ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-05 21:39:57    
ສະ​ພາບ​ກະ​ກຽມ​ຈັດ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ປີ​2008

cri

ຫວ່າງ​ມໍ່ໆ​ນີ້,ທ່ານ​ແກ້ວ​ປະ​ເສີດ ທີ່​ຢູ່​​ເມືອງ​​ໄກສອນ ພົມວິຫານ​ແຂວງ​ສະຫວັນ​ນະ​ເຂດ​ໄດ້​ຝາກ​ຈົດ​ໝາຍ​ມາ​ຫາ​ພວກ​ເຮົາ​ຖາມ​ວ່າ"ງານ​ໂອ​ລິ​ມປິກ​ຄັ້ງ​ທີ29​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງໃນ​ປີ​2008,ດຽວ​ນີ້,ນະຄອນ​ປັກ​ກິ່ງ​ໄດ້​ກະກຽມ​ແນວ​ໃດ​ແດ່​ແລ້ວ?​ໄດ້​ມີ​ການ​ຄືບ​ໜ້າ​ແນວ​ໃດ​ແດ?"

ຂອບ​ໃຈ​ທ່ານ​​ແກ້ວ​ປະ​ເສີດ​ທີ່​ເອົາ​ໃຈ​ໃສ່ນຳ​ງານ​ກິລາ​​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008​ແລະ​ເອົາ​ໃຈ​ໃສ່​ນຳ​ນະຄອນ​ປັກ​ກິ່ງ.ແຕ່​ປັກ​ກິ່ງ​ຮ້ອງ​ຂໍ​​ເປັນ​ເຈົາພາບ​ຈັດ​ງານກິລາໂອ​ລິ​ມປິກ​ໄດ້​ຮັບຜົນສຳ​ເລັດ​ມາ​ຮອດ​ປັດຈະ​ບັນ​ກໍ່ໄດ້​5​ປີ​ແລ້ວ,ງານ​ກິລາ​ໂອ​ລິ​ມປິກ​ປີ2008​ກໍ່​ໄດ້​ນັບ​ມື້​ນັບ​ໃກ້​​ເຂົ້າ​ມາ.​ໃນ1800​ກວ່າ​ມື້​ທີ່​ໄດ້ຜ່ານ​ໄປ​ນັ້ນ,ປັກ​ກິ່ງ​ປຽບ​ສະ​ເໝືອນ​ລົດ​ໄຟ​ດ່ວນ​ຂະ​ບວນໜຶ່ງ​ພວມ​ແລ່ນ​ໄປ​ສູ່ປາຍ​ທາງ​ຂອງ​ນະຄອນໂອ​ລິ​ມປິກ.​ໃນ​ລາຍການ​ພາກ​ນີ້,ຜູ້​ດຳ​ເນີນ​ລານຍການ​ກໍ່​ຂໍ​ແນະນຳ​ການ​ຄືບ​ໜ້າ​ຂອງ​ວຽກ​ງານ​ກະກຽມ​ກິລາ​ໂອ​ລົມ​ປິກ​ປັກ​ກິ່ງ​ສູ່​ທ່ານ​ຟັງ.

ລາຍການ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ຄື​ກັນ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​,ລວມມີ​28ປະ​ເພດ​ກິລາ,​ໂດຍ​ພື້ນຖານ​ແລ້ວ,ຈຳນວນ​ນັກ​ກິລ​າກໍ່​ເທົ່າ​ທຽມ​ກັນກັບ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ແລ້ວ.ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະສ້າງຫໍ​ແລະ​ສະໜາມ​ກິລາ36​ແຫ່ງ,​ໃນ​ນັ້ນ,14​ແຫ່ງ​ແມ່ນ​ສ້າງ​ໃໝ່.ຖ້າອອກ​ເດີນທາງ​ຈາກ​ບ້ານ​ໂອ​ລິ​ມປິກ​, ພາຍ​ໃນ30​ນາທີ,ກໍ​ຈະໄປ​ຮອດ​ສະໜາມ​ກິລາ.​ໃນ​ທ້າຍ​ປີ2003,​ໄດ້​ເລິ່ມລົງມື​ກໍ່ສ້າງ​ສະໜາມ​ກິລາ7​ແຫ່ງ, ປີ2005,​ໄດ້ເລິ່ມ​ກໍ່ສ້າງ​ອີກ7​ແຫ່ງ​.ຫໍ​ແລະ​ສະໜາມກິ​ລາ​ທັງ​ໝົດ​ເຫຼົ່າ​ນີ້​ກໍ່ຈະ​ສ້າງ​ສຳ​ເລັດ​ໃນ​ປີ2007.

ປັດຈຸ​ບັນ,ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ສຳ​ເລັດ​ແຜນ​ຍຸດ​ທະ​ສາດດ້ານ​ຄົມມະ​ນາ​ຄົມ​ແລ້ວ,​ໄດ້​ສ້າງ​ກົນ​​ໄກປະສານ​ງານ​ແລະ​ບັນຊາ​ການ​​ຄົມ​ມະ​ນາ​ຄົມ,​ໄດ້​ສ້າງ​ຕັ້ງໜ່ວຍ​ປະສານ​ງານ​ຄວາມ​ປອດ​ໄພ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,​ແລະ​ໄດ້​ເຊັນ​ສັນຍາ​ກັບ​ໂຮງ​ແຮມ​88​ແຫ່ງ,​ໃນ​ນັ້ນ​ໂຮງ​ແຮມ​5ດາວ​33ແຫ່ງ,ໂຮງແຮມ​4ດາວ​30ແຫ່ງ,ໂຮງ​ແຮມ3​ດາວ25ແຫ່ງ,ຈະສະ​ໜອງຫ້ອງ​ພັກ​22900ກວ່າ​ຫ້ອງ​ແລະ​ວິນ​ລາ31ຊຸ​ດ,​ໄດ້ກຳນົດ​ໂຮງໝໍຮັບ​ໃຊ້​ສະ​ເພາະ20​ແຫ່ງ.

ໃນ​ດ້ານ​ການຈັດ​ຕັ້ງ​ການ​ແຂ່ງຂັນ,ຄະນະ​ກຳມະ​ການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ແລະສະ​ຫະພັນ​ກິລາ​ສາກົນ​​ຕ່າງໆ​​ໄດ້ສ້າງ​ສາຍສຳ​ພັນກັນ​ຢ່າງ​ໃກ້ຊິດ.ມາ​ຮອດ​ປັດຈຸບັນ, 22​ສະຫະພັນໄດ້​ມາ​ຢ້ຽມຢາມປັກ​ກິ່ງ​ແລ້ວ,​​ແລະ​ຈັດ​ກອງ​ປະຊຸມ​ກັບຄະນະ​ກຳມະການ​ຈັດ​​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລ້ວ.​

ເພື່ອເລັ່ງ​ລັດວຽກງານ​ກະ​ກຽມ,ຄະນະ​ກຳມະການ​ຈັດງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ຢາກ​ໃຫ້​ສະຫະ​ພັນກິລາ​ປະ​ເພດ​ຕ່າງໆ​ແຕ່ງ​ຜູ້ຕາງ​ໜ້າດ້ານ​ເຕັກນິກ​ມາ​ປັກ​ກິ່ງ,​ເພາະວ່າ​ນອກຈາກ​ສ້າງ​ສະໜາມ​ກິລາ​ໃໝ່​​ແລ້ວ,ປັກ​ກິ່ງຍັງ​ພວມ​ສ້ອມ​​ແປງ​ສະໜາມກິລາ​ເກົ່າ,ຄະນະ​ກຳມະ​ການ​ຈັດງານ​ກິລາ​ໂອ​ລິມປິກ​ຕ້ອງ​ການ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັບ​ຜູ້ຕາງໜ້າ​ສະຫະພັນ​ກິລາ​ສາກົນ​ປະ​ເພດຕ່າງໆ,​ເພື່ອກຽມຈັດ​ງານ​ກິລາ​ໂອ​ລິ​ມ​ປິກນຳ​ກັນ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ຕໍ່​ໄປ​ພວກ​ເຮົາ​ມາ​ຫວນ​ຄືນ​ເຫດການ​ສຳຄັນ​ນັບ​ແຕ່ປັກ​ກິ່ງ​ຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​​ແລະໄດ້​ຮັບ​ອະນຸມັດ​​ໃນ5​ປີຜ່ານ​ມາ​.


1  2