ່າ​ນີ້​ໄດ້​ເຮັດ​ໃຫ້​ນ້ອງ​ມີ​ຄວາມ​ປະ​ທັບ​ໃຈ,​ເພາະວ່າ,ນ້ອງ​ໄດ້​ຮຽນ​ຮູ້​ສິ່ງ​ໃໝ່ໆ​ແລະ​ໄດ້​ຮູ້​ເຖິງ​ສະພາບ​ການ​ຂອງ​ສັງຄົມ​ຢ່າງຕໍ່​ເນື່ອງ​ຈາກ CRI.ນອກຈາກ​ນີ້,CRI ຍັງ​ໄດ້​ຈັດ​ກິດຈະກຳ​ພິ​ເສດ​ເຊັ່ນ:ການ​ຕອບ​ຄຳ​ຖາມ ​ເສັງ​ຄວາມຮູ້ ຮຽນ​ພາສາ​ຈີນ​ແລະ​ອື່ນໆ,​ເຊິ່ງລ້ວນ​ແຕ່​ສ້າງ​ໃຫ້​ນັກຮຽນ ນັກ​ສຶກສາ​ຫຼາຍໆ​ຄົນ​ໄດ້​ມີ​ຄວາມ​ຮູ້​ເພີ່ມ​ຂຶ້ນ​ອີກ​ຕື່ມ"

ນ້ອງ​ບຸນ​ສະ​ນິດ ​ໄຊ​ຍະ​ວົງ​​ແມ່ນ​​ແຟນລາຍ​ການຜູ້​ໜຽວ​ແໜ້ນຂອງ​ພວກ​ເຮົາ,ບໍ່ພ​ຽງ​ແຕ່​ຮູ້​ທຸກໆ​ລາຍການ​ຂອງ​ພວກ​ເຮົາ,ຍັງ​ສາມາດ​ບອກ​ເຖິງກາ​ນ​ເຄື່ອນ​ໄຫວຕິດ​ຕໍ່​ພົວພັນ​ກັບ​ຜູ້​ຟັງ​ຂອງ​ວິທະຍຸCRI,ກໍ່​ຫວັງ​ວ່າ​ທ່ານ​ຜູ້​ຟັງ​ອື່ນໆ​ກໍ່ຄົງ​ຈະ​ໄດ້ຮັບປະ​ໂຫຍ​ດຈາກ​ການ​ຟັງ​ລາຍການ​ຂອງCRIຄື​ກັບ​ນ້ອງ​ບຸນ​ສະ​ນິດ​ທີ່​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຢູ່​ຕໍ່​ເມາະ.

ສຸດ​ທ້າຍ,ມີ​ຂ່າວດີ​ຂ່າວ​ໜຶ່ງ​ຢາກ​ບອກ​ໃຫ້​ຜູ້​ຟັງ​ຮູ້,​ໃນ​ທ້າຍ​ປີ​ນີ້,ລາຍການ​ວິທະຍຸ​CRIຂອງ​ພວກ​ເຮົາ​ກໍ່​ຈະ​ອອກ​ອາກາດ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ​​​ໃນ​ລະ​ບົບFM93​ເມ​ກາ​ເຮີ​ດສ,​ເມື່ອ​ເຖິງ​ເວລາ​ນັ້ນ​,ທ່ານ​ຜູ້​ຟັງ​ຂອງ​CRI​ທີ່ຢູ່​ນະຄອນ​ຫຼວງ​ວຽງ​ຈັນ​ແລະ​ບັນ​ດາ​ແຂວງ​ໃກ້​ຄຽງ​ກໍ່​ຈະ​ສາມາດ​ຮັບຟັງ​ລາຍ​ການ​ພວກ​ເຮົາ​ໄດ້​ຢ່າງ​ຊັດ​ເຈນ​ແລະ​ສະ​ດວກ​ກວ່າ​ເກົ່າ,CRIກັບ​ທ່ານ​ຜູ້​ຟັງ​ກໍ່​ຈະ​ສະ​ນິດສະ​ນົມ​ກົນ​ຫຼາຍ​ຂຶ້ນ.​ເອົາລະ,​ເວລາຟັງ​ເພງ​ມາຮອດ​ແລ້ວ,ມອບ​ເພງ​ມ່ວນໆ​ເພງ​ໜຶ່ງ​ໃຫ້​ຟັງ,​ເພງ​ນີ້​ຊື່ວ່າ"ມ້ຽນ​ຕູ້ຍ​ມ້ຽນ",ແປວ່າ"ໜ້າຕໍ່​ໜ້າ",ຫວັງ​ວ່າ​ຄົງຈະ​ຖືກໃຈທ່ານ.