|
 |
(GMT+08:00)
2006-10-04 18:31:21
|
ຍົນເໝົາທ່ອງທ່ຽວຂອງຕ່າງປະເທດທີ່ບິນໄປເຂດຕິເບດໂດຍກົງລຳທຳອິດໄປຮອດເມືອງລາຊາ
cri
ຕາມຂ່າວສານຊິນຮວາ,ຍົນເໝົາທ່ອງທ່ຽວທີ່ບິນຈາກສິງກະໂປໄປຫາເຂດ ປົກຄອງຕົນເອງຕິເບດຂອງຈີນທີ່ບັນທຸກຜູ່ໂດຍສານສິງກະໂປ109ຄົນໄດ້ບິນໄປຮອດເມືອງລາຊາໃນຕອນບ່າຍ ວັນທີ3ຕຸລາ.ພູພຽງແດນຫິມະໄດ້ຕ້ອນຮັບຍົນເໝົາທ່ອງທ່ຽວຂອງຕ່າງປະເທດທີ່ບິນໄປເຂດຕິເບດໂດຍກົງລຳທຳອິດ,ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າເມືອງລາຊາໄດ້ກາຍເປັນຈຸດໝາຍປາຍທາງໂດຍກົງຂອງນັກທ່ອງທ່ຽວຕ່າງປະເທດແລ້ວ.
ນັກທ່ອງທ່ຽວສິງກະໂປເຫຼົ່ານີ້ຈະທ່ຽງຢູ່ຕິເບດ9ມື້,ຈາກນັ້ນຈະຂີ່ລົດໄຟຕາມເສັ້ນທາງຊິງໄຫຕິເບດໄປເມືອງຊີນິງແຂວງຊິງໄຫ.ຕາມໄດ້ຮູ້ວ່າ,ການຂີ່ລົດໄຟຕາມເສັ້ນທາງຊິງໄຫຕິເບດນີ້ແມ່ນສິ່ງທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈຫຼາຍ.
|
|
|