ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-04 20:43:10    
ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ​ສົ່ງ​ໂທ​ລະ​ເລກ​ອວຍ​ພອນ​ຂອງ​ທ່ານ​ເວິ່ນ​ເຈ່ຍ​ປາວ​ໄປ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ

cri

ຕາມ​ຂ່າວສານ​ຈີນ,​ຕອນ​ເຊົ້າ​ວັນ​ທີ​4​ຕຸ​ລາ,​ທ່ານ​ຈ່າງ​ຈິວ​ຫວານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາ​ຊະ​ອາ​ນາ​ຈັກ​ໄທ​ໄດ້​ມອບ​ໂທ​ລະ​ເລກ​ອວຍ​ພອນ​ທີ່​ທ່ານ​ເວິນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຝາກ​ໄປ​ຍັງ​ທ່ານ​ສຸ​ຣະ​ຍຸດ ຈຸ​ລາ​ນົນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ນັ້ນ​ໃຫ້​ທ່ານ​ກິຼດ​ການ​ຈະ​ນະ​ກຸນ​ຊອນ ຜູ່​ວ່າ​ການ​ແທນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ.

ໃນ​ໂທລະ​ເລກ​ອວຍ​ພອນ​ຂອງ​ທ່ານ​ເວິນ​ເຈ່ຍ​ປາວ​ໄດ້​ຂຽນ​ວ່າ:​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ຊາບ​ວ່າ​ພະ​ນະ​ທ່ານ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ,​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​ຈີນ​ແລະ​ໃນ​ນາມ​ສ່ວນ​ຕົວ,​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ​ແລະ​ຈິງ​ໃຈ​ມາ​ຍັງ​ພະ​ນະ​ທ່ານ,​ຂໍ​ອວຍ​ພອນ​​ໃຫ້​ລາ​ຊະ​ອາ​ນາ​ຈັກ​ໄທ​ຈົ່ງ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ,​ປະ​ຊາ​ຊົນ​ມີ​ຄວາມ​ສຸກ.