ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-05 14:49:02    
ປະຕູ​ມ້າ​ຄຳ ປະຕູ​ຫົງ​ແກ້ວ​ມໍ​ລະ​ກົດ​​ແລະ​ຊາ​ຜູ​ເອີ​ຂອງ​​ເມືອງ​ຄຸນ​ມິງ(ສຽງ)

cri Author: da


ຄຸນ​ມິງ​ແມ່ນ​ເມືອງ​ທີ່​ມີ​ປະຫວັດສາດຍາວ​ນານ,​​ໃນ​ສະ​ໄໝ​ເຄື່ອງ​ຫີນ​ເກົ່າ​​ເມື່ອ3ໝື່ນ​ກວ່າ​ປີ​ກ່ອນກໍ​ມີ​ຄົນ​ຢູ່​ແລ້ວ.ຄຽງ​ຄູ່​ກັບ​ຄວາມ​ກ້າວໜ້າ​ຂອງ​ສັງຄົມ​ແລະ​ການ​ປ່ຽນ​ແປງ​ຂອງ​ຍຸກສະ​ໄໝ,ຄຸນ​ມິ​ງ​ໄດ້​ຮັກສາ​ໄວ້​ຮ່ອງຮອຍບູຮານ​ສະຖານ ວັດ​ຖຸບູຮານ​ ​ແລະ​ພາບ​ວີ​ວທິວ​ທັດ​ຫຼາຍໆ​ແຫ່ງ​ໃຫ້​​ແກ່ມະນຸດ,​ໃນ​ນັ້ນ ປະຕູ​ມ້າ​ຄຳແລະ​ປະຕູ​ຫົງ​ແກ້ວ​ມໍ​ລະ​ກົດ​ກໍ​ແມ່ນ​ສິ່ງ​ກໍ່ສ້າງ​ບູຮານ​ທີ່​ມີ​ຊື່​ສຽງ​ແຫ່ງ​ໜຶ່ງ.ມັນ​ບໍ່​ພຽງ​ແຕ່​ມີ​ປະຫວັດ​ຍາວ​ນານທໍ່​ນັ້ນ,ຫາກ​ຍັງ​ມີ​ເອກະລັກ​ພິ​ເສດ​ຂອງຊົນ​ເຜົ່າ​ອີກ​ດ້ວຍ,ຖືກ​ຖື​ເປັນສັນຍະລັກ​ຂອງ​ເມືອງ​ຄຸນ​ມິ​ງ.


ປະຕູ​ມ້າ​ຄຳ​ແລະ​ປະຕູ​ຫົງ​ແກ້ວ​ມໍ​ລະ​ກົດ​ຕັ້ງຢູ່​ບ່ອນ​ໄຂວ່​ກັນ​ລະຫວ່າງ​ເສັ້ນຜ່າ​ນກາງ​ເມືອງ​ຄຸນ​ມິ​ງກັບ​ຖະໜົນ​ຈິ່ນປີ້,ສູງ 12 ​ແມັດ,ກວ້າງ 18 ​ແມັດ.​ເບິ່ງ​ຈາກ​ທາງ​ນອກ,ສອງ​ປະຕູ​ນີ້​ມີ​ເອກະລັກ​ພິ​ເສດ​ຂອງຊົນ​ເຜົ່າ​ແຂວງ​ຢຸນນານ,ຄວັດ​ຫຼື​ແຕ້ມ​ຮູບ​ໃສ່​ຫຼັງຄາ​ແລະ​ເສົາ​ໄມ້,​ສາຍ​ຄາງໍຂຶ້ນ,​ເໝືອນ​ຢາກ​ບິນ,​ເປັນ​ທິວ​ທັດ​ທີ່​ລື​ຊື່​ໃນ​ຕະຫຼາດທີ່​ຄຶກຄື້ນຂອງ​ເມືອງ​ຄຸນ​ມິ​ງ.

ມ້າ​ຄຳແລະ​ຫົງ​ແກ້ວ​ມໍ​ລະ​ກົດ​​ແມ່ນ​ຫຍັງ? ​ໃນ​ປຶ້ມ​ປະຫວັດສາດ​ໄດ້​ບັນ​ທຶກ​ໄວ້​ວ່າ,​ແຕ່​ກີ້​ແຕ່​ກ່ອນ,ຢູ່​ຂ້າງ​ໜ​ອງ​ແສ,ມີ​ມ້າ​ມະນີກາບ​ເຫຼື້ອມລະ​ຍິບລະ​ຍັບ​ໂຕ​ໜຶ່ງ,​ເມື່ອ​ປະສົມ​ພັນກັບ​ມ້າ​ທຳ​ມະ​ດາ​ແລ້ວ,ກໍ່​ເກີດ​ລູກ​ເປັນ​"ມ້າ​ໜອງ​ແສ"ທີ່​ແຂງ​ແຮງ​ແລ່ນ​ໄວ​ທັງ​ສວຍ​ງາມ."ມ້າ​ໜອງ​ແສ"ສາມາດ​ແລ່ນ250ຫຼັກ​ຕໍ່​ມື້.ຕາມ​ເລົ່າ​ກັນ​ວ່າ ມ້າ​ມະນີກາບ​ຊະນິດ​ນີ້​ບາງ​ເທື່ອ​ກໍ່ເຫັນ​ບາງ​ເທື່ອກໍ່​ບໍ່​ເຫັນ​ໃນ​ປ່າ​ໄມ້ຕົ້ນສົນ​ຢູ່​ທິດຕາ​ເວັນ​ອອກ​ຂອງຄຸນ​ມິ​ງ,​ເມື່ອ​​ເຫັນ​ມັນ ຈະ​ມີ​​ແສງສີ​ຄຳສ່ອງ​ເຫຼື້ອມ​ອອກ​ມາ​ຈາກ​ປ່າ​ໄມ້,ນີ້​ກໍ​ແມ່ນ​ມ້າ​ຄຳ.​ ຂະນະ​ດຽວ​ກັນ,ຢູ່​ເທິງ​ພູ​ຕາ​ເວັນ​ຕົກ​ເມືອງຄຸນ​ມິ​ງ,ມີ​ຫົງ​ແກ້ວ​ໂຕ​ໜຶ່ງ,ສຽງ​ຮ້ອງ​ມ່ວນ​ຫູ​ຫຼາຍ,​ໃນ​ເວລາ​ພື​ປີກ​ບິນ,ສະຫງ່າງາມ​ແທ້ໆ.​ແຕ່​ຍ້ອນ​ວ່າ​ຄົນ​ທ້ອງ​ຖິ່ນ​ບໍ່​ຮູ້​ຊື່​ຫົງ,ຈິ່ງ​ເອີ້ນ​ເປັນ​"ປີ້​ຈີ່"​ແປ​ວ່າ"​ໄກ່​ຢົກ".ພາຍຫຼັງ​ມາ,ຄົນ​ທັງຫຼາຍ​ເອີ້ນ​ພູ​ຕາ​ເວັນ​ອອກ​ທີ່​ມີ​ມ້າ​ຄຳ​ເປັນ"ພູ​ມ້າ​ຄຳ";ພູ​ຕາ​ເວັນ​ຕົກ​ທີ່​ມີ​ຫົງ​ເອີ້ນ​ເປັນ"ພູ​ຫົງ​ແກ້ວ",ຄົນ​ຫຸ້ນ​ຫຼັງ​ຮູ້ສຶກ​ອັດ​ສະ​ຈັນ​ຫຼາຍ,ຈິ່ງ​ຖື​ເປັນ​ຂອງ​ວິ​ເສດ,​ເພື່ອ​ໄວ້​ບູຊາ,​ເຂົາ​ເຈົ້າຍັງ​ໄດ້​ສ້າງວັດ​ມ້າ​ຄຳ​ແລະ​ຫໍ​ເຈົ້າຫົງ​ແກ້ວ​ຢູ່​ຕີ​ນພູ​ສອງ​ໜ່ວຍ​ດັ່ງກ່າວ.ພາຍຫຼັງ​ມາ ຄົນ​ທັງ​ຫາຍ​ໄດ້​ສ້າງ​ປະຕູ​ມ້າ​ຄຳ​ແລະ​ປະຕູ​ຫົງ​ແກ້ວ​ມໍ​ລະ​ກົດ​ທີ່ສະຫງ່າ​ລາສີ​ຢູ່​ກາງ​ເມືອງ​ຄຸນ​ມິ​ງ.

ສອງ​ປະຕູ​ນີ້​ສ້າງ​ຂຶ້ນ​ໃນ​ຍຸກ​ສະ​ໄໝ​ເຈົ້າຊີວິດຊວນ​ເຕີ​​ແຫ່ງລາຊະວົງ​ມິ​ງ,ມີ​ປະຫວັດ​ເກືອບ400ປີ​ແລ້ວ.ຈຸດ​ພິ​ເສດ​ຂອງ​ມັນ,​ແມ່ນ​ບາງ​ເທື່ອ,ຈະ​ປະກົດ​ມີ​ພາບ​ອັດສະຈັນ​ທີ່"ຈິ່ນປີ້​ຈ່າວ​ຫຸ່ຍ"​ແປ​ວ່າ"​ແສງ​ສ່ອງ​ຈາກ​ສອງ​ປະຕູ​ໄຂວ່​ກັນ".ທ່ານ​ຕິງ​ເສ​ເຢິນ ນັກຄົ້ນຄວ້າ​ໃນ​ຫໍພິພິທະ​ພັນ​ເມືອງ​ຄຸນ​ມິ​ງ​ເວົ້າວ່າ:
"ພາບ"ຈິ່ນປີ້​ຈ່າວ​ຫຸ່ຍ"ໝາຍ​ເຖິງ​ຍາມ​ຕາ​ເວັນ​​ໃກ້​ຈະ​ລັບ​ຂອບ​ຟ້າ,​ແສງຕາ​ເວັນ​ສ່ອງ​ໃສ່​ປະຕູ​ຫົງ​ແກ້ວ,​ເງົາ​ປະຕູ​ງ່ຽງ​ໄປ​ທິດຕາ​ເວັນ​ອອກ,​ໃນ​ເວລາ​ດວງ​ຈັນ​ຢູ່​ທິດຕາ​ເວັນ​ອອກ​ໂຜ່ຂຶ້ນ,​ແສງ​​ຈັນ​ສ່ອງ​​ໃສ່​ປະຕູ​ຫົງ​ແກ້ວ,​ເງົາ​ປະຕູ​ຫົງແກ້ວ​ງ່ຽງ​​ໃສ່ທິດຕາ​ເວັນ​ຕົກ,​ໃນ​ເວລາ​ຕາ​ເວັນຕົກ​ແລະ​ດວງ​ຈັນ​​ໂຜ່​ຂຶ້ນ,ສຸດ​ທ້າຍ ທາງ​ເທີ​ງ 2 ​ປະຕູ​ດັ່ງກ່າວ​ກໍ​ໄຂວ່​ກັນ​ຢູ່​ໃນ​ເສັ້ນດຽວ​,ຈິ່ງ​ເອີ້ນ​ວ່າປະກົດ​ການ"ຈິ່ນປີ້​ຈ່າວ​ຫຸ່ຍ"".

ຕາມ​ເລົ່າ​ກັນ​ວ່າ,ນີ້​ແມ່ນ​ພາບ​ອັດສະຈັນ​ທີ່​​ເກີດ​ຂຶ້ນ​ຍ້ອນ​ວົງ​ໂຄຈອນ​ຂອງ​ໜ່ວຍ​ໂລກ ດວງ​ພະຈັນ​ແລະ​ຕາ​ເວັນ, 60 ປີ​ຈະ​ມີເທື່ອ​ໜຶ່ງ.ສ່ວນ​ການ​ອອກ​ແບບ​ພາບ​ອັດສະຈັນ​ດັ່ງກ່າວ,​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ພູມ​ປັນຍາອັນ​ສູງສົ່ງ​ຂອງ​ປະຊາຊົນ​ບັນດາ​ຊົນ​ເຜົ່າ​ແຂວງ​ຢຸນນານ​ທີ່​ເອົາຄະນິດສາດ ດາລາສາດ​ແລະ​ສະຖາປັດຕະຍະ​ກຳປະສານ​ສົມທົບ​ກັນ​ຢ່າງ​ກົມກຽວ.


​ນັບ​ແຕ່ສ້າງຕັ້ງປະຕູ​ມ້າ​ຄຳ​ແລະ​ປະຕູ​ຫົງ​ແກ້ວ​ມໍ​ລະ​ກົດມາ​ນີ້,2ປະຕູດັ່ງກ່າວ​​ເຄີຍ​ຖືກ​ທຳລາຍ 3 ​ເທື່ອ.ພາຍຫຼັງ​ມາ,​ໂດຍ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ຊາວ​ຄຸນ​ມິ​ງ,​ເມືອງ​ຄຸນ​ມິ​ງຕົກລົງ​ສ້ອມ​​ແປງ" ປະຕູ​ມ້າ​ຄຳ​ແລະ​ປະຕູ​ຫົງ​ແກ້ວ​ມໍ​ລະ​ກົດ​"ຄືນ​ໃໝ່​ເມື່ອ​ປີ1997,ພ້ອມ​ທັງ​ສ້າງ​ສະໜາມ​ມ້າ​ຄຳ​ຫົງ​ແກ້ວ​ມໍ​ລະ​ກົດ. ປີ1999 ​ໄດ້​ເປີດ"ປະຕູ​ມ້າ​ຄຳ​ແລະ​ປະຕູ​ຫົງ​ແກ້ວ​ມໍ​ລະ​ກົດ​"​ໃຫ້​ນັກ​ທ່ອງ​ທ່ຽວ​​ເຂົ້າຊົມ.ນາງ​ລີ​ອີ​ຊິວ ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ແຂວງ​ຊ່ານ​ຕົ່ງ​ເວົ້າວ່າ:

"​ໄດ້​ຍິນ​ວ່າ ​ເງົາ​ປະຕູ​ມ້າ​ຄຳ​ແລະ​ປະຕູ​ຫົງ​ແກ້ວ​ໄຂວ່​ກັນ​ໃນ​ປີ​ນີ້​ແມ່ນ​ເກີດຂຶ້ນ​​ໃນ​ວັນ​ໄຫວ້​ພະຈັນ.​ເມື່ອ​ພວກ​ເຮົາ​ມາ​ຮອດ​ສະໜາມ​ມ້າ​ຄຳ​ຫົງ​ແກ້ວ​ມໍ​ລະ​ກົດ,ຮູ້ສຶກວ່າ 2ປະຕູນີ້ສະຫງ່າ​ງາມ​ຫຼາຍ."

ປະຈຸ​ບັນ,ຢູ່​ອ້ອມ​ສະໜາມ​ມ້າ​ຄຳ​ຫົງ​ແກ້ວ​ມໍ​ລະ​ກົດ ຮ້ານ​ຄ້າ​ຕັ້ງລຽນ​ລ້າຍ​ຊ້າຍ,ຮ້ານ​ຂາຍ​ເຄື່ອງ​ເອ້ ບູຮານ​ວັດຖຸ ​ແລະ​ຊາ​ຫຼາຍໆ​ແຫ່ງ,​ໄດ້​ຕ້ອນຮັບ​​ແຂກ​ຈີນ​ແລະ​ຕ່າງປະ​ເທດ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ. ບັດນີ້ ດາລາວັນ​ຂໍເລົ່າ​ເລື່ອງ​ກ່ຽວ​ກັບ​ຊາ​ຜູ​ເອີ​ທີ່​ມີ​ຈຸດ​ພິ​ເສດ​ໃນ​ຮ້ານ​ຊາ​ຄຸນ​ມິ​ງສູ່​ຟັງ.

ຢຸນນານ​ແມ່ນ​ແຫຼ່ງກຳ​ເນີ​ດຂອງຕົ້ນຊາ,​ແມ່ນ​ບ້ານ​ເກີດຂອງ​ຊາດື່ມ.​ເວົ້າສຳລັບ​ປະ​ເພດ​ຊາ​ຢຸນນານ,​ໃນ​ນັ້ນ ມີ​ຊື່​ສຽງ​ຫຼາຍ​ກວ່າ​ໝູ່ແມ່ນ​ຊາ​ຜູ​ເອີ.ຊາ​ຜູ​ເອີ​ເກີດ​ຂຶ້ນ​ແນວ​ໃດ?ມີ​ຈຸດ​ຕ່າງ​ຫຍັງ​ກັບ​ຊາ​ທຳ​ມະ​ດາ?ນາງ​ເກີ​ງຊິນ​ທີ່​ເຮັດ​ວຽກ​ຢູ່​ໃນ​ຮ້ານຊາ"ທ່ຽນ​ອີ​ເກີ"​ເວົ້າວ່າ:

"​​​ໃນ​ສະ​ໄໝ​ບູຮານ ​ແຂວງ​ຢຸນນານ​ຕ້ອງ​ສົ່ງ​ໃບຊາ​ໃຫ້​ເຈົ້າຊີ​ວິດ,​ແຕ່​ຄາວ​ນັ້ນບໍ່​ມີ​ຍົນ ລົດ​ແລະ​ລົດ​ໄຟ,ພຽງ​ອາ​ໄສ​ຄົນ​ຫຼື​ມ້າ​ເປ້ເອົາ​ໄປ,​ການ​ເດີນ​ທາງ​ຕ້ອງ​ໃຊ້​ເວລາ​ຫຼາຍ​ເດືອນ,ຈິ່ງ​ສາມາດ​ສົ່ງ​ໄປ​ຮອດ​​ເມືອງ​ຫຼວງ.ຢູ່​ຊານ​ເມືອງ ​ເງື່ອນ​ໄຂ​ທຳ​ມະ​ຊາດ​ດີ​ຫຼາຍ,​ໃບ​ຊາ​ຂຽວ​ຢູ່​ເທິງ​ຫຼັງມ້າ,​ເມື່ອ​ຖືກແດດ​ແລ້ວ,​ເມື່ອ​ໄປ​ຮອດ​ເມືອງຫຼວງ​ປັກ​ກິ່ງ ​ໃບຊາ​ດີໆ​ກໍ​ປ່ຽນ​ແປງ​ລົດ​ຊາດ,​ແຕ່​ບໍ່​ມີ​ວິທີອື່ນ ຈິ່ງຈຳ​ເປັນ​ຕ້ອງ​ມອບ​ຊາ​ຂຽວທີ່​ແປງ​ລົດ​ຊາດ​ແລ້ວ​ໃຫ້​ພະ​ລາຊະ​ວັງ.ຈິ່ງ​ປ່ຽນ​ຊື່​ເປັນ"ຊາ​ຜູ​ເອີ",​ຊາ​ຜູ​ເອີ​ຈຶ່ງ​ກຳ​ເນີ​ດຂຶ້ນ​ນັບ​ແຕ່​ນັ້ນ​ເປັນຕົ້ນມາ."

​ໃຕ້​ຜົນ​ສະທ້ອນ​ຂອງແສງ​ແດດ​ແລະ​ອາກາດ,ຊາ​ຂຽວປ່ຽນ​ລົດ​ຊາດ,​ແຕ່​ພັດ​ມີ​ລົດ​ຊາດ​ທີ່​​ແຕກຕ່າງ​.​ກໍ​ແມ່ນຍ້ອນ​ມີ​ການ​ໝັກ​ໃນ​ອາກາດ,ຊາ​ຜູ​ເອີ​ຈິ່ງ​ມີ​ບົດບາດ​ຮັກສາ​ສຸຂະພາບ,​ໂດຍ​ສະ​ເພາະ​ແມ່ນ​ຄົນ​ທີ່​ມັກ​ເຈັບກະ​ເພາະ​ ​ຫຼື​ຜູ້​ເຖົ້າທີ່​ສຸຂະພາບ​ບໍ່​ແຂງ​ແຮງຍິ່ງ​ເໝາະທີ່​ດື່ມ​ຊາ​ຊະນິດ​ນີ້.ຄົນ​ຍີ່ປຸ່ນ​ເອີ້ນ​ຊາ​ຜູ​ເອີ​ເປັນ"ຊາ​ເສີມ​ຄວາມ​ງາມ""ຊາ​ຮັກສາ​ສຸຂະພາບ".ດຽວ​ນີ້ ຢູ່​ຕະຫຼາດ ມີ​ຊາ​ຜູ​ເອີ​ຫຼາຍ​ຊະນິດ,​ແບ່ງ​ອອກ​ເປັນ"ຊາ​ໃບ​ໃຫຍ່" "ຊາ​ໃບ​ນ້ອຍ" ​"ຊາ​ດິບ"​ແລະ "ຊາ​​ແຫ້ງ"​ເປັນຕົ້ນ.ນາງ​ເກີ​ງຊິນ​ແນະນຳ​ວ່າ:

"ຊາ​ດິບ​ແມ່ນ​ຕົ້ນຊາ​ເກີດ​ມີ​ອາຍຸ​ປະມານ 10 ປີ,ມີ​ລົດ​ສົ້ມໜ້ອຍ​ໜຶ່ງ,ບໍ່​ມີກິ່ນ​ຫອມ​ຂອງ​ດອກ​ໄມ້; ຊາ​​ແຫ້ງມີ​ກິ່ນ​ຫອມ​ດອກ​ບົວ. ທຳ​ມະ​ດາ​ແລ້ວ ກ່ອນ​ຊົງນ້ຳຊາ​ດິບ ຮູບ​ນອກ​ເໝືອນ​ກ້ອນ​ແປ້ງ​ດຳໆ,​ແຕ່​ຫຼັງ​ຈາກ​ຊົງເປັນນ້ຳຊາ​ແລ້ວ ​ເໝືອນ​ເຫຼົ້າ​ໝາກ​ອະ​ງຸ່ນ,ຊາ​ດິບ​ ​ແຮ່ງ​​​ດົນ​ນານ​ແຮ່ງ​ມີ​ສີ​ເໝືອນ​ດັ່ງ​ເຫຼົ້າອະ​ງຸ່ນ,​ເສາະ​​​ໃສ.ຊາ​ຜູ​ເອີ ຕ້ອງ​ຊີມ​ແລ້ວ​ຈິ່ງ​ຊື້​."

​ທຳ​ມະ​ດາ ​ເວົ້າສຳລັບ​ຊາ​ແລ້ວ ​ແມ່ນຊາ​ທີ່​ເກີດ​ໃໝ່​ແຮ່ງ​ມີ​ລົດ​ຊາດ​ດີ,​ຄົນ​ທີ່​ມັກ​ກິນ​ຊາ​ກໍ​ມັກ​ກິນ​ຊາ​ໃໝ່,​ແຕ່​ຊາ​ຜູ​ເອີ​ພັດ​ຕ່າງ​ກັນ​ ​ແຮ່ງ​​ເກົ່າ​ເທົ່າ​ໃດແຮ່ງ​ດີ.​ແພດ​ໝໍ​ຢາ​ຈີນ​ເຫັນ​ວ່າ ຊາ​ຜູ​ເອີ​ດິບ​ມີ​ບົດບາດ​ແກ້​ໄຂ້ຫວັດ ​ໃຫ້​ສະໝອງ​ສົດ​ຊື່ນ; ສ່ວນ​ຊາ​​ແຫ້ງ​ພັດ​ມີ​ບົດບາດ​​ແກ້​ຫຍື່ງທ້ອງ ​ຖ່າຍ​ງ່າຍ,ສະນັ້ນ ຊາ​ຜູ​ເອີ​ຖືກ​ຍ້ອງຍໍ​ເປັນ​ຢາ​ດີ​ທີ່​ແກ້​ພະຍາດ​ແລະ​ຮັກສາ​ສຸຂະພາບ​ໄດ້.

ຕອນ​ທ້າຍລາຍການ​ມື້​ນີ້,ດາລາ​ວັນ​ຍັງ​ຈະ​ເວົ້າ​ເຖິງ​ເຂົ້າໜົມຈີບ​ເມືອງ​ຄຸນ​ມິ​ງສູ່​ຟັງ.ຢູ່​ຄຸນ​ມິ​ງ ມີ​ເຂົ້າໜົມ​ຫຼາຍ​ຊະນິດ,ຮ້ານ​ຂາຍ​ເຂົ້າໜົມຈີບ​ແຈ​ກຢາຍຢູ່​ທຸກ​ມຸມ​ເມືອງ,ຮ້ານ​ນ້ອຍ​ຢູ່​ຕະຫຼາດ​ຄຸນ​ມິ​ງຂາຍຂອງ​ກິນ​ຮອດ​ຕອນ​ຂ້ອນ​ແຈ້ງ.​ເຂົ້າປຸ້ນ​ແລະ​ໄກ່​ໝໍ້​ດິນ​ແມ່ນ​ອາຫານ​ທີ່​ເປັນ​ເອກະລັກ​ຂອງເມືອງ​ຄຸນ​ມິ​ງ,​ແຊບນົວ​ຫຼາຍ,ຕ້ອງ​ຊີມ​ໃຫ້​ໄດ້.