ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-08 16:51:47    
ວິ​ສາ​ກະ​ກິດຜະລິດ​ເກີບ​ຂອງ​ຈີນ​ຈະ​ຮັບ​ມື​ກັບ​ມາດ​ຕະ​ການ​ຕ້ານ​ການ​ຂາຍ​ເລ​ຂອງ​ສະ​ຫະ​ພາບ​ເອີ​ລົບ

cri
ຕາມ​ຂ່າວCRI, ອີງ​ຕາມ​ການ​ຕັດສິນ​ສຸດ​ທ້າຍ​ຂອງ​ສະພາ​ມົນຕີ​ສະຫະພາບ​ເອີ​ລົບ​ຜ່ານ​ໃນ​ວັນ​ທີ5​ຕຸລາ, ​​ໃນ​ໄລຍະ​ສອງ​ປີ​​ແຕ່​ວັນ​ທີ7​ຕຸລາ​​ເປັນ​ຕົ້ນ​ໄປ, ​ເກີບ​ໜັງ​ທີ່​ຈີນ​ແລະ​ຫວຽດນາມ​ຜະລິດ, ​ແລະ​ສົ່ງ​ໄປ​ຂາຍ​ຢູ່​ສະຫະພາບ​ເອີ​ລົບ​ຕ່າງ​ຈະ​ຕ້ອງ​ເສຍ​ພາສີ​ຕ້ານ​ການ​ຂາຍ​ເລ16,5%​ແລະ10%. ວິ​ສາ​ຫະກິດ​ຜະລິດ​ເກີບ​ຂອງຈີນ​ພາ​ກັນ​ສະ​ແດງ​ຄວາມບໍ່ພໍ​ໃຈ​ຕໍ່ການ​ຕັດສິນ​ດັ່ງກ່າວ, ​ແລະ​ກ່າວ​ວ່າ​ຈະ​ຕັ້ງໜ້າ​ຮັບ​ມື​ກັບ​ມາດ​ຕະການ​ຕ້ານ​ການ​ຂາຍ​ເລ​ຂອງ​ສະຫະພາບ​ເອີ​ລົບ.

ບຸກຄົນ​ໃນຂະ​ແໜງ​ການຄາດ​ຄະ​ເນ​ວ່າ, ​ໃນ​ສອງ​ປີ​ຂ້າງ​ໜ້າ, ຍອດ​ປະລິມານ​​ເກີບ​ໜັງ​ສົ່ງ​ອອກ​ສະຫະພາບ​ເອີ​ລົບ​ຂອງວິ​ສາ​ຫະກິດ​ຈີນຈະ​ຫຼຸດ​ລົງ40%ຂຶ້ນ​ໄປ, ​ນີ້ຈະ​ພາ​ໃຫ້​ກຳມະກອນ​ຈຳນວນ​ຫຼວງ​ຫຼາຍ​ໃນ​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງ​ຈີນ​ຫວ່າງ​ງານ. ປັດຈຸບັນ, ວິ​ສາ​ຫະກິດ​ຜະລິດ​ເກີບ​ສຳຄັນ​ຂອງ​ແຂວງ​ກວງ​ຕຸ້ງ, ​ແຂວງ​ເຈີ້​ຈ່ຽງ​ແລະ​ແຂວງ​ຝູຈ້ຽນຈີນ​ກ່າວ​ວ່າ, ພວກ​ເຂົາ​ເຈົ້າ​ບໍ່​ປັດ​ປ່າຍ​ຄວາມ​ອາດ​ເປັນ​ໄປ​ທີ່​ກ່າວ​ຟ້ອງ​ຕໍ່​ສານ​ສະຫະພາບ​ເອີ​ລົບ​ໂດຍ​ກົງ; ກໍ​ມີ​ວິ​ສາ​ຫະກິດ​ກ່າວ​ວ່າ, ຈະ​ສ້າງ​​ແຫຼ່ງຜະລິດ​ຢູ່​ຕ່າງປະ​ເທດ, ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ແບບ​ສາກົນ.