ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-05 20:46:10    
ສະ​ພາບ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ຂອງ​ຈີນ​ຍັງ​ຂ້ຽວ​ຂາດ​ຢູ່

cri Author: cai
ຕາມ​ຂ່າວ​CRI:ວັນ​ທີ 5 ຕຸລາ,ຢູ່​ປັກ​ກິ່ງ,ທ່ານ​ອີນ​ເຊີງ​​ເຈ ລັດ​ຖະ​ມົນຕີ​ຊ່ວຍ​ວ່າການ​ກະ​ຊວງ​ກະສິ​ກຳ​ຈີນ​ເວົ້າ​ວ່າ,ຈີນ​ໄດ້​ເຂົ້າ​ສູ່​ລະດູ​ໃບ​ໄມ້​ຫຼົ່ນ​ແລະ​ລະດູ​ໜາວ​ເຊິ່ງ​ເປັນ​ລະດູ​ການ​ທີ່ໄຂ້​ຫວັດ​ສັດ​ປີກ​ມັກ​ເກີດ​ຂຶ້ນ​ຫຼາຍ,ສະພາບ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ຍັງ​ຂ້ຽວຂາດ​ຢູ່.

ວັນ​ທີ 5 ຕຸລາ,ກະ​ຊວງ​ກະສິກຳ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ທາງ​ໂທລະພາບ,​ເພື່ອຈັດ​ວາງ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ຂອງ​ແຂວງ​ສຳຄັນ​ສ່ວນ​ໜຶ່ງ.​ໃນ​ກອງ​ປະຊຸມ,ທ່ານ​ອີນ​ເຊີງ​ເຈ​ໄດ້​ແນະນຳ​ວ່າ,​ແຕ່​ທ້າຍ​ເດືອນ​ກັນຍາຜ່ານ​ມາ​ນີ້,​ເຂດ​ນີງ​ເຊ້ຍ​​ແລະ​ເຂດ​ມົງ​ໂກ​ໃນຂອງ​ຈີນ​ໄດ້​ເກີດ​ສະພາບ​ໄຂ້​ຫວັດ​ສັດ​ປີກຢ່າງ​ລຽນ​ຕິດ.ການ​ຂົນ​ສົ່ງສັດ​ປີກ​ແລະຜະລິດ​ຕະພັນ​ສັດ​ປີກ​ໄດ້​ເພີ່ມ​ຄວາມ​ສ່ຽງ​ໃນ​ການ​ແຜ່ເຊື້ອ​ພະ​ຍາດ,ນົກ​ຍ້າຍ​ຖິ່ນທີ່​ຕິດ​ເຊື້ອ​ພະຍາດ​ອາດ​ຈະ​ພາ​ໃຫ້​ເກີດ​ພະຍາດ​ເທື່ອ​ໃໝ່,ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ຂອງ​ຈີນ​ຍັງ​ມີ​ຂອດ​ອ່ອນຢູ່.

ຕາມ​ໄດ້​ຊາບ,ລັດຖະບານ​ຈີນ​ໄດ້​ຮຽກຮ້ອງ​ໃຫ້​ແຂວງ​ທີ່​ກ່ຽວຂ້ອງ​ວາງ​ແລະປັບປຸງແຜນງານ​ຮັບ​ມື​ກັບ​ກໍລະນີ​ສຸກ​ເສີນ​ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ,ຍົກ​ຄວາມ​ສາມາດຮັບມື​ກັບ​ສະພາບ​ພະ​ຍາດ​ທີ່​ເກີດ​ຂຶ້ນ​ຢ່າງ​ກະທັນ​ຫັນ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ.ພ້ອມ​ກັນນັ້ນ,ຈີນ​ຍັງ​ໄດ້​ປັບປຸງ​ໂຄງ​ປະ​ກອບ​ຜະ​ລິດ​ຢາ​ວັກ​ແຊງ,ວິ​ສາ​ຫະກິດ​ຜະລິດ​ຢາ​ວັກ​ແຊງ​ທີ່​ກ່ຽວຂ້ອງ​ພວມ​ອອກແຮງ​ສຸດ​ຂີດຜະລິດ​ຢາ​ວັກ​ແຊງ​ໄຂ້ຫວັດ​ສັດ​ປີກ,​ເພື່ອຮັບປະກັນ​ການ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຢາ​ວັກ​ແຊງ.