ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-07 17:22:34    
ການບິນ​ອະວະກາດ​ຂອງ​ຈີນ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ໃນ​ຂົງ​ເຂດ​ເຕັກ​ນິກ​ອະ​ວະ​ກາດ

cri
ຕາມ​ຂ່າວສານ​ຊິນຮວາ, ມື້​ອື່ນ(ວັນ​ທີ8​ຕຸລາ)​ແມ່ນ​ວັນ​ລະ​ລຶກການ​ສ້າງ​​ພາລະກິດ​ການບິນ​ອະວະກາດ​ຈີນ​ຄົບຮອບ50​ປີ. ​ໃນ50​ປີ​ມາ​ນີ້, ພາລະກິດ​ການບິນ​ອະວະກາດ​ຂອງ​ຈີນ​ໄດ້​ບັນລຸ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ​ໃນ​3ຂົງ​ເຂດ​ໃຫຍ່​ຄື: ​ເຕັກນິກ​ອະວະກາດ, ການ​ໝູນ​ໃຊ້​ອະວະກາດ​ແລະ​ວິທະຍາສາດ​ອະວະກາດ​ເປັນ​ຕົ້ນ.

ຜູ້​ຮັບຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ກຳມະການ​ອຸດສາຫະກຳ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນຊາ​ດຈີນ​ແນະນຳ​ວ່າ, ​ແຕ່​ປີ1996​ເປັນ​ຕົ້ນ​ມາ, ລູກ​ສອນ​ໄຟ​ຍານ​ສົ່ງ​ລະບົບ​ສາງ​ເຈິ່ງ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ໂດຍ​ຕົນ​ເອງ​ນັ້ນ​ໄດ້​ຍິງ​ສົ່ງ48​ເທື່ອ​ຢ່າງ​ສຳ​ເລັດ​ຜົນ​ລຽນຕິດ, ລັກສະນະ​ຄວາມ​ປອດ​ໄພ​ແລະ​ຄວາມ​​ໄວ້​ວາງ​ໃຈລ້ວນ​ແຕ່​​ໄດ້ບັນລຸ​ລະດັບ​ກ້າວໜ້າ​ຂອງ​ໂລກ. ຈີນ​ໄດ້​ຄົ້ນ​ຄວ້າ​ຜະລິດ​ແລະ​ຍິງ​ສົ່ງ​ດາວ​ທຽມ70​ໜ່ວຍ, ຖືກ​ນຳ​ໃຊ້​ເຂົ້າ​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​ກວ້າງຂວາງ​ເຊັ່ນ: ຂົງ​ເຂດ​ເສດຖະກິດ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ​ແລະ​ການ​ສຶກສາ​ແລະ​ການ​ສ້າງສາ​ດ້ານ​ປ້ອງ​ກັນຊາ​ດ​ເປັນ​ຕົ້ນ. ນອກ​ນັ້ນ, ຈີນ​ໄດ້​ຍິງ​ສົ່ງ​ຍານ​ອະວະກາດ​ບໍ່​ມີ​ຄົນ​ຂັບ4​ລຳ​ແລະ​ຍານ​ອະວະກາດ​ບັນທຸກ​ຄົນ​ສອງ​ລຳຢ່າງ​ສຳ​ເລັດ​ຜົນ, ​ໄດ້​ກາຍ​ເປັນ​ປະ​ເທດ​ທີ​ສາມ​ໃນ​ໂລກ​ທີ່​ສາມາດຍິງ​ສົ່ງ​ຍານ​ອະວະກາດບັນທຸກ​ຄົນ​ໂດຍ​ເຈົ້າ​ຕົນ​ເອງ.

ຜູ້​ຮັບຜິດຊອບ​ຜູ້​ນີ້​ຊີ້​ອອກ​ວ່າ, ປັດຈຸບັນ, ຈີນ​ຍັງ​ພວມ​ສຸມ​ກຳລັງ​ດຳ​ເນີນ​ກິດຈະກຳ​ຢັ່ງ​ແທກ​ພະຈັນ, ນີ້​ຈະ​ເຮັດ​ໃຫ້​ພາລະກິດ​ການບິນ​ອະວະກາດ​ຂອງ​ຈີນ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​​ກວ່າ​ເກົ່າ.